ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ​ລິ​ສັດ​ຫົວ​ເຫວີຍ ຂອງ​ຈີນ ​ຂໍ​ໃຫ້​ສານຕັດ​ສິນ​ຢ່າງ​ໄວ ​ໃນ​ການ​ຫ້າມ ​ຂອງ ສະ​ຫະ​ລັດ


​ຄົນ​ຜູ້​ນຶ່ງ​ກຳ​ລັງ​ຍ່າງ​ຜ່ານ​ປ້າຍ​ບໍ​ລິ​ສັດ​ຫົວ​ເຫວີຍ ທີ່​ນະ​ຄອນ​ລອນດອນ ວັນ​ທີ 29 ເມ​ສາ 2019.
​ຄົນ​ຜູ້​ນຶ່ງ​ກຳ​ລັງ​ຍ່າງ​ຜ່ານ​ປ້າຍ​ບໍ​ລິ​ສັດ​ຫົວ​ເຫວີຍ ທີ່​ນະ​ຄອນ​ລອນດອນ ວັນ​ທີ 29 ເມ​ສາ 2019.

ບໍ​ລິ​ສັດ​ຍັກ​ໃຫຍ່ໂທ​ລະ​ຄົມ​ມະ​ນາ​ຄົມ ຫົວ​ເຫວີຍຂອງ​ຈີນ ໄດ້​ຂໍ​ໃຫ້​ສານ​ລັດ​ຖະ​ບານ​ກາງ​
ສະ​ຫະ​ລັດ​ຕັດ​ສິນ ໂດຍປາດ​ສະ​ຈາກ​ການ​ດຳ​ເນີນ​ຄະ​ດີ ກ່ຽວ​ກັບກົດ​ໝາຍ ທີ່​ໄດ້​ຫ້າມ
ບັນ​ດາ​ອົງ​ການຕ່າງໆ​ຂອງລັດ​ຖະ​ບານ ພວກ​ສັນ​ຍາ​ຈ້າງ ແລະ​ຜູ້​ໄດ້​ຮັບ​ທຶນ ​ບໍ່​ໃຫ້​ຊື້ຫຼື​
ໃຊ້​ພະ​ລິດ​ຕະ​ພັນ​ຫົວ​ເຫວີຍນັ້ນ ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.

ບັນ​ດາ​ທະ​ນາຍ​ຄວາມ​ບໍ​ລິ​ສັດ​ຫົວ​ເຫວີຍ​ໄດ້ຂໍ​ຮ້ອງຜູ້​ພິ​ພາກ​ສາ​ ໃນ​ວັນ​ອັງ​ຄານ​ວານ​ນີ້
​ເພື່ອ​ເລັ່ງການ​ຕັດ​ສິນໃນ​ການ​ຟ້ອງ​ຮ້ອງທີ່​ທາງບໍ​ລິ​ສັດ​ທີ່​ໄດ້​ຍື່ນໃນດືອນ ​ມີ​ນານັ້​ນ.

ການ​ຂໍ​ຮ້ອງ​ກ່າວ​ວ່າ ​ຂໍ້​ຄວາມ​ຢູ່​ໃນ​ກົດ​ໝາຍກ່ຽວ​ກັບ​ການ​ອະ​ນຸ​ມັດ​ເພື່ອ​ປ້ອງ​ກັນຊາດ
ລະ​ເມິດ​ຕໍ່ຂັ້ນ​ຕອນ​ທາງ​ກົດ​ໝາຍ ແລະ​ເທົ່າ​ກັບ​ການ​ຕັດ​ສິນ​ຂອງ​ສະ​ພາ​ທີ່​ວ່າບໍ​ລິ​ສັດ​ມີ​

ຄວາມ​ຜິດ ​ໂດຍປາດ​ສະ​ຈາກ​ກາ​ດຳ​ເນີນ​ຄະ​ດີ ແລະ​ປາດ​ສະ​ຈາກຊ່ອງ​ທ​າງໃດໆ​ທີ່​ບໍ​ລິ​
ສັດ​ຫົວ​ເຫວີຍຈະ​ທ້າ​ທາຍ​ຕໍ່​ຜົນ​ທີ່​ອອກ​ມາ. ຫົວ​ເຫວີຍ​ໄດ້​ຮ້ອງ​ຂໍ​ໃຫ້ຜູ້​ພິ​ພາກ​ສາ​ຕັດ​ສິນ
​ວ່າ ​ບໍ່​ມີ​ການ​ໂຕ້​ແຍ້ງໃນ​ຄວາມ​ຈິງ​ຂອງ​ຄະ​ດີ​ ແລະ​ຕັດ​ສິນ​ເຫັນ​ພ້ອມ​ສຳ​ລັບ​ບໍ​ລິ​ສັດ
ຫົວ​ເຫວີຍ.

ບັນ​ດາ​ສະ​ມາ​ຊິກ​ສ​ະ​ພາຮວມເອົາ​ຂໍ້​ກຳ​ນົດ​ເຂົ້າ​ໃນຮ່າງ​ງົບ​ປະ​ມານປ້ອງ​ກັນ​ປະ​ເທດ ໃນ
ປີ​ກາຍ​ນີ້ ເພາ​ະ​ວ່າ​ອັນ​ທີ່​ເຂົາ​ເຈົ້າ​ກ່າວ​ຫາ​ວ່າ​ ຄວາມ​ສຳ​ພັນ​ລະ​ຫວ່າງ ​ບໍ​ລິ​ສັດຫົວ​ເຫວີຍ
ແລະ​ລັດ​ຖະ​ບານ​ຈີນ ແລະ​ມີ​ຄວາມເປັນ​ຫ່ວງ​ໃນດ້ານ​ຄວາມ​ປອດ​ໄພ ທີ່​ເກີດ​ຂຶ້ນ​ມາ
​ຈາກ​ຄວາມ​ສຳ​ພັນ​ດັ່ງ​ກ່າວ.

​ບໍ​ລິ​ສັດຫົວ​ເຫວີຍ​ໄດ້​ປະ​ຕິ​ເສດ​ວ່າ ​ຕົນ​ບໍ່​ໄດ້​ຢູ່ພາຍ​ໃຕ້​ການ​ຄວບ​ຄຸມໃດໆຂອງ​ລັດ​ຖະ​
ບານ​ຈີນ.

ບໍ​ລິ​ສັດ​ດັງ​ກ່າວ​ຍັງ​ເວົ້າວ່າ​ ການ​ຫ້າມ​ຂອງສະ​ຫະລັດ ໄດ້​ເປັນ​ການ​ປະ​ຈານ​ຕໍ່​ບໍ​ລິ​ສັດ
ແລະ​ບັນ​ດາ​ພະ​ນັກ​ງານ ລົບ​ກວນ​ສັນ​ຍາ​ທີ່​ມີ​ຢູ່ແລະ “ເປັນ​ການ​ຂົ່ມ​ຂູ່​ທີ່​ຮ້າຍ​ ແຮງ​ຕໍ່
ຄວາມ​ສາ​ມາດ​ໃນ​ການ​ເຮັດ​ທຸ​ລະ​ກິດ​ຢູ່​ໃນ​ສະ​ຫະ​ລັດຕໍ່​ໄປ​ຂອງບໍ​ລິ​ສັດ​ຫົວ​ເຫວີຍ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG