ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕໍ່າ ສະຫະລັດ ພົບຄວາມຫຍຸ້ງຍາກ ໃນການປັບຕົວ ກັບການລົງຄະແນນສຽງ ສຸກເສີນ


ແສງໄຟແຈ້ງສະຫວ່າງໃນຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 16 ມີນາ, 2020.
ແສງໄຟແຈ້ງສະຫວ່າງໃນຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 16 ມີນາ, 2020.

ສະພາຕໍ່າ ສະຫະລັດ ໄດ້ທຳການປ່ຽນໃຈໃນວັນອັງຄານວານນີ້, ດ້ວຍການຍົກ ເລີກແຜນການທີ່ຈະກັບຄືນສູ່ນະຄອນຫຼວງ ວໍຊິງຕັນ ໃນອາທິດໜ້າ ທ່າມກາງ ຄວາມເປັນຫ່ວງຕ່າງໆທີ່ວ່າ ໄວຣັສ ໂຄໂຣນາຍັງຖືກຄວບຄຸມບໍ່ໄດ້ ຢູ່ໃນພາກ ພື້ນອ້ອມນະຄອນຫຼວງຂອງສະຫະລັດ.

ການປ່ຽນໃຈທີ່ວ່ານັ້ນແມ່ນສັນຍານຫຼ້າສຸດທີ່ວ່າ ບັນດາສະມາຊິກສະພາຍັງດີ້ນຮົນທີ່ຈະປັບຕົວເຂົ້າກັບສິ່ງທ້າທາຍແບບບໍ່ເຄີຍມີມາກ່ອນ ກ່ຽວກັບ ໂຣກລະ ບາດລະດັບໂລກ ແລະ ຄວາມຮູ້ສຶກປອດໄພນຳການໃຊ້ລະບົບອອນໄລນ໌ໃໝ່.

ດັ່ງຜົນທີ່ອອກມາ, ນຶ່ງໃນ 3 ອົງການລັດຖະບານຂອງປະເທດແມ່ນຍັງບໍ່ມີແຜນ ທີ່ຈະດຳເນີນງານຈາກທາງໄກໃນລະຫວ່າງວິກິດການ.

ສະມາຊິກ 7 ຄົນຂອງສະພາຕໍ່າ ໄດ້ຖືກກວດເປັນຜົນບວກສຳລັບໄວຣັສໂຄໂຣ ນາ, ພ້ອມກັບອີກ 31 ຄົນໄດ້ກັກຕົວຕົນເອງ ຫຼັງຈາກຖືກສົງໄສວ່າໄດ້ພົວພັນ ກັບຜູ້ທີ່ຕິດເຊື້ອ. ໃນປັດຈຸບັນນີ້, ມີສະມາຊິກສະພາສູງພຽງຄົນດຽວ, ຄືທ່ານ ແຣນ ພອລ, ທີ່ຖືກກວດພົບໄວຣັສໂຄໂຣນາ.

ໃນການປະກາດການປ່ຽນແປງນັ້ນ, ຜູ້ນຳສຽງສ່ວນຫຼາຍສະພາຕໍ່າ ທ່ານ ສເຕນີ ຮອຍເຢີ ໄດ້ກ່າວວ່າ ທ່ານຈະປະຊຸມກັບຜູ້ນຳສະພາຕໍ່າສັງກັດພັກຣີິພັບບລີກັນ ແລະ ປະທານກົດລະບຽບສະພາຕໍ່າ ພ້ອມກັບກຳມະການບໍລິຫານ ໃນວັນອັງ ຄານວານນີ້ ເພື່ອຫາທາງແກ້ໄຂແຜນການທີ່ຖືກເລື່ອນອອກໄປ ສຳລັບບັນດາ ສະມາຊິກສະພາ ເພື່ອເຮັດວຽກຂອງເຂົາເຈົ້າຈາກບ້ານ.

ທ່ານ ຮອຍເຢີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາສາມາດປະຕິບັດວຽກ ງານຂອງຄະນະກຳ ມະການທາງອອນໄລນ໌ ແລະ ເຂົາເຈົ້າກໍສາມາດເຮັດວຽກ ໃຫ້ແລ້ວ.” ພວກເຮົາສາມາດ “ຈັດການໃຫ້ປາກຄຳ, ສະຫຼຸບຮ່າງກົດໝາຍ, ລາຍງານ ກ່ຽວກັບ ຮ່າງກົດໝາຍ ສະນັ້ນພວກເຮົາຈຶ່ງມີວັດຖຸເພື່ອທຳການພິ ຈາລະນາ ໃນເວລາທີ່ພວກເຮົາກັບຄືນໄປຈັດກອງປະຊຸມ.”

ການລົງຄະແນນສຽງທີ່ມີແຜນຈັດຂຶ້ນໃນວັນທີ 23 ເມສາ ເຊິ່ງຈະປະກອບມີຂັ້ນ ຕອນການລົງຄະ ແນນວສຽງຈາກທາງໄກນັ້ນ ໄດ້ຖືກຍົກເລີກ ຫຼັງຈາກສະພາຕໍ່າ ຣີພັບບລີກັນ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ການປ່ຽນແປງຕ່າງໆ. ປະ ທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ແມ່ນບໍ່ເຕັມໃຈປະຕິບັດຕາມຄວາມ ຄິດ ກ່ຽວກັບ ການປ່ຽນແປງກົດລະບຽບການລົງຄະແນນສຽງທີ່ມີມາຫຼາຍທົດສະ ວັດ. ແຕ່ທ່ານ ຮອຍເຢີ ໄດ້ສະໜັບສະໜູນການປ່ຽນແປງໃນການເຮັດວຽກງານ ຂອງບັນດາສະມາຊິກສະພາ ໄປເປັນທາງອອກໄລນ໌ ຢ່າງກະຕືລືລົ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG