ລາຍງານວ່າດ້ວຍການເຄົາລົບຖືສິດສິດທິມະນຸດຂອງກະຊວງຕ່າງປະເທດ ສະຫະລັດ ປະຈຳປີ 2015 ໄດ້ຊີ້ໃຫ້ເຫັນເຖິງວິກິດການ ກ່ຽວກັບການປົກຄອງຢູ່ ທົ່ວໂລກ ໂດຍກ່າວ ເຖິງຄວາມທາລຸນໂຫດຫ້ຽມທີ່ກໍ່ຂຶ້ນໂດຍກຸ່ມກໍ່ການຮ້າຍຕ່າງໆ ແລະການປິດປາກປິດສຽງ ຕໍ່ກຸ່ມສັງຄົມພົນລະເຮືອນໂດຍພວກເຈົ້າໜ້າທີ່ ນັ້ນຄືບັນຫາທີ່ສຳຄັນຢູ່ໃນທົ່ວໂລກ. ແຕ່ ໃນຂະນະດຽວກັນ ລາຍງານກໍໄດ້ໃຫ້ຂໍ້ສັງເກດເຖິງຮ່ອງຮອຍ ຂອງຄວາມກ້າວໜ້າ. ນັກ ຂ່າວ ວີໂອເອ ປະຈຳກະຊວງການຕ່າງ ປະເທດສະຫະລັດ Nike Ching ມີລາຍງານກ່ຽວ ກັບເລື້ອງນີ້ ຊຶ່ງກິ່ງສະຫວັນ ຈະນຳມາສະເໜີທ່ານ.
ການປຸກລະດົມຂ້າລ້າງເຊື້ອຊາດເຜົ່າພັນ ຂອງກຸ່ມລັດອິສລາມຕໍ່ບັນດາຊົນ ກຸ່ມນ້ອຍຢູ່ ໃນຊີເຣຍ ແລະອີຣັກ ວິກິດການອົບພະຍົບແລະມະນຸດສະທຳຢູ່ໃນຢູໂຣບ ແລະພາກຕາ ເວັນອອກກາງ ການປາບປາມທັບມ້າງ ບັນດາກຸ່ມສັງຄົມພົນລະເຮືອນ. ເຫດການຄືດັ່ງ ທັງໝົດນີ້ເຮັດໃຫ້ປີ 2015 ເປັນປີທີ່ມີຄວາມຫຍຸ້ງຍາກລຳບາກໃນດ້ານສິດທິມະນຸດ.
ລັດຖະມົນຕີຕ່າງປະທດສະຫະລັດ ທ່ານ John Kerry ຊີ້ໃຫ້ເຫັນວ່າ ໄດ້ມີການລ່ວງ ລະເມີດທີ່ລົບກວນໃຈ.
ທ່ານ John Kerry ກ່າວວ່າ ການລະເມີດທີ່ແຜ່ກວ້າງທີ່ສຸດ ແລະຮ້າຍທີ່ສຸດ
ໃນ ປີ 2015 ກໍແມ່ນການລ່ວງ ລະເມີດຢູ່ໃນພາກຕາເວັນ ອອກກາງບ່ອກໍ່ການ ຮ້າຍເຂົ້າມາບັນຈົບກັນ ກັບບັນຫາ ຂັດແຍ້ງຊີເຣຍໄດ້ເປັນສາເຫດສ້າງຄວາມທຸກ ທໍລະມານອັນໃຫຍ່ຫລວງ.”
ລາຍງານໄດ້ກ່າວເຖິງການກໍ່ໂທດກຳທີ່ໂຫດຮ້າຍ ໂດຍພວກຫົວຮຸນແຮງໃນອາຟຣິກາ ແລະເນັ້ນໜັກເຖິງການປົກຄອງທີ່ດີວ່າ ເປັນການແກ້ໄຂເພື່ອຈະຢຸດເຊົາ ກຸ່ມຕ່າງໆເຊັ່ນ ກຸ່ມ Boko Haram ແລະກຸ່ມ al-Shabab.
ບັນດາລັດຖະບານຂອງປະເທດຕ່າງໆ ຮວມທັງຈີນ ເທີກີ ຣັດເຊຍ ອີຣ່ານ ແລະຄິວບາ ໄດ້ຖືກກ່າວຫາວ່າຮາວີລົບກວນແລະແນເປົ້າໝາຍໃສ່ສື່ມວນຊົນ ກຸ່ມສັງ ຄົມພົນລະ ເຮືອນ ແລະບັນດາຜູ້ຕິຕຽນ.
ແຕ່ວ່າໃນຂະນະດຽວກັນ ລາຍງານກໍໄດ້ກ່າວເຖິງຄວາມຄືບໜ້າ.
ທ່ານ John Kerry ກ່າວວ່າ “ພວກເຮົາໄດ້ເຫັນຄວາມສຳຄັນຂອງການໄດ້ຮັບປະຊາ ທິປະໄຕ ຢູ່ໃນປະເທດຕ່າງໆ ເຊັ່ນໃນປະເທດຕູນີເຊຍ ໄນຈີເຣຍ ສຣີລັງກາແລະມຽນ ມາເຖິງແມ່ນວ່າຢູ່ໃນແຕ່ລະປະເທດເຫລົ່ານີ້ ຕ່າງກໍມີບັນຫາທ້າທາຍ ທີ່ຈຳເປັນຕ້ອງ ໄດ້ເອົາຊະນະ ແຕ່ພວກເຮົາກໍໄດ້ເຮັດວຽກຢ່າງໃກ້ຊິດ ກັບບັນດາປະ ເທດເຫລົ່ານັ້ນ ໃນຄວາມ ພະຍາຍາມເພື່ອຊ່ວຍເຫລືອເຂົາເຈົ້າເພື່ອໃຫ້ເອົາຊະນະ ບັນຫາທ້າທາຍ ເຫລົ່ານັ້ນ."
ເຈົ້າໜ້າທີ່ອະວຸໂສສະຫະລັດທ່ານນຶ່ງໄດ້ກ່າວຕໍ່ວີໂອເອວ່າ ລາຍງານນີ້ຈະຊ່ວຍແຈ້ງ ໃຫ້ພວກກຳນົດນະໂຍບາຍຂອງວໍຊິງຕັນຊາບ ກ່ຽວກັບການໃຫ້ຄວາມຊ່ວຍ ເຫລືອແກ່ ຕ່າງປະເທດ.
ທ່ານ Tom Malinowski ລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະເທດ ກ່າວວ່າ “ທ່ານສາມາດຮູ້ຢ່າງເປັນທີ່ແນ່ນອນໄດ້ວ່າ ເວລາໃດພວກເຮົາມີຫລັກຖານທີ່ເຊື່ອ ຖືໄດ້ ວ່າ ກົມກອງຫລືສະມາຊິກສ່ວນບຸກຄົນຂອງກຳລັງຣັກສາຄວາມປອດໄພຕ່າງປະເທດ ໄດ້ຕັ້ງລະເມີດການເຄົາລົບນັບຖືສິດທິມະນຸດຢ່າງຮ້າຍແຮງແລ້ວພວກເຮົາບໍ່ ແລະຈະ ບໍ່ໃຫ້ການຊ່ວຍເຫລືອແກ່ກົມກອງ ແລະສ່ວນບຸກຄົນເຫລົ່ານ້ັນ.”
ພວກນັກສັງເກດການບາງຄົນກ່າວວ່າ ບັນຫາການເຄົາລົບນັບຖືສິດທິມະນຸດຄວນມີອິດ ທິພົນຫລາຍກວ່ານີ້ໃນການກຳນົດນະໂຍບາຍການຕ່າງປະເທດຂອງ ສະຫະລັດ.
ທ່ານນາງ Sarah Margon ຜູ້ອຳນວຍການກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ນະຄອນຫລວງວໍຊິງຕັນ ກ່າວວ່າ “ຂ້າພະເຈົ້າຄິດວ່າ ນຶ່ງໃນຄວາມເປັນຫ່ວງ ທີ່ພວກເຮົາມີ ທີ່ອົງການ Human Rights Watch ກໍຄືເຖິງແມ່ນວ່າເອກກະສານນີ້ ເປັນທີ່ຖືກຕ້ອງທີ່ສຸດ ແລະແຈ້ງຂາວແກ່ສາຍຕາທີ່ສຸດ ກ່ຽວກັບວ່າ ມີຫຍັງເກີດຂຶ້ນຢູ່ ໃນຫລາຍໆປະເທດເຫລົ່ານີ້ ມັນບໍ່ໄດ້ຖືກໃຊ້ໃນທາງທີ່ເຫັນວ່າສົມຄວນ.”
ມັນເປັນຄຳສັ່ງຈາກສະພາ ປີນີ້ແມ່ນຄົບຮອບ 40 ປີ ທີ່ລັດຖະບານສະຫະລັດ ໄດ້ພິມເຜີຍ ແຜ່ລາຍງານວ່າດ້ວຍການເຄົາລົບນັບຖືສິດທິມະນຸດຂອງຕົນ.