ລາຍງານປະຈໍາປີທີ່ມີຊື່ວ່າການເຄົາລົບນັບຖືສິດທິມະນຸດ
ໃນປີ 2010 ແຕ່ກໍບໍ່ໄດ້ເມີນເສີຍຕໍ່ອັນທີ່ເອີ້ນວ່າການ
ປະທ້ວງເພື່ອປະຊາທິປະໄຕໃນລະດູບານໃໝ່ຂອງຊາວ
ອາຫຣັບຢູ່ໃນປະເທດຕ່າງໆໃນພາກຕາເວັນອອກກາງ
ແລະອາຟຣິກາເໜືອໃນປີນີ້ ແລະລາຍງານ ເວົ້າອີກວ່າ
ຖ້າການປະທ້ວງເຫຼົ່ານີ້ຫາກເກີດຜົນສໍາເລັດແລ້ວ ຂົງ
ເຂດດັ່ງກ່າວແລະໂລກຂອງ ເຮົາກໍຈະດີຂຶ້ນ.
ທ່ານນາງລັດຖະມົນຕີຕ່າງປະເທດສະຫະລັດ ຮິລລາຣີ
ຄລິນຕັນກ່າວວ່າ ພວກໃດກໍຕາມທີ່ພາກັນຜັກດັນໃຫ້
ມີການປະຕິຮູບປ່ຽນແປງນັ້ນ ສາມາດ ກາງຕໍ່ການ
ສະໜັບສະໜຸນຂອງສະຫະລັດໄດ້. ຊຶ່ງທ່ານນາງກ່າວ
ຕໍ່ໄປວ່າ:
“ສະຫະລັດແມ່ນຈະຢືນຢັດ ຢູ່ກັບພວກທີ່ຊອກສະແຫວງຫາຄວາມກ້າວໄກໄປໜ້າ ໃຫ້ແກ່ການມີປະຊາທິປະໄຕ ແລະສິດທິມະນຸດຢູ່ໃນແຫ່ງຫົນໃດກໍຕາມທີ່ພວກ ເຂົາເຈົ້າອາໃສຢູ່ນັ້ນ. ແລະພ້ອມດຽວກັນສະຫະລັດກໍຈະ ຢືນຢັດຢູ່ກັບພວກທີ່ ທໍາການຊົມໃຊ້ອິດສະຫຼະພາບຂັ້ນພື້ນຖານຂອງພວກ ເຂົາເຈົ້າໃນການສະແດງ ອອກຊຶ່ງຄວາມຄິດຄວາມເຫັນ ແລະການໂຮມຊຸມ ນຸມຂອງພວກເຂົາເຈົ້າໃນ ແນວທາງທີ່ສັນຕິ ບໍ່ວ່າຈະມາ ຈາກສ່ວນບຸກຄົນ ການພິມເຜີຍແຜ່ ຫລືຮູບພາບ ທີ່ລົງຢູ່ໃນອິນເທີເນັດ ກໍຕາມ.
ທ່ານນາງຄລິນຕັນ ໄດ້ອ້າງເຖິງທ່າອຽງທີ່ໜ້າເປັນຫ່ວງຢູ່ສາມປະການກ່ຽວກັບການເຄົາລົບ
ນັບຖືສິດທິມະນຸດ ນັ້ນກໍຄື ນຶ່ງ ການປາບປາມຢ່າງກວ້າງ ຂວາງຂອງຝ່າຍລັດຖະບານຕໍ່ກຸ່ມ
ສັງຄົມພົນລະເຮືອນແລະພວກນັກເຄຶ່ອນໄຫວ ສອງ ການວາງຂໍ້ຈໍາກັດຮັດແຄບຕໍ່ກິດຈະກໍາ
ທາງອິນເທີເນັທ ທີ່ຫ້າມບໍ່ໃຫ້ມີການສະແດງຄວາມຄິດເຫັນທີ່ເສລີ ແລະສາມການຈຳແນກ
ກີດກັນຕໍ່ພວກຊົນກຸ່ມນ້ອຍທີ່ອ່ອນແອ ໂຮມທັງ ພວກກະເທີຍ ແລະເລສບຽນນັ້ນ.
ໃນການໃຫ້ຄວາມຄິດຄວາມເຫັນ ທີ່ມີລາຍລະອຽດຫລາຍຜິດປົກກະຕິນັ້ນ ສໍາລັບລັດຖະມົນ
ຕີການຕ່າງປະເທດຢູ່ທີ່ພິທີນຳເຜີຍແຜ່ລາຍງານການເຄົາ ລົບນັບຖືສິດທິມະນຸດ ທ່ານນາງ
ຄລິນຕັນໄດ້ສະແດງຄວາມເສຍໃຈຫຼາຍ ກ່ຽວກັບການປາບປາມກຸ່ມສັງຄົມພົນລະເຮືອນຢູ່ໃນ
ປະເທດ Venezuela ແລະຣັດເຊຍ.
ທ່ານນາງກ່າວອີກວ່າ ທ່າອຽງໃນທາງລົບກ່ຽວກັບການເຄົາລົບນັບຖືສິດທິມະນຸດຢູ່ໃນຈີນ ຊຶ່ງ
ໄດ້ຂຽນບັນທຶກໄວ້ແລ້ວໃນລາຍງານປີ 2010 ນັ້ນ ແມ່ນຮ້າຍແຮງລົງໄປອີກໃນປີນີ້.
ທ່ານນາງຄລິນຕັນ ໄດ້ອ້າງເຖິງການຈັບກຸມ ແລະການກັກຂັງຕາມອໍາເພີໃຈ ພວກທະນາຍ
ຄວາມ ນັກຂຽນ ປັນຍາຊົນ ແລະພວກນັກເຄຶ່ອນໄຫວ ຂອງມະຫາຊົນນັ້ນ ນັບຕັ້ງແຕ່ເດືອນ
ກຸມພາປີນີ້ເປັນຕົ້ນມາ. ທ່ານນາງລັດຖະມົນຕີຕ່າງປະເທດຄລິນຕັນກ່າວຊີ້ແຈງຕໍ່ໄປວ່າ:
“ນຶ່ງໃນຫລາຍໆສິ່ງທີ່ເກີດຂຶ້ນເມື່ອໝໍ່ໆທີ່ ສຸດມານີ້ ກໍຄື ນາຍ Ai Weiwei ນັກ
ແຕ້ມຜູ້ມີຊື່ສຽງໂດ່ງດັງ ຖືກພວກເຈົ້າໜ້າທີ່ລັດຖະບານຈີນຄວບຄຸມຕົວພຽງເມື່ອ
ວັນອາທິດກ່ອນນັ້ນ ຊຶ່ງການກັກຕົວໃນທໍານອງນີ້ ແມ່ນຂັດຕໍ່ການປົກຄອງດ້ວຍ
ຕົວບົດກົດໝາຍ. ແລະພວກເຮົາຂໍຮຽກຮ້ອງໃຫ້ຈີນຈົ່ງປ່ອຍຕົວໝົດທຸກໆຄົນທີ່
ຖືກກັກຂັງຈາກຂໍ້ຫາໃຊ້ສິດທິຂອງພວກເຂົາເຈົ້າສໍາລັບການສະແດງຄວາມຄິດ
ຄວາມເຫັນທີ່ນານາຊາດຮັບຮູ້ຢູ່ແລ້ວນັ້ນ ແລະໃຫ້ລັດຖະບານຈີນຈົ່ງເຄົາລົບ
ນັບຖືເສລີພາບຂັ້ນພື້ນຖານຂອງສິດທິມະນຸດຂອງປະຊາຊົນຈີນ ໝົດທຸກຄົນ.”
ທ່ານນາງຄລິນຕັນ ໄດ້ລະບຸເອົາປະເທດມຽນມາ ແລະຄິວບາເປັນປະ ເທດລ່ວງລະເມີດຮ້າຍ
ແຮງສຸດ ໃນຈໍານວນລັດຖະບານ 40 ປະເທດ ທີ່ຫ້າມບໍ່ໃຫ້ໃຊ້ອິນເທີເນັດ ຍ້ອນເຫດຜົນ
ທາງການເມືອງນັ້ນ.
ທ່ານນາງຄລິນຕັນ ໄດ້ອ້າງວ່າ ອີຣ່ານໄດ້ປະຫານຊີວິດແບບຮວບຮັດຕັດ ຕອນພວກນັກ
ເຄື່ອນໄຫວເພື່ອສິດທິມະນຸດແລະພວກອື່ນໆອີກຫລາຍກວ່າ 300 ຄົນ ແລະ ປະເທດຢູກັນ
ດາ ໃນສິ່ງທີ່ທ່ານນາງເອີ້ນວ່າ ຄວາມຄຽດ ຊັງຕໍ່ພວກຮັກຮ່ວມເພດທີ່ໄດ້ຮັບການສະໜັບ
ສະໜຸນຈາກລັດຖະບານນັ້ນ.
ລາຍງານດັ່ງກ່າວຍັງໄດ້ປະນາມພາບພົດທີ່ໜ້າຢ້ານກົວກ່ຽວກັບການເຄົາ ລົບນັບຖືສິດທິມະ
ນຸດຢູ່ໃນເກົາຫລີເໜືອ ການສືບຕໍ່ກັກຂັງພວກນັກໂທດການເມືອງໄວ້ຫລາຍກວ່າ 2,100
ຄົນໃນມຽນມາ ແລະການຈໍາຄຸກພວກທີ່ພ່າຍແພ້ໃນການສະໝັກເລືອກຕັ້ງເປັນປະທານາທິ
ບໍດີທີ່ປະເທດເບລາຣູສ ໃນປີກາຍນີ້.
ທ່ານນາງລັດຖະມົນຕີຕ່າງປະເທດຄລິນຕັນກ່າວວ່າ ລາຍງານວ່າດ້ວຍການ ເຄົາລົບນັບຖື
ສິດທິມະນຸດ ທີ່ໄດ້ດຳເນີນມາເປັນເວລາ 35 ປີ ຕາມຄໍາສັ່ງຂອງສະພາຄອງແກຣສສະ
ຫະລັດນັ້ນ ແມ່ນໄດ້ສ້າງຄວາມກ້າວໜ້າ.
ແຕ່ທ່ານ T. Kumar ຜູ້ອໍານວຍການອົງການນິລະໂທດກໍາສາກົນ ຫຼື Amnesty
International ກ່າວວ່າ ປະທານາທິບໍດີ ບາຣັກ ໂອບາມາ ແມ່ນຈະຕ້ອງເອົາທ່າທີທີ່ເຂັ້ມ ແຂງ ແລະໂດຍກົງຫຼາຍຂຶ້ນກວ່າເກົ່າກັບພວກປະເທດທີ່ເປັນເພື່ອນມິດຂອງສະຫະລັດນັ້ນ
ຊຶ່ງໂຮມທັງອິນເດຍ ແລະຈີນ ນັ້ນນໍາ. ທ່ານ ຄູມາ ກ່າວຕໍ່ໄປວ່າ:
“ປະທານາທິບໍດີໂອບາມາຄວນຈະໄດ້ພົບປະກັບພວກນັກໂທດການເມືອງຈີນ ເວລາທ່ານໄປຢ້ຽມຢາມຈີນຄັ້ງຜ່ານມານັ້ນ. ທ່ານໂອບາມາຄວນຜັກດັນໃຫ້
ມີເງຶ່ອນໄຂ ແລະທ່ານຄວນຈະເວົ້າວ່າ ຂ້າພະເຈົ້າບໍ່ສາມາດມາຢ້ຽມຢາມປະ
ເທດຂອງທ່ານໄດ້ ຖ້າພວກທ່ານບໍ່ປ່ອຍພວກນັກໂທດເຫລົ່ານັ້ນເສຍກ່ອນ”
ທ່ານນາງລັດຖະມົນຕີຕ່າງປະເທດຄລິນຕັນ ກ່າວວ່າ ສັງຄົມຕ່າງໆຈະມີ ຄວາມຈະເລີນທາງ
ດ້ານເສດຖະກິດ ແລະການເມືອງ ເວລາໃດພວກເຂົາເຈົ້າແກໄຂບັນຫາຕ່າງໆເລຶ່ອງສິດທິ
ມະນຸດ ແທນທີ່ຈະທຳການກົດຂີ່ປາບ ປາມ. ທ່ານນາງຄລິນຕັນກ່າວສະລຸບວ່າເສລີພາບ
ຈາກຄວາມຢ້ານກົວນັ້ນ ແມ່ນສ້າງຄວາມເຕີບໂຕທາງເສດຖະກິດໄດ້ ໃນຂະນະທີ່ພວກປະ
ຊາຊົນພາກັນລົງທຶນ ພາກັນປະດິດຄິດສ້າງ ແລະພາກັນເຂົ້າປະກອບສ່ວນ.