ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ່າງກົດໝາຍໃຫ້ການຊ່ວຍເຫຼືອພຽງແຕ່ ອິສຣາແອລ ຖືກຄັດຄ້າຍຢູ່ໃນສະພາສູງ, ໂດຍ ທ່ານໄບເດັນ


ແຟ້ມຮູບ-ປະທານສະພາຕໍ່າ ທ່ານໄມຄ໌ ຈອນສັນ ເປີດໂຕຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 24 ຕຸລາ 2023.
ແຟ້ມຮູບ-ປະທານສະພາຕໍ່າ ທ່ານໄມຄ໌ ຈອນສັນ ເປີດໂຕຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 24 ຕຸລາ 2023.

ສະມາຊິກສະພາສູງສະຫະລັດຈາກທັງສອງຝ່າຍໄດ້ສະແດງຄວາມສົງໃສໃນວັນອັງຄານວານນີ້ ກ່ຽວກັບແຜນການຂອງພັກຣີພັບບລີກັນ ທີ່ຈະສະໜອງການ ຊ່ວຍເຫຼືອ 14 ຕື້ 300 ລ້ານໂດລາແກ່ອິສຣາແອລ ໂດຍການຕັດເງິນທຶນຫ້ອງ​ການບໍລິການລາຍຮັບພາຍໃນ, ເຊິ່ງຈະບໍ່ມີການສະຫນອງການຊ່ວຍເຫຼືອໃຫ້ ແກ່ຢູເຄຣນ, ແລະປະທານາທິບໍດີພັກເດໂມແຄຣັດ ທ່ານໂຈ ໄບເດັນ ໄດ້ຂົ່ມ​ຂ​ຂູ່​ທີ່​ຈະປະ​ຕິ​ເສດຕໍ່ຮ່າງກົດໝາຍດັ່​ງ່າວ ຖ້າ​ມັນ​ຖືກ​ຮັບ​ຜ່ານ, ອີງຕາມລາຍງານ ຂອງອົງການຂ່າວ Reuters.

ໃນ​ການ​ດຳ​ເນີນ​ການ​ດ້ານ​ຮ່າງກົດ​ໝາຍ​ທີ່​ສຳ​ຄັນຄັ້ງ​ທຳ​ອິດ​ພາຍ​ໃຕ້ປະ​ທາ​ນ​ສະພາຕໍ່າ​ຄົນ​ໃໝ່ ທ່ານໄມຄ໌ ຈອນສັນ (Mike Johnson), ເຊິ່ງເປັນສະ​ມາ​ຊິກ​ສະ​ພາ​ຕ່ຳ​ສັງ​ກັດ​ພັກຣີ​ພັບ​ບ​ລິ​ກັນຢູ່ໃນສະພາຕໍ່າ ໄດ້​ເປີດຕົວຮ່າງ​ກົດ​ໝາຍ​ລາຍ​ຈ່າຍ​ເພີ້ມ​ເຕີມໃນວັນຈັນແລ້ວນີ້ໃຫ້ແຕ່ ​ອິ​ສຣາ​ແອລ ເທົ່ານັ້ນ.

ນີ້​ແມ່ນເຖິງຈະ​ມີການ​ຮຽກ​ຮ້ອງ​ເງິນ 106 ຕື້​ໂດ​ລາຂອງ​ປະທານາທິບໍດີ ໂຈ ໄບເດັນ ທີ່ຈະລວມມີ​ການ​ຊ່ວຍ​ເຫຼືອສໍາລັບ ​ອິສຣາ​ແອລ ​ແລະ ຢູ​ເຄຣນ ​ແລະ ​ທຶນ​ເພື່ອ​ຊຸກຍູ້​ການ​ແຂ່ງຂັນກັບ ​ຈີນ ​ໃນຂົງເຂດ​ອິນ​ໂດ-​ປາຊີ​ຟິກ ​ເຊັ່ນດຽວກັນ ກັບການ​ຮັກ​ສາ​ຄ​ວາມ​ປອດ​ໄພ​ຢູ່​ບໍລິເວນ​ຊາຍ​ແດນ​ຂອງ ສະຫະລັດ ແລະ ເມັກ​ຊິ​ໂກ.

ພັກຣີພັບບລີກັນມີສຽງສ່ວນຫຼາຍ 221 ຕໍ່ 212 ຢູ່ໃນສະພາຕໍ່າ, ແຕ່ສະມາຊິກ ພັກເດໂມແຄຣັດຂອງ ທ່ານໄບເດັນ ຊໍ້າພັດຄວບຄຸມສະພາສູງດ້ວຍຈໍານວນ 51 ຕໍ່ 49. ​ເພື່ອ​ໃຫ້ຖືກ​ກົດໝາຍ, ຮ່າງດັ່ງກ່າວ​ຈະ​ຕ້ອງ​ຜ່ານ​ທັງ​ສະພາ​ຕໍ່າ ​ແລະ ສະພາ​ສູງ ​ແລະ ຈະ​ຖືກ​ເຊັນ​ໂດຍທ່ານ ໄບເດັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG