ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

100 ກວ່າຄົນຈາກ 5 ກຸ່ມທຸລະກິດ ມິດສາຊີບ ຖືກຟ້ອງ ທີ່ນະຄອນນິວຢອກ


ນະຄອນນິວຢອກ ໃນພາກຕາເວັນອອກສຽງເໜືອ ຂອງສະຫະລັດ
ນະຄອນນິວຢອກ ໃນພາກຕາເວັນອອກສຽງເໜືອ ຂອງສະຫະລັດ

ເຈົ້າໜ້າທີ່ໃນນະຄອນນິວຢອກກ່າວວ່າ 111 ຄົນຈາກ 5 ກຸ່ມວິສາຫະກິດຜິດກົດໝາຍໄດ້
ຖືກຟ້ອງຮ້ອງດຳເນີນຄະດີ ໃນແຜນການທີ່ກ່າວກັນວ່າ ເປັນຄະດີລັກລອບຂໍ້ມູນຂອງສ່ວນ ບຸກຄົນທີ່ໃຫຍ່ທີ່ສຸດໃນປະວັດສານສະຫະລັດ.

ຫົວໜ້າພະແນກຍຸຕິທຳໃນເຂດ Queens ເຄົ້າຕີ້ໄດ້ອອກຖະແຫຼງຂ່າວສະບັບນຶ່ງໃນມື້ວັນ
ສຸກວານນີ້ເວົ້າວ່າ ແຜນການທີ່ວ່ານີ້ ແມ່ນພົວພັນກັບ 5 ກຸ່ມວິສາຫະກິດຜິດກົດໝາຍ ທີ່ ເຮັດທຸລະກິດຢູ່ໃນເຂດດັ່ງກ່າວ ແລະມີຄວາມສຳພັນກັບຢູໂຣບ ເອເຊຍ ອາຟຣິກາ ແລະ
ພາກຕາເວັນອອກກາງ. 86 ຄົນໄດ້ຖືກຈັບຂະນະທີ່ອີກຈຳນວນນຶ່ງພວມຖືກທາງການຕາມ
ລ່າຫາໂຕໃນການສືບສວນທີ່ມີຊື່ວ່າ ປະຕິບັດງານ Swiper ນັ້ນ.

ເຈົ້າໜ້າທີ່ກ່າວວ່າ ສຳນວນຟ້ອງ 10 ສະບັບໄດ້ກ່າວຫາຜູ້ຕ້ອງສົງໄສວ່າລັກຂະໂມຍຂໍ້ມູນ ບັດສິນເຊື່ອຂອງຜູ້ບໍລິໂພກຊາວອະເມຣິກັນ ແລະຊາວຢູໂຣບທີ່ບໍ່ຮູ້ເລື່ອງຈຳນວນນັບເປັນ
ພັນໆຄົນ. ເຈົ້າໜ້າທີ່ເວົ້າວ່າ ແຜນການທີ່ວ່ານີ້ໄດ້ສ້າງຄວາມເສຍຫາຍໃຫ້ແກ່ສ່ວນບຸກຄົນ ສະຖາບັນການເງິນແລະທຸລະກິດຂາຍຍ່ອຍເປັນມູນຄ່າຫຼາຍກວ່າ 13 ລ້ານໂດລາ ພາຍໃນ
ໄລຍະ 16 ເດືອນ.

ພວກເຈົ້າໜ້າທີ່ສືບສວນກ່າວຫາວ່າ ຜູ້ຕ້ອງສົງໄສຫຼາຍໆຄົນໄດ້ໃຊ້ບັດສິນເຊື່ອປອມ ທຳ ການຊື້ສິນຄ້າໃນທົ່ວປະເທດຫຼືໄປພັກເຊົາຢູ່ໂຮງແຮມ 5 ດາວ. ເຈົ້າໜ້າທີ່ເວົ້າວ່າ ພວກຈຳ
ເລີຍເຫຼົ່ານີ້ ໄດ້ພາກັນເຊົ່າລົດ ລາຄາແພງໆ ເຮືອບິນອາຍພົ່ນສ່ວນໂຕ ແລະເຄື່ອງອີເລັກ
ໂທຣນິກລາຄາສູງໆ ຕະຫຼອດທັງກະເປົາໃສ່ເງິນແລະເພັດນິນຈິນດາລາຄາແພງ.

ຍິ່ງໄປກວ່ານັ້ນ ພວກຈຳເລີຍບາງຄົນ ທີ່ພົວພັນກັບການປະຕິບັດງານ ລັກຂະໂມຍຂໍ້ມູນ
ສ່ວນໂຕທີ່ວ່ານີ້ຍັງຖືກກ່າວຫາວ່າປະກອບສ່ວນ ໃນການຈາລະກຳແລະການລັກຂະໂມຍ
ທີ່ມີຂຶ້ນໃນທົ່ວເຂດ Queens ເຄົ້າຕີ້ນັ້ນ.

XS
SM
MD
LG