ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ລັດຖະ
ບານສະຫະລັດໃຫ້ຄວາມໝາຍໝັ້ນອີກຄັ້ງນຶ່ງທີ່ຈະຍຸຕິລະບົບຂ້າທາດໃນຍຸກສະໄໝໃໝ່.
ໃນການຖະແຫຼງຕໍ່ກອງປະຊຸມປະຈຳປີ ຄະນະປະຕິບັດງານຕໍ່ຕ້ານການຄ້າມະນຸດຂອງປະ
ທານາທິບໍດີໃນວັນພະຫັດວານນີ້ ທ່ານນາງ Clinton ໃຫ້ຂໍ້ສັງເກດວ່າ ເດືອນກັນຍາປີນີ້
ແມ່ນຂີດໝາຍຄົບຮອບ 150 ປີທີ່ປະທານາທິບໍດີ Abraham Lincoln ໄດ້ປະກາດປົດ
ປ່ອຍທາດໃຫ້ເປັນອິດສະຫຼະ.
ຄຳສັ່ງຊຶ່ງໄດ້ມີຂຶ້ນໃນລະຫວ່າງສົງຄາມກາງເມືອງຂອງສະຫະລັດໄດ້ປ່ອຍຊາວຜິວດຳຈຳ
ນວນຫຼາຍໆພັນຄົນ ທີ່ຖືກຈັບໄວ້ເປັນຂ້າທາດ ຢູ່ໃນບັນດາລັດພາກໃຕ້ຂອງພວກກະບົດ.
ທ່ານນາງ Clinton ກ່າວວ່າ ວັນຄົບຮອບດັ່ງກ່າວແມ່ນເປັນໂອກາດອັນດີສຳຫຼັບສະຫະ
ລັດທີ່ຈະໃຫ້ຄວາມໝາຍໝັ້ນອີກຄັ້ງນຶ່ງຕໍ່ອັນທີ່ທ່ານນາງເວົ້າວ່າ ເປັນຄຳໝັ້ນສັນຍາແຫ່ງ
ອິດສະຫຼະພາບ.
ທ່ານນາງ Clinton ເວົ້າວ່າ ຢູ່ໃນທົ່ວໂລກມີພວກຜູ້ຊາຍ ແມ່ຍິງ ແລະເດັກນ້ອຍຫຼາຍ
ເຖິງ 27 ລ້ານຄົນ ເຮັດວຽກໜັກເປັນຂ້າທາດ. ອາຊະຍາກຳອັນນີ້ບ່ອນທຳລາຍເສດຖະ
ກິດ ແລະການປົກຄອງດ້ວຍຕົວບົດກົດໝາຍ. ມັນເຮັດໃຫ້ຄອບຄົວແລະປະຊາຄົມແຕກ
ມຸ່ນທະລາຍ. ມັນເປັນການສົບປະໝາດຕໍ່ຫຼັກຄຸນຄ່າພື້ນຖານຕ່າງໆຂອງພວກເຮົາ.
ທ່ານນາງ Clinton ກ່າວວ່າ ລັດຖະບານທ່ານໂອບາມາໄດ້ສ້າງຄວາມກ້າວໜ້າໃນການ
ປາບປາມການຄ້າມະນຸດ ໂດຍໄດ້ເນັ້ນເຖິງການດຳເນີນຄວາມພະຍາຍາມຫຼາຍຢ່າງຮວມ
ທັງແຜນປະຕິບັດງານແຫ່ງຊາດ ສຳຫຼັບແມ່ຍິງ ສັນຕິພາບແລະຄວາມໝັ້ນຄົງ ແລະການ
ຊ່ອຍເຫຼືອຕ່າງປະເທດ ທີ່ໃຫ້ການສະໜັບສະໜຸນໂຄງການຕ່າງໆຢູ່ໃນ 37 ປະເທດ.
ທ່ານນາງ Clinton ກ່າວ ພວກເຮົາຂໍຂອບໃຈ ຕໍ່ຄະນະນຳພາຂອງພວກເຮົາປະຊາຄົມ
ນາໆຊາດ ຈຶ່ງໃຫ້ການສະໜັບສະໜຸນແກ່ການດຳເນີນຄວາມພະຍາຍາມດັ່ງກ່າວ. ທ່ານ
ນາງເວົ້າວ່າ ໃນເວລານີ້ເກືອບ 140 ປະເທດ ໄດ້ອອກກົດໝາຍຕໍ່ຕ້ານການຄ້າມະນຸດ
ໃໝ່ ແລະເກືອບ 150 ປະເທດໄດ້ເປັນພາຄີໃນຂໍ້ຕົກລົງການຄ້າມະນຸດຂອງອົງການສະ
ຫະປະຊາຊາດ.