ສະພາຕຳ່ ສະຫະລັດ ໄດ້ຮັບຜ່ານຮ່າງກົດໝາຍເພື່ອຍຸດ
ຕິການເກັບກຳບັນທຶກໂທລະສັບເປັນຈຳນວນຫຼວງຫຼາຍ
ຂອງຊາວອາເມຣິກັນ ໂດຍອົງການຄວາມໝັ້ນຄົງແຫ່ງ
ຊາດ ຫລື NSA.
ຮ່າງກົດໝາຍ ທີ່ຮູ້ກັນໃນນາມ USA Freedom Act
ເປັນຮ່າງກົດໝາຍສະ ບັບທຳອິດ ເພື່ອເປັນການສະໜອງ
ຕອບຕໍ່ການເປີດເຜີຍຂອງອະດີດພະນັກງານ ສັນຍາຈ້າງ
ຂອງອົງການຄວາມໝັ້ນຄົງແຫ່ງຊາດ ທ້າວ Edward
Snowden ທີ່ໄດ້ກະຕຸ້ນໃຫ້ນາໆຊາດ ມີໂກດແຄ້ນ ກ່ຽວ
ກັບຂອບເຂດໃນການຕິດຕາມສອດ ແນມຂອງສະຫະລັດ.
ຮ່າງກົດໝາຍນີ້ ຈະຢຸດເຊົາ ການປະຕິບັດງານຂອງອົງການຄວາມໝັ້ນຄົງແຫ່ງຊາດ
ໃນການເກັບກຳເອົາຂໍ້ມູນລາຍລະອຽດ ການໃຊ້ໂທລະສັບ ຂອງຊາວອາເມຣິກັນ ແລະ
ເກັບຮັກສາໄວ້ຢ່າງໝ້ອຍຫ້າປີ ແລະຈະໃຫ້ເຈົ້າໜ້າທີ່ຂອງອົງການ ຄວາມໝັ້ນຄົງແຫ່ງ
ຊາດ ຮ້ອງຂໍເອົາບັນທຶກເຫຼົ່ານີ້ ຈາກບັນດາບໍລິສັດໂທລະສັບຕ່າງໆ ໃນເວລາທີ່ມີການ
ສືບສວນກ່ຽວກັບການກໍ່ການຮ້າຍ ເພື່ອສະໜອງຕອບຕໍ່ຄຳສັ່ງຂອງສານ.
ໂຄງການຕິດຕາມສີ້ງຊອມຂອງອົງການຄວາມໝັ້ນຄົງ ໄດ້ຖືກເປີດເຜີຍໃຫ້ຊາບ ໃນປີ
ກາຍນີ້ ຫລັງຈາກທ້າວ Snowden ໄດ້ໃຊ້ໜ້າທີ່ການຂອງລາວ ໃນນາມ ເຈົ້າໜ້າທີ່
ຄວບຄຸມລະບົບຄອມພິວເຕີ້ ລັກເອົາບັນທຶກຂໍ້ມູນລັບ ຫລາຍສິບພັນໜ້າຈາກອົງການ
ຄວາມໝັ້ນຄົງແຫ່ງຊາດ ຢູ່ທີ່ຫ້ອງການຂອງອົງການຄວາມໝັ້ນຄົງ ແຫ່ງຊາດ ທີ່ລັດ
ຮາວາຍ.
ປັດຈຸບັນນີ້ ຮ່າງກົດໝາຍດັ່ງກ່າວ ກຳລັງສົ່ງໄປໃຫ້ສະພາສູງພິດຈາລະນາ.