ບັນດາສະມາຊິກສະພາຕໍ່າ ໃນວັນພຸດວານນີ້ໄດ້ປະຕິເສດດ້ວຍຄະແນນສຽງອັນຖ້ວມ
ລົ້ນ ຕໍ່ການດັດແປງນະໂຍບາຍຄົນເຂົ້າເມືອງຂອງປະເທດຂະໜາດໃຫຍ່ ໂດຍບໍ່ຫົວ
ຊາກັບການຮ້ອງຂໍໃນນາທີສຸດທ້າຍຈາກປະທານາທິບໍດີດໍໂນລ ທຣໍາ ເພື່ອຮັບຮອງ
ເອົາຮ່າງກົດໝາຍສະບັບນີ້.
ການລົງຄະແນນສຽງ ແມ່ນ 301 ຕໍ່ 121 ທີ່ພັກເດໂມແຄຣັດບໍ່ເຫັນພ້ອມທັງໝົດ ແລະ
ກຸ່ມນຶ່ງຂອງສະມາຊິກພັກຣີພັບບລິກັນ ກໍໄດ້ລົງຄະແນນສຽງນຳ.
ບັນດາຜູ້ນຳພັກຣີພັບບລິກັນ ແມ່ນສະໜັບສະໜູນໃຫ້ມີການຮັບຜ່ານ. ແຕ່ຫຼາຍທ່ານໃນ
ກຸ່ມນິຍົມແນວທາງເດີມຈັດ ຂອງພັກສຽງສ່ວນຫຼາຍ ແມ່ນບໍ່ເຫັນພ້ອມ ກັບຮ່າງກົດໝາຍ
ສະບັບນີ້ ເພາະວ່າເຂົາເຈົ້າກ່າວວ່າຈະເປີດຊ່ອງທາງໄປສູ່ການໄດ້ຮັບສັນຊາດ ສຳລັບ
ພວກຊາວໜຸ່ມຫຼາຍຮ້ອຍພັນຄົນທີ່ໄດ້ເຂົ້າມາຢູ່ໃນສະຫະ ລັດແລ້ວນັ້ນ ຊຶ່ງຫຼາຍປີຜ່ານ
ມາໄດ້ຖືກນຳເຂົ້າມາໃນປະເທດນີ້ຢ່າງຜິດກົດໝາຍ ໂດຍພໍ່ແມ່ເຂົາເຈົ້ານັ້ນ ຊຶ່ງເປັນຂໍ້
ຄວາມທີ່ພວກບໍ່ເຫັນພ້ອມກ່າວວ່າ ເທົ່າກັບເປັນ “ການໃຫ້ອະໄພໂທດ” ໃຫ້ແກ່ບັນດາຜູ້
ລະເມີດກົດໝາຍ.
ການເສຍໄຊຂອງຮ່າງກົດໝາຍສະບັບນີ້ໄດ້ເປີດໂອກາດໃຫ້ແກ່ການພິຈາລະນາ ໃນໄລ
ຍະສອງສາມມື້ຂ້າງໜ້າ ຕໍ່ມາດຕະການ ທີ່ແຄບລົງມາ ຊຶ່ງໄດ້ອອກແບບເພື່ອນຳໃຊ້ເປັນກົດໝາຍ ໃນການຕັດສິນໃຈ ຂອງທ່ານທຣໍາ ໃນອາທິດແລ້ວນີ້ ທີ່ໃຫ້ຢຸດເຊົາການແຍກ
ພວກເດັກນ້ອຍ ອອກຈາກພໍ່ແມ່ເຂົາເຈົ້າ ເວລາເຂົາເຈົ້າໄດ້ຖືກຈັບໂດຍພວກເຈົ້າໜ້າທີ່ສະຫະລັດ ໃນຂະນະທີ່ຂ້າມຊາຍແດນຢ່າງຜິດກົດໝາຍ ຈາກເມັກຊິໂກ ເຂົ້າມາ
ສະຫະລັດ.
ໃນອາທິດແລ້ວນີ້ ປະທານາທິບໍດີທຣໍາກ່າວວ່າ ບັນດາເພື່ອນສະມາຊິກພັກຣີພັບບລິກັນ
ຢູ່ໃນສະພາ “ຄວນຢຸດເຊົາໃນການເສຍເວລາເຂົາເຈົ້າ” ເພື່ອພິຈາລະນາຂໍ້ສະເໜີກ່ຽວກັບ
ຄົນເຂົ້າເມືອງ ຈົນກວ່າຫຼັງຈາກການເລືອກຕັ້ງສະພາໃນເດືອນພະຈິກ ໃນຄວາມຫວັງທີ່
ເລືອກຕັ້ງເອົາສະມາຊິກພັກຣີພັບບລິກັນເພີ້ມຂຶ້ນ. ແຕ່ຢູ່ໃນການຂຽນຂໍ້ຄວາມລົງໃນທວິດເຕີຫຼາຍຊົ່ວໂມງກ່ອນສະພາຕໍ່າລົງຄະແນນສຽງ ທ່ານທຣໍາກ່າວວ່າ ທ່ານຄິດວ່າໄດ້ຮັບ
ຄະແນນທາງການເມືອງຈາກບັນດາສະມາ ຊິກສະພາຕໍ່າພັກຣີພັບບລິກັນ ເພື່ອຮັບຜ່ານ
ຮ່າງກົດໝາຍໃນຂອບເຂດທີ່ກວ້າງຂວາງ.
ຢູ່ໃນການຂຽນກ່າວລົງໃນທວິດເຕີ ທີ່ຂຽນເປັນໂຕໜັງສືໃຫຍ່ນັ້ນ ປະທານາທິບໍດີທຣໍາ
ຮ້ອງມາດຕະການນີ້ວ່າ “ເຂັ້ມແຂງແຕ່ຍຸຕິທໍາ” ເຖິງແມ່ນທ່ານກ່າວວ່າ ສະມາຊິກສະພາ
ສູງພັກເດໂມແຄຣັດ “ຈະບໍ່ປ່ອຍໃຫ້ຜ່ານ” ຖ້າຫາກທາງສະພາຕ່ຳ ໄດ້ຮັບຮອງເອົາແລ້ວ.
ແຕ່ປະທານາທິບໍດີທຣໍາ ກ່າວວ່າ “ການຮັບຜ່ານ ຈະສະແດງໃຫ້ເຫັນວ່າ ພວກເຮົາຕ້ອງ
ການປ້ອງກັນຊາຍແດນ ແລະຄວາມປອດໄພທີ່ເຂັ້ມແຂງ ໃນຂະນະທີ່ພັກເດໂມແຄຣັດຕ້ອງການເປີດຊາຍແດນ ຊຶ່ງທໍ່ກັບເປັນ ອາຊະຍາກຳ. ຊະນະ!”
ສະພາຕໍ່າໃນອາທິດແລ້ວນີ້ໄດ້ປະຕິເສດຕໍ່ການຄວບຄຸມຄົນເຂົ້າເມືອງທີ່ເຄັ່ງຄັດ ທີ່ທ່ານ
ທຣໍາໄດ້ສະເໜີ ຕໍ່ບັນດາສະມາຊິກສະພາ ໃຫ້ຍົກເລີກຄວາມພະຍາຍາມ ຂອງເຂົາເຈົ້າ
ທີ່ຈະຮັບຜ່ານຂໍ້ສະເໜີໃດໆກ່ຽວກັບຄົນເຂົ້າເມືອງ.