ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ພາ​ຕ່ຳ ສະ​ຫະ​ລັດ ລົງ​ຄະ​ແນນ​ສຽງ​ ເພື່ອ​ຕຳ​ໜິ ທ່ານ​ນາງ ຕະ​ລາ​ອິບ ສຳ​ລັບ​ຄຳ​ເວົ້າ ກ່ຽວ​ກັບ ອິ​ສ​ຣາ​ແອ​ລ ກັບ​ກຸ່ມ​ຮາ​ມາ​ສ


ສະ​ມາ​ຊິກ​ສະ​ພາ​ຕ່ຳ ທ່ານ​ນາງ ຣາ​ຊີ​ດາ ຕະ​ລາ​ອິບ ຈາກ​ລັດ ມິ​ຊິ​ແກັນ ກ່າວ​ຄຳ​ປາ​ໄສ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ນາງ ກ່ຽ​ວ​ກັບ ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ເບີ​ນີ ແຊນ​ເດີ​ສ໌, ເມືອງ ໄຄຼ​ຟ, ລັດ ໄອ​ໂອ​ວາ, 31 ມັງ​ກອນ 2020.
ສະ​ມາ​ຊິກ​ສະ​ພາ​ຕ່ຳ ທ່ານ​ນາງ ຣາ​ຊີ​ດາ ຕະ​ລາ​ອິບ ຈາກ​ລັດ ມິ​ຊິ​ແກັນ ກ່າວ​ຄຳ​ປາ​ໄສ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ນາງ ກ່ຽ​ວ​ກັບ ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ເບີ​ນີ ແຊນ​ເດີ​ສ໌, ເມືອງ ໄຄຼ​ຟ, ລັດ ໄອ​ໂອ​ວາ, 31 ມັງ​ກອນ 2020.

ສະ​ພາ​ຕ່ຳ​ໄດ້​ລົງ​ຄະ​ແນນ​ສຽງ ​ເພື່ອ​ຕິ​ຕຽນ​ສະ​ມາ​ຊິ​ກ​ສະ​ພາ​ຕ່ຳ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານນາງ ຣາ​ຊີ​ດາ ຕະ​ລາ​ອິບ ຈາກ​ລັດ​ມິ​ຊິ​ແກັນ ສຳ​ລັບ​ຄຳ​ເວົ້າ​ຂອງ​ທ່ານ​ນາງ ກ່ຽວ​ກັບ ສົງ​ຄາມ​ລະ​ຫວ່າງ ອິສ​ຣາ​ແອ​ລ ກັບ​ກຸ່ມ​ຮາ​ມາ​ສ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ການ​ດຳ​ເນີນ​ການ​ຂອງ​ຄືນ​ວັນ​ອັງ​ຄານ​ວານນີ້​ແມ່ນ​ການ​ຕຳ​ໜິ​ທີ່​ພິ​ເສ​ດ ກ່ຽວ​ກັບ ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ ປາ​ແລັ​ສ​ໄຕ​ນ໌ ພຽງ​ຄົນ​ດຽວ​ ໃນ​ລັດ​ຖະ​ສະ​ພາ.

ຮ່າງ​ມະ​ຕິ​ເພື່ອ​ຕຳ​ໜິ​ທ່ານ​ນາງ ຕະ​ລາ​ອິບ ແມ່ນ​ຖືກ​ນຳ​ສະ​ເໜີ​ໂດຍ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສັງ​ກັດພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ຣິດ​ຈ໌ ແມັກ​ຄໍ​ມິກ ຈາກ​ລັດ​ຈໍ​ເຈຍ ໃນ​ການ​ຕອບ​ໂຕ້​ຕໍ່​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ​ເປັນ​ຄຳ​ເວົ້າ​ຕໍ່​ຕ້ານ​ຊາວ​ຢິວ ຂອງ​ທ່ານ​ນາງ ຕະ​ລາ​ອິບ. ການ​ໂຕ້​ຖຽງ​ກັນ ກ່ຽວ​ກັບ ຮ່າງ​ມະ​ຕິ​ການ​ຕຳ​ໜິ​ດັ່ງ​ກ່າວ​ແມ່ນ​ສະ​ເທືອນ​ອາ​ລົມ ແລະ ເຄັ່ງ​ຕຶງ. ດ້ວຍ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຄົນ​ອື່ນໆ​ຢືນ​ຄຽງ​ຂ້າງ​ທ່ານ​ນາງ​ນັ້ນ, ທ່ານ​ນາງ ຕະ​ລາ​ອິບ ໄດ້​ປ້ອງ​ກັນ​ຈຸດ​ຢືນ​ຂອງ​ລາວ, ໂດຍ​ເວົ້າ​ວ່າ​ລາວ “ຈະ​ບໍ່​ມິດ​ງຽບ​ຢູ່ ແລະ ຈະ​ບໍ່​ປ່ອຍ​ໃຫ້​ພວກ​ເຈົ້າ​ບິດ​ເບືອນ​ຄຳ​ເວົ້າ​ຂອງ​ຂ້ອຍ.”

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຜູ້​ທີ່​ໄດ້​ຄັດ​ຄ້ານ​ການ​ຕຳ​ໜິ​ຕໍ່​ທ່ານ​ນາງ ຕະ​ລາ​ອິບ ໄດ້​ອ້າງ​ເຖິງ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ ແລະ ໄດ້​ເຕືອນ​ ກ່ຽວ​ກັບ ການ​ທີ່​ມັນ​ຈະ​ຖືກ​ຕັ້ງ​ເປັນ​ບັນ​ທັດ​ຖານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG