ເບິ່ງວີດິໂອລາຍງານຂ່າວພາສາອັງກິດ
ເລຶ່ອງລາວຂອງນາງ ແນນຊີ ເມຊາ ບໍ່ແມ່ນເລຶ່ອງທີ່ແປກ ແຕ່ມີຢູ່ທົ່ວໄປ.
“ຂ້ອຍເກີດທີ່ ເມືອງ ຢາລິສໂກ ປະເທດແມກຊິໂກ ຂ້ອຍມາອາເມຣິກາ ຕອນ
ອາຍຸໄດ້ສອງປີ.”
ແມ່ຂອງນາງເມຊາ ພາລາວເຂົ້າມາຢູ່ໃນສະຫະລັດນໍາ ເພື່ອທີ່ຈະໄດ້ສຶກສາຮໍ່າຮຽນ.
“ຂ້ອຍ ກັບແມ່ ເຂົ້າມາອາເມຣິກາ ໂດຍບໍ່ມີໜັງສ້ຽນໜັງສືຫຍັງ ລັກລອບເຂົ້າ
ມາຜ່ານເຂດທະເລຊາຍ. ຂ້ອຍຖືວ່າຂ້ອຍເປັນຄົນອາເມຣິກັນຜູ້ນຶ່ງພຽງແຕ່ວ່າ
ຂ້ອຍບໍ່ມີໜັງສືເທົ່ານັ້ນ.”
ນາງເມຊາ ຫາກໍຮຽນຈົບມະຫາວິທະຍາໄລ ແລະກໍາລັງຄິດວ່າຈະຮຽນຕໍ່ເອົາປະລິນຍາໂທ
ຫລືວ່າຮຽນຝ່າຍກົດໝາຍ. ແຜນການຂອງນາງຖືກເຮັດໃຫ້ງ່າຍຂຶ້ນໃນເມື່ອບໍ່ເທົ່າໃດ
ເດືອນຜ່ານມາ ເວລາລັດແຄລິຟໍເນຍຮັບຜ່ານກົດໝາຍ Dream Act ຫລືກົດໝາຍແຫ່ງ
ຄວາມຝັນ ທີ່ອະນຸມັດໃຫ້ພວກນັກຮຽນທີ່ເຂົ້າມາຢູ່ໃນສະຫະລັດຢ່າງຜິດກົດໝາຍ ມີສິດ
ໄດ້ຮັບການຊ່ວຍ ເຫລືອດ້ານການເງິນ ເພື່ອເຂົ້າຮຽນໃນມະຫາວິທະຍາໄລຕ່າງໆຂອງລັດ
ພາຍໃນລັດແຄລິຟໍເນຍໄດ້
“ແນ່ນອນທີ່ສຸດວ່າ ການຮັບຜ່ານກົດໝາຍ Dream Act ດັ່ງກ່າວນີ້ ແມ່ນເປັນ
ການເປີດໂອກາດໃຫ້ພວກເຮົາສາມາດເຂົ້າແຂ່ງຂັນໄດ້ ມັນເປັນສິ່ງທີ່ພວກເຮົາ
ຕ້ອງການຢູ່ສະເໝີມາ.”
ທ່ານ Kent Wong ຜູ້ອໍານວຍການສູງກາງແຮງງານຂອງມະຫາວິທະຍາໄລລັດແຄລິຟໍ
ເນຍ ສາຂາ Los Angeles ຫລື UCLA ກ່າວວ່າ ເວລານີ້ພວກຊາວຕ່າງດ້າວເຂົ້າເມືອງ
ຜິດກົດໝາຍຢູ່ໃນສະຫະລັດ ມີປະມານ 11 ລ້ານຄົນ ຊຶ່ງໃນນັ້ນເປັນພວກຊາວໜຸ່ມແລະ
ນັກຮຽນ 2 ລ້ານຄົນ. ຂະນະນີ້ ມີພຽງ 3 ລັດເທົ່ານັ້ນ ໃນສະຫະລັດອາເມຣິກາ ທີ່ອະນຸ
ຍາດໃຫ້ພວກຊາວຕ່າງດ້າວຜິດກົດໝາຍ ມີສິດໄດ້ຮັບເງິນຊ່ວຍເຫລືອເພື່ອສຶກສາໃນມະ
ຫາວິທະຍາໄລຂອງລັດ.
ທ່ານວອງເວົ້າວ່າ: “ພວກເດັກນ້ອຍເຫລົ່ານີ້ບໍ່ໄດ້ເຮັດຫຍັງຜິດກົດໝາຍ ຄືພວກ
ເຂົາເຈົ້າໄດ້ເຮັດທຸກສິ່ງທຸກຢ່າງທີ່ສັງຄົມຮ້ອງຂໍ ພວກເຂົາເຈົ້າທໍາງານໜັກ
ສຶກສາຮໍ່າຮຽນ ແລະ ເຂົ້າຮຽນໃນລະດັບມະຫາວິທະຍາໄລ ດັ່ງນັ້ນຈຶ່ງວ່າ
ພວກເຮົາກໍາລັງລົງໂທດພວກເຂົາເຈົ້າສໍາລັບ ເລື່ອງ ທີ່ພວກເຂົາເຈົ້າຄວບຄຸມ
ບໍ່ໄດ້.”
ກົດໝາຍ Dream Act ຂອງລັດຖະບານກາງ ບໍ່ຜ່ານສະພາສູງສະຫະລັດເມື່ອປີຜ່ານ
ມາ ຊຶ່ງຖ້າຫາກວ່າຜ່ານ ກໍຈະແຜ້ວທາງໃຫ້ຊາວຕ່າງດ້າວຜິດກົດໝາຍ ທີ່ມີເງຶ່ອນໄຂ
ຄົບຖ້ວນ ສາມາດໂອນສັນຊາດເປັນຄົນອາເມຣິກັນໄດ້.
ທ່ານວອງເວົ້າວ່າ: “ຄວາມເປັນຈິງ ກໍຄືວ່າ ເນຶ່ອງຈາກວ່າຄົນພວກ ນີ້ສ່ວນໃຫຍ່
ມາຈາກເຂດອາເມຣິກາລາຕິນ ແລະເອເຊຍ ຈຶ່ງມີປະຕິກິລິຍາຕໍ່ຕ້ານທີ່ເຂັ້ມ
ແຂງຈາກພວກສະມາຊິກສະພາຄອງແກຣສຜິວຂາວສູງອາຍຸ ຫົວອະນຸລັກນິຍົມ
ທີ່ຢ້ານກົວວ່າພວກນັກຮຽນຊາວຕ່າງດ້າວຜິວສີ ອື່ນເຫລົ່ານີ້ ຈະເຂົ້າມາປະປົນ
ຢູ່ໃນສັງຄົມຂອງພວກເຮົາຫລາຍຂຶ້ນ.”
ແຕ່ທ່ານ Luis Alvarado ນັກຍຸທະສາດຂອງພັກຣີພັບບລິກັນ ກ່າວວ່າທັດສະນະກ່ຽວ
ກັບເລຶ່ອງນີ້ຂອງພວກແດໂມແຄຣທ ແລະຣີພັບບລິກັນນັ້ນ ກໍບໍ່ແຕກຕ່າງກັນປານໃດ
ທ່ານ Alvarado ກ່າວອີກວ່າ ພັກຣີພັບບລິກັນ ແລະພວກເຊື້ອສາຍສະເປນຫລາຍຄົນ
ຢາກໃຫ້ການປະຕິຮູບດ້ານການເຂົ້າເມືອງເປັນໄປໃນລະດັບຊາດຫລາຍກວ່າ ເພາະວ່າ
ພວກລັດຕ່າງໆ ເຊັ່ນລັດແຄລິຟໍເນຍນັ້ນ ບໍ່ມີເງິນທີ່ຈະປະຕິບັດນະໂຍບາຍດ້ານຄົນ
ເຂົ້າເມືອງຂອງຕົນ ຕາມລໍາພັງໄດ້.
ທ່ານອາລວາຣາໂດເວົ້າວ່າ: “ພຽງແຕ່ທ່ານໄປຍັງຫ້ອງສຸກເສີນຂອງໂຮງໝໍ
ຕ່າງໆໃນເຂດ Los Angeles ແລະເບິ່ງວ່າ ຈິງໆ ແລ້ວ ແມ່ນໃຜເປັນຜູ້ຊົມ
ໃຊ້ບໍລິການເຫລົ່ານີ້ຢູ່ທີ່ນັ້ນ ທ່ານກໍຈະຮູ້ຄວາມຈິງທີ່ວ່າ ມັນ ເປັນພາລະແບກ
ຫາບໃຫ້ແກ່ສັງຄົມ ເພາະວ່າບັນຫານີ້ຍັງບໍ່ຖືກແກ້ໄຂ. ວິທີແກ້ໄຂນັ້ນມັນເປັນ
ເລຶ່ອງທີ່ສະລັບຊັບຊ້ອນຫລາຍ. ຄວາມຈິງກໍແມ່ນວ່າ ເຮົາຈະຍັງບໍ່ມີວິທີແກ້ໄຂ
ບັນຫານີ້ໄດ້ ຈົນກວ່າຈະຮູ້ວ່າໃຜຈະໄດ້ເປັນປະທານາທິບໍດີສະຫະລັດຄົນຕໍ່ໄປ
ເສຍກ່ອນ.”
ແມ່ນແຕ່ໃນກຸ່ມຜູ້ສະມັກຢາກເປັນຜູ້ແຂ່ງຂັນເລືອກຕັ້ງໃນນາມພັກຣີພັບບລິກັນ ແຂ່ງກັບ
ປະທານາທິບໍດີບາຣັກ ໂອບາມາໃນປີ 2012 ນັ້ນກໍຍັງມີຄວາມຄິດເຫັນທີ່ແຕກຕ່າງກັນຢູ່
ຄືຜູ້ສະມັກບາງຄົນກ່າວວ່າ ວິທີແກ້ໄຂບັນຫານີ້ກໍຄືສ້າງຮົ້ວກັ້ນຢູ່ເລາະຕາມເຂດຊາຍແດນ
ສະຫະລັດ-ແມ໊ກຊິໂກ ໃນຂະນະທີ່ຜູ້ສະມັກອື່ນໆອີກ ຢາກຊອກຫາວິທີມອບສະຖານະ
ພາບທີ່ຖືກ ຕ້ອງຕາມກົດໝາຍ ໃຫ້ພວກຄົນເຂົ້າເມືອງຜິດກົດໝາຍທີ່ຢູ່ໃນສະຫະລັດ
ແລ້ວໃນເວລານີ້. ທ່ານຫລຸຍສ໌ ອາລວາຣາໂດ ກ່າວວ່າທັງຝ່າຍຣີພັບບລິກັນ ແລະເດໂມ
ແຄຣດ ຈະຕ້ອງປະຕິບັດງານຮ່ວມກັນ ແລະບໍ່ຖ່ວງເວລາໃຫ້ຊັກຊາອອກໄປອີກ ໃນການ
ຊອກຫາທາງແກ້ໄຂບັນຫາເລຶ່ອງຄົນເຂົ້າເມືອງນັ້ນ.
ໃນການເລືອກຕັ້ງປະທານາທິບໍດີຄັ້ງປີ 2008 ທ່ານໂອບາມາໄດ້ຮັບຄະແນນສຽງສະນັບ
ສະໜຸນ ຈາກຊາວລາຕິໂນຫລືພວກເຊື້ອສາຍສະເປນ ຫລາຍກວ່າ 60 ເປີເຊັນ ສົມທຽບ
ກັບຜູ້ສະມັກຝ່າຍຣີພັບບລິກັນ ຄືສະມາຊິກສະພາສູງ ຈອນ ແມັກເຄນ ທີ່ໄດ້ຮັບພຽງປະ
ມານ 30 ເປີເຊັນ.