ກຸ່ມທີ່ສະໜັບສະໜູນ ພວກທີ່ໜີເຂົ້າເມືອງ ພວມພາກັນຂົນຂວາຍ ຫາທາງເຄື່ອນໄຫວ ກ່ອນທີ່ຈະມີຄຳສັ່ງທີ່ຄາດວ່າຈະມີຂຶ້ນ ຈາກລັດຖະບານຂອງທ່ານ Trump ກ່ຽວກັບບັນຫາອົບພະຍົບແລະພວກທີ່ໜີເຂົ້າເມືອງ. ພວກທີ່ສະໜັບສະໜຸນທ່ານ Trump ກ່າວວ່າ ລັດຖະບານຂອງທ່ານໂອບາມາ ໄດ້ເຮັດໄປໄກໂພດແລ້ວ ແລະວ່າແຜນການຂອງປະທາ ນາທິບໍດີຄົນໃຫມ່ນີ້ ຈະປົວແປງສະຖານະການຄືນໃໝ່ ຊຶ່ງນັກຂ່າວຂອງ VOA Carolyn Presutti ມີລາຍງານກ່ຽວກັບເລື່ອງນີ້ ຜ່ານສາຍຕາຂອງອົບພະຍົບຊີເຣຍ ຄົນນຶ່ງ
ຊຶ່ງວັນນະສອນ ຈະນຳລາຍລະອຽດມາສະເໜີທ່ານ ຕໍ່ໄປ.
ທ່ານ Omar Al Muqdad ແມ່ນຜູ້ທີ່ທາງການຕ້ອງການຕົວ. ລັດຖະບານຊີເຣຍ ໄດ້ມີຄຳສັ່ງປະຫານຊີວິດເພິ່ນ ເຖິງ 3 ສະບັບ. ເພິ່ນຕ້ອງໂທດອາຍາເບາະ? ໃນການຕຳໜິ
ຕິຕຽນປະທານາທິທິບໍດີຊີເຣຍ ທ່ານ Bashard al-Assad. ທຸກມື້ນີ້ ເພິ່ນ ໄດ້ຍ່າງຢ່າງເປັນອິດ ສະຫຼະ ຢູ່ໃນໂຮງອາຫານໃນຕຶກອາຄານລັດຖະສະພາ ສະຫະລັດ.
ທ່ານ Muqdad ໄດ້ມາຮອດສະຫະລັດ ໃນຖານະທີ່ເປັນອົບພະຍົບຊີເຣຍ. ປະຈຸບັນນີ້
ເພິ່ນເປັນຫ່ວງວ່າ ຊາວຊີເຣຍ ຄົນອື່ນໆຈະບໍ່ໄດ້ຮັບການປົກປ້ອງ ໃນສະຫະລັດ
ຍ້ອນຄວາມຢ້ານກົວວ່າ ອາດຈະມີຜູ້ກໍ່ການຮ້າຍປະປົນຢູ່ກັບພວກອົບພະຍົບພວກນີ້.
ທ່ານ Omar Al Muqdad ຊາວອົບພະຍົບຊີເຣຍ ກ່າວວ່າ “ຂ້າພະເຈົ້າບໍ່ສາມາດທີ່ຈະ
ວາດພາບຊາວອົບພະຍົບຊີເຣຍ 5 ລ້ານຄົນໄດ້ ດ້ວຍແປງວາດພາບ ອັນດຽວແລະ
ກ່າວວ່າ ພວກເຮົາ ບໍ່ສາມາດຮັບເອົາພວກເຂົາເຈົ້າໄດ້ ເພາະວ່າມີຄົນນຶ່ງ ໃນກຸ່ມ
ພວກເຮົາແຕ່ບໍ່ຮູ້ວ່າເຂົາຄົນນັ້ນແມ່ນໃຜ ແລະພວກເຮົາ ກໍບໍ່ຮູ້ວ່າ ລາວຄືໃຜ ແລະ
ເປັນຈັ່ງໃດ ແລະວ່າ ລາວອາດຈະມາສະຫະລັດ ເພື່ອຈະບີບຂະນວນລະເບີດຂ້າ
ຕົວເອງກໍເປັນໄດ້. ນັ້ນບໍ່ແມ່ນຄວາມຄິດອ່ານທີ່ມີເຫດຜົນແລະຮັບຜິດຊອບ.”
ທ່ານ Dean Stein ຈາກອົງການ Federation for American Immigration Reform
ຫຼື FAIR ບໍ່ເຫັນພ້ອມ. ທ່ານກ່າວວ່າ ສະຫະລັດ ບໍ່ສາມາດກວດລະອຽດໄດ້ເຖິງເບື້ອງຫຼັງຄວາມເປັນມາຂອງພວກຜູ້ຄົນທີ່ເຂົ້າມາຈາກເຂດສົງຄາມ.
ທ່ານ Stein ປະທານຂອງ ອົງການ FAIR ກ່າວວ່າ “ທາງທີ່ດີທີ່ສຸດເພື່ອປົກປ້ອງຜູ້ຄົນຈຳນວນຫຼວງຫຼາຍນັ້ນ ແມ່ນການຊ່ອຍເຫຼືອພວກເຂົາເຈົ້າຊົ່ວຄາວ ບ່ອນທີ່ພວກເຂົາ
ເຈົ້າຢູ່ໃນປະຈຸບັນນີ້ ໃນຄວາມຫວັງທີ່ວ່າ ໃນທີ່ສຸດແຜນການຕັ້ງຖິ່ນຖານໃໝ່ຕອນທີ່ສະຖານະການໃນຊີເຣຍ ໄດ້ຜ່ອນເບົາລົງ ໃນຊີເຣຍ ຊຶ່ງໄດ້ຮັບການຕັ້ງຖິ່ນຖານ
ເປັນຄັ້ງ ທີ 3 ໃນປະເທດ ແລະວ່າສະຫະລັດ ຄວນຈະເປັນທາງເລືອກອັນສຸດທ້າຍ.”
ໃນກອງປະຊຸມຖະແຫຼງຂ່າວຂອງວັນຈັນຜ່ານມານີ້ ໂຄສົກປະຈຳທຳນຽບຂາວ ທ່ານ Sean Spicer ໄດ້ກ່າວວ່າ ບຸລິມະສິດຂອງນະໂຍບາຍຄົນເຂົ້າເມືອງຂອງທ່ານ Trump ແມ່ນການສ້າງກຳແພງໃນຊາຍແດນພາກໃຕ້ຂອງສະຫະລັດ ແລະສົ່ງພວກທີ່ເຂົ້າເມືອງຜິດກົດໝາຍທີ່ມີຄະດີຄວາມ ຜິດກົດໝາຍນັ້ນ ກັບຄືນປະເທດຂອງພວກເຂົາ.
ທ່ານ Spicer ກ່າວວ່າ “ພວກຜູ້ຄົນ ທີ່ໄດ້ຢູ່ກາຍອາຍຸການຂອງວີຊາເຂົ້າເມືອງຂອງ
ພວກເຂົາແລ້ວ ພວກຜູ້ຄົນທີ່ເຮັດຜິດກົດໝາຍ ແລະພວກເຮົາຈະຕ້ອງທົບທວນໃນລະບົບການແລະລະບຽບ.”
ແຕ່ວ່າພວກທີ່ເປັນປາກເປັນສຽງໃຫ້ພວກຄົນເຂົ້າເມືອງ ເປັນຫ່ວງກ່ຽວກັບວ່າ ລັດຖະບານ
ປັດຈຸບັນນີ້ ຈະເນລະເທດພວກທີ່ເຂົ້າເມືອງຜິດກົດໝາຍ ທັງໝົດ ຊຶ່ງຮວມທັງພວກທີ່ເຂົ້າ
ມາພ້ອມກັບພວກເດັກນ້ອຍ ເຊັ່ນຊາວ Mexico ນັ້ນ ທ່ານ Greisa Martinez ທີ່ໄດ້ຖືກ
ປົກປ້ອງພາຍໃຕ້ສົນທິສັນຍາ ທ່ານໂອບາມາ ທີ່ເອີ້ນວ່າ Dream Act.
ທ່ານນາງ Greisa Martinez ກ່າວວ່າ “ເຖິງແມ່ນ ທ່ານ Donald Trump ຈະເລືອກເອົາ ສິ່ງທີ່ຈະເອີ້ນຂ້າພະເຈົ້າວ່າ ເປັນຄົນທີ່ເຮັດຜິດກົດໝາຍ ແລະເອີ້ນ ພໍ່ແມ່ຂອງຂ້າພະເຈົ້າ ວ່າ ເປັນຄົນທີ່ເຮັດຜິດກົດໝາຍ ຂ້າພະເຈົ້າກໍເຊື່ອວ່າ ພວກເຮົາ ເປັນວິລະບຸລຸດ.”
ແຕ່ທ່ານ Stein ກ່າວວ່າ ການປົກປ້ອງພວກທີ່ມີຄວາມຝັນນັ້ນ ແມ່ນບໍ່ທ່ຽງທຳ ຊຶ່ງ ທ່ານ Stein ກ່າວວ່າ “ທ່ານບາຣັກ ໂອບາມາ ສ້າງບັນຫາ ໃຫ້ລັດຖະທຳມະນູນ ແລະໄດ້ພະ
ຍາຍາມ ທີ່ຈະຂີດເສັ້ນໃນຂີ້ຊາຍ ທີ່ບໍ່ເຄີຍໄດ້ເກີດຂຶ້ນນັ້ນ ຊຶ່ງປະຈຸບັນນີ້ ທ່ານໄດ້ເຮັດ
ໃຫ້ທ່ານ Donald Trump ຢູ່ໃນຕຳແໜ່ງທີ່ຈະຕ້ອງອະທິບາຍເຖິງເຫດຜົນ ທີ່ວ່າ ຜູ້ນຶ່ງ
ຈະຕົກຢູ່ໃນຂ້າງນຶ່ງຂອງເສັ້ນ ແລະອີກຄົນນຶ່ງກໍຈະຢູ່ອີກຂ້າງນຶ່ງຂອງເສັ້ນ.”
ການອອກດຳລັດສູງສຸດຝ່າຍບໍລິຫານປະເທດ ຂອງປະທານາທິບໍດີ ສາມາດທີ່ຈະເຮັດ
ການປ່ຽນແປງໄດ້ບາງຂໍ້. ການໃຊ້ດຳລັດທີ່ວ່ານີ້ ຈະປະເຊີນກັບການໂຈມຕີ ຈາກລັດຖະ
ສະພາ ທີ່ສັງກັດພັກ Democrat ທີ່ທ່ານ Chuck Schumer ເປັນຕົວແທນ.
ທ່ານ Chuck Schumer ຜູ້ນຳ ພັກເດໂມແຄຣັດໃນສະພາສູງ ກ່າວວ່າ “ລັດຖະບານ
ຂອງທ່ານ Trump ຕ້ອງໄດ້ຮັບຮູ້. ພວກເຮົາຈະບໍ່ຕ້ອງຫຼີກຖອຍ. ພວກເຮົາ ຈະຕ້ອງ
ບໍ່ລ້າຖອຍ.”
ທ່ານ Al Muqdad ແມ່ນໄດ້ເຂົ້າມາຍັງສະຫະລັດ ຢ່າງຖືກຕ້ອງຕາມກົດໝາຍ. ຄວາມຈິງແລ້ວ ທ່ານສາມາດທີ່ຈະທີ່ຈະຍື່ນຄຳຮ້ອງຂໍເປັນສັນຊາດອາເມຣິກັນ ໄດ້ຊຶ່ງຈະເລີ່ມຂຶ້ນ
ໃນເດືອນໜ້ານີ້.