ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກົດໝາຍໃໝ່ລັດອາຣິໂຊນາ ມີຜົນບັງຄັບໃຊ້


ຜູ້ປົກຄອງລັດ ອາຣິໂຊນາ ທ່ານນາງ Jan Brewer ກ່າວຕໍ່ພວກນັກຂ່າວ ທີ່ນະຄອນ ຟິນິກ (15 ມິຖຸນາ 2010)
ຜູ້ປົກຄອງລັດ ອາຣິໂຊນາ ທ່ານນາງ Jan Brewer ກ່າວຕໍ່ພວກນັກຂ່າວ ທີ່ນະຄອນ ຟິນິກ (15 ມິຖຸນາ 2010)

ກົດໝາຍຄົນເຂົ້າເມືອງສະບັບໃໝ່ຂອງລັດອາຣິໂຊນາທາງ ພາກຕາເວັນຕົກສຽງໃຕ້ຂອງສະຫະລັດ ມີຜົນບັງຄັບໃຊ້​ໃນ ​ມື້​ນີ້ ແຕ່ປາສະຈາກຂໍ້ກຳນົດຈຳນວນນຶ່ງ ທີ່ເປັນບັນຫາຖົກ ຖຽງໂຕ້ແຍ້ງທີ່ສຸດນັ້ນ.

ຜູ້ພິພາກສາຂອງສະຫະລັດທ່ານນຶ່ງ ໄດ້ອອກຄຳສັ່ງໃນມື້ວັນ ພຸດວານນີ້ ຫ້າມເປັນການຊົ່ວຄາວ ພາກສ່ວນຂອງກົດ ໝາຍສະບັບ​ນີ້ ທີ່ບັງຄັບໃຫ້ຕຳຫຼວດ ທຳການກວດເບິ່ງ ຖານະຄົນເຂົ້າເມືອງ ຂອງບຸກຄົນໃດກໍຕາມ ທີ່ຕຳຫຼວດໄດ້ ຢຸດ ຍ້ອນລ່ວງລະເມີດກົດໝາຍນັ້ນ ແລະພວກທີ່ເຂົາເຈົ້າສົງໄສວ່າ ເຂົ້າມາໃນສະຫະລັດ ແບບຜິດກົດໝາຍ.

ນອກນັ້ນແລ້ວ ຜູ້ພິພາກສາທ່ານນີ້ ຍັງໄດ້ສັ່ງໃຫ້ໂຈະກ່ຽວກັບຂໍ້ກຳນົດ ທີ່ບັງຄັບໃຫ້ ພວກຄົນເຂົ້າເມືອງ ຖືເອກກະສານ ຕິດໂຕຢູ່ທຸກເວລາ ແລະມາດຕະການທີ່ຖືວ່າ ເປັນການຜິດກົດໝາຍ ທີ່ພວກຄົນເຂົ້າເມືອງ ບໍ່ມີເອກກະສານ ໄປຫາວຽກເຮັດ ຢູ່ຕາມສະຖານທີ່ ສາທາລະນະຕ່າງໆ.

ແຕ່ແນວໃດກໍຕາມ ຜູ້ປົກຄອງລັດອາຣິໂຊນາ ທ່ານນາງ JAN BREWER ກ່າວວ່າ ການຕໍ່ສູ້ກັນ ແມ່ນຍັງອີກໄກ ຈຶ່ງຈະສິ້ນສຸດລົງ. ໃນຖະແຫຼງຂ່າວ ສະບັບນຶ່ງ ໃນມື້ວັນພຸດ ວານນີ້ ທ່ານນາງ BREWER ກ່າວວ່າ ທ່ານນາງເຕັມໃຈທີ່ຈະຕໍ່ສູ້ໄປເຖິງຂັ້ນສານສູງສຸດ ຂອງສະຫະລັດ.

ທ່ານນາງໄດ້ກ່າວຫາ ລັດຖະບານກາງ ສະຫະລັດວ່າ ບໍ່ສາມາດແກ້ໄຂ ບັນຫາຄົນເຂົ້າເມືອງ ຢູ່ໃນລັດ ຂອງທ່ານນາງໄດ້.

XS
SM
MD
LG