ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສຫລ ລົງມະຕິຂໍ້ກ່າວຫາກ່ຽວກັບການບໍ່ປະຕິບັດຕາມຄຳສັ່ງຂອງສະພາ ຕໍ່ທີ່ປຶກສາຂອງ ທ່ານດໍໂນລ ທຣໍາ


ຮອງປະທານສະພາ ສັງກັດພັກ ຣີພັບບຣິກັນ ທ່ານນາງ ລິຊ ເຊນນີ, ທີ່ກໍາລັງສອບສວນເຫດຈະລາຈົນໃນຕຶກສະພາສະຫະລັດ ເມື່ອວັນທີ 6 ມັງກອນ, ເຊິ່ງຄຽງຂ້າງໂດຍ ທ່ານ ເບນນີ ທອມຊັນ ພັກເດໂມແຄຣັດ ຈາກລັດ ມິສສິດສິບປີ ແລະ ທ່ານເຈມີ ຣັສກິນ, ພັກເດໂມແຄຣັດ ຈາກລັດ ແມຣີແລນ. ໃນຂະນະທີ່ພວກເຂົາເຈົ້າຕົກລົງມະຕິ ໃນການຕັ້ງຂໍ້...
ຮອງປະທານສະພາ ສັງກັດພັກ ຣີພັບບຣິກັນ ທ່ານນາງ ລິຊ ເຊນນີ, ທີ່ກໍາລັງສອບສວນເຫດຈະລາຈົນໃນຕຶກສະພາສະຫະລັດ ເມື່ອວັນທີ 6 ມັງກອນ, ເຊິ່ງຄຽງຂ້າງໂດຍ ທ່ານ ເບນນີ ທອມຊັນ ພັກເດໂມແຄຣັດ ຈາກລັດ ມິສສິດສິບປີ ແລະ ທ່ານເຈມີ ຣັສກິນ, ພັກເດໂມແຄຣັດ ຈາກລັດ ແມຣີແລນ. ໃນຂະນະທີ່ພວກເຂົາເຈົ້າຕົກລົງມະຕິ ໃນການຕັ້ງຂໍ້...

ສະພາຕໍ່າສະຫະລັດຄາດວ່າ ຈະມີການລົງຄະແນນສຽງໃນວັນອັງຄານມື້ນີ້ວ່າ ຈະແຈ້ງຂໍ້ກ່າວຫາກ່ຽວກັບການບໍ່ປະຕິບັດຕາມຄຳສັ່ງຂອງສະພາ ຕໍ່ທ່ານ ແມໂດສ໌ (Meadows) ເຊິ່ງເປັນຫົວໜ້າເສນາທິການທໍານຽບຂາວ ຂອງອະດີດປະທານາທິບໍດີ ດາໂນລ ທຣໍາ ແກ່ກະຊວງຍຸຕິທໍາ ຫຼື ບໍ່, ສໍາລັບການປະຕິເສດຂອງທ່ານໃນການໃຫ້ປາກຄຳ ກ່ຽວກັບບົດບາດຂອງທ່ານໃນການພະຍາຍາມລົ້ມລ້າງການພ່າຍແພ້ເລືອກຕັ້ງຂອງທ່ານ ທຣໍາ ໃນປີ 2020 ນັ້ນ.

ຄະນະກໍາມະການຂອງສະພາສູງ ເຊິ່ງປະກອບດ້ວຍພັກເດໂມແຄຣັດ 7 ຄົນ ແລະ ສອງຄົນຈາກພັກ ຣີພັບບຣິກັນ, ໄດ້ເຫັນດີຕົກລົງເປັນເອກະພາບກັນໃນມື້ວັນຈັນວານນີ້ ເພື່ອແນະນໍາວ່າ ທ່ານ ແມໂດສ໌ ປະເຊີນໜ້າກັບຂໍ້ກ່າວຫາທາງອາຍາ.

ທ່ານ ແມໂດສ໌ ໄດ້ກ່າວໃນການໃຫ້ສໍາພາດ ກັບເຄືອຂ່າຍທາງເຄໂບລ ຂອງໂທລະພາບ Fox news ໃນຕອນແລງວັນຈັນວານນີ້ວ່າ ການຕັດສິນໃຈຂອງຄະນະກໍາມະການນັ້ນ “ໜ້າຜິດຫວັງ, ແຕ່ບໍ່ໜ້າແປກໃຈເລີຍ.”

“ນີ້ເປັນເລື້ອງກ່ຽວກັບທ່ານ ດອນໂນລ ທຣໍາ ແລະເປັນການຕິດຕາມລາວອີກຄັ້ງແທ້ໆ,” ທ່ານ ແມໂດສ໌ ກ່າວ.

ກ່ອນການລົງຄະແນນສຽງຂອງຄະນະກໍາມະການໃນມື້ວັນຈັນວານນີ້, ສະມາຊິກສະພາສູງສັງກັດພັກຣີພັບບຣິກັນ ທ່ານນາງ ລິຊ ເຊນນີ (Liz Cheney),​ ໄດ້ໃຫ້ລາຍລະອຽດຂອງຂໍ້ຄວາມທີ່ໄດ້ຖືກສົ່ງໄປໃຫ້ທ່ານແມໂດສ໌ ໃນຂະນະທີ່ການໂຈມຕີຕຶກລັດຖະສະພາ ໃນວັນທີ 6 ມັງກອນ ໃນຕົ້ນປີນີ້ ກຳລັງເກີດຂຶ້ນຢູ່ນັ້ນ ກັບຜູ້ສື່ຂ່າວຫົວອະນຸລັກນິຍົມທີ່ສຳຄັນຈຳນວນນຶ່ງ, ແລະລູກຊາຍຄົນນຶ່ງຂອງທ່ານ ທຣໍາ ທີ່ໄດ້ຮຽກຮ້ອງໃຫ້ທ່ານ ແມໂດສ໌ ຊຸກຍູ້ທ່ານ ທຣໍາ ໃຫ້ເຮັດຫຼາຍຂຶ້ນ ເພື່ອຢຸດຢັ້ງການເຄື່ອນໄຫວຂອງພວກຜູ້ທີ່ສະໜັບສະໜຸນລາວທັງຫຼາຍເຫຼົ່ານັ້ນ.

ທ່ານນາງ ເຊນນີ ກ່າວວ່າ ຂໍ້ຄວາມດັ່ງກ່າວສະແດງໃຫ້ເຫັນເຖິງ “ການບໍ່ສົນໃຈທີ່ສຸດ” ຂອງທ່ານ ທຣໍາ ແລະການຕັ້ງຄໍາຖາມຕ່າງໆໂດຍຜ່ານການຢູ່ເສີຍໆຂອງທ່ານທຣໍາ ກ່ຽວກັບວ່າ ລາວພະຍາຍາມທີ່ຈະຂັດຂວາງການປະຕິບັດງານຂອງສະພາສູງ ໃນການຮັບຮອງເອົາຜົນການເລືອກຕັ້ງປະທານາທິບໍດີ ທີ່ສະແດງໃຫ້ເຫັນວ່າ ທ່ານ ທຣໍາ ໄດ້ເສຍໄຊໄປນັ້ນ ຫຼືບໍ.

“ຂໍ້ຄວາມເຫຼົ່ານີ້ບໍ່ໄດ້ມີຄວາມສົງໄສໃດໆເລີຍ,” ທ່ານນາງ ເຊນນີ ໄດ້ກ່າວ. ແລະກ່າວອີກວ່າ “ທໍານຽບຂາວຮູ້ດີວ່າ ເກີດຫຍັງຂຶ້ນທີ່ຕຶກສະພາ.”

ທ່ານເບັນນີ ທອມຊັນ (Bennie Thomson), ປະທານຄະນະກໍາມະການຄັດເລືອກປະຈໍາສະພາສັງກັດພັກເດໂມແຄຣັດ ຈາກລັດມິສສິດສິບປີ (Mississippi) ກ່າວໃນການເປີດຖະແຫຼງການວ່າ “ບໍ່ວ່າ ມໍລະດົກໃດກໍຕາມ [ທ່ານ ແມໂດສ໌] ຄິດວ່າລາວໄດ້ປະຖິ້ມໄວ້ຢູ່ໃນສະພານັ້ນ, ປັດຈຸບັນນີ້ ນີ້ແມ່ນມໍລະດັກຂອງລາວ.” ທ່ານ ແມໂດສ໌ ເປັນອະດີດສະມາຊິກສະພາສັງກັດພັກຣີພັບບຣິກັນ ຈາກລັດ ຄາໂຣໄລນາ ເໜືອ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG