ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາສະມາຊິກສະພາຕ່ຳ ສະຫະລັດ ປົດທ່ານເມັກຄາຣທີ ອອກຈາກຕຳແໜ່ງ ປະທານສະພາຕ່ຳ


ສະມາຊິກສະພາຕ່ຳ ທ່ານແຄວິນ ເມັກຄາຣທີ ກ່າວຕໍ່ບັນດານັກຂ່າວ ບໍ່ເທົ່າໃດຊົ່ວໂມງຫຼັງຈາກທີ່ທ່ານ ໄດ້ຖືກໂຄ່ນລົ້ມຈາກຕຳແໜ່ງປະທາ່ນສະພາຕ່ຳ, ຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 3 ຕຸລາ 2023.
ສະມາຊິກສະພາຕ່ຳ ທ່ານແຄວິນ ເມັກຄາຣທີ ກ່າວຕໍ່ບັນດານັກຂ່າວ ບໍ່ເທົ່າໃດຊົ່ວໂມງຫຼັງຈາກທີ່ທ່ານ ໄດ້ຖືກໂຄ່ນລົ້ມຈາກຕຳແໜ່ງປະທາ່ນສະພາຕ່ຳ, ຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 3 ຕຸລາ 2023.

ເປັນຄັ້ງທຳອິດໃນປະຫວັດສາດຂອງສະຫະລັດ ບັນດາສະມາຊິກສະພາ ສະຫະ ລັດ ໃນວັນອັງຄານວານນີ້ ໄດ້ລົງຄະແນນສຽງ ປົດປະທານສະພາຕ່ຳ ສະຫະ ລັດ ອອກຈາກຕຳແໜ່ງ.

ທ່ານແຄວິນ ເມັກຄາຣທີ ສັງກັດພັກຣີພັບບລີກັນ ໄດ້ຖືກປົດອອກຈາກຕຳແໜ່ງປະທານສະພາຕ່ຳຂອງທ່ານໃນການລົງຄະແນນ 216 ຕໍ່ 210 ສຽງ ທີ່ໄດ້ເກີດມາຈາກການທ້າທາຍທີ່ບໍ່ຄ່ອຍເຫັນຈາກພັກຂອງທ່ານເອງ. ສະພາຕ່ຳບໍ່ສາມາດ ປ່ອນບັດໄດ້ ຈົນກວ່າວ່າ ຈະມີການເລືອກຕັ້ງປະທານສະພາຕ່ຳຄົນໃໝ່ ໃນອາທິດໜ້າ.

ທ່ານແມຕ ເກຕສ໌ ສັງກັດພັກຣີພັບບລີກັນ ໄດ້ຢື່ນຍັດ​ຕິ ເມື່ອຕອນແລງວັນຈັນນີ້ ເພື່ອບັງຄັບໃຫ້ມີການລົງຄະແນນສຽງ ປົດທ່ານເມັກຄາຣທີ ອອກ ຊຶ່ງເປັນການສະແດງອອກເຖິງຄວາມບໍ່ພໍໃຈ ໃນການນຳພາຂອງທ່ານເມັກຄາຣທີ ພາຍຫຼັງຈາກທ່ານ ບໍ່ສາມາດຮັບຜ່ານຮ່າງກົດໝາຍວ່າດ້ວຍງົບປະມານຂອງລັດຖະບານ ເມື່ອອາທິດແລ້ວນີ້ ໂດຍມີບູລິມະສິດຕ່າງໆ ໃນການໃຊ້ຈາຍຂອງຝ່າຍອະນຸລັກນິຍົມນັ້ນ.

ໂດຍມີສຽງສ່ວນຫຼາຍພຽງເລັກນ້ອຍໃນສະພາຕ່ຳຂອງພັກຣີພັບບລີກັນ ໝາຍຄວາມວ່າ ທ່ານເກຕສ໌ ຕ້ອງການພຽງບໍ່ເທົ່າໃດສຽງຈາກສະມາຊິກພັກຣີພັບບລີກັນ ເພື່ອລົງຄະແນນສຽງຮ່ວມກັບສະມາຊິກພັກເດໂມແຄຣັດ ທີ່ຈະໂຄ່ນລົ້ມທ່ານເມັກຄາຣທີ. ສະມາຊິກພັກຣີພັບບລີກັນສ່ວນຫຼາຍ ໄດ້ລົງຄະແນນສຽງເພື່ອໃຫ້ ທ່ານເມັກຄາຣທີ ດຳລົງຕຳແໜ່ງການນຳພາຕໍ່ໄປ.

“ຄຶດເບິ່ງໃຫ້ດົນແລະໜັກແໜ້ນກ່ອນທີ່ເຈົ້າຈະສົ່ງພວກເຮົາເຂົ້າສູ່ຄວາມວຸ້ນວາຍ ເພາະວ່າ ອັນນັ້ນ ເປັນບ່ອນທີ່ພວກເຮົາຈະມຸ້ງໜ້າໄປ ຖ້າພວກເຮົາປົດຕຳແໜ່ງປະທານສະພາ” ສະມາຊິກສະພາຕ່ຳ ທ່ານທອມ ໂຄລ ໄດ້ກ່າວເຕືອນບັນດາເພື່ອນສະມາຊິກສະພາ ຢູ່ໃນຫ້ອງປະຊຸມສະພາຕ່ຳ ໃນວັນອັງຄານວານນີ້.

ທ່ານເກຕສ໌ໄດ້ຕອບໂຕ້ໃນລະຫວ່າງການອະພິປາຍຢູ່ໃນຫ້ອງປະຊຸມຂອງສະພາ ໂດຍກ່າວວ່າ “ຂ້າພະເຈົ້າບໍ່ຄຶດວ່າ ການລົງຄະແນນສຽງ ຕໍ່ຕ້ານທ່ານແຄວິນ ເມັກຄາຣທີ ເປັນຄວາມວຸ້ນວາຍ. ຂ້າພະເຈົ້າຄຶດວ່າ ໜີ້ສິນ 33 ພັນຕື້ໂດລາ ນັ້ນ ແມ່ນຄວາມວຸ້ນວາຍ. ຂ້າພະເຈົ້າຄຶດວ່າ ການປະເຊີນກັບ ການຂາດດຸນໃນແຕ່ລະປີ ມູນຄ່າ 2.2 ພັນຕື້ໂດລາ ນັ້ນ ແມ່ນຄວາມວຸ້ນວາຍ. ຂ້າພະເຈົ້າຄຶດວ່າ ການບໍ່ຮັບຜ່ານຮ່່າງກົດໝາຍວ່າດ້ວຍການໃຊ້ຈາຍພຽງອັນດຽວ ແມ່ນຄວາມວຸ້ນວາຍ.”

ສະມາຊິພັກຣີພັບບລີກັນບາງສ່ວນ ຍັງໄດ້ສະແດງຄວາມບໍ່ພໍໃຈກ່ຽວກັບຂໍ້ຕົກລົງທີ່ທ່ານເມັກຄາຣທີ ໄດ້ຕົກລົງກັບ ປະທານາທິບໍດີ ໂຈ ໄບເດັນ ເມື່ອຕົ້ນປີນີ້ ທີ່ວາງຂີດລະດັບການໃຊ້ຈ່າຍ ໂດຍມີການຕອບແທນດ້ວຍ ການເພີ້ມເພດານໜີ້ສິນຂຶ້ນ.

“ພວກເຮົາຫຼາຍໆຄົນ ໄດ້ວິ່ງວອນຕໍ່ທ່ານປະທານສະພາ ໄດ້ຮຽກຮ້ອງທ່ານປະ ທານສະພາ ຊ້ຳແລ້ວຊ້ຳອີກ ໃຫ້ໃຊ້ເພດານໜີ້ສິນ ເປັນສິ່ງຕໍ່ລອງໃນການຕັດການໃຊ້ຈ່າຍລົງ ແລະການປະຕິຮູບ. ແທນທີ່ຈະເປັນແນວນັ້ນ ທ່ານໄດ້ເຈລະ ຈາ ແລະໃນທີ່ສຸດກໍເພີ້ມເພດານໜີ້ສິນຂຶ້ນ” ສະມາຊິກສະພາສັງກັດພັບຣີພັບບລີກັນ ທ່ານບອບ ກູດ ໄດ້ກ່າວ ຢູ່ທີ່ຫ້ອງປະຊຸມສະພາຕ່ຳໃນວັນອັງຄານວານນີ້ ໂດຍຊຸກຍຸ້ໃຫ້ບັນດາສະມາຊິກ ປົດທ່ານເມັກຄາຣທີ ອອກ.

For the first time in U.S. history, U.S. lawmakers voted Tuesday to remove the Speaker of the U.S. House of Representatives from power.

Republican Kevin McCarthy was removed from his position as speaker in a 216-210 vote triggered by a rare challenge from his own party. The House cannot hold votes until a new speaker is set to be elected next week.

Republican Representative Matt Gaetz filed a motion late Monday to force a vote on removing McCarthy, expressing frustration in McCarthy's leadership after McCarthy failed to pass a government funding bill last week with conservative spending priorities.

The slim Republican majority in the House meant that Gaetz needed only a handful of Republicans to vote along with Democrats to oust McCarthy. The majority of Republicans voted to keep McCarthy in leadership.

"Think long and hard before you plunge us into chaos because that's where we're headed if we vacate the speakership," Representative Tom Cole warned fellow Republicans on the House floor Tuesday.

ສະມາຊິກສະພາຕ່ຳ ທ່ານແມຕ ເກຕສ໌ ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 3 ຕຸລາ 2023.
ສະມາຊິກສະພາຕ່ຳ ທ່ານແມຕ ເກຕສ໌ ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 3 ຕຸລາ 2023.

Gaetz responded during debate on the House floor, saying, "I don't think voting against Kevin McCarthy is chaos. I think $33 trillion in debt is chaos. I think that facing a $2.2 trillion-dollar annual deficit is chaos. I think that not passing single-subject spending bills is chaos."

Some Republicans have also expressed frustration over a deal McCarthy made with President Joe Biden earlier this year to cap spending levels in return for raising the debt ceiling.

"Many of us had begged the speaker, pleaded with the speaker repeatedly to utilize the debt ceiling to leverage spending cuts and reforms. Instead, he negotiated an unlimited increase to the debt ceiling," Republican Representative Bob Good said on the House floor Tuesday, urging members to remove McCarthy.

US House Removes McCarthy as Speaker of the House
please wait

No media source currently available

0:00 0:02:54 0:00
XS
SM
MD
LG