ຕອນທຳອິດ ຂອງລາຍງານທີ່ ເຮົາໄດ້ສະເໜີໄປ ໃນວັນຈັນແລ້ວນີ້ ແມ່ນເວົ້າເຖິງສະພາບ ການທົ່ວໄປ ແລະ ການດຳເນີນ ຄະດີ ພວກຄ້າມະນຸດ ຢູ່ລາວ. ສຳລັບໃນຕອນທີ 2 ນີ້ ຈະໄດ້ເວົ້າເຖິງ ການປົກປ້ອງຄຸ້ມຄອງ ພວກເຄາະຮ້າຍ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ແລະຄຳແນະນຳຕ່າງໆ ຂອງສະຫະລັດ.
ການປົກປ້ອງຄຸ້ມຄອງ: ກ່ຽວກັບການປົກປ້ອງຄຸ້ມຄອງ ພວກເຄາະຮ້າຍນັ້ນ ລາຍງານຂອງ ກະຊວງການ ຕ່າງປະເທດ ສະຫະລັດ ເວົ້າວ່າ ລັດຖະບານລາວ ໄດ້ສືບຕໍ່ດຳເນີນຄວາມ ພະຍາຍາມ ຈຳນວນນຶ່ງ ເພື່ອຄໍ້າປະກັນວ່າ ພວກທີ່ຕົກເປັນເຫຍື່ອ ການຄ້າມະນຸດ ໄດ້ຮັບ ການບໍລິການ ດ້ານການປົກປ້ອງຄຸ້ມຄອງ ໃນໄລຍະຂອງ ການເຮັດລາຍງານນີ້. ແຕ່ລັດຖະບານລາວ ບໍ່ໄດ້ດຳເນີນ ຄວາມພະຍາຍາມ ແບບເປັນລະບົບ ເພື່ອລະບຸໂຕ ພວກທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ໃນໝູ່ພວກຄົນງານລາວ ທີ່ກັບມາຈາກ ປະເທດໄທ.
ລາຍງານເວົ້າວ່າ ລັດຖະບານລາວ ຍັງສືບຕໍ່ ກາງຕໍ່ເກືອບທັງໝົດ ນຳບັນດາອົງການ ຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະອົງການຈັດຕັ້ງນາໆຊາດ ເພື່ອໃຫ້ຄວາມຊ່ອຍເຫຼືອ ແກ່ພວກເຄາະຮ້າຍ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ. ເຈົ້າໜ້າທີ່ລາວ ບໍ່ໄດ້ລາຍງານ ໃຫ້ຊາບວ່າ ຕົນໄດ້ລະບຸໂຕ ພວກເຄາະຮ້າຍ ທີ່ໄດ້ຕົກເປັນເຫຍື່ອ ຂອງການຄ້າມະນຸດ ຄົນໃດ ຢູ່ພາຍໃນ ເຂດແດນຂອງລາວ. ໃນປີ 2009 ຜ່ານມາ ເຈົ້າໜ້າທີ່ໄທ ໄດ້ລະບຸໂຕ ແລະສົ່ງກັບ ພວກຄົນລາວ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ປະມານ 155 ຄົນ ພາຍໃຕ້ກົນໄກ ການສົ່ງກັບ ຂອງທາງການ ແລະເກືອບທັງໝົດ ຂອງພວກທີ່ຖືກສົ່ງກັບ ແມ່ນເປັນເດັກສາວ.
ລາຍງານ ຂອງສະຫະລັດ ເວົ້າວ່າ ກະຊວງແຮງງານ ແລະສະຫວັດດີການສັງຄົມ ຂອງລາວ ໂດຍໄດ້ຮັບທຶນ ຈາກອົງການຈັດຕັ້ງ ທີ່ບໍ່ຂຶ້ນ ກັບລັດຖະບານ ໄດ້ສືບຕໍ່ ບໍລິຫານງານ ສູນກາງຮອງຮັບ ນ້ອຍໆແຫ່ງນຶ່ງ ທີ່ນະຄອນຫລວງວຽງຈັນ ສຳລັບ ພວກເຄາະຮ້າຍ ທີ່ຖືກລະບຸໂຕ ແລະສົ່ງກັບຄືນປະເທດ ໂດຍເຈົ້າໜ້າທີ່ໄທ ເພື່ອໃຫ້ ພັກຢູ່ທີ່ນັ້ນ ເປັນເວລາ ນຶ່ງອາທິດ.
ແນວໃດກໍຕາມ ຂະນະທີ່ ສ່ວນໃຫຍ່ຂອງພວກເຄາະຮ້າຍ ທີ່ຖືກສົ່ງກັບ ແມ່ນມາຈາກ ພາກໃຕ້ຂອງລາວ ກໍຈິງ ແຕ່ພວກເຄາະຮ້າຍທັງໝົດ ຕ້ອງໄດ້ຜ່ານ ແລະເຮັດເອກກະສານ ຢູ່ສູນກາງຮອງຮັບ ຢູ່ນະຄອນວຽງຈັນ. ສະຫະພັນແມ່ຍິງລາວ ມີສູນກາງໃຫ້ຄຳປຶກສາ ຢູ່ໃນ 6 ແຂວງ ເພື່ອໃຫ້ຂໍ້ມູນຕ່າງໆ ກ່ຽວກັບ ການປ້ອງກັນ ການຄ້າມະນຸດ ແລະໂດຍໄດ້ຮັບ ຄວາມຊ່ອຍເຫລືອ ຈາກບັນດາອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ຂອງນາໆຊາດ ແລະການຊ່ອຍເຫລືອ ຂອງຕ່າງປະເທດ ໄດ້ຊ່ອຍບໍລິຫານງານ ຢູ່ສູນຮອງຮັບແຫ່ງນຶ່ງ ທີ່ນະຄອນວຽງຈັນ ເພື່ອໃຫ້ຄວາມຊ່ອຍເຫລືອ ແກ່ພວກເຄາະຮ້າຍ ແລະຊ່ອຍໃນການ ນຳເອົາພວກເຄາະຮ້າຍ ກັບຄືນເຂົ້າຮ່ວມ ເປັນພາກສ່ວນ ຂອງສັງຄົມ.
ພວກແມ່ຍິງ ແລະເດັກນ້ອຍ ທີ່ຖືກລະບຸວ່າ ໄດ້ຕົກເປັນເຫຍື່ອ ການຄ້າມະນຸດ ແມ່ນ ໄດ້ຮັບການຍົກເວັ້ນ ຈາກການຖືກດຳເນີນຄະດີ ໃນການກະທຳຜິດກົດໝາຍ ໃດໆກໍຕາມ ທີ່ເປັນຜົນ ສືບເນື່ອງໂດຍກົງ ມາຈາກການຄ້າມະນຸດນັ້ນ ແຕ່ກົດໝາຍດັ່ງກ່າວ ບໍ່ໄດ້ໃຫ້ ການປົກປ້ອງຄຸ້ມຄອງ ພວກຜູ້ຊາຍ ຈາກການຖືກ ດຳເນີນຄະດີ. ແລະເນື່ອງຈາກວ່າ ໂດຍທົ່ວໄປແລ້ວ ພວກເຄາະຮ້າຍ ໄດ້ຫຼີກລ້ຽງ ການຖືກລະບຸໂຕ ໂດຍເຈົ້າໜ້າທີ່ໄທ ຈຶ່ງເປັນທີ່ເຊື່ອກັນວ່າ ມີພວກເຄາະຮ້າຍ ຫຼາຍໆຄົນ ໄດ້ເດີນທາງກັບຄືນໄປລາວ ໂດຍຜ່ານ ຊ່ອງທາງ ທີ່ບໍ່ເປັນທາງການ ສະເພາະແລ້ວ ແມ່ນພວກເຄາະຮ້າຍ ຜູ້ຊາຍນັ້ນ ແຕ່ບໍ່ມີ ພວກເຄາະຮ້າຍເຫລົ່ານີ້ ຖືກລະບຸໂຕ ໂດຍລັດຖະບານລາວ ຈັກຄົນ.
ລັດຖະບານລາວ ບໍ່ໄດ້ມີ ລະບຽບການ ທີ່ວາງໄວ້ ຢ່າງເປັນລະບົບ ສຳລັບການລະບຸໂຕ ພວກເຄາະຮ້າຍ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ຢູ່ໃນກຸ່ມ ທີ່ມີຄວາມຫລໍ່ແຫຼມຕ່າງໆ ເຊັ່ນພວກຄົນງານຕາມລະດູການ ທີ່ເດີນທາງກັບຄືນມາແຕ່ໄທ ຕະຫຼອດທັງພວກຍິງສາວ ແລະແມ່ຍິງ ທີ່ຖືກຈັບ ຍ້ອນພົວພັນນຳ ການຄ້າປະເວນີ.
ສະຖານທູດລາວ ທີ່ບາງກອກ ໄດ້ໃຫ້ຄວາມຊ່ອຍເຫລືອ ໃນການປະສານງານ ກ່ຽວກັບ ການຈັດສົ່ງ ກັບຄືນປະເທດ ຊາວລາວ ທີ່ຖືກລະບຸໂຕວ່າ ເປັນຜູ້ເຄາະຮ້າຍ ຕົກເປັນເຫຍື່ອ ຂອງການຄ້າມະນຸດ ຢູ່ທີ່ປະເທດໄທນັ້ນ.
ການຂາດປະສິດທິພາບພາຍໃນລັດຖະບານ ກ່ຽວກັບການລົງນາມ ໃນບົດບັນທຶກຄວາມເຂົ້າ ໃຈ ໄດ້ພາໃຫ້ມີການຊັກຊ້າເປັນເວລາດົນນານ ກ່ຽວກັບໂຄງການປົກປ້ອງຄຸ້ມຄອງຜູ້ເຄາະ ຮ້າຍ ຂອງພວກອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ. ກົດໝາຍ ວ່າດ້ວຍການ ພັດທະນາ ແລະຄຸ້ມຄອງ ພວກແມ່ຍິງ ໄດ້ຮວມເອົາ ຂໍ້ກຳນົດວ່າດ້ວຍ ການຄຸ້ມຄອງ ພວກເຄາະຮ້າຍ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ແຕ່ຂໍ້ກຳນົດເຫຼົ່ານີ້ ບໍ່ສາມາດນຳໃຊ້ ກັບພວກຜູ້ຊາຍໄດ້. ຊ່ອງທາງ ຂອງພວກເຄາະຮ້າຍ ໃນການໄດ້ຮັບການແກ້ໄຂບັນຫາ ຂອງເຂົາເຈົ້າ ໂດຍທາງກົດໝາຍນັ້ນ ແມ່ນໄດ້ຖືກຂັດຂວາງ ຍ້ອນວັດທະນະທຳ ແລະການຂາດແຄນເງິນຄຳ ຊັບພະຍາກອນ ຂອງພວກເຄາະຮ້າຍ ແລະປະຊາຄົມກົດໝາຍ.
ປັດຈຸບັນນີ້ ສະມາຄົມ ນັກກົດໝາຍລາວ ໂດຍການຊ່ວຍເຫລືອ ດ້ານທືນຮອນທຶນ ຈາກ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ພວມໃຫ້ການຊ່ອຍເຫລືອ ແກ່ພວກທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ 6 ຄົນ ຜ່ານຫ້ອງການ ໃຫ້ຄວາມຊ່ອຍເຫລືອ ທາງດ້ານກົດໝາຍ. ລາວບໍ່ສະໜອງ ການຊ່ອຍເຫລືອ ທາງດ້ານກົດໝາຍ ໃຫ້ພວກເຄາະຮ້າຍ ຊາວຕ່າງດ້າວ ແທນການຈັດສົ່ງເຂົາເຈົ້າ ໄປຍັງປະເທດ ທີ່ພວກເຂົາເຈົ້າ ອາດປະເຊີນ ກັບການແກ້ແຄ້ນ ຫຼືຄວາມທຸກຍາກ ລຳບາກນັ້ນ ແຕ່ໂດຍທົ່ວໄປແລ້ວ ກໍບໍ່ໄດ້ຈັດສົ່ງ ພວກເຄາະຮ້າຍຕ່າງດ້າວທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ກັບຄືນປະເທດ ແຕ່ຢ່າງໃດ.
ຄຳແນະນຳ : ເພື່ອປັບປຸງ ຜົນງານຂອງຕົນ ໃນການປາບປາມ ການຄ້າມະນຸດ ໃຫ້ດີຂຶ້ນນັ້ນ ກະຊວງຕ່າງປະເທດສະຫະລັດ ໄດ້ແນະນຳໃຫ້ ສປປ ລາວ ດຳເນີນຄວາມພະຍາ ຍາມ ເພີ້ມຂຶ້ນ ໃນການສືບສວນ ແລະດຳເນີນຄະດີ ທັງພວກກະທຳຜິດ ໃນການລັກລອບ ຄ້າປະເວນີ ແລະຄ້າແຮງງານ ຮວມທັງຮ່ວມມື ກັບເຈົ້າໜ້າທີ່ໄທ ໃນກໍລະນີ ທີ່ກ່ຽວກັບ ການຄ້າມະນຸດ ຂ້າມຊາຍແດນ ແລະໃຫ້ດຳເນີນ ຄວາມພະຍາຍາມ ເພື່ອແກ້ໄຂ ການຄ້າມະນຸດ ພາຍໃນປະເທດ ຮວມທັງການສືບຮູ້ແລະລະບຸ ພົນລະເມືອງລາວ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ພາຍໃນປະເທດ.
ນອກນັ້ນ ລາຍງານ ຍັງແນະນຳ ໃຫ້ລັດຖະບານລາວ ສ້າງຕັ້ງ ແລະຈັດຕັ້ງປະຕິບັດຢ່າງ ເປັນທາງການ ຂັ້ນຕອນໃນການລະບ ຸພວກທີ່ຕົກເປັນເຫຍື່ອ ແລະໃຫ້ຝຶກແອບຕຳຫຼວດ ແລະເຈົ້າໜ້າທີ່ຊາຍແດນ ໃຫ້ສາມາດ ລະບຸຫລືຊື່ໂຕ ພວກທີ່ໄດ້ຮັບເຄາະ ຈາກການຄ້າ ມະນຸດ ຮວມທັງ ພວກເຄາະຮ້າຍ ທີ່ກັບມາຈາກປະເທດໄທ, ໃຫ້ປັບປຸງ ການປະສານງານ ລະຫວ່າງ ເຈົ້າໜ້າທີ່ໄທ ແລະລັດຖະບານກາງ ກ່ຽວກັບ ການໃຫ້ຄວາມຊ່ອຍເຫຼືອ ແກ່ພວກ ເຄາະຮ້າຍ ແລະລະຫວ່າງ ສູນຮອງຮັບ ພວກເຄາະຮ້າຍຊົ່ວຄາວ ທີ່ນະຄອນຫລວງວຽງຈັນ ກັບປະຊາຄົມທ້ອງຖິ່ນ ບ່ອນທີ່ພວກເຄາະຮ້າຍ ຈະໄປຢູ່ ແລະຖືກຮັບຕ້ອນ ເຂົ້າໃນສັງຄົມ ຄືນໃໝ່ນັ້ນ, ໃຫ້ພິຈາະລະນາ ເປີດສູນຮອງຮັບຊົ່ວຄາວ ທີ່ສະຫວັນນະເຂດ ສຳລັບພວກເຄາະຮ້າຍ ທີ່ຖືກສົ່ງກັບຈາກໄທ, ແລະໃຫ້ເພີ້ມ ການດຳເນີນ ຄວາມພະຍາຍາມ ໃນການປາບປາມ ພວກກະທຳຜິດ ແລະສົມຮູ້ຮ່ວມຄິດ ນຳການຄ້າມະນຸດ ແລະໃຫ້ເລັ່ງລັດ ດຳເນີນການ ເຮັດບົດບັນທຶກ ຄວາມເຂົ້າໃຈ ກັບພວກອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ເພື່ອຈັດຕັ້ງປະຕິບັດ ໂຄງການຕໍ່ຕ້ານ ການຄ້າມະນຸດ.
ກະຊວງການຕ່າງປະເທດ ສະຫະລັດ ຍັງໄດ້ແນະນຳຕື່ມອີກ ໃຫ້ລັດຖະບານ ສປປ ລາວ ຈັດຕັ້ງປະຕິບັດ ແລະສະໜັບສະໜູນ ໂຄງການປຸກລະດົມ ເຜີຍແຜ່ທີ່ແລເຫັນໄດ້ ເພື່ອໃຫ້ ມີຄວາມຕື່ນໂຕ ກ່ຽວກັບຄ້າມະນຸດ ໂດຍແນໃສ່ ພວກລູກຄ້າ ຂອງການຄ້າປະເວນີ ແລະໃຫ້ເພີ່ມທະວີ ການຮ່ວມມື ກັບບັນດາ ອົງການຈັດຕັ້ງນາໆຊາດ ແລະອົງການຈັດຕັ້ງທາງ ດ້ານສັງຄົມ ເພື່ອເສີມສ້າງ ຄວາມສາມາດ ໃນການປາບປາມ ການຄ້າມະນຸດ.