ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລັດ​ຖ​ະ​ບານ​ກາງ ສ​ຫລ ເລີ້ມ​ປິດ ການ​ປະ​ຕິ​ບັດ​ງານ ເປັນ​ບາງ​ສ່ວນແລ້ວ


ຕຶກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ພາຍ​ໃຕ້​ທ້ອງ​ຟ້າ ໃນ​ຍາມ​ເຊົ້າ ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ. (20 ທັນ​ວາ 2018)
ຕຶກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ພາຍ​ໃຕ້​ທ້ອງ​ຟ້າ ໃນ​ຍາມ​ເຊົ້າ ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ. (20 ທັນ​ວາ 2018)

ລັດ​ຖະ​ບານ​ກາງ​ຂອງ​ສະ​ຫະ​ລັດ ເລີ້ມ​ອັດ​ການ​ປະ​ຕິ​ບັດ​ງານ​ເປັນ​ບາງ​ສ່ວນ​ລົງ​ແລ້ວ.

ປະ​ມານ​ນຶ່ງ​ສ່ວນ​ສີ່​ຂອງ​ລັດ​ຖະ​ບານ ໝົດ​ເງິນ​ທີ່​ຈະ​ໃຊ້​ຈ່າຍ ​ເລີ້ມ​ແຕ່​ເວ​ລາ 12 ໂມງ​ທ່ຽງ​ຄືນຂອງ ວັນ​ສຸກ​ຕໍ່​ໃສ່​ວັນ​ເສົາ ຕາມ​ເວ​ລາ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ. ວຽກການ​ຂອງພະນັກ​ງານ​ລັດ​ຖະ​ບານ​ກາງຫຼາຍກວ່າ 800 ພັນ​ຄົນແມ່ນ​ໄດ້​ຮັບ​ຜົນກະ​ທົບ ​ແລະ​ຫຼາຍກວ່າ​ເຄິ່ງ ​ຂອງ​ພວກ​ພະ​ນັກ​ງານ​ເຫຼົ່າ​ນັ້ນ ແມ່ນ​ຕ້ອງ​ໄດ້​ເຮັດ​ວຽກ​ໂດຍບໍ່​ໄດ້​ຮັບ​ເງິນ​ເດືອນ.

ສະ​ພາ​ສູງ ແລະ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ເລີ້ມ​ຢຸດ​ພັກ​ໃນ​ຕອນ​ແລງວັນ​ສຸກວານນີ້​ໂດຍ​ປາ​ສະ​ຈາກ​ການ​ຮັບ​ຜ່ານ​ຮ່າງ​ງົງ​ປະ​ມານ​ການ​ໃຊ້​ຈ່າຍທີ່​ຈະ​ສະ​ໜອງ​ເງິນ 5 ຕື້​ໂດ​ລາ​ໃຫ້​ແກ່​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ທ່ານຢືນ​ຢັດ​ວ່າ ທ່ານ​ຕ້ອງການ​ເພື່ອ​ນຳ​ໄປ​ສ້າງ​ກຳ​ແພງ ​ຢູ່​ຕາມ​ຊາຍ​ແດນ ​ສະ​ຫະ​ລັດ ຕິດ​ກັບ​ເມັກ​ຊິ​ໂກນອກ​ເໜືອ​ໄປ​ຈາກ​ການ​ໃຊ້​ຈ່າຍ​ ສຳ​ລັບ​ພະ​ແນກ​ການ​ຕ່າງໆ​ຂອງ​ລັດ​ຖ​ະ​ບານແລ້ວ.

ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ມີ​ເວ​ລາ​ໄປ​ຮອດ​ຕອນ​ທ່ຽງ​ຄືນ ເພື່ອ​ຮັບ​ຜ່ານ​ຮ່າງ​ກົດໝາຍ​ການ​ໃຊ້​ຈ່າຍ​ບໍ່​ໃຫ້​ມີ​ການ​ປິດ​ລັດ​ຖະ​ບານ.

​ຜູ້​ນຳ​ສຽງ​ສ່ວນ​ຫຼາຍ ໃນ​ສະ​ພາ​ສູງ ສ​ຫລ ທ່ານ​ມິ​ຈ ແມັ​ກ​ຄອນ​ແນ​ລ ພວມ​ອອກ​ຈາກ​ສະ​ພາ ໄປ​ທຳ​ນຽບ​ຂາວ. (21 ທັນ​ວາ 2018)
​ຜູ້​ນຳ​ສຽງ​ສ່ວນ​ຫຼາຍ ໃນ​ສະ​ພາ​ສູງ ສ​ຫລ ທ່ານ​ມິ​ຈ ແມັ​ກ​ຄອນ​ແນ​ລ ພວມ​ອອກ​ຈາກ​ສະ​ພາ ໄປ​ທຳ​ນຽບ​ຂາວ. (21 ທັນ​ວາ 2018)

ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະ​ພາ​ສູງ​ສະ​ຫະ​ລັດ ທ່ານ​ຊັກ ຊູ​ເມີ ແລະ​ຜູ້​ທີ່​ຈະ​ເຂົ້າຮັບ​ຕຳ​ແໜ່ງ​ເປັນ​ປະ​ທານ​ສະ​ພາ​ຕ່ຳ​ໃນ​ໄວ​ໆ​ນີ້ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ​ໄດ້ອອກ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ນຶ່ງໃນ​ວັນ​ເສົາ ກ່າວ​ວ່າ “ພັກ​ເດ​ໂມແຄ​ຣັດ​ໄດ້​ສະ​ເໜີ​ຕໍ່​ພັກ​ຣີ​ພັບ​ບ​ລີ​ກັນ​ຫຼາຍໆ​ແຜນ​ການ ເພື່ອ​ໃຫ້​ລັດ​ຖະ​ບານ​ບໍ​ລິຫານ​ງານ​ຕໍ່​ໄປຮວມ​ທັງ​ຂໍ້​ສະ​ເໜີ​ທີ່​ໄດ້​ມີ​ການ​ຮັບ​ຮອງ​ເອົາ​ໂດຍ​ສະ​ພາ​ສູງ​ດ້ວຍຄະ​ແນນ​ສຽງຢ່າງ​ເປັນ​ເອກ​ກະ​ສັນ ແລະ​ທັງ​ໝົດ​ນັ້ນ​ແມ່ນ​ຮວມ​ທັງ​ການ​ໃຫ້​ເງິນສະ​ໜັບ​ສະ​ໜຸນ​ຢ່າງ​ແຂງ​ຂັນ ​ມີ​ຄວາມ​ເໝາະ​ສົມ ແລະ ​ມີ​ປະ​ສິດ​ທິ​ຜົນຕໍ່​ການ​ຮັກ​ສາ​ຄວາມ​ປອດ​ໄພເຂດ​ຊາຍ​ແດນ ບໍ່​ແມ່ນ​ກຳ​ແພງ​ທີ່​ບໍ່​ມີ​ປະ​ສິດ​ທິ​ຜົນ​ ແລະ​ລາຄາ​ແພງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ. ຖ້າ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ແລະ​ ພັກ​ຣີ​ພັບ​ບ​ລີ​ກັນຫາກ​ເລືອກ​ທີ່​ຈະ​ສືບ​ຕໍ່ ການ​ປິດ​ລັດ​ຖະ​ບານ​ໂດຍ​ທ່ານ​ທ​ຣຳ​ແລ້ວ ພັກ​ເດ​ໂມແຄ​ຣັດ​ທີ່​ກຳ​ສຽງ​ສ່ວນ​ຫຼາຍ​ຂອງ​ສະ​ພາ​ຕ່ຳ​ຊຸດ​ໃໝ່ຈະ​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ຢ່າງວ່ອງ​ໄວ ເພື່ອ​ເປີດ ​ລັດ​ຖະ​ບານ​ຄືນ ໃນ​ເດືອນ​ມັງ​ກອນນີ້.”

ໃນ​ຕອນ​ແລງວັນ​ສຸກວານນີ້ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳໄດ້​ສົ່ງ​ວີ​ດີ​ໂອ​ຜ່ານ​ທາງ​ທວີດ​ເຕີ້ ທີ່​ກ່າວ​ວ່າ​ “ພວກ​ເຮົາ​ຈະ​ເລີ້ມ​ປິດ​ລັດ​ຖະ​ບານ​ແລ້ວ ພວກ​ເຮົາ​ບໍ່​ສາ​ມາດ​ເຮັດ​ຫຍັງ​ໄດ້ກ່ຽວ​ກັບ​ເລື້ອງນີ້.”

ໃນ​ຕອນ​ເຊົ້າ​ວັນ​ສຸກວານນີ້ ສະ​ພາ​ສູງ​ສະ​ຫະ​ລັດ​ໄດ້​ຮັບ​ຮອງ​ເອົາ ​ຮ່າງ​ກົດ​ໝາຍ​ສະ​ບັບ​ນຶ່ງ ກ່ອນ​ທີ່​ທາງ​ສະ​ພາ​ຕ່ຳ​ຮັບ​ຮອງ​ເອົາຮ່າງ​ກົດ​ໝາຍ​ທີ່​ຮວມ​ທັງ​ການ​ໃຫ້ທຶນ​ສຳ​ລັບ​ການ​ສ້າງ​ກຳ​ແພງ. ການ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ເລື້ອງ​ລະ​ບຽບ​ການແມ່ນ​ອຳ​ນວຍ​ໃຫ້​ທາງ​ສະ​ພາ​ສູງ “ປັບ​ປ່ຽນ​ໄດ້” ເພື່ອ​ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາ​ອີງຕາມ​ຄຳ​ເວົ້າ​ຂອງ​ທ່ານ​ມິ​ຈ ແມັກ​ຄອນ​ແນ​ລ ຜູ້​ນຳ​ສຽງ​ສ່ວນ​ຫຼາຍ ​ໃນ​ສະ​ພາ​ສູງຂອງ​ສະ​ຫະ​ລັດ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG