ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕໍ່າ ສຫລ ອະນຸມັດໃຫ້ສ້າງຕັ້ງ ກຳມາທິການສືບສວນ ການໂຈມຕີຫໍລັດຖະສະພາ ໃນເດືອນມັງກອນ ຜ່ານມາ


ຕໍາຫລວດໄດ້ປະທະກັນກັບພວກປະທ້ວງທີ່ສະໜັບສະໜຸນທ່ານທຣໍາ ທີ່ກໍາລັງບຸກເຂົ້າໄປໃນຫໍລັດຖະສະພາ ໃນນະຄອນຫລວງວໍຊິງຕັນ, ວັນທີ 6 ມັງກອນ, 2021
ຕໍາຫລວດໄດ້ປະທະກັນກັບພວກປະທ້ວງທີ່ສະໜັບສະໜຸນທ່ານທຣໍາ ທີ່ກໍາລັງບຸກເຂົ້າໄປໃນຫໍລັດຖະສະພາ ໃນນະຄອນຫລວງວໍຊິງຕັນ, ວັນທີ 6 ມັງກອນ, 2021

ສະພາຕໍ່າຂອງສະຫະລັດໃນວັນພຸດວານນີ້ ໄດ້ອະນຸມັດການສ້າງຕັ້ງຄະນະກຳມາທິການ ອິດສະຫຼະເພື່ອສືບສວນການກໍ່ຈາລະຈົນທີ່ຫໍລັດຖະສະພາສະຫະລັດໃນວັນທີ 6 ມັງກອນຜ່ານມາ ເມື່ອກຸ່ມຜູ້ສະໜັບສະໜູນອະດີດປະທານາທິບໍດີ ດໍໂນລ ທຣໍາ ພະຍາຍາມຂັດຂວາງບັນດາສະມາຊິກສະພາບໍ່ໃຫ້ຢັ້ງຢືນວ່າທ່ານໄດ້ເສຍໄຊໃນການເລືອກຕັ້ງໃນເດືອນພະຈິກທີ່ຜ່ານມາໃຫ້ແກ່ປະທານາທິ ບໍດີ ໂຈ ໄບເດັນ ທີ່ມາຈາກພັກເດໂມແຄຣັດ.

ສະພາຕໍ່າທີ່ຄວບຄຸມໂດຍພັກເດໂມແຄຣັດ, ຮ່ວມກັບສະມາຊິກ 35 ຈາກພັກຣີພັບບລິກັນໄດ້ລົງຄະແນນສຽງ 252 ຕໍ່ 175 ເພື່ອສ້າງຕັ້ງຄະນະກຳມາທິການທີ່ຄ້າຍຄືກັບຄະນະທີ່ສືບສວນການໂຈມຕີສະຫະລັດ ໃນການກໍ່ການຮ້າຍຂອງເຄືອຂ່າຍອາລ-ຄາຍດາ (al-Qaida) ໃນປີ 2001 ນັ້ນ.

ແຕ່ຊະຕາກຳຂອງນິຕິກໍາດັ່ງກ່າວຍັງບໍ່ແນ່ນອນເທື່ອຢູ່ໃນສະພາສູງທີ່ມີການແຕກແຍກກັນທາງການເມືອງ, ບ່ອນທີ່ຜູ້ນຳພັກຣີພັບບລີກັນທ່ານມິດຈ໌ ແມັກຄອນແນລກ່າວໃນວັນພຸດວານນີ້ວ່າ ທ່ານຄັດຄ້ານຕໍ່ກຳມາທິການດັ່ງກ່າວ, ນຶ່ງມື້ຫຼັງຈາກທ່ານກ່າວວ່າ ທ່ານເປີດໃຈຕໍ່ແນວຄິດນັ້ນ. ກົດລະບຽບໃນດ້ານນິຕິກຳຂອງສະພາສູງຈະບັງຄັບໃຫ້ພັກເດໂມແຄຣັດຕ້ອງໄດ້ຮັບຄະແນນສຽງຢ່າງໜ້ອຍ 10 ສຽງຈາກພັກຣີພັບບລີກັນເພື່ອຈະສ້າງຕັ້ງຄະນະກຳມາທິການດັ່ງກ່າວນັ້ນຂຶ້ນໄດ້.

ບັນດາສະມາຊິກສະພາສັງກັດພັກຣີພັບບລີກັນຫຼາຍສິບທ່ານ, ເຊິ່ງຫຼາຍຄົນແມ່ນໄດ້ຍຶດໝັ້ນຢູ່ກັບທ່ານທຣໍາ ເຖິງແມ່ນວ່າທ່ານໄດ້ສູນເສຍການດໍາລົງຕໍາແໜ່ງໃນທຳນຽບຂາວ ແລະອອກຈາກນະຄອນຫຼວງວໍຊິງຕັນໄປແລ້ວກໍຕາມ ໄດ້ອອກສຽງຄັດຄ້ານການສ້າງຄະນະກໍາມາທິການທີ່ແນ່ນອນວ່າມັນຈະສະແດງໃຫ້ເຫັນເຖິງບົດບາດຂອງທ່ານໃນວັນທີ 6 ມັງກອນຜ່ານມານີ້ ຢູ່ໃນການໂຮມຊຸມນຸມຢູ່ນອກທຳນຽບຂາວ 1 ຊົ່ວໂມງ ກ່ອນຄວາມວຸ້ນວາຍຈະເກີດຂື້ນທີ່ຫໍລັດຖະສະພາ.

ທ່ານທຣໍາໄດ້ຮຽກຮ້ອງໃຫ້ພວກສະໜັບສະໜູນທ່ານຫຼາຍພັນຄົນເດີນຂະບວນໄປຫາຫໍລັດຖະສະພາແລະ “ສູ້ໃຫ້ເຖິງທີີ່ສຸດເລີຍ” ກັບບັນດາສະມາຊິກສະພາໃນຂະນະທີ່ພວກເພິ່ນຮັບຮອງເອົາໄຊຊະນະຂອງທ່ານໄບເດັນ ໃນການລົງຄະແນນສຽງຂອງຜູ້ເທນການເລືອກຕັ້ງ ທີ່ກຳນົດຜົນຂອງການເລືອກຕັ້ງປະທານາທິບໍດີສະຫະລັດນັ້ນ.

ຜູ້ກໍ່ຈາລະຈົນປະມານ 800 ຄົນ, ເຊິ່ງສ່ວນໃຫຍ່ພວກເຂົາເຈົ້າໃສ່ໝວກ ແລະເສື້ອທີ່ມີຮູບທ່ານທຣໍາ ໄດ້ບຸກຜ່ານເຂດຍາມຂອງຕຳຫຼວດ ເຂົ້າໄປໃນຫໍລັດຖະສະພາ, ພັງປະຕູ ແລະປ່ອງຢ້ຽມ ແລະໄດ້ເຂົ້າໄປຄວບຄຸມ ຫ້ອງປະຊຸມຂອງລັດຖະສະພາສອງຫ້ອງ, ກວດເບິ່ງເອກະສານຢ່າງວ່ອງໄວຢູ່ໃນຫ້ອງການຫຼາຍຫ້ອງຂອງສະມາຊິກສະພາ, ສູ້ຢັນກັນກັບຕຳຫຼວດກ່ອນທີ່ຈະກັບສູ່ຄວາມເປັນລະບຽບອີກໃນຫລາຍຊົ່ວໂມງຕໍ່ມາ. ມີ 5 ຄົນເສຍຊີວິດ, ແລະຫລາຍກວ່າ 400 ຄົນໄດ້ຖືກຈັບ ແລະຖືກກ່າວຫາວ່າມີການກະທຳຜິດທາງອາຍາໃນຫລາຍແບບ.

ທ່ານທຣໍາ ໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນອັງຄານຜ່ານມາຮຽກຮ້ອງໃຫ້ພັກຣີພັບບລິກັນ ຄັດຄ້ານການອະນຸມັດສິ່ງທີ່ທ່ານເອີ້ນວ່າ "ແຮ້ວຂອງພັກເດໂມແຄຣັດ" ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG