ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ້ອງຊາຍ ປະທານາທິບໍດີ ອັຟການິສຖານ ຖືກຍິງຕາຍ


ປະທານາທິບໍດີອັຟການິສຖານ ທ່ານ Hamid Karzai (ສອງຈາກຂວາ) ພົບປະກັບນ້ອງຊາຍຂອງທ່ານ ທ່ານ Ahmad Wali Karzai (ຊ້າຍ) ທີ່ເມືອງ Argandab ໃນແຂວງການດາຮາ (9 ຕຸລາ 2010)
ປະທານາທິບໍດີອັຟການິສຖານ ທ່ານ Hamid Karzai (ສອງຈາກຂວາ) ພົບປະກັບນ້ອງຊາຍຂອງທ່ານ ທ່ານ Ahmad Wali Karzai (ຊ້າຍ) ທີ່ເມືອງ Argandab ໃນແຂວງການດາຮາ (9 ຕຸລາ 2010)

ນ້ອງຊາຍ ຂອງປະທານາທິບໍດີອັຟການິສຖານ ທ່ານ Hamid Karzai ໄດ້ຖືກຍິງຕາຍທີ່
ເຮືອນຂອງຜູ້ກ່ຽວ ໃນແຂວງການດາຮາ ທາງພາກໃຕ້ອັຟການິສຖານ.

ປະທານາທິບໍດີ Karzai ກ່າວຕໍ່ພວກນັກຂ່າວທີ່ນະຄອນຫຼວງກາບູລວ່າການລອບສັງຫານ
ນ້ອງຊາຍຂອງທ່ານ ຄືທ່ານ Ahmad Wali Karzai ແມ່ນສະແດງໃຫ້ເຫັນ ເຖິງຄວາມເຈັບ
ປວດທໍລະມານຂອງຊາວອັຟການິສຖານທັງມວນ.

ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ທ່ານ Wali Karzai ໄດ້ຖືກສັງຫານໃນວັນອັງຄານມື້ນີ້
ຊຶ່ງສັນນິຖານ​ກັນ​ວ່າຄົນນຶ່ງໃນໜ່ວຍອາລັກຂາຂອງທ່ານເປັນ​ຄົນ​ຍິງ. ຍັງບໍ່ທັນເປັນທີ່ຮູ້ກັນ
ເທື່ອວ່າ ແມ່ນຫຍັງຄືຈຸດປະສົງໃນການສັງຫານຄັ້ງນີ້.

ຜູ້ບັນຊາການກຳລັງທະຫານສະຫະລັດໃນອັຟການິສຖານ ນາຍພົນ David Petraeus
ກ່າວວ່າ ທ່ານຂໍປະນາມກ່ຽວກັບການສັງຫານທ່ານ Wali Karzai ແລະກຳລັງຂອງອົງ ການເນໂຕ້ຈະໃຫ້ການສະໜັບສະໜຸນ ຕໍ່ການດຳເນີນຄວາມພະຍາຍາມຂອງລັດຖະບານ
ອັຟການິສຖານໃນການນຳເອົາໂຕພວກຮັບຜິດຊອບມາລົງໂທດນັ້ນ.

ທ່ານ Wali Karzai ເປັນຫົວໜ້າສະພາປະຈຳແຂວງແລະເປັນຜູ້ນຳທີ່ມີອິດທິພົນຫຼາຍທີ່
ສຸດໃນພາກໃຕ້ອັຟການິສຖານ. ທ່ານ​ໄດ້ຕົກເປັນເປົ້າຂອງການກ່າວຫາກ່ຽວກັບການສໍ້
ລາດບັງຫຼວງມາ​ຫລາຍ​ເທື່ອ. ໃນເດືອນພະຈິກປີກາຍໂທລະເລກທາງການທູດຂອງສະຫະ
ລັດທີ່​ເວັບ​ໄຊ້ Wikileaks ນຳອອກເຜີຍແຜ່ ສະ​ເໜີ​ແນະວ່າເປັນທີ່ເຂົ້າໃຈກັນຢ່າງກວ້າງ
ຂວາງວ່າ ທ່ານ Wali Karzai ແມ່ນເປັນບຸກຄົນ ທີ່ສໍ້ລາດບັງຫຼວງ ແລະຄ້າຢາເສບຕິດ. ແຕ່ທ່ານໄດ້ປະຕິເສດຊໍ້າແລ້ວຊໍ້າອີກຕໍ່ຂໍ້ຫາເຫຼົ່ານີ້.

ທ່ານ Wali Karzai ລອດຊີວິດມາຈາກການລອບສັງຫານທ່ານກ່ອນໜ້ານີ້ສອງຄັ້ງໃນ
ໄລຍະສອງສາມປີຜ່ານມານີ້. ໃນເດືອນພຶດສະພາປີ 2009 ພວກກະບົດ ໄດ້ໂຈມຕີຂະ
ບວນລົດຂອງທ່ານແລະໄດ້ສັງຫານອາລັກຂາຄົນນຶ່ງຂອງ ທ່ານ. ກ່ອນ​ໜ້ານັ້ນ ທ່ານກໍ
ສາມາດລອດຊີວິດມາໄດ້ ຈາກການໂຈມຕີສະພາ ປະຈຳແຂວງການດາຮາ ບ່ອນທີ່ທ່ານ
ເຮັດວຽກຢູ່ນັ້ນ.

XS
SM
MD
LG