ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາຍງານປະຈຳປີ ວ່າດ້ວຍການຄ້າມະນຸດ ຢູ່ລາວ, ຕອນທີ 2


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວໃນພິທີ ນຳສະເໜີລາຍງານ ການລັກລອບຄ້າມະນຸດປະຈຳປີ ທີ່ກະຊວງຕ່າງປະເທດສະຫະລັດ (27 ມິຖຸນາ 2011)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວໃນພິທີ ນຳສະເໜີລາຍງານ ການລັກລອບຄ້າມະນຸດປະຈຳປີ ທີ່ກະຊວງຕ່າງປະເທດສະຫະລັດ (27 ມິຖຸນາ 2011)

ອັນ​ດັບ​ຕໍ່​ໄປ​ແມ່ນ​ຕອນ​ທີ 2 ຊຶ່ງ​ເປັນ​ຕອນ​ສຸດ​ທ້າຍຂອງ​ລາຍ​ງານ​ປະຈຳ​ປີ​ວ່າ​ດ້ວຍ​ການ​ຄ້າ​ມະນຸດ​ຂອງ​ກະຊວງ​ການ​ຕ່າງປະ​ເທດສະຫະລັດໃນ​ພາກສ່ວນ​ທີ່ກ່ຽວ​ກັບສປປ ລາວ ຊຶ່ງ​ໃນ​ຕອນ​ນີ້ຈະ​ເວົ້າ​ເຖິງ​ການ​ໃຫ້​ຄວາມ​ຄຸ້ມ​ຄອງ​ແລະ​ການ​ປ້ອງ​ກັນ​ຕະຫລອດ​ທັງ​ຄໍາ​​ແນະ​ນໍາ​ຂອງ​ສະຫະລັດ.

ຟັງເຄິ່ງທໍາອິດຂອງລາຍງານ:

ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທີ່​ອອກ​ໃນ​ທ້າຍ​ເດືອນ​ແລ້ວນີ້ ​ແມ່ນ​ເປັນ
ປີທີ 11 ນັ​ບ​ແຕ່​ລັດຖະສະພາ​ສະຫະລັດ​ໄດ້​ມີ​ການ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ຄ້າ​ມະ
ນຸດ​ໃນ​ປີ 2000 ​ແລະ​ໃນ​ປີນີ້ລາວ​ກໍ​ແມ່ນ​ນຶ່ງ​ໃນ​ຈຳນວນ 23 ປະ​ເທດ​ໃນກຸ່ມ​ທີ 2 ທີ່​ຖືກ​ຮັບ
ຮູ້​ວ່າໄດ້ທໍາ​ຄວາມ​ກ້າວໜ້າ​ທີ່​ສຳຄັນ ກ່ຽວ​ກັບ​ຄວາມ​ໝາຍ​ໝັ້ນຕັ້ງ​ໃຈທີ່​ຈະ​ດຳ​ເນີນ​ບາດກ້າວ
ເພີ່ມ​ຕື່ມ ຈຶ່ງ​ໄດ້​ຖືກ​ຍ້າຍ​ອອກ​ຈາກ​ບັນຊີລາຍ​ຊື່ພວກ​ປະ​ເທດ ​ທີ່ຖືກ​ຕິດຕາມ​ຊິ້ງຊອມ​ເບິ່ງ ​ຫຼື
Watch List ​ທີ່​ລາວ​ໄດ້​ຖືກ​ຈັດ​ໃຫ້ຢູ່​ໃນ​ປີກາຍ​ນີ້.

ໃນ​ພາກສ່ວນ​ທີ່​ເວົ້າ​ເຖິງ​ການ​ໃຫ້ການ​ປົກ​ປ້ອງ​ຄຸ້ມ​ຄອງ​ນັ້ນ ລາຍ​ງານ​ຂອງ​ກະຊວງການ​ຕ່າງ
ປະ​ເທດ​ສະຫະລັດ​ກ່າວ​ວ່າ ລັດຖະບານ​ລາວ​ໄດ້​ເພີ່ມ​ການ​ດຳ​ເນີນ​ຄວາມພະຍາຍາມ​ເພື່ອ​ລະບຸ​
ໂຕ​ແລະ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ ແກ່​ພວກ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງການ​ຄ້າ​ມະນຸດ​ ໃນ​ໄລຍະ​ທີ່​ມີ​
ການ​ລາຍ​ງານ​ນີ້. ​ເຖິງ​ແມ່ນ​ລັດຖະບານ​ບໍ່ໄດ້ສ້າງຕັ້ງຫຼືຈັດຕັ້ງປະ​ຕິ​ບັດ​ລະບຽບ​ການ​ໃນ​ການ
ລະບຸ​ໂຕ​ຢ່າງ​ເປັນ​ທາງ​ການ ເພື່ອ​ຊີ້​ໂຕພວກ​ເຄາະ​ຮ້າຍ​ ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະນຸດ​
ໃນບັນດາ​ກຸ່ມ​ທີ່​ມີ​ຄວາມ​ຫຼໍ່​ແຫຼມ ​ເຊັ່ນ​ ພວກ​ຄົນ​ງານ​ ທີ່​ກັບ​ຄືນ​ຈາກ​ປະ​ເທດ​ໄທ ຕ​ະຫຼອດທັງ
ພວກ​ຍິງ​ສາວ ​ແລະ​ແມ່ຍິງ​ທີ່​ຖືກຈັບ​ກຸມ​ຄຸມ​ຂັງ​ ຍ້ອນໄດ້​ພົວພັນ​ກັບ​ການ​ຄ້າ​ປະ​ເວນີນັ້ນກໍ​ຕາມ
ແຕ່​ກໍມີ​ລາຍ​ງານ​ວ່າ​ເຈົ້າ​ໜ້າ​ທີ່​ລາວ​ໄດ້​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ລະບຸ​ໂຕ​ພວກທີ່​ຕົກ​ເປັນ
ເຫຍື່ອຂອງ​ການ​ຄ້າ​ມະນຸດ​ໃນ​ໝູ່​ພວກ​ຊາວ​ລາວ​ຫຼາຍໝື່ນ​ຄົນ​ ທີ່​ໄດ້​ຖືກພວກ​ເຈົ້າໜ້າ​ທີ່​ໄທ​ສົ່ງ​
ກັບ​ຄືນ​ປະ​ເທດໃນ​ປີ​ກາຍ​ນີ້. ພວກ​ເຄາະ​ຮ້າຍ​ໄດ້​ຮັບການປິ່ນປົວ​ພະຍາບານ ​ແລະ​ບາງ​ຄົນ​ໄດ້​
ຖືກ​ສົ່ງ​ໄປ​ຍັງ​ບ້ານ​ພັກ​ຊົ່ວຄາວ. ລັດຖະບານ​ລາວລາຍ​ງານ​ວ່າສາມາດລະບຸ​ໂຕພວກ​ທີ່​ຕົກ​ເປັນ
ເຫຍື່ອຂອງການ​ຄ້າ​ປະ​ເວ​ນີ​ ແລະ​ການ​ຄ້າ​ແຮງ​ງານ​ໄດ້ໃນ​ລະຫວ່າງ 50 ຫາ 100 ຄົນ ໃນ
ບາງ​ກຸ່ມ​ຂອງ​ພວກ​ທີ່​ຖືກ​ສົ່ງ​ກັບ​ຄືນນັ້ນ ແລະ​ໄດ້​ຖືກ​ສົ່ງ​ໂຕ​ໃຫ້​ຕໍາຫຼວດດໍາ​ເນີນ​ການ​ສືບສວນ.
ລັດຖະບານລາວ​ຍັງ​ສືບ​ຕໍ່​ກາງ​ຕໍ່​ອາ​ໄສການ​ຊ່ວຍ​ເຫລືອ​ເກືອບ​ວ່າທັງ​ໝົດ​ ນຳ​ບັນດາ​ອົງການ​
ຈັດຕັ້ງທີ່​ບໍ່​ຂຶ້ນກັບລັດຖະບານ​ແລະ​ອົງການ​ຈັດຕັ້ງ​ນາໆ​ຊາດ ​ເພື່ອ​ໃຫ້ການ​ບໍລິການ​ແກ່​ພວກ
ທີ່​ຕົກເປັນເຫຍື່ອ.

ເດັກສາວຈຳນວນນງ ທຕົກເປັນ ເຫຍອຂອງການຄາມະນຸດ.
ເດັກສາວຈຳນວນນງ ທຕົກເປັນ ເຫຍອຂອງການຄາມະນຸດ.

ໃນປີ 2010 ນັ້ນ​ເຈົ້າໜ້າ​ທີ່​ໄທ​ໄດ້​ລະບຸ​ໂຕ​ແລະ​ສົ່ງ​ກັບ​ຄືນ
ພວກ​ທີ່​ຕົກ​ເປັນເຫຍື່ອປະມານ 140 ຄົນ ພາຍ​ໃຕ້​ກົນໄກ
ການຈັດ​ສົ່ງ​ກັບ​ຄືນ​ປະ​ເທດ​ ຢ່າງ​ເປັນ​ທາງ​ການ​ ຊຶ່ງ​ໃນ​ນັ້ນ
ເກືອບທັງ​ໝົດ​ແມ່ນ​ເປັນ​ເດັກນ້ອຍ​ແມ່ຍິງ​ ທີ່​ອາຍຸ​ບໍ່​ຮອດ
16 ປີ. ສະຖານທູດ​ລາວ​ທີ່​ບາງກອກ​ໄດ້​ໃຫ້​ຄວາມ​ຊ່ອຍ
ເຫຼືອ ໃນ​ການ​ປ​ະສານ​ງານ​ກ່ຽວ​ກັບການຈັດ​ສົ່ງ​ກັບ​ຄືນ
ຄົນ​ລາວ​ທີ່​ຖືກ​ລະບຸ​ໂຕ​ວ່າ​ເປັນພວກ​ທີ່​ຕົກ​ເປັນ​ເຫຍື່ອ​ການ
ຄ້າ​ມະນຸດຢູ່​ໄທ. ກະຊວງ​ແຮງ​ງານ​ແລະ​ສະຫວັດດີ​ການ
ສັງຄົມ​ຂອງລາວ ຊຶ່ງໄດ້​ຮັບ​ຄວາມ​ສະໜັບ​ສະ​ໜຸນຈາກອົງການ​ຈັດຕັ້ງນາໆ​ຊາດ ຍັງ​ສືບ​ຕໍ່
ບໍລິຫານສູນ​ກາງ​ພັກ​ເຊົາ​ຊົ່ວຄາວ​ນ້​ອຍໆ​ແຫ່ງ​ນຶ່ງ​ທີ່​ນະຄອນ​ວຽງ​ຈັນ ສຳລັບ​ພວກເຄາະ​ຮ້າຍ
ທີ່​ເຈົ້າໜ້າ​ທີ່​ໄທສົ່ງ​ກັບ​ຄືນນັ້ນ. ພວກ​ເຄາະ​ຮ້າຍ​ໄດ້​ພັກ​ເຊົາ​ຢູ່​ທີ່​ສູນ​ດັ່ງກ່າວ​ເປັນ​ເວລາ​ນຶ່ງ​ອາ
ທິດ ຂະນະ​ທີ່​ພວກ​ເຈົ້າໜ້າ​ທີ່​ທຳ​ການ​ກວດ​ເບິ່ງ​ສຸຂະພາບ​ແລະ​ສືບ​ຫາຄອບຄົວ. ພວກເຄາະ
ຮ້າຍ​ແມ່ຍິງ​ທີ່​ຕ້ອງການຢາກ​ໄດ້ຮັບ​ການ​ຊ່ອຍ​ເຫຼືອ​ເພີ່ມ​ຕື່ມ​ນັ້ນ ​ໄດ້​ຖືກ​ສະ​ເໜີ​ໃຫ້​ໄປ​ຢູ່​ນຶ່​ງ​ໃນ
ບ້ານ​ພັກ 3 ​ແຫ່ງ​ຂອງ​ອົງການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານ ຫຼືບ້ານ​ພັກ​ຂອງ​ສະຫະພັນ​ແມ່
ຍິງລາວ​ທີ່​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ແກ່​ພວກ​ເຄາະ​ຮ້າຍຈາກ​ຄວາມ​ຮຸນ​ແຮງ​ໃນ​ຄອບ​ຄົວ ຫລືພວກ
ທີ່​ຕົກເປັນ​ເຫ​ຍື່ອຂອງ​ການ​ຄ້າ​ມະນຸດ ​ແລະ​ໃຫ້ການ​ເບິ່ງ​ແຍງ​ຮັກສາ​ໄລຍະ​ຍາວ ແລະທັງໃຫ້
ການ​ຝຶກ​ອົບຮົມ​ທາງດ້ານ​ອາຊີບນໍາ​ນັ້ນ. ​ແຕ່ບໍ່​ມີ​ບ້ານ​ພັກສຳລັບ​ພວກ​ຜູ້​ຊາຍທີ່​ຕົກ​ເປັນເຫຍື່ອ​
ຂອງ​ການ​ຄ້າ​ມະນຸດ. ພວກ​ແມ່ຍິງ​ແລະ​ເດັກນ້ອຍ​ທີ່ຖືກ​ລະ​ບຸ​ໂຕ​ວ່າ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​
ມະນຸດ​ໄດ້​ຖືກ​ຍົ​ກ​ເວັ້ນຈາກການ​ລົງ​ໂທດ​ດ້ານອາຍາ ຖ້າ​ໄດ້ກະທຳ​ຜິດ​ກົດ​ໝາຍ​ທີ່ເປັນຜົນ​ໂດຍ
ກົງມາຈາກ​ການ​ຄ້າ​ມະນຸນັ້ນແຕ່​ກົດໝາຍ​ບໍ່​ໄດ້ປົກປ້ອງພວກ​ຜູ້​ຊາຍ​ຈາກ​ການ​ຖືກ​ລົງ​ໂທດ. ມີ​
ລາຍງານ​ວ່າ​ລັດຖະບານ​ລາວໄດ້​ຊຸກ​ຍູ້ໃຫ້​ພວກເຄາະ​ຮ້າຍ ໃຫ້​ຄວາມ​ຮ່ວມ​ມື​ກັບ​ຄະນະ​ໄອ​ຍະ
ການ ​ແຕ່​ບໍ່​ໄດ້​ໃຫ້ການ​ຄຸ້ມ​ຄອງແກ່ພວກ​ເຄາະ​ຮ້າຍ ໃນ​ຖານະ​ເປັນພະຍານ​ຄະດີ.

ກົດໝາຍ​ວ່າ​ດ້ວຍ​ການ​ພັດທະນາ​ແລະ​ການ​ຄຸ້ມຄອງແມ່ຍິງ​ມີ​ຂໍ້​ກຳນົດທີ່​ໃຫ້​ການ​ປົກ​ປ້ອງ​ພວກ
ທີ່​ຕົກ​ເປັນ​ເຫ​ຍື່ອຂອງ​ການ​ຄ້າ​ມະນຸດແຕ່​ຂໍ້ກຳນົດ​ເຫຼົ່ານີ້ບໍ່​ໄດ້​ກວມ​ເອົາ​ພວກ​ຜູ້​ຊາຍ. ໄດ້​ມີ​ການ
ຮ່າງ​ຫລັກ​ຊີ້​ນໍາ​ ໃນການ​ໃຫ້​ຄວາມ​ປົກປ້ອງ​ຄຸ້ມ​ຄອງແກ່​ພວກ​ເຄາະ​ຮ້າຍຂຶ້ນ​ໂດຍການ​ສະ​ໜັບ
ສະ​ໜຸນ​ຈາກອົງການ​ສະຫະປະຊາຊາດ​ແລະ​ບັນດາ​ອົງການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານແຕ່​
ກຳລັງ​ລໍຖ້າ​ການ​ຮັບຮອງ​ເອົາຈາກ​ລັດ​ຖະບານ​ຢູ່. ພວກ​ທີ່​ຕົກ​ເປັນ​ເຫຍື່ອຂອງ​ການ​ຄ້າ​ມະນຸດ​
ໄດ້​ຮັບ​ອະນຸຍາດ​ໃຫ້ຟ້ອງຮ້ອງ​ພວກ​ທີ່​ຄ້າ​ມະນຸດ​ໄດ້ແຕ່​ໃນພາກໂຕ​ຈິງ​ແລ້ວ​ເລື່ອງ​ແບບ​ນີ້ບໍ່​ເຄີຍ​
ມີ​ຂຶ້ນ ຍ້ອນພວກ​ເຄາະ​ຮ້າຍບໍ່​ມີ​ເງິນ​ມີ​ຄໍາ​ແລະ​ກໍ​ບໍ່ຮູ້ວ່າ​ເຂົາ​ເຈົ້າ​ສາມາດ​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ
ທາງ​ດ້ານ​ກົດໝາຍ​ຈາກ​ເຈົ້າ​ໜ້າ​ທີ່​ໄດ້.

ຟັງເຄິ່ງທີສອງຂອງລາຍງານ:

ໃນ​ດ້ານ​ການ​ປ້ອງ​ກັນນັ້ນລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດກ່າວວ່າ ລັດຖະ
ບານ​ລາວ​ຍັງ​ສື​ບຕໍ່​ດຳ​ເນີນ​ຄວາມ​ພະຍາຍາມ​ແບບ​ຈຳກັດ​ເພື່ອ​ປ້ອງກັນຂັດຂວາງ​ການ​ຄ້າ​ມະ
ນຸດນັ້ນ ໂດຍ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫຼືອ​ຈາກ​ບັນດາ​ອົງການ​ຈັດຕັ້ງນາໆ​ຊາດ​ແລະ​ອົງການ​ຈັດຕັ້ງ
ທີ່​ບໍ່​ຂຶ້ນກັບ​ລັດຖະບານ. ກະຊວງ​ແຮງ​ງານ​ແລະ​ສະຫວັດດີກາ​ນສັງຄົມ​ຂອງ​ລາວ​ສືບ​ຕໍ່​ດຳ​ເນີນ
ງານຮ່ວມ​ກັບ​ອົງການແມ່​ແລະ​ເດັກ​ຫຼືຢູນີ​ເຊັຟ ​ແລະ​ບັນດາ​ອົງການ​ຈັດ​ຕັ້ງ ທີ່​ບໍ່​ຂຶ້ນກັບ​ລັດຖະ
ບານໃນ​ການ​ດຳ​ເນີນ​ຄວາມພະຍາຍາມ​ເພື່ອ​ປຸກລະດົມ​ໃຫ້​ປະຊາຊົນ​ຕື່ນ​ໂຕຕໍ່ອັນຕະລາຍ​ຈາກ​
ການ​ຄ້າເດັກນ້ອຍ. ສື່​ມວນ​ຊົນ​ທີ່​ຄວບ​ຄຸມ​ໂດຍ​ລັດຖະບານ ໄດ້ສືບ​ຕໍ່​ລາຍ​ງານ​ກ່ຽວ​ກັບ​ການ​
ຄ້າ​ມະນຸດໃນ​ໜັງສືພິ​ມ​ຕ່າງໆ. ​ເຈົ້າໜ້າ​ທີ່​ກໍ​ໄດ້ສືບ​ຕໍ່​ ອອກ​ຄໍາ​ເຕືອນ​ຢ່າງ​ເປັນ​ການ​ເປີດ​ເຜີຍຕໍ່
ການທ່ອງທ່ຽວ ເພື່ອ​ຊອກຫາ​ເພດ​ສຳພັນ​ກັບ​ພວກ​ເດັກນ້ອຍ​ຢູ່ໃນລາວ​ນັ້ນ. ໃນ​ເດືອນກັນຍາ​
ປີ 2010 ສະຫະພັນ​ຊາວ​ໜຸ່ມ​ໄດ້​ເປັນ​ເຈົ້າພາບ​ຈັດການ​ສຳ​ມະ​ນາກ່ຽວ​ກັບການ​ປ້ອງ​ກັນການ​
ຄ້າ​ມະນຸດ. ​ໃນ​ລະຫວ່າງ​ປີ​ກາຍ​ນີ້ ຄະນະ​ກຳມະການ​ລະດັບ​ກະຊວງ​ທີ່​ຮັບຜິດຊອບ​ກ່ຽວ​ກັບ​
ການຄ້າ​ມະນຸດກໍ​ໄດ້​ສືບ​ຕໍ່​ພົບ​ປະກັນ​ໃນ​ທຸກໆ 3 ​ເດືອນ. ໃນ​ປີ 2007 ສະພາ​ແຫ່ງ​ຊາດ​ຂອງ
ລາວ​ໄດ້​ຮັບ​ຜ່ານແຜນການ​ປະຕິບັດ​ງານແຫ່ງ​ຊາດວ່າ​ດ້ວຍ​ການ​ຄ້າ​ມະນຸດ​ທີ່ມາ​ຮອດ​ປັດຈຸບັນ
ກໍຍັງ​ບໍ່​ທັນ​ໄດ້​ຮັບ​ການເຊັນອະນຸມັດຈາກສຳນັກງານ​ນາຍົກລັດຖະມົນຕີ​ເທື່ອ. ​ໃນ​ເດືອນ​ເມສາ​
ປີ 2010 ລັດຖະບານລາວ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການຈັດ​ສົ່ງ​ພວກ​
ເຄາະຮ້າຍກັບ​ຄືນ​ປະ​ເທດ ກັບ​ລັດຖະບານ​ຫວຽດນາມ. ພວກ​ເຈົ້າໜ້າ​ທີ່​ບໍ່​ໄດ້​ນຳ​ໃຊ້​ຂັ້ນຕອນ
ການ​ສອບ​ສວນ ​ເພື່ອ​ລະບຸ​ໂຕ​ພວກ​ທີ່​ອາດ​ໄດ້ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະນຸດໃນ​ໝູ່​ໂສ​ເພ
ນີທີ່​ພົບ​ເຫັນ​ໃນ​ລະຫວ່າງ​ທີ່​ມີ​ການ​ບຸກ​ເຂົ້າ​ໄປ​ກວດຄົ້ນຕາມ​ໄນ​ຄລັບຕ່າງໆທີ່​ໃຊ້​ເປັນສາກ​ບັງ​
ໜ້າ​ເພື່ອ​ການ​ຄ້າ​ປະ​ເວນີນັ້ນ. ໃນ​ປີ​ທີ​ຜ່ານ​ມາລັດຖະບານ​ລາວ​ບໍ່​ໄດ້​ດຳເນີ​ນຄວາມ​ພະຍາຍາມ​
ເພື່ອ​ຫຼຸດຜ່ອນຄວາມ​ຕ້ອງການ​ໃນ​ດ້ານ​ການ​ຄ້າປະ​ເວນີນັ້ນ.

ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດໄດ້​ໃຫ້​ຄຳ​ແນະນຳ​ແກ່​ລັດຖະບານ​ລາວ​ວ່າ: ​
- ໃຫ້​ເພີ່ມ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ກ່ຽວ​ກັບ​ການ​ສືບສວນ ​ແລະລົງ​ໂທດ​ພວກ​ກະທຳ​
ຄວາ​ມຜິດທັງໃນ​ການ​ຄ້າປະ​ເວ​ນີ​ແລະ​ຄ້າ​ແຮງ​ງານຮວມ ທັງ​ຜ່ານ​ການ​ຮ່ວມ​ມື​ກັບພວກ​ເຈົ້າໜ້າ
ທີ່​ໄທໃນ​ກໍລະນີ​ການ​ຄ້າ​ມະນຸດ​ຂ້າມ​ຊາດ.
- ​ໃຫ້​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ແກ້​ໄຂ​ບັນຫາ​ການ​ຄ້າ​ມະນຸດ​ພາຍ​ໃນ​ປະ​ເທດ ຮວມທັງ
ໂດຍ​ຜ່ານການ​ລະບຸ​ໂຕແລະ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ແກ່​ຄົນລາວ​ທີ່​ຕົກ​ເປັນ​ເຫຍື່ອຂອງການ
ຄ້າ​ມະນຸດ​ພາຍ​ໃນ​ປະ​ເທດແລະ​ລົງ​ໂທດ​ພວກ​ທີ່​ຮັບຜິດຊອບ. ​
- ໃຫ້​ເພີ່ມ​ການດຳ​ເນີນ​ຄວາມ​ພະຍາຍ​າມ​ເພື່ອ​ປາບ​ປາມພວກ​ເຈົ້າໜ້າ​ທີ່ທີ່​ສົມຮູ້​ຮ່ວມ​ຄິດຮວມ
ທັງ​ໃຫ້​ລົງ​ໂທດ​ດ້ານ​ອາຍາຕໍ່ພວກ​ເຈົ້​າໜ້າ​ທີ່​ໆ​ພົວພັນ​ໃນ​ຄວາມຜິດ​ກ່ຽວ​ກັບ​ການ​ຄ້າ​ມະນຸດ.
- ​ໃຫ້​ຈັດ​ລະບຽບ​ການ​ຄວບ​ຄຸມ​ບັນດາ​ອົງການ​ເກນ​ແຮງ​ງານ ​ທີ່​ຮັບຜິດຊອບ​ໃນ​ການ​ອອກ​ໃບ​
ອະນຸຍາດແລະ​ສັນຍາ​ຕ່າງໆ ເພື່ອ​ປ້ອງກັນ​ບໍ່​ໃຫ້​ມີ​ການ​ຄ້າ​ແຮງ​ງານ.
- ​ໃຫ້​ສ້າງຕັ້ງ ​ແລະ​ຈັດຕັ້ງປະຕິບັດ​ຂັ້ນຕອນ​ໃນ​ການລະບຸ​ໂຕ​ຢ່າງ​ເປັນ​ທາງ​ການ ພວກ​ທີ່​ຕົກ
ເປັນ​ເຫຍື່ອການ​ຄ້າ​ມະນຸດ​ ແລະຝຶກ​ອົບຮົມ​ເຈົ້າໜ້າ​ທີ່​ຕຳຫຼວດແລະ​ເຈົ້າໜ້າ​ທີ່​ຊາຍ​ແດນ​ ເພື່ອ
ໃຫ້​ມີ​ການ​ລະບຸ​ໂຕ​ພວກ​ທີ່​ຕົກ​ເປັນເຫຍື່ອຢ່າງ​ເປັນ​ລະບົບ ໂດຍສ​ະ​ເພາະ​ພວກເຄາະ​ຮ້າຍ​ທີ່ຖືກ
ສົ່ງ​ກັບ​ຄືນ​ຈາກ​ປະ​ເທດ​ໄທ.
- ໃຫ້​ປັບປຸງ​ການ​ປະສານ​ງານ​ລະຫວ່າງ​ເຈົ້າໜ້າ​ທີ່​ໄທ ​ແລະ​ເຈົ້າໜ້າ​ທີ່ລັດຖະບານ​ກາງຂອງ​
ລາວ ກ່ຽວ​ກັບ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ແກ່ພວກ​ທີ່​ຕົກ​ເປັນ​ເຫຍື່ອແລະ​ລະຫວ່າງ​ສູນ​ພັກ
ເຊົາ​ຊົ່ວຄາວ​ທີ່​ວຽງ​ຈັນ​ແລະ​ປະຊາຄົມໃນ​ເຂດ​ທ້ອງ​ຖິ່ນ ກ່ຽວ​ກັບ​ການ​ສົ່ງ​ພວກ​ເຄາະ​ຮ້າຍ
ກັບ​ຄືນ​ໄປ​ຍັງ​ຖິ່ນ​ຖານ​ເດີມຂອງ​ເຂົາ​ເຈົ້າ.
- ​ໃຫ້​ດຳ​ເນີນ​ຄວາມ​ພະຍາຍາມ​ເພີ່ມ​ຂຶ້ນ ໃນ​ການຊັ່ງຊາ​ຕີ​ລາຄາ​ຮ່ວມກັບຄອບຄົວ ເພື່ອ​ພິ
ຈາລະນາ​ເບິ່ງ​ວ່າ​ ມັນຈະ​ເປັນ​ຜົນ​ດີ​ຫຼືບໍ່​ ສຳລັບ​ຜູ້ຕົກ​ເປັນ​ເຫຍື່ອ​ທີ່ຈະ​ເດີນທາງ​ກັບ​ຄືນໄປ
ຢູ່​ນຳ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ.
- ​ໃຫ້​ພິຈາລະນາ​ເປີດ​ສູນພັກ​ເຊົາຊົ່ວຄາວທີ່​ສະຫວັນ​ນະ​ເຂດ ສຳລັບ​ພວກຕົກ​ເປັນ​ເຫຍື່ອ
ທີ່​ຖືກ​ສົ່ງ​ກັບ​ຄືນຈາກ​ປະ​ເທດ​ໄທ.
- ໃຫ້​ເພີ່ມ​ການຊ່ອຍເຫຼືອແກ່​ພວກທີ່ຕົກ​ເປັນ​ເຫຍື່ອ ໃນ​ການ​ກັບ​ເຂົ້າສູ່​ສັງຄົມຫຼັງຈາກ​ໄດ້​
ຖືກ​ສົ່ງຄືນ​ໄປຍັງ​ປະຊາ​ຄົມ ບ້ານ​ເກີດຂອງ​ພວກ​ເຂົາ​ເຈົ້າແລ້ວ.
- ​ໃຫ້​ເລັ່ງລັດໃນ​ການ​ດຳ​ເນີນ​ຂັ້ນຕອນ ກ່ຽວ​ກັບ​ບົດ​ບັນ​ທຶກ​ຄວາ​ມເຂົ້າ​ໃຈ ກັບ​ອົງການ​ຈັດ
ຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານ​ເພື່ອ​ຈັດຕັ້ງປະຕິບັດ​ໂຄງການ​ຕໍ່ຕ້ານ​ກາ​ນຄ້າ​ມະນຸດ​ໂດຍໄວ. ​
- ໃຫ້​ຈັດຕັ້ງປະຕິບັດ​ແລະ​ສະໜັບສະ​ໜຸນ​ການ​ປຸກລະດົມຕໍ່ຕ້ານການຄ້າມະນຸດຢ່າງໂຈ່ງ
ແຈ້ງເພື່ອ​ສ້າງຄວາມ​ຕື່ນ​ຕົວ​ຕໍ່ການ​ຄ້າ​ມະນຸດ ທີ່​ແນ​ໃສ່​ພວກລູກ​ຄ້າ​ຂອງ​ການຄ້າ​ປະ​ເວ​ນີ
- ແລະ ​ໃຫ້​ເພີ່ມ​ການ​ຮ່ວມ​ມື​ກັບ​ບັນດາ​ອົງການ​ຈັດຕັ້ງນາໆ​ຊາດ​ແລະ​ອົງການ​ຕັ້ງທາງ​ສັງ
ຄົມ ​ເພື່ອ​ເສີມສ້າງ​ຄວາມ​ສາມາດ​ໃນ​ການ​ປາບປາມ​ການ​ຄ້າ​ມະນຸດນັ້ນ.

XS
SM
MD
LG