ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ມັງກອນ ໒໐໒໕

ພັກຣີພັບ​ບລີ​ກັນ​ ເວົ້າວ່າ ບໍ່ມີຫຼັກຖານ ໃນການ ສົມຮູ້ຮ່ວມຄິດ ລະຫວ່າງ ປ. ​ທຣຳ ກັບຣັດເຊຍ


ສະມາຊິກ​ສະພາ​ຕ່ຳ ​ທ່ານ ​ໄມ​ຄ໌ ຄອນ​ນາ​ເວ (Mike Conaway) ສະມາຊິກພັກຣີພັບ​ບລີ​ກັນ​ ຈາກລັດເທັກຊັສ, ຊ້າຍ, ທີ່ລັດຖະສະພາ, 8 ມີນາ 2018.
ສະມາຊິກ​ສະພາ​ຕ່ຳ ​ທ່ານ ​ໄມ​ຄ໌ ຄອນ​ນາ​ເວ (Mike Conaway) ສະມາຊິກພັກຣີພັບ​ບລີ​ກັນ​ ຈາກລັດເທັກຊັສ, ຊ້າຍ, ທີ່ລັດຖະສະພາ, 8 ມີນາ 2018.

​ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ກ່າວວ່າ ທ່ານຮູ້ສຶກສະບາຍໃຈ ຫຼັງ​ຈາກ​ທີ່
ຄະນະ​ກຳມະການ​ສືບ​ລັບສະພາ​ຕ່ຳ ​ໄດ້​ສະຫຼຸບ​ຜົນ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ວ່າ ຣັດ​ເຊຍ​ໄດ້
​ທຳ​ການ​ໂຈມ​ຕີ​ທາງ​ໄຊ​ເບີ ​ຕໍ່​ສະ​ຖາ​ບັນ​ທາງການ​ເມືອງ​ອາ​ເມຣິກັນ ​ໃນ​ຊ່ວງ​ການ​ເລືອ​ກຕັ້ງ​
ປະທານາທິບໍດີ​ສະຫະລັດ, ​ແຕ່​ວ່າ ບໍ່ໄດ້ສົມຮູ້ຮ່ວມຄິດກັບ​ຄະນະ​ໂຄສະນາ​ຫາ​ສຽງ​ຂອງ​
ທ່ານ​ທຣຳ.

ທ່ານ​ທຣຳ ​ໄດ້​ສະ​ເຫຼີມ​ສະຫຼອງ ດ້ວຍການ​ປະກາດ​ທາງທວີດ​ເຕີ ​ທີ່​ເປັນ​ໂຕ​ພິ​ມ​ໃຫຍ່
ທັງໝົດໃນ​ຂະນະ​ທີ່​ພັກ​ເດ​ໂມ​ແຄຣັດ​ ໄດ້​ມີ​ປະຕິ​ກະລິຍາ​ຕອບ​ໂຕ້ ຢ່າ​ງໜັກ ​ໂດຍ​ກ່າວ​ວ່າ
ຄະນະ​ກຳມະການ​ສືບ​ລັບທີ່​ນຳພາ​ໂດຍພັກຣີພັບ​ບລີ​ກັນ ບໍ່ສາມາດ​ທີ່​ຈະ​ປົກ​ປ້ອງ
​ສະຫະລັດ ​ໂດຍບໍ່​ໄດ້​ທຳ​ຕາມ​ຂັ້ນ​ຕອນການສືບສວນ​ຢ່າງ​ແທ້​ຈິງ.

“ຄະນະ​ກຳມະການ​ສືບ​ລັບສະພາ​ຕ່ຳ ຫຼັງ​ຈາກ​ທີ່​ໄດ້​ທຳ​ການ​ສືບສວນແບບລົງເລິກ
ເປັນເວລາ 14 ​ເດືອ​ນ ແຕ່​ບໍ່ໄດ້ພົບ​ເຫັນ​ຫຼັກ​ຖານ​ໃດໆ ຂອງ​ການ​ສົມຮູ້​ຮ່ວມ​ຄິດຫຼືບໍ່
ກໍການ​ປະສານ​ງານ​ລະຫວ່າງຄະນະ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທຣຳ ​ແລະ​ຣັດ​ເຊຍ ​
ທີ່ໃຊ້ອິດທິພົນຂອງຕົນເຂົ້າໃນການເລືອ​ກຕັ້ງ​ປະທານາທິບໍດີ​ສະຫະລັດ ໃນປີ 2016,”

ນັ້ນ​ແມ່ນຄຳເວົ້າຂອງທ່ານທຣຳ ທີ່ໄດ້ກ່າວຢ້ຳວ່າ ​ຄະນະ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ
ບໍ່​ໄດ້ເຮັດຫຍັງຜິດ.

ຜູ້​ນຳ​ສຽງສ່ວນ​ນ້ອຍ​ຂອງ​ສະພາ​ຕ່ຳທີ່ສັງກັດພັກ​ເດ​ໂມ​ແຄຣັດ​ ທ່ານ​ນາງ ​ແນນ​ຊີ ​ເພ​ໂລ​ຊີ ​
ໄດ້​ກ່າວ​ວ່າ ການ​ເອົາ​ບາດກ້າວ​ຫຼ້າ​ສຸດ​ຂອງ​ສະພາ​ຕ່ຳພັກ​ຣີພັບ​ບລີ​ກັນ​ແມ່ນ​ເພື່ອ “ຂັດ
ຂວາງ ແລະ​ແຊກ​ແຊກ”
ການ​ສືບສວນ​ກ່ຽວກັບຣັດ​ເຊຍ.

“ມີ​ຊາວ​ອາ​ເມຣິກັນ​ແລະຊາວຣັດ​ເຊຍ ​ຫຼາຍ​ຄົນ ໄດ້​ຖືກຟ້ອງຮ້ອງ​ ຫຼື​ບໍ່ ກໍ​ໄດ້​ຮັບ​
ສາລະພາບ​ຜິ​ດ ​ໃນ​ກໍລະ​ນີ ທຣຳແລະຣັດ​ເຊຍ ນີ້,”
ນັ້ນຄືຄຳເວົ້າຂອງ​ທ່ານ​ນາ​ງ​ເພ​ໂລ​ຊີ
ທີ່​ໄດ້ກ່າວ​ໄວ້ ​ແລະທ່ານນາງ​ຍັງ​ໄດ້ກ່າວ​ຕໍ່​ໄປ​ວ່າ “​ທຸກໆມື້, ການ​ເຂົ້າ​ມາ​ພົວພັນ​ຂອງ
ຣັດ​ເຊຍ ​ໃນ​ປະຊາທິປະ​ໄຕ ຂອງ​ພວກ​ເຮົາ ​ແມ່ນ​ຈະ​ແຈ້ງ​ຂຶ້ນ ປ່ອຍ​ໃຫ້​ມີ​ຄຳ​ຖາມ​ທີ່​ບໍ່​
ໄດ້ຮັບຄຳ​ຕອບ.”

ສະມາຊິກ​ສະພາ​ຕ່ຳ ​ທ່ານ ​ໄມ​ຄ໌ ຄອນ​ນາ​ເວ (Mike Conaway) ຈາກ​ພັກຣີພັບ​ບລີ​ກັນ
ລັດ ​ເທັກ​ຊັສ ທີ່​ນຳພາ​ການສືບສວນ ​ໄດ້​ກ່າວໃນ​ວັນ​ຈັນ​ວານ​ນີ້​ວ່າ ຄະນະ​ກຳມະການ
ຈະ​ບໍ່​ສຳພາດ​ພວກ​ທີ່​ເຫັນ​ເຫດການ​ອີກ​ຕໍ່​ໄປ​ແລ້ວ ​ແລະ​ມັນ​ແມ່ນພັກຣີພັບ​ບລີ​ກັນ​
ສຽງ​ສ່ວນ​ຫຼາຍ ທີ່​ຈະ​ເປີດ​ເຜີຍ​ ລາຍ​ງານ 150 ໜ້າ​ ໃຫ້​ພັກ​ເດ​ໂມ​ແຄຣັດ ທີ່ກຳ​ສຽງ​
ສ່ວນ​ນ້ອຍໃນ​ວັນ​ອັງຄານ​ມື້​ນີ້.

“ພວກ​ເຮົາ​ບໍ່ໄດ້ພົບ​ເຫັນ​ຫຼັກ​ຖານ​ໃດໆ ​ໃນ​ການ​ສົມຮູ້​ຮ່ວມ​ຄິດ​ນີ້,” ນັ້ນແມ່ນຄຳເວົ້າ
ຂອງທ່ານ​ຄອນ​ນາ​ເວ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ໂດຍສະເໜີແນະ​ວ່າ ພວກ​ທີ່​ເຊື່ອ​ວ່າ
ມີ​ຈິງນັ້ນກໍ​ແມ່ນ​ພວກທີ່​ອ່ານ​ນິຍາຍ ​ກ່ຽວ​ກັບ​ການ​ສືບ​ລັບ​ສອດ​ແນມ​ຕ່າງ​ໆ. ທ່ານ​ຍັງ​ໄດ້
​ກ່າວ​ຕື່ມ​ວ່າ “ພວກ​ເຮົາໄດ້​ພົບ​ເຫັນ​ບາງ​ຢ່າງ ​ທີ່ຖື​ວ່າ​ເປັນ​ການຊັ່ງຊາທີ່​ຂີ້ຮ້າຍ ການ​ພົບ
​ປະກັນ​ທີ່ບໍ່​ເໝາະ​ສົມ ການ​ພິຈາລະນາ​ທີ່​ບໍ່​ເຫັນ​ສົມຄວນ​ໃນ​ການ​ທີ່​ໄດ້​ຈັດ​ໃຫ້​ມີ​ການ
​ພົບ​ປະກັນ​ນັ້ນ. ​ແຕ່​ວ່າ ມີ​ພຽງ​ແຕ່​ທ່ານ ທອມ ​ແຄລນຊີ ຫຼື ທ່ານ ວິນ​ສ໌ ຟລິນ ຫຼື​ບໍ່
ກໍ​ແມ່ນ​ບາງ​ຄົນ ​ທີ່​ເປັນ​ແບບ​ນັ້ນ ທີ່​ຈະ​ນຳ​ເອົາ​ເຫດການ​ຕ່າງໆ ທີ່​ຂາດຄວາມຕັ້ງໃຈ ​
ແບບຕໍ່​ເນື່ອງ​ກັນ​ ຂອງ​ການຕິດ​ຕໍ່​ພົວພັນ​ຊຶ່ງ​ກັນ​ແລະ​ກັນ ຫຼືບໍ່ ກໍ​ການ​ພົບ​ປະກັນ
ຫຼື​ແມ່ນ​ຫຍັງ​ກໍ​ຕາມ ​ແລະ​ຈັບ​ມາ​ສານ​ໂຮມ​ກັນ ​ເພື່ອ​ເປັນ​ເລື່ອງ​ປະຕິ​ດປະ​ຕໍ່ ​ຮວມກັນ​
ເປັນ​ນະ​ວະ​ນິຍາຍນັ້ນ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG