ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ແລະຣັດເຊຍ ກ່າວໂຈມຕີ ລາຍງານການ​ຄ້າ​ມະນຸດ ຂອງສະຫະລັດ (ວີດີໂອ)


ລັດຖະມົນກະຊວງ​ຕ່າງປະເທດ​ສະຫະລັດ ທ່ານ John Kerry ກ່າວຖະແຫລງ ໃນວາລະເປີດເຜີຍລາຍງານປະຈໍາປີ​ກ່ຽວກັບການລັກລອບຄ້າມະນຸດ, ວັນພຸດ ທີ 19 ມິຖຸນາ 2013.
ລັດຖະມົນກະຊວງ​ຕ່າງປະເທດ​ສະຫະລັດ ທ່ານ John Kerry ກ່າວຖະແຫລງ ໃນວາລະເປີດເຜີຍລາຍງານປະຈໍາປີ​ກ່ຽວກັບການລັກລອບຄ້າມະນຸດ, ວັນພຸດ ທີ 19 ມິຖຸນາ 2013.
ຈີນ​ແລະຣັດ​ເຊຍ ພາກັນ​ກ່າວ​ໂຈມ​ຕີ​ຢ່າງ​ໃຫຍ່ ​ຕໍ່ລາຍ​ງານ
ສະບັບ​ນຶ່ງ​ຂອງ​ສະຫະລັດ ທີ່​ບົ່ງຊື່​ທັງ​ສອງ​ປະ​ເທດ​ວ່າ ຮວມ
ຢູ່​ໃນ​ກຸ່ມ​ພວກ​ປະ​ເທດ​ທີ່​ຂີ້ຮ້າຍ​ທີ່​ສຸດ​ຂອງ​ໂລກ ໃນ​ດ້ານທໍາ​
ການ​ປາບ​ປາມ​ການ​ລັກລອບ​ຄ້າ​ປະ​ເວ​ນີ ແລະ​ການ​ບັງຄັບ
​ໃຊ້​ແຮງ​ງານ​.

​ໃນ​ລາຍ​ງານ​ປະ​ຈໍາ​ປີກ່ຽວ​ກັບ​ການ​ລັກລອບ​ຄ້າ​ມະນຸດ​ຂອງ​ປະ​ເທດ​
ຕ່າງໆ​ໃນ​ໂລກ ​ທີ່​ນໍາອອກ​ເຜີຍ​ແຜ່ເມື່ອ​ວັນພຸດ​ວານ​ນີ້ ກະຊວງ​ຕ່າງ
ປະ​ເທດ​ສະຫະລັດ​ໄດ້ຫຼຸດອັນ​ດັບ​ຂອງ​ປັກ​ກິ່ງ​ແລະມອສ​ໂຄ ​ລົງ​ມາ​
ຢູ່​ໃນລະດັບ​ຕໍ່າ​ສຸດ​ເ​ທົ່າທີ່​ຈະ​ຕໍ່າ​ໄດ້ ຊຶ່ງ​ແມ່ນ​ໃນ​ລະດັບ​ດຽວ​ກັນ​ກັບ
​ເກົາຫຼີ​ເໜືອ ​ແລະ​ອິຣ່ານ.​

ໃນ​ວັນ​ພະຫັດ​ມື້​ນີ້ ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ ​ເອີ້ນ​ລາຍ​ງານ​ດັ່ງກ່າວ​ວ່າ ​ເປັນ​ລາຍ​ງານ​ທີ່​ເຮັດ​ຕາມ​ອໍາ​ເພີ​ໃຈ​ຂອງ​ວໍ​ຊິງ​ຕັນ ​ແລະ​ວ່າ ວໍ​ຊິງ​ຕັນຄວນ​ຈະ​ມອງ​ເບິ່ງ​ຄວາມ​ພະຍາ
ຍາມ​ຂອງ​ຕົນ ​ໃນ​ການ​ປາບ​ປາມ​ການ​ລັກ ລອບ​ຄ້າ​ມະນຸດ​ນັ້ນ ດ້ວຍ​ທັດສະນະ​ທີ່​ບໍ່ລໍາອຽງ.

​ທີ່ Moscow ກະຊວງ​ຕ່າງປະ​ເທດ​ຂອງຣັດ​ເຊຍ ຊີ້​ແນະວ່າ ​ກະຊວງ​ຕ່າງປະເທດ​ສະຫະ
ລັດ​ນັ້ນ ຈັດ​ລໍາດັບ​ປະ​ເທດ​ຕ່າງ​ໆ ​ຕາມ​ຄວາມ​ເຫັນ​ອົກ​ເຫັນ​ຂອງເຂົາ​ເຈົ້າ ທີ່​ມີ​ຕໍ່​ວໍ​ຊິງ​ຕັນ
ນັ້ນຫຼາຍກວ່າ ​ແລະໄດ້​ຂົ່ມ​ຂູ່ທີ່​ຈະ​ຕອບ​ໂຕ້ຄືນ ຖ້າ​ຫາກ​ມີ​ການ​ລົງ​ໂທດ​ໃດໆ​ທີ່​ສືບ​ເນື່ອງ​ມາ​ຈາກ​ການຫຼຸດລະດັບ​ຂອງ​ຕົນລົງ​ນັ້ນ.

​ລາຍ​ງານຂອງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ເວົ້າ​ວ່າ ໃນຣັດ​ເຊຍ ມີ​ປະຊາຊົນ​ປະມານ
1 ລ້ານ​ຄົນ ​ທີ່​ຕົກ​ຢູ່​ໃນສະພາບ​ຖືກ​ສວຍເອົາປະ​ໂຫຍ​ດດ້ານແຮງ​ງານ ທີ່ມີລັກສະນະຄື
ກັບເປັນ​ກໍລະນີ​ການ​ລັກລອບຄ້າມະນຸດ ​ເຊັ່ນການຖືກບັງຄັບໃຫ້​ເຮັດວຽກໂດຍບໍ່ໄດ້​ຮັບ ຄ່າ​ຈ້າງ ການ​ຖືກກະທໍາຮຸນ​ແຮງ​ຕໍ່​ ​ແລະ​ການ​ດໍາລົງ​ຊີວິດໃນ​ສະພາບ​ການ​ທີ່​ຂີ້ຮ້າຍ​ທີ່​ສຸດ.

ລາຍ​ງານ​ກ່າວ​ເຖິງ​ປະ​ເທດ​ຈີນວ່າ ​ເປັນທັງ​ແຫຼ່ງ ທາງ​ຜ່ານ​ ແລະປະ​ເທດ​ປາຍທາງ ສໍາລັບພວກ​ຜູ້​ຊາຍ ​ແມ່ຍິງ ​ແລະ​ເດັກ ທີ່​ຖືກ​ບັງຄັບ​ໃຊ້​ແຮງ​ງານ ​ແລະ​ເປັນ​ເຫຍື່ອ​ຂອງ​ການ​ລັກລອບ​ຄ້າ​ປະ​ເວ​ນີ. ລາຍ​ງານເວົ້າ​ອີກ​ວ່າ ນ​ະ​ໂຍບາຍ​ອະນຸຍາດ​ໃຫ້ມີ​ລູກພຽງ​ຄົນ​ດຽວ​ຂອງ​ຈີນ​ນັ້ນ ​ໄດ້​ຍັງ​ຜົນ​ເຮັດ​ໃຫ້​ ມີ​ສັດສ່ວນທີ່​ບໍ່​ກໍ້າ​ເກິ່ງ​ກັນ​ລະຫວ່າງ​ເດັກ​ຊາຍ​ແລະ​
ຍິງ ຄືເດັກຊາຍ 118 ຄົນ ຕໍ່​ເດັກຍິງ 100 ຄົນ ອັນ​ເປັນ​ການ​ສ້າງຄວາມ​ຮຽກຮ້ອງຕ້ອງ
ການ ໃຫ້ການ​ລັກລອບ​ຄ້າແມ່ຍິງ​ຕ່າງຊາດ ​ເອົາ​ມາ​ເປັນເຈົ້າ​ສາວ ​ແລະ​ບັງຄັບ​ໃຫ້​ຄ້າປະ​ເວ​ນີ ​ເປັນ​ຕົ້ນ.

ສ່ວນ​ປະ​ເທດ Uzbekistan ກໍ​ຖືກ​ຫຼຸດ​ລະດັບ​ລົງ​ມາ​ຢູ່​ໃນ​ອັນ​ດັບ​ຕໍ່​າສຸດຄື​ກັນ ຫຼືທີ່​ເອີ້ນ​ວ່າ Tier ສາມ ຍ້ອນ​ສິ່ງ​ທີ່​ລາຍ​ງານ​ເວົ້າ​ວ່າ ການບັງຄັບໃຊ້​ແຮງ​ງານ​ ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ນໍາ​ຈາກລັດ ໃນລະດູ​ການເກັບ​ກ່ຽວ​ຝ້າຍ​ປະຈໍາປີ​ຂອງ​ຕົນ​ນັ້ນ.

ບັນດາ​ປະ​ເທດ​ອື່ນໆທີ່​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ Tier ສາມ ຫຼືອັນ​ດັບ​ຕໍ່າ​ສຸດ​ນັ້ນ ​ໄດ້ແກ່ ອິຣ່ານ ​ເກົາຫຼີ​ເໜືອ ຄິວ​ບາ ຊູ​ແດນ ​ແລະ​ຊິ​ບບາບ​ເວ.
Russia, China Downgraded on US Trafficking Report
please wait

No media source currently available

0:00 0:02:22 0:00
ລິງໂດຍກົງ
XS
SM
MD
LG