ການເຮັດໃຫ້ ມາດຕະການລົງໂທດຕໍ່ເກົາຫຼີເໜືອ ຂອງສະຫະລັດ ມີຄວາມເຂັ້ມແຂງ
ຕື່ມຂຶ້ນ ຈະທະວີຄວາມກົດດັນໃນດ້ານການເງິນຕໍ່ເກົາຫຼີເໜືອ ອັນເປັນບາດກ້າວໜ້າ
ທີ່ໃກ້ຈະກາຍເປັນກົດໝາຍ ໃນວັນອັງຄານວານນີ້.
ສະພາຕ່ຳສະຫະລັດ ໄດ້ຮັບຜ່ານຮ່າງກົດໝາຍສະບັບນຶ່ງ ໂດຍການລົງຄະແນນສຽງ
ນັດພິເສດ ຊຶ່ງຈະສະໜັບສະໜູນການຮຽກຮ້ອງຂອງລັດຖະບານທ່ານທຣຳ ໃຫ້ເອົາ
ມາດຕະການທີ່ໜັກມືຂຶ້ນຕື່ມ ຕໍ່ອຳນາດການປົກຄອງຂອງເກົາຫຼີເໜືອ.
ປະທານຄະນະກຳມະການ ຮັບຜິດຊອບກິດຈະການຕ່າງປະເທດ ຂອງສະພາຕ່ຳ
ທ່ານ Ed Royce ຊຶ່ງເປັນຜູ້ຮ່ວມສະເໜີ ຮ່າງກົດໝາຍດັ່ງກ່າວ ໄດ້ເວົ້າວ່າ “ຮ່າງກົດ
ໝາຍນີ້ ຈະເຮັດໃຫ້ລັດຖະບານທ່ານທຣຳມີເຄື່ອງມືໃໝ່ທີ່ມີປະສິດທິພາບ ເພື່ອ
ປົກປ້ອງສະຫະລັດ ແລະ ບັນດາພັນທະມິດຂອງພວກເຮົາ ຈາກໄພຂົ່ມຂູ່ ຂອງ
ລູກສອນໄຟນິວເຄລຍ ຂອງເກົາຫຼີເໜືອ ໂດຍຈະລົງໂທດພວກທີ່ສົ່ງເສີມ
ການຮຸກຮານຂອງເກົາຫຼີເໜືອ.”
ສະມາຊິກສະພາຈາກລັດກາລີຟໍເນຍ ສັງກັດພັກຣີພັບບລີກັນທ່ານນີ້ ກ່າວຕື່ມວ່າ
“ອັນນີ້ ສະແດງໃຫ້ໂລກເຫັນວ່າ ລັດຖະສະພາພ້ອມແລ້ວທີ່ຈະຊ່ອຍລັດຖະບານ
ຊຸດນີ້ ທຳງານຮ່ວມກັບບັນດາພັນທະມິດຂອງພວກເຮົາແລະປະເທດອື່ນໆ ເພື່ອ
ຈະຕ້ານຢັນ ພຶດຕິກຳທີ່ດື້ດ້ານຂອງ ເກົາຫຼີເໜືອ.”
ມາດຕະການລົງໂທດດັ່ງກ່າວ ຈະເຮັດໃຫ້ການເງິນຂອງເກົາຫຼີເໜືອ ໂດດດ່ຽວຫຼາຍຂຶ້ນ
ໂດຍຈະແນໃສ່ບັນດາປະເທດທີ່ພົວພັນໃນການຄ້າອາວຸດ ກັບເກົາຫຼີເໜືອ ແລະຈະຈຳ
ກັດລາຍຮັບທີ່ເປັນເງິນສົດຂອງ ອຳນາດການປົກຄອງ ທີ່ໄດ້ມາຈາກການບັງຄັບອອກ
ແຮງງານຢູ່ຕ່າງປະເທດ.
ນອກນັ້ນ ຮ່າງກົດໝາຍສະບັບນີ້ ຍັງຈະກຳນົດໃຫ້ລັດຖະບານທ່ານທຣຳ ພິຈາລະນາ
ເບິ່ງ ພາຍໃນ 90 ວັນ ວ່າ ລັດຖະບານຂອງເກົາຫຼີເໜືອ ຄວນຖືກລະບຸ ໃຫ້ເປັນປະເທດ
ທີ່ສະໜັບສະໜູນ ການກໍ່ການຮ້າຍ ຫຼືບໍ່.
ມາດຕະການໆລົງໂທດ ຂອງສະພາຕ່ຳ ມີຂຶ້ນຫຼັງຈາກ ຄວາມເຄັ່ງຕຶ່ງໄດ້ເພີ່ມຂຶ້ນຢູ່ໃນ
ຂົງເຂດ ໃນສອງສາມສັບປະດາຜ່ານມາ ຂະນະທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້
ຮຽກຮ້ອງໃຫ້ເອົາທ່າທີການຕອບໂຕ້ ທີ່ໜັກແໜ້ນຫຼາຍຂຶ້ນ ໃນດ້ານຂອງຄວາມປອດໄພ
ຕໍ່ການທົດລອງລູກສອນໄຟ ຊ້ຳແລ້ວຊ້ຳອີກ ຂອງຜູ້ນຳເກົາຫຼີເໜືອ Kim Jong Un
ໃນຂະນະທີ່ຜູ້ກ່ຽວ ພະຍາຍາມທີ່ຈະເສີມສ້າງ ໂຄງການນິວເຄລຍຂອງຕົນນັ້ນ.
ເມື່ອວັນສຸກຜ່ານມາ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson
ໄດ້ນຳພາກອງປະຊຸມສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດ ນັດພິເສດ ທີ່ໄດ້
ເພັ່ງເລັງໃສ່ ເລື່ອງການເສີມຂະຫຍາຍ ມາດຕະການລົງໂທດ ຕໍ່ອຳນາດການປົກຄອງ
ເກົາຫຼີເໜືອ.