ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ປີ 2011
ເປັນປີທີ່ສັບສົນວຸ້ນວາຍ ແລະປີທີ່ມີຄວາມໝາຍສຳຄັນ ສຳຫຼັບພວກທີ່ສິດທິມະນຸດຕົກຢູ່
ໃນຄວາມສ່ຽງຢູ່ໃນທົ່ວໂລກ ແລະສຳຫຼັບພວກທີ່ພະຍາຍາມຈະໃຫ້ມີການຮັບຮອງວ່າ
ລັດຖະບານປະຕິບັດຕາມການຄໍ້າປະກັນໃນດ້ານສິດທິມະນຸດ.
ທ່ານນາງ Clinton ກ່າວໃນວັນພະຫັດວານນີ້ວ່າ ປະຊາຊົນໄດ້ພາກັນທວງເອົາສິດທິຂອງ
ພວກເຂົາເຈົ້າ ຈາກການປະຕິວັດ ໃນລະດູບານໃໝ່ຂອງຊາວອາຣັບ ນັບແຕ່ພາກຕາເວັນ
ອອກກາງໄປຫາປະເທດມຽນມາບ່ອນທີ່ການປະຕິຮູບດ້ານການເມືອງຄັ້ງປະຫວັດສາດໄດ້
ເກີດຂຶ້ນນັ້ນ.
ທ່ານນາງໃຫ້ຂໍ້ສັງເກດວ່າ ປະຊາຊົນຊາວອີຈິບໄດ້ພາກັນໄປປ່ອນບັດເປັນເທື່ອທຳອິດເພື່ອ
ເລືອກເອົາຜູ້ນຳຂອງພວກເຂົາເຈົ້າ 15 ເດືອນ ຫຼັງຈາກປະທານາທິບໍດີ Hosni Mubarak
ທີ່ກຳອຳນາດມາເປັນເວລາດົນນານໄດ້ລາອອກທ່າມກາງການປະທ້ວງຂະໜາດໃຫຍ່.
ແຕ່ທ່ານນາງ Clinton ໄດ້ປະນາມການປະຕິບັດດ້ານສິດທິມະນຸດ ຂອງລັດຖະບານຊີເຣຍ
ໂດຍກ່າວອ້າງເຖິງຄວາມໂຫດຮ້າຍຂອງອຳນາດການປົກຄອງປະທານາທິບໍດີ Bashar al-
Assad ຕໍ່ປະຊາຊົນຊາວຊີເຣຍ.
ທ່ານນາງ Clinton ໃຫ້ທັດສະນະດັ່ງກ່າວ ໃນໂອກາດທີ່ກະຊວງການຕ່າງປະເທດສະຫະ
ລັດນຳອອກເຜີຍແຜ່ລາຍງານປະຈຳປີກ່ຽວກັບການປະຕິບັດຫຼືການເຄົາລົບນັບຖືສິດທິມະ
ນຸດ.
ລາຍງານເວົ້າວ່າ ການເຄົາລົບນັບຖືສິດທິມະນຸດຍັງສືບຕໍ່ຕົກຢູ່ໃນສະພາບຂີ້ຮ້າຍຫຼາຍ ຢູ່
ໃນຫຼາຍໆປະເທດ ທີ່ໄດ້ຮັບການຊັ່ງຊາຕີລາຄາໃນທາງລົບ ໃນປີ 2010 ຮວມທັງອີຣ່ານ
ເກົາຫຼີເໜືອ ເທີກເມນິສຖານ ອຸສເບັກກິສຖານ ຊີເຣຍ ບີລາຣຸສ ແລະຈີນ.
ລາຍງານສະບັບນີ້ ຍັງແຈ້ງໃຫ້ຊາບຕື່ມວ່າ ທ່າອຽງຂອງປີ 2011 ແມ່ນການປະຕິບັດຕໍ່
ພວກທີ່ນັບຖືສາສະໜາກຸ່ມນ້ອຍ ຮວມທັງສາສະໜາ Amadis, ບາຮາຍ ສາສະໜາພຸດ
ໃນທິເບດ ສາສະໜາຄຣິສຕ໌ ແລະສາສະໜາຢິວ.
ແຕ່ລາຍງານສະບັບນີ້ເວົ້າວ່າ ເຫດການໃນປະເທດມຽນມາ ອາດດົນໃຈກະຕຸກຊຸກຍູ້ໃຫ້
ສັງຄົມທີ່ປິດລັບທັງຫຼາຍປັບປຸງການເຄົາລົບນັບຖືສິດທິມະນຸດຂອງຕົນ. ລາຍງານເວົ້າວ່າ
ມຽນມາມີລັດຖະບານທີ່ພວມກ້າວໄປສູ່ການເປັນໂຕແບບ ໃນການເປີດກວ້າງ ມີປະຊາທິ
ປະໄຕ ສິດເສລີພາບຂັ້ນພື້ນຖານ ທີ່ເຊື່ອວ່າສາມາດນຳໄປສູ່ ການມີຫົວຄິດປະດິດສ້າງທີ່
ກວ້າງຂວາງຂຶ້ນກວ່າເກົ່າ ຄວາມອຸດົມຮັ່ງມີ ແລະການມີສ່ວນຂອງທຸກພັກຝ່າຍ.