ບັນດາສະມາຊິກສະພາຕ່ຳຂອງສະຫະລັດ ໃນວັນພຸດວານນີ້ ໄດ້ຮັບຜ່ານຮ່າງກົດໝາຍຄຸ້ມຄອງປືນ ທີ່ສຳຄັນທີ່ສຸດ ໃນຮອບຫລາຍປີຜ່ານມາ ໂດຍໄດ້ເພີ້ມການກວດກາປະຫວັດຂຶ້ນ ເພື່ອໃຫ້ກວາມລວມເອົາການຂາຍປືນຢູ່ງານວາງສະແດງ ແລະຢູ່ທາງອິນເຕີແນັດນຳ.
ການລົງຄະແນນສຽງ 240 ຕໍ່ 190, ໂດຍທີ່ສະມາຊິກລັດຖະສະພາ Mike Thompson ຈາກລັດຄາລິຟໍເນຍເອີ້ນການຮັບຜ່ານຮ່າງກົດໝາຍນີ້ວ່າ "ເປັນມື້ໃໝ່" ຂອງລັດຖະສະພາທີ່ມີພວກສັງກັດພັກເດໂມແຄຣັດເປັນຜູ້ຄວບຄຸມ ແລະມີ “ຄວາມມຸ້ງໝັ້ນຕັ້ງໃຈວ່າຈະແກ້ໄຂບັນຫາການກໍ່ຄວາມຮຸນແຮງໂດຍການໃຊ້ປືນ" ນັ້ນ.
ທ່ານ Stenny Hoyer ສະມາຊິກພັກເດໂມແຄຣັດ ຈາກລັດແມຣີແລນເວົ້າວ່າ ຮ່າງກົດໝາຍການກວດປະຫວັດໃນການຊື້ຂາຍປືນບໍ່ເຄີຍໄດ້ຮັບອະນຸຍາດໃຫ້ນຳມາທຳການລົງຄະແນນສຽງກັນຈັກເທື່ອ ເວລາທີ່ພວກສັງກັດພັກຣີພັບບລິກັນ ຄວບຄຸມສະພາຕ່ຳຢູ່ນັ້ນ.
ທ່ານກ່າວວ່າ "ການນອງເລືອດ ທີ່ພວກເຮົາໄດ້ເຫັນວ່າ ເກີດຂຶ້ນຢູ່ຕະຫລອດ ຍ້ອນການກໍ່ຄວາມຮຸນດ້ວຍການໃຊ້ປືນໃນຮອບທົດສະວັດນຶ່ງຜ່ານມາ ໄດ້ເຮັດໃຫ້ຄວາມເປັນຫ່ວງຂອງປະຊາຊົນອາເມຣິກັນເພີ້ມສູງຂຶ້ນ," ຊຶ່ງທ່ານໄດ້ກ່າວຕໍ່ໄປອີກວ່າ ທ່ານເຊື່ອວ່າປະຊາຊົນອາເມຣິກັນ 90% ແມ່ນໃຫ້ການສະໜັບສະໜຸນ ຕໍ່ຮ່າງກົດໝາຍນີ້.
ຮ່າງກົດໝາຍທີ່ຮັບຮອງເອົາໃນວັນພຸດວານນີ້, ຈະປິດຊ່ອງຫວ່າງທີ່ອະນຸຍາດ ໃຫ້ຄົນຢູ່ໃນເກືອບໝົດທຸກລັດສາມາດຊື້ປືນຈາກເຈົ້າຂອງປືນອື່ນໆຢູ່ທີ່ງານວາງສະແດງປືນຕ່າງໆ ແລະຢູ່ໃນອິນເຕີແນັດ ໂດຍປາດສະຈາກການກວດກາປະຫວັດທີ່ບັນດາຮ້ານຂາຍປືນທີ່ມີອະນຸຍາດຕ້ອງໄດ້ປະຕິບັດນັ້ນ.
ສະພາຕ່ຳມີແຜນທີ່ຈະທຳການລົງຄະແນນສຽງຮ່າງກົດໝາຍສະບັບທີສອງ ໃນວັນພະຫັດມື້ນີ້ ເພື່ອຍືດເວລາໃຫ້ທຳການກວດປະຫວັດອອກໄປຈາກພຽງສອງ ສາມນາທີ ໃຫ້ເປັນຢ່າງໜ້ອຍ 10 ມື້ໃນບາງກໍລະນີ.
ຮ່າງກົດໝາຍທັງສອງສະບັບ ເບິ່ງຄືວ່າຈະໄດ້ຮັບການຄັດຄ້ານຢ່າງແຮງ ຢູ່ໃນສະພາສູງ ທີ່ຄວບຄຸມໂດຍພັກຣີພັບບລິກັນ, ທີ່ມີພວກຄັດຄ້ານເວົ້າວ່າ ມັນຈະບໍ່ຊ່ວຍຫຍັງໄດ້ໃນການຍຸຕິບໍ່ໃຫ້ຜູ້ກໍ່ອາຊະຍາກຳເຂົ້າຫາອາວຸດໄດ້ນັ້ນ.
ປະທານາທິບໍດີດໍໂນລ ທຣຳ ກ່າວວ່າ ທ່ານສະໜັບສະໜຸນການຕໍ່ຂະຫຍາຍເວ
ລາໃນການກວດປະຫວັດ ສຳລັບພວກຊື້ປືນ ແຕ່ທຳນຽບຂາວກ່າວວາ ທີ່ປຶກສາ
ຂອງທ່ານຈະແນະນຳໃຫ້ໃຊ້ສິດຢັບຢັ້ງ ໂດຍກ່າວອ້າງວ່າ ຮ່າງກົດໝາຍນີ້ແມ່ນ
ຈະລະເມີດຕໍ່ສິດທິໃນບົດເພີ້ມຕື່ມລັດຖະທຳມະນູນຂໍ້ທີ 2 ແລະເຮັດໃຫ້ຜູ້ຊື້ປືນທີ່
ຖືກຕ້ອງຕາມກົດໝາຍມີພາລະເພີ້ມຕື່ມ.