ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທານ​ສະ​ພາ​ຕ່ຳ ​ກ່າວ​ວ່າ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ເປີດ​ການ​ຟ້ອງ​ຮ້ອງ​ ຕໍ່​ທ່ານ ໄບ​ເດັນ


House Speaker: Allegations Biden Abused Power Warrant Impeachment Inquiry
please wait

No media source currently available

0:00 0:02:23 0:00

ປະ​ທານ​ສະ​ພາ​ຕ່ຳ​ກ່າວ​ຫາ​ທ່ານ ໄບ​ເດັນ ລະ​ເບີດ​ອຳ​ນາດ ກໍ່​ໃຫ້​ເກີດ​ການເປີດ​ການ​ຟ້ອງ​ຮ້ອງ.

ປະ​ທານ​ສະ​ພາ​ຕ່ຳ ສະ​ຫະ​ລັດ ທ່ານ ເຄວິນ ແມັກ​ຄາ​ທີ ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ບັນ​ດາ​ສະ​ມາ​ຊິກ​ສະ​ພາຈະ​ເປີດ​ການ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ເຊິ່ງ​ເປັນ​ການ​ສົ່ງ​ເສີມ​ການ​ສືບ​ສວນ​ສອບ​ສວນ ກ່ຽວ​ກັບ ການ​ກ່າວ​ຫາ​ທີ່​ວ່າ ທ່ານ ໄບ​ເດັນ ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ຊື້​ຂາຍ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ຂອງ​ລູກ​ຊາຍ​ເພິ່ນ, ທ່ານ ຮັນ​ເຕີ.

ທ່ານ ແມັກ​ຄາ​ທີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ການ​ກ່າວ​ຫາ​ທີ່​ວ່ານີ້​ໄດ້​ວາດ​ພາບ ກ່ຽວ​ກັບ ວັດ​ທະ​ນະ​ທຳ​ຂອງ​ການ​ສໍ້​ລາດ​ບັງຫຼວງ.”

ທ່ານ​ເວົ້າ​ວ່າ “ພວກ​ເຮົາ​ໄດ້​ຄົ້ນ​ພົບ​ວ່າ​ປະ​ທາ​ນາ​ທິ​ບໍ​ດີ ໄບ​ເດັນ ໄດ້​ຕົວະ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ກ່ຽວ​ກັບ ຄວາມ​ຮູ້​ຂອງ​ທ່ານ​ ກ່ຽວ​ກັບ ການ​ເຮັດ​ທຸ​ລະ​ກິດ​ໃນ​ຕ່າງ​ປະ​ເທດ​ຂອງ​ຄອບ​ຄົວ​ທ່ານ. ຜູ້​ເຫັນ​ເຫດ​ການ​ໄດ້​ໃຫ້​ການ​ວ່າ ທ່ານ​ປະ​ທານ​າ​ທິ​ບໍ​ດີ​ໄດ້​ເຂົ້າ​ຮ່ວມ​ການ​ລົມ​ໂທ​ລະ​ສັບຫຼາຍ​ຄັ້ງ ແລະ ໄດ້​ມີ​ການ​ຕິດ​ຕໍ່​ພົວ​ພັນຫຼາຍ​ຄັ້ງ.”

ທ່ານ ແມັກ​ຄາ​ທີ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ລາຍ​ງານ​ວ່າ “ການ​ຮັບ​ປະ​ທານ​ອາ​ຫານ​ຄ່ຳ​ທີ່​ສົ່ງ​ຜົນ​ໃຫ້​ມີ​ລົດ ແລະ ເງິນຫຼາຍ​ລ້ານ​ໂດ​ລາ​ໃນ​ລູກ​ຊາຍ​ຂອງ​ທ່ານ ແລະ ຄູ່​ຮ່ວມ​ທຸ​ລະ​ກິດ​ຂອງ​ລູກ​ຊາຍ​ຂອງ​ທ່ານ. ພວກ​ເຮົາ​ຮູ້​ວ່າ​ປະ​ຫວັດ​ທະ​ນາ​ຄານ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຈ່າຍ​ເງິນ 20 ລ້ານ​ໂດ​ລາ​ແມ່ນ​ຖືກ​ໂອນ​ໃຫ້​ຄອບ​ຄົວ​ຂອງ​ທ່ານ ໄບ​ເດັນ ແລະ ຜູ້​ເປັນ​ຮຸ້ນ​ສ່ວນ​ຜ່ານ​ບໍ​ລິ​ສັດ​ທີ່​ຢຸດ​ເຮັດ​ກິດ​ຈະ​ການ ແຕ່ບໍ່​ໄດ້​ແຈ້ງ​ຍົກ​ເລີກ​ກິດ​ຈະ​ການຫຼາຍ​ແຫ່ງ.”

ທ່ານ ແມັກ​ຄາ​ທີ ຍັງ​ໄດ້​ກ່າວ​ຫາ​ວ່າ​ທ່ານ ໄບ​ເດັນ ໄດ້​ນຳ​ໃຊ້​ຫ້ອງ​ການ​ທາງ​ການ​ຂອງ​ທ່ານ ເພື່ອ​ປະ​ສານ​ງານ​ກັບ​ຜູ້​ຕິດ​ຕໍ່​ທີ່​ວ່າ​ນັ້ນ ແລະ ໄດ້​ຮັບ​ການ​ປະ​ຕິ​ບັດ​ທີ່​ພິ​ເສດ​ຈາກ​ລັດ​ຖະ​ບານ​ຂອງ​ທ່ານ​ເອງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG