ລາຍງານຂອງກະຊວງການຕ່າງປະເທດສະຫະລັດເວົ້າວ່າ ລາວແມ່ນເປັນແຫຼ່ງທີ່ມາແລະກໍ
ເປັນທັງທາງຜ່ານ ແລະປາຍທາງ ໃນຂອບເຂດທີ່ຫຼຸດລົງມາ ຂອງພວກແມ່ຍິງແລະຍິງສາວ
ທີ່ຕົກເປັນເຫຍື່ອຂອງການຄ້າປະເວນີ ຕະຫຼອດທັງພວກຜູ້ຊາຍ ແມ່ຍິງ ແລະເດັກນ້ອຍທີ່
ຕົກຢູ່ໃນສະພາບຖືກບີບບັງຄັບໃຊ້ແຮງງານຢູ່ຕາມໂຮງຈັກໂຮງງານ ເປັນແຮງງານຮັບໃຊ້
ຢູ່ຕາມບ້ານເຮືອນ ຢູ່ຕາມພາກສ່ວນກະສິກຳແລະອຸດສາຫະກຳການປະມົງ. ພວກຜູ້ຊາຍ
ແມ່ຍິງແລະເດັກນ້ອຍລາວໄດ້ຖືກພົບເຫັນຢູ່ໃນສະພາບຖືກບັງຄັບໃຊ້ແຮງງານຢູ່ທີ່ປະເທດ
ໄທ ມາເລເຊຍແລະຈີນ. ມີຄົນລາວຈຳນວນຫຼວງຫຼາຍໂດຍສະເພາະແລ້ວແມ່ນພວກແມ່ຍິງ
ໄດ້ຈ່າຍຄ່ານາຍໜ້າ ເພື່ອໃຫ້ໄດ້ວຽກການເຮັດທີ່ປະເທດໄທ ຊຶ່ງຕາມປົກກະຕິແລ້ວ ແມ່ນ
ໄດ້ຈ່າຍເງິນໃນລະຫວ່າງ 70 ຫາ 150 ໂດລາ ແຕ່ຕໍ່ມາພາຍຫຼັງໄດ້ຕົກຢູ່ໃນສະພາບເປັນ
ຂ້າທາດທາງເພດ ແລະຖືກບັງຄັບໃຊ້ແຮງງານຢູ່ໃນອຸດສາຫະກຳຄ້າປະເວນີຂອງໄທ ຫຼືບໍ່
ກໍເປັນຄົນຮັບໃຊ້ຢູ່ຕາມບ້ານເຮືອນ ຕາມໂຮງງານຕັດຫຍິບ ຫຼືອຸດສາຫະກຳການກະເສດ.
ພວກຜູ້ຊາຍລາວກໍໄດ້ຕົກຢູ່ໃນສະພາບຖືກບີບບັງຄັບໃຊ້ແຮງງານຢູ່ໃນອຸດສາຫະກຳການ
ປະມົງແລະກໍ່ສ້າງຂອງໄທ. ມີຊາວລາວຈຳນວນນຶ່ງທີ່ຖືກລະບຸຢ່າງເປັນທາງການວ່າໄດ້ຕົກ
ເປັນເຫຍື່ອຂອງການຄ້າມະນຸດຢູ່ໄທແລ້ວນັ້ນ ໄດ້ເລືອກເອົາ ການສ່ຽງໃນການເດີນທາງ
ກັບຄືນໄປໄທເພື່ອຊອກວຽກເຮັດອີກ ຫຼັງຈາກໄດ້ຖືກສົ່ງກັບຄືນໄປລາວແລ້ວ.
ກະຊວງການຕ່າງປະເທດສະຫະລັດເວົ້າວ່າມີລາຍງານວ່າແມ່ຍິງແລະຍິງສາວລາວຈຸນ້ອຍໆ
ຈຸນຶ່ງໄດ້ຕົກຢູ່ໃນສະພາບຖືກຄ້າມະນຸດຢູ່ໃນປະເທດຈີນ ຊຶ່ງບາງຄົນໃນນັ້ນ ໄດ້ຖືກບັງຄັບ
ໃຫ້ແຕ່ງງານກັບຜູ້ຊາຍຊາວຈີນ. ພວກຊົນຊາດຊົນເຜົ່າແມ່ນມີຄວາມຫຼໍ່ແຫຼມເປັນພິເສດ ຕໍ່
ການຕົກເປັນເຫຍື່ອຂອງການຄ້າມະນຸດຢູ່ໃນໄທຍ້ອນບໍ່ຮູ້ຈັກພາສາໄທແລະການບໍ່ລຶ້ງເຄີຍ
ຫຼືຮອບຮູ້ກ່ຽວກັບສັງຄົມໄທ.
ລາຍງານເວົ້າວ່າ ລາວໄດ້ກາຍເປັນທາງຜ່ານຫຼາຍຂຶ້ນນັບມື້ ສຳລັບພວກແມ່ຍິງຫວຽດນາມ
ຈີນ ແລະມຽນມາ ທີ່ຖືກບັງຄັບໃຫ້ຄ້າປະເວນີແລະຖືກບັງຄັບໃຊ້ແຮງງານຢູ່ປະເທດໄທ. ມີ
ແມ່ຍິງຫວຽດນາມຈຳນວນນຶ່ງໄດ້ຖືກບັງຄັບໃຫ້ເປັນໂສເພນີຢູ່ລາວ. ເຖິງແມ່ນໄດ້ມີລາຍງານ
ໃນຈຳນວນທີ່ຫຼຸດລົງກໍຕາມ ແຕ່ການຄ້າມະນຸດ ຢູ່ພາຍໃນລາວເອງ ກໍຍັງສືບຕໍ່ເປັນບັນຫາ
ຊຶ່ງໄດ້ຍັງຜົນໃຫ້ພວກຍິງສາວແລະເດັກນ້ອຍແມ່ຍິງຖືກບັງຄັບໃຫ້ເປັນໂສເພນີ. ຜູ້ຊາຍແລະ
ເດັກໜຸ່ມລາວຈໍານວນນຶ່ງກໍຖືກຂູດຮີດແຮງງານຢູ່ໃນສວນກະເສດ ເຊ່ນສວນຢາງພາລາເປັນ
ຕົ້ນ. ລາຍງານເວົ້າອີກວ່າ ລາວອາດກາຍເປັນຈຸດໝາຍປາຍທາງສຳລັບພວກນັກທ່ອງທ່ຽວ
ທີ່ຊອກສະແຫວງຫາຄວາມສຳລານທາງເພດນັ້ນຫຼາຍຂຶ້ນນັບມື້.
ກະຊວງຕ່າງປະເທດສະຫະລັດກ່າວວ່າ ລັດຖະບານລາວບໍ່ໄດ້ປະຕິບັດຢ່າງຄົບຖ້ວນ ຕາມ
ມາດຕະຖານທີ່ຕໍ່າສຸດໃນການລຶບລ້າງການຄ້າມະນຸດ ແຕ່ແນວໃດກໍຕາມລາວກໍໄດ້ດຳເນີນ
ຄວາມພະຍາຍາມທີ່ສຳຄັນເພື່ອໃຫ້ບັນລຸມາດຕະຖານດັ່ງກ່າວ. ໃນໄລຍະຂອງລາຍງານນີ້
ລັດຖະບານລາວລາຍງານວ່າ ໄດ້ສືບສວນຄະດີການຄ້າມະນຸດ 20 ກໍລະນີແລະໄດ້ຕັດສິນ
ລົງໂທດພວກມີຄວາມຜິດ ໃນການຄ້າມະນຸດ 33 ຄົນ ຊຶ່ງເປັນການເພີ່ມຂຶ້ນຢ່າງຫຼວງຫຼາຍ
ຈາກການບໍ່ໄດ້ມີການຕັດສິນລົງໂທດ ແມ່ນແຕ່ພຽງຄົນດຽວໃນໄລຍະຂອງການລາຍງານ
ເທື່ອກ່ອນ. ແຕ່ແນວໃດກໍຕາມລັດຖະບານລາວບໍ່ເຄີຍລົງໂທດທາງດ້ານວິໄນຫຼືດ້ານອາຍາ
ຕໍ່ເຈົ້າໜ້າທີ່ທາງການຄົນໃດ ທີ່ສົມຮູ້ຮ່ວມຄິດ ກ່ຽວກັບການຄ້າມະນຸດ. ນອກນັ້ນ ລັດຖະ
ບານລາວຍັງໄດ້ເລີ່ມການດຳເນີນຄວາມພະຍາຍາມເພື່ອລະບຸໂຕ ແລະໃຫ້ຄວາມຊ່ອຍເຫຼືອ
ແກ່ພວກທີ່ຕົກເປັນເຫຍື່ອຂອງການຄ້າມະນຸດທີ່ຖືກເນລະເທດຫຼືຜັກດັນໂດຍເຈົ້າໜ້າທີ່ໄທ
ຍ້ອນຄວາມຜິດດ້ານເຂົ້າເມືອງ. ລັດຖະບານລາວຍັງສືບຕໍ່ກາງຕໍ່ນຳ ບັນດາອົງການຈັດຕັ້ງ
ທີ່ບໍ່ຂຶ້ນກັບລັດຖະບານແລະອົງການຈັດຕັ້ງຂອງນາໆຊາດເກືອບທັງໝົດໃນການໃຫ້ຄວາມ
ຊ່ອຍເຫຼືອແກ່ພວກເຄາະຮ້າຍນັ້ນ.
ກ່ຽວກັບການລົງໂທດພວກຄ້າມະນຸດນັ້ນ ລາຍງານຂອງກະຊວງການຕ່າງປະເທດສະຫະ
ລັດກ່າວວ່າ ລັດຖະບານລາວໄດ້ທໍາຄວາມກ້າວໜ້າໃນປີກາຍນີ້ໃນການດຳ ເນີນຄວາມພະ
ຍາຍາມທາງດ້ານປະຕິບັດກົດໝາຍ ເພື່ອປາບປາມການຄ້າມະນຸດນັ້ນ. ລາວໄດ້ຫ້າມທຸກ
ຮູບແບບຂອງການຄ້າມະນຸດ ຜ່ານການດັດແປງແກ້ໄຂມາດຕາ 134 ຂອງກົດໝາຍອາຍາ
ໃນປີ 2006 ຊຶ່ງໄດ້ລະບຸໂທດຈຳຄຸກຕັ້ງແຕ່ 5 ປີເຖິງຕະຫຼອດຊີວິດທີ່ຖືວ່າໜັກພໍແລະທຽບ
ເທົ່າກັນກັບໂທດ ສຳລັບຄວາມຜິດທາງອາຍາອື່ນໆເຊັ່ນການຂົ່ມຂືນສຳເລົາເປັນຕົ້ນ ພວກ
ເຈົ້າໜ້າທີ່ລາວລາຍງານວ່າ ໄດ້ທຳການສືບສວນ 20 ຄະດີກ່ຽວກັບການຄ້າມະນຸດ ທີ່ພົວ
ພັນກັບພວກຖືກກ່າວ ຫາວ່າກະທຳຜິດ 47 ຄົນ ແລະໄດ້ຕັດສິນລົງໂທດ ພວກຄ້າມະນຸດ
33 ຄົນໃນປີ 2010 ສົມທຽບກັບໃນປີກ່ອນ ທີ່ບໍ່ໄດ້ມີການຕັດສິນລົງໂທດ ຜູ້ໃດເລີຍນັ້ນ.
ແຕ່ແນວກໍຕາມ ການດຳເນີນຄະດີຂອງສານແມ່ນຂາດກະບວນການຍຸຕິທຳແລະຄວາມໂປ່ງ
ໃສຂະແໜງການຍຸຕິທຳຂອງລາວຍັງບໍ່ມີຄວາມເຂັ້ມແຂງ ແລະບໍ່ມີປະສິດທິພາບພຽງພໍແລະ
ສະພາບຄຸກຂອງລາວກໍພາໃຫ້ມີຄວາມວິຕົກກັງວົນຢ່າງໃຫຍ່ໃນດ້ານສິດທິມະນຸດ. ຄວາມ
ລັງເລໃຈໂດຍທົ່ວໄປຂອງປະຊາຊົນທີ່ຈະຊົມໃຊ້ລະບົບສານ ໄດ້ເປັນອຸບປະສັກຂັດຂວາງຕໍ່
ຄວາມສາມາດຂອງລັດຖະບານ ໃນການທີ່ຈະຕິດຕາມຄະດີການຄ້າມະນຸດ ຢ່າງມີປະສິດທິ
ພາບ. ຊາວລາວສ່ວນໃຫຍ່ ມັກຈະກາງຕໍ່ພວກຜູ້ສູງອາຍຸໃນໝູ່ບ້ານໃຫ້ເປັນຜູ້ໄກ່ເກ່ຍບັນ
ຫາຂັດແຍ້ງຕ່າງໆ. ຢ່າງນ້ອຍ 7 ຄົນໃນຈໍານວນພວກທີ່ຖືກລົງໂທດທັງໝົດ 33 ຄົນແມ່ນ
ໄດ້ຖືກໂທດຈຳຄຸກ ໃນລະຫວ່າງ 6 ຫາ 16 ປີ. ບັນດາອົງການຈັດຕັ້ງນາໆຊາດ ແລະອົງ
ການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ບໍ່ສາມາດກວດພິສູດເບິ່ງຂໍ້ມູນທີ່ລັດຖະບານມອບໃຫ້.
ແລະລັດຖະບານລາວກໍບໍ່ໄດ້ລາຍງານໃຫ້ຊາບ ກ່ຽວກັບການດຳເນີນຄະດີການຄ້າມະນຸດ
ຢູ່ພາຍໃນປະເທດ. ການບໍ່ລົງໂທດພວກເຈົ້າໜ້າທີ່ໆສໍ້ລາດບັງຫຼວງຍັງສືບຕໍ່ເປັນບັນຫາໃນ
ທົ່ວລະບົບຕຸລາການຂອງລາວ. ການສໍ້ລາດບັງຫຼວງແມ່ນພະຍາດຊໍ້າເຮື້ອຢູ່ລາວແລະພວກ
ນັກສັງເກດການກ່ຽວກັບການຄ້າມະນຸດຢູ່ລາວເຊື່ອວ່າມີພວກເຈົ້າໜ້າທີ່ລັດຖະບານບາງຄົນ
ໂດຍສະເພາະແລ້ວ ແມ່ນໃນລະດັບທ້ອງຖິ່ນ ທີ່ໄດ້ມີການພົວພັນໃນການອຳນວຍຄວາມສະ
ດວກໃຫ້ແກ່ການຄ້າມະນຸດຊຶ່ງໃນບາງຄັ້ງນັ້ນແມ່ນໄດ້ມີການຮ່ວມມືກັບຄູ່ຕຳແໜ່ງຝ່າຍໄທ.
ແຕ່ແນວໃດກໍຕາມ ລັດຖະບານລາວບໍ່ເຄີຍລາຍງານວ່າ ໄດ້ມີການສືບສວນດຳເນີນຄະດີ ຫຼື
ລົງໂທດເຈົ້າໜ້າທີ່ຄົນໃດໃນຂໍ້ຫາພົວພັນກັບການຄ້າມະນຸດ. ລັດຖະບານລາວຍັງສືບຕໍ່ຮ່ວມ
ງານແລະເປັນພາຄີກັບບັນດາອົງການຈັດຕັ້ງນາໆຊາດ ແລະອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດ
ຖະບານໃນການເສີມສ້າງສະມັດຖະພາບ ທາງດ້ານການປະຕິບັດກົດໝາຍ ເພື່ອປາບປາມ
ການຄ້າມະນຸດນັ້ນ.