ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາຕໍ່າ ອະນຸຍາດ ໃຫ້ສືບຕໍ່ ຕິດຕາມ ການໃຊ້ ໂທລະສັບ


ຮູບອ​ະດີດ​ພະນັກງານ​ສັນຍາ​ຈ້າງ ຂອງ​ອົງຮັກສາ​ຄວາມ​ປອດ​ໄພ​ແຫ່ງ ຊາດ ທ້າວ Edward Snowden
ຮູບອ​ະດີດ​ພະນັກງານ​ສັນຍາ​ຈ້າງ ຂອງ​ອົງຮັກສາ​ຄວາມ​ປອດ​ໄພ​ແຫ່ງ ຊາດ ທ້າວ Edward Snowden
ສະພາ​ຕໍ່າ​ສະຫະລັດ ​ໄດ້​ລົງ​ຄະ​ແນນ​ສຽງ ອະນຸຍາດໃຫ້ອົງການ​
ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດຫຼື NSA ສືບ​ຕໍ່​ເກັບ​ກໍາ​ເອົາປະ
ຫວັດ​ການ​ໃຊ້​ໂທລະສັບ​ຂອງ ປະຊາຊົນຊາວອາ​ເມຣິກັນ
ຫລາຍ​ໆລ້ານ​ຄົນ ​ໃນ​ການ​ຕໍ່ສູ້ຕ້ານການ​ກໍ່​ການ​ຮ້າຍ.

ສະພາ​ຕໍ່າ ​ໄດ້​ປະຕິ​ເສດ​ດ້ວຍ​ຄະ​ແນນ​ສຽງ​ໃກ້​ຄຽງ​ກັນ ໃນ​ວັນ​
ພຸດ​ວານ​ນີ້ ຕໍ່ບົດ ແກ້​ໄຂ​ດັດແປງ​ທີ່​ອາດ​ຈະ​ເຮັດ​ໃຫ້​ໂຄງການ​
ດັ່ງກ່າວສິ້ນສຸດ​ລົງ. ການ​ແກ້​ໄຂ​ດັດ​ແປງ​ທີ່​ວ່າ​ນີ້ ​ໄດ້​ຄັດ​ຕິດ​ໃສ່​
ກັບຮ່າງ​ກົດໝາຍ​ການ​ໃຊ້​ຈ່າຍດ້ານ​ປ້ອງກັນ​ປະ​ເທດ​ສໍາລັບ​ປີ
2014 ຊຶ່ງ​ເຮັດ​ໃຫ້ມີ​ການ​ອະພິປາຍ​ກັນ​ຢ່າງ​ດຸ​ເດືອດ​ຢູ່​ໃນ​ສະ
ພາ ກ່ຽວ​ກັບ​ຄວາມ​ກໍ້າ​ເກິ່ງລະຫວ່າງຄວາມ​ປອດ​ໄພ​ຂອງ​ປະ
​ເທດ ​ແລະ​ຄວາມ​ເປັນ​ຫ່ວງຂອງ​ສ່ວນ​ບຸກຄົນ.

ລັດຖະບານ ທ່ານ Obama ບັນດາຜູ້ຊ່ຽວຊານດ້ານຄວາມ
ປອດໄພແຫ່ງຊາດ ຢູ່​ໃນລັດຖະສະພາ​ແລະ​ບັນ​ດາ​ສະມາຊິ
ສະພາ​ຕໍ່າ​ສັງກັດພັກ​ຣີພັບ​ບລິ​ກັນຫຼາຍ ທ່ານ​ໄດ້​ວິ່ງ​ເຕັ້ນສຸດ
ຂີດ ​ຂັດຂວາງ​ການ​ດຳ​ເນີນຄວາມ​ພະຍາຍາມ​ທີ່ຈະ​ຍຸຕິ​ຫຼືສັງ
ຫານໂຄງການດັ່ງກ່າວ. ບັນດາ​ສະມາຊິກນິຍົມ​ແນວທາງເດີມ ທີ່ມີ​ຫົວ​ອຽງ​ເສຣີ ​ແລະ
ສະມາຊິກ​ພັກ​ເດ​ໂມ​ແຄຣັດຫົວ​ເສຣີນິຍົມຈໍານວນ​ນຶ່ງ​ໄດ້​ໃຫ້ການ​ສະໜັບສະໜຸນ​ຕໍ່​ບົດ
ແກ້​ໄຂດັ່ງກ່າວ.

​ເຖິງ​ແມ່ນ​ວ່າ ບົດ​ແກ້​ໄຂສະບັບ​ນີ້​ຫາກ​ຜ່ານ​ສະພາ​ຕໍ່າ​ໄປ ​ແຕ່​ກໍ​ມີ​ທ່າ​ທາງ​ວ່າ​ຈະ​ບໍ່ສາມາດ
ຜ່ານ​ສະພາ​ສູງ​ໄດ້ ​ແລະ​ອາດ​ຈະຖືກວີ​ໂຕ້ ​ຫຼື​ໃຊ້​ສິດ​ຍັບ​ຍັ້ງ​ຈາກປະທານາ ທິບໍດີ Barack
Obama.

ທໍານຽບຂາວກ່າວ​ວ່າ ປະທານາທິບໍດີ Barack Obama ຍັງ​ເປີດ​ກວ້າງ ທີ່​ຈະ​ຖະ​ແຫລ​ງ
ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ຂອງ​ສ່ວນ​ບຸກຄົນ ຍ້ອນ​ຂ່າວ​ຮົ່ວໄຫລ​ທີ່​ມີ​ການ ​ເປີດ​ເຜີຍ​ໂດຍອ​ະ
ດີດ​ພະນັກງານ​ສັນຍາ​ຈ້າງ ຂອງ​ອົງຮັກສາ​ຄວາມ​ປອດ​ໄພ​ແຫ່ງ ຊາດ ທ້າວ Edward
Snowden ​ໃນ​ເດືອນ​ແລ້ວ​ນີ້​.

ກ່ຽວຂ້ອງກັນ

XS
SM
MD
LG