ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາຕ່ຳສະຫະລັດ ຄາດວ່າ ຈະຖອດຖອນ ທນ. ລີສ ເຊນນີ ອອກຈາກຕຳແໜ່ງຜູ້ນຳຂັ້ນສູງຂອງພັກ


ຕຶກລັດຖະສະພາ ຫຼື Capitol ແມ່ນເຫັນໄດ້ຢູ່ພາຍໃຕ້ທ້ອງຟ້າທີ່ມືດມົວ ໃນນະຄອນຫຼວງວໍຊິງຕັນ, ໃນວັນອັງຄານ ທີ 11 ພຶດສະພາ 2021.
ຕຶກລັດຖະສະພາ ຫຼື Capitol ແມ່ນເຫັນໄດ້ຢູ່ພາຍໃຕ້ທ້ອງຟ້າທີ່ມືດມົວ ໃນນະຄອນຫຼວງວໍຊິງຕັນ, ໃນວັນອັງຄານ ທີ 11 ພຶດສະພາ 2021.

ບັນດາສະມາຊິກພັກຣີພັບບລີກັນໃນສະພາຕ່ຳສະຫະລັດ ແມ່ນກຽມພ້ອມທີ່ຈະຖອດຖອນສະມາຊິກພາສະພາຕ່ຳ ທ່ານນາງ ລີສ ເຊນນີ ອອກຈາກຕຳແໜ່ງຜູ້ນຳພັກຂອງທ່ານນາງ ຍ້ອນການຕ້ອງຕິ ຕໍ່ການກ່າວອ້າງຂອງອະດີດປະທາ ນາທິບໍດີ ດໍໂນລ ທຣຳ ທີ່ວ່າ ມີການສໍ້ໂກງຄະແນນສຽງໃນການເລືອກຕັ້ງປະ ທານາທິບໍດີ ເມື່ອເດືອນພະຈິກທີ່ຜ່ານມານັ້ນ.

ກຸ່ມບັນດາສະມາຊິກສະພາຕ່ຳດັ່ງກ່າວ ຄາດວ່າ ຈະລົງຄະແນນສຽງໃນວັນພຸດມື້ນີ້ ເພື່ອປົດລູກສາວຂອງອະດີດຮອງປະທານາທິບໍດີ ດິກ ເຊນນີ ອອກຈາກຕຳແໜ່ງປະທານຂອງກຸ່ມຄະນະພັກຣີພັບບລີກັນຂອງສະພາຕ່ຳຊຶ່ງເປັນຕຳແໜ່ງສູງສຸດອັນດັບສາມ ໃນຄະນະນຳພາຂອງສະພາຕ່ຳນີ້ ທີ່ຮັບຜິດຊອບ ນຳການສື່ ສານຂໍ້ຄວາມຂອງພັກໃຫ້ມະຫາຊົນທົ່ວໄປຊາບ.

ລິ້ງ: https://www.gop.gov/leadership/house-republican-conference-chair/

ທ່ານນາງເຊນນີ ເປັນສະມາຊິກສະພາຕ່ຳຄົນດຽວ ຈາກລັດວາຍໂອມິງທາງພາກຕາເວັນຕົກຂອງປະເທດ ທີ່ໄດ້ກ່າວປະນາມຢ່າງບໍ່ລົດລະ ຕໍ່ການກ່າວອ້າງຂອງອະດີດປະທານາທິບໍດີ ທຣຳ ທີ່ວ່າ ທ່ານ ແລະບໍ່ແມ່ນ ທ່ານໂຈ ໄບເດັນ ຈາກພັກເດໂມແຄຣັດ ໄດ້ເປັນຜູ້ຊະນະທີ່ຖືກຕ້ອງໃນການເລືອກຕັ້ງເມື່ອເດືອນພະຈິກ ນັ້ນ ເຖິງແມ່ນວ່າ ການຟ້ອງຮ້ອງຄັດຄ້ານຕໍ່ສານຫຼາຍແຫ່ງຂອງທ່ານ ເພື່ອທີ່ຈະຕ່າວປີ້ນຜົນທີ່ໄດ້ຮັບຂັ້ນສຸດທ້າຍໃນລັດຕ່າງໆທີ່ສຳຄັນ ບ່ອນທີ່ທ່ານໄດ້ຜ່າຍແພ້ນັ້ນ ບໍ່ປະສົບຜົນສຳເລັດກໍຕາມ.

ໃນຕອນທຳອິດ ທີ່ທ່ານນາງຖືກຕຳໜິພາຍໃນພັກ ກໍເມື່ອໃນຕອນທ່ານໄດ້ລົງຄະ ແນນສຽງໃຫ້ທ່ານທຣຳ ຖືກຟ້ອງຮ້ອງ ສຳລັບບົດບາດຂອງທ່ານໃນການປຸກລະ ດົມ ໃຫ້ເກີດການກໍ່ຈະລາຈົນຂຶ້ນຢູ່ທີ່ລັດຖະສະພາໃນວັນທີ 6 ມັງກອນ ຊຶ່ງໃນເວລານັ້ນ ພວກສະໜັບສະໜຸນທ່ານທຣຳ ຫຼາຍຮ້ອຍຄົນໄດ້ບຸກເຂົ້າໄປໃນຕຶກລັດຖະສະພາເພື່ອບໍ່ໃຫ້ບັນດາສະມາຊິກສະພາ ຢັ້ງຢືນຄະແນນສຽງຂອງຜູ້ແທນລັດ ທີ່ໃຫ້ທ່ານໄບເດັນ ເປັນຜູ້ຊະນະເລີດ.

ໃນການກ່າວຄຳປາໄສຢູ່ທີ່ສະພາຕ່ຳ ໃນແລງວັນອັງຄານວານນີ້ ທ່ານນາງເຊນນີ ໄດ້ອະທິບາຍເຖິງ ການພະຍາຍາມຂອງທ່ານທຣຳຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ຜົນການເລືອກຕັ້ງບໍ່ຖືກຕ້ອງນັ້ນ ຄືກັບວ່າ “ເປັນໄພຂົ່ມຂູ່ ທີ່ອາເມຣິກາ ບໍ່ເຄີຍພົບເຫັນມາກ່ອນ.”

ທ່ານນາງໄດ້ກ່າວອີກວ່າ “ອະດີດປະທານາທິບໍດີ ຜູ້ທີ່ໄດ້ຍຸແຍ່ໃຫ້ເກີດການໂຈມຕີຮ້າຍແຮງຕໍ່ລັດຖະສະພາແຫ່ງນີ້ ໃນຄວາມພະຍາຍາມຢ່າງທີ່ຈະລັກເອົາການເລືອກນັ້ນ ໄດ້ສືບຕໍ່ຄວາມພະຍາຍາມ ຢ່າງເອົາຈິງເອົາຈັງຄືນອີກ ເພື່ອຈະເຮັດໃຫ້ຊາວອາເມຣິກັນເຊື່ອວ່າ ການເລືອກຕັ້ງໄດ້ຖືກລັກຂະໂມຍເອົາໄປຈາກທ່ານ. ທ່ານສ່ຽງທີ່ຈະຍຸແຍ່ປຸກລະດົມໃຫ້ເກີດຄວາມຮຸນແຮງຂຶ້ນຕື່ມອີກ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG