ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ສະຫະລັດ ສັ່ງໃຫ້ ລັດຖະບານ ນຳເອົາຄອບຄົວ ຄົນເຂົ້າເມືອງ ມາຢູ່ນຳກັນ


ທ້າວ ຊົວ ຣິຈ໌, ອາຍຸ 6 ປີ, ຖືປ້າຍຂອງລາວ ໃນຂະນະທີ່ລາວ ປະທ້ວງກັບແມ່ຂອງລາວ ໃນລະຫວ່າງ ການຊຸມນຸມ ຕໍ່ຕ້ານ ນະໂຍບາຍຄົນເຂົ້າເມືອງຂອງ ສະຫະລັດ ຢູ່ນອກຫ້ອງການ ຂອງສະມາຊິກສະພາຕໍ່າ ທ່ານ ເຄວິນ ໂຢເດີ. ເມືອງ ໂອເວີແລນ ພາກ, ລັດ ແຄນຊັສ. 22 ມິຖຸນາ 2018.
ທ້າວ ຊົວ ຣິຈ໌, ອາຍຸ 6 ປີ, ຖືປ້າຍຂອງລາວ ໃນຂະນະທີ່ລາວ ປະທ້ວງກັບແມ່ຂອງລາວ ໃນລະຫວ່າງ ການຊຸມນຸມ ຕໍ່ຕ້ານ ນະໂຍບາຍຄົນເຂົ້າເມືອງຂອງ ສະຫະລັດ ຢູ່ນອກຫ້ອງການ ຂອງສະມາຊິກສະພາຕໍ່າ ທ່ານ ເຄວິນ ໂຢເດີ. ເມືອງ ໂອເວີແລນ ພາກ, ລັດ ແຄນຊັສ. 22 ມິຖຸນາ 2018.

ຜູ້ພິພາກສາລັດຖະບານກາງ ສະຫະລັດ ຄົນນຶ່ງໄດ້ສັ່ງໃຫ້ລັດຖະບານ ເອົາພວກພໍ່ແມ່
ແລະ ລູກພວກຄົນເຂົ້າເມືອງຜິດກົດໝາຍ ທີ່ຖືກແຍກອອກຈາກກັນ ຫຼັງຈາກເຂົາເຈົ້າ
ໄດ້ເດີນທາງ ຂ້າມເຂດຊາຍແດນ ກັບມາລວມຕົວຢູ່ນຳກັນຄືນ, ເປັນສ່ວນນຶ່ງຂອງຄຳ
ສັ່ງເບື້ອງຕົ້ນ ເພື່ອຢຸດການພັດພາກຈາກກັນນັ້ນ ນອກຈາກວ່າພໍ່ແມ່ດັ່ງກ່າວ ບໍ່ເໝາະ
ສົມ ຫຼື ເປັນອັນຕະລາຍຕໍ່ຜູ້ເປັນລູກ.

ຜູ້ພິພາກສາປະຈຳເຂດຂອງ ສະຫະລັດ ທ່ານ ເດນາ ຊາບຣໍ (Dana Sabraw) ໄດ້
ອອກຄຳສັ່ງໃນຄະດີທີ່ຍື່ນຟ້ອງໂດຍສະຫະພັນເສລີພາບພົນລະເມືອງ ອາເມຣິກັນ
ເພື່ອຕາງໜ້າ ເປັນຜູ້ມີອຳນາດໃຫ້ບາງຄອບ ຄົວ ທີ່ຖືກແຍກທາງກັນ ດ້ວຍການກັກ
ຂັງພໍ່ແມ່ ໃນສະຖານທີ່ແຫ່ງນຶ່ງ ແລະ ລູກຂອງເຂົາເຈົ້າ ຢູ່ອີກບ່ອນນຶ່ງ.

ການກະທຳດັ່ງກ່າວ ໄດ້ເຮັດໃຫ້ພວກລູກຂອງຄົນເຂົ້າເມືອງຫຼາຍກວ່າ 2,300 ຄົນຖືກ
ແຍກຈາກພໍ່ແມ່ຂອງເຂົາເຈົ້ານັບຕັ້ງແຕ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະກາດນະ
ໂຍບາຍ “ບໍ່ມີການຜ່ອນຜັນ ຫຼື Zero Tolerance” ເມື່ອສອງເດືອນທີ່ຜ່ານມາ ໂດຍ
ມີເປົ້າໝາຍໃນການລົງ ໂທດທຸກຄົນ ຜູ້ທີ່ເດີນທາງຂ້າມຊາຍແດນເຂົ້າມາ ຢ່າງຜິດ
ກົດໝາຍ. ທ່ານ ທຣຳ ໄດ້ສະໜັບສະໜູນການຮັກສາຄວາມປອດໄພຕາມເຂດຊາຍ
ແດນທີ່ເຄັ່ງຄັດກວ່າເກົ່າຢ່າງຊໍ້າແລ້ວຊໍ້າອີກ ແລະ ການປ່ຽນແປງຕ່າງໆ ຕໍ່ຜູ້ທີ່ໄດ້ຮັບ
ອະນຸຍາດ ໃຫ້ເດີນທາງເຂົ້າ ສະຫະລັດ ຜ່ານຂະ ບວນການຄົນເຂົ້າເມືອງທີ່ຖືກກົດ
ໝາຍ.

ທ່ານ ຊາບຣໍ ໄດ້ສັ່ງໃຫ້ນຳເອົາພວກເດັກນ້ອຍ ອາຍຸຕໍ່າກວ່າ 5 ປີກັບຄືນໄປຫາພໍ່ແມ່
ຂອງເຂົາເຈົ້າພາຍໃນ 14 ວັນ ແລະເດັກນ້ອຍອາຍຸຕໍ່າ ກວ່າກະສຽງທັງໝົດພາຍໃນ
30 ວັນ.

ຜູ້ພິພາກສາດັ່ງກ່າວ ໄດ້ກ່າວຕ້ອງຕິ ການປະຕິບັດນະໂຍບາຍຂອງລັດຖະບານທ່ານ
ທຣຳ, ໂດຍເວົ້າວ່າ ອົງການລັດຖະບານຫຼາຍອົງ ການທີ່ມີສ່ວນຮ່ວມໃນການຮັກສາ
ເຂດຊາຍແດນ, ໂຄງການກົດໝາຍຄົ້ນເຂົ້າເມືອງ, ການຄຸມຂັງ ແລະ ອົບພະຍົບ
ແມ່ນບໍ່ມີຄວາມພ້ອມທີ່ຈະຮັບມືກັບການຫຼັ່ງໄຫຼ ຂອງພວກເດັກນ້ອຍທີ່ຖືກແຍກຈາກ
ພໍ່ແມ່ຈຳ ນວນຫຼວງຫຼາຍ.

ທ່ານໄດ້ເວົ້າວ່າ “ມັນບໍ່ມີມາດຕະການຕ່າງໆ ເພື່ອສະໜອງການສື່ສານລະຫວ່າງ ອົງ
ການລັດຖະບານທີ່ຮັບຜິດຊອບ ໃນການຄຸມຂັງພວກພໍ່ມ່ ແລະ ຜູ້ທີ່ຮັບຜິດຊອບສຳ
ລັບບ່ອນພັກເຊົາຂອງພວກເດັກນ້ອຍ, ຫຼື ສະໜອງຄວາມພ້ອມ ໃນການສື່ສານລະ
ຫວ່າງພວກພໍ່ແມ່ ແລະ ລູກທີ່ຖືກແຍກອອກຈາກກັນ. ມັນບໍ່ມີແຜນການລວມຕົວກັນ
ຄືນ, ແລະ ຄອບຄົວຕ່າງໆແມ່ນໄດ້ຖືກແຍກຈາກກັນດົນຫຼາຍເດືອນແລ້ວ.”

ທ່ານ ຊາບຣໍ ໄດ້ອ້າງເຖິງລະບົບຕ່າງໆທີ່ມີຢູ່ ເພື່ອຕິດຕາມເບິ່ງເງິນ, ເອກະສານ ແລະ
ສິ່ງຂອງສ່ວນຕົວຂອງຜູ້ຖືກຄຸມຂັງທັງຫຼາຍ, ໂດຍເວົ້າວ່າ ມັນເປັນ “ຄວາມຈິງທີ່ໜ້າ
ຕົກໃຈ” ທີ່ບັນດາເຈົ້າໜ້າທີ່ທັງຫຼາຍແມ່ນບໍ່ມີຄວາມພ້ອມ ທີ່ຈະເຮັດແບບດຽວກັນກັບ
ພວກເດັກນ້ອຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG