ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕໍ່າສະຫະລັດ ຜ່ານຮ່າງກົດໝາຍຢ່າງໄວ ທີ່ຈະເພີ້ມຂີດຈຳກັດ ວົງເງິນໜີ້ສິນ


ລັດຖະສະພາສະຫະລັດ ທີ່ເຫັນຢູ່ໃນຂະນະທີ່ ສະພາສູງພັກເດໂມແຄຣັດ ແລະຣີພັບບລິກັນ ບັນລຸຂໍ້ຕົກລົງ ເພື່ອຫລີກລ່ຽງ ວິກິດການໜີ້ສິນ ວໍຊິງຕັນ ວັນທີ 7 ຕຸລາ 2021.
ລັດຖະສະພາສະຫະລັດ ທີ່ເຫັນຢູ່ໃນຂະນະທີ່ ສະພາສູງພັກເດໂມແຄຣັດ ແລະຣີພັບບລິກັນ ບັນລຸຂໍ້ຕົກລົງ ເພື່ອຫລີກລ່ຽງ ວິກິດການໜີ້ສິນ ວໍຊິງຕັນ ວັນທີ 7 ຕຸລາ 2021.

ສະພາຕໍ່າສະຫະລັດ ໃນຕອນແລງວັນອັງຄານວານນີ້ ໄດ້ອະນຸມັດມາດຕະການ ທີ່ຈະອະນຸຍາດໃຫ້ສະພາ ເລັ່ງການຮ່າງກົດໝາຍນິຕິບັນຍັດ ເພື່ອຍົກຂີດຈຳກັດໜີ້ສິນຂອງລັດຖະບານກາງ ແລະ ກຳຈັດຄວາມເປັນໄປໄດ້ຂອງການບໍ່ສາມາດຈ່າຍໜີ້ສິນທີ່ບໍ່ເຄີຍມີມາກ່ອນ. ສະພາສູງຄາດວ່າຈະຮັບເອົາມາດຕະການດັ່ງກ່າວ, ຊຶ່ງຈະປ້ອງກັນການໃຊ້ກົນລະຍຸດຂັດຂວາງຕ່າງໆໃນວັນພະຫັດມື້ອື່ນ.

ນັ້ນຈະເປັນການເລັ່ງວິທີທາງສຳລັບສະພາ ເພື່ອພິຈາລະນາຮ່າງກົດໝາຍຕ່າງຫາກ, ທີ່ແທ້ຈິງແລ້ວຈະຂະຫຍາຍຂີດຈຳກັດ 28 ພັນ 900 ຕື້ໂດລາໃນອຳນາດການກູ້ຢືນຂອງລັດຖະບານກາງ ໃຫ້ຢູ່ໃນລະດັບທີ່ຍັງຈະຖືກພິຈາລະນາຢູ່.

ສະພາຕໍ່າໄດ້ລົງຄະແນນສຽງ 222 ຕໍ່ 212 ໃນການສະໜັບສະໜູນມາດຕະການທີ່ຖືກ
ອອກແບບມາໃຫ້ເລັ່ງອະນຸມັດການຂະຫຍາຍຂີດຈຳກັດໜີ້ສິນໃນສະພາສູງທີ່ມັກຈະ
ເຄື່ອນໄຫວຢ່າງຊ້າໆ. ມີສະມາຊິກພັກຣີພັບບລີກັກັນພຽງຄົນດຽວທີ່ໃຫ້ການສະໜັບ
ສະໜູນມັນ. ສະມາຊິກສະພາຕໍ່າສັງກັດພັກເດໂມແຄຣັດ ທ່ານ ສຕີເວັນ ຮອສຝອດ
(Steven Horsford) ໄດ້ກ່າວໃນລະຫວ່າງການໂຕ້ຖຽງຂອງສະພາຕໍ່າວ່າ “ການຂະ
ຫຍາຍຂີດຈຳກັດໜີ້ສິນຈະປ້ອງກັນພວກເຮົາຈາກການພາດການຊໍາລະໜີ້ທີ່ພວກເຮົາ|
ໄດ້ຕິດຢູ່ແລ້ວນັ້ນ. ມັນກ່ຽວກັບ ການລົງທຶນທີ່ສະພາໄດ້ອະນຸມັດກ່ອນໜ້ານີ້.”

ໃນຕອນເຊົ້າຂອງວັນນັ້ນ ປະທານສະພາຕໍ່າ ທ່ານນາງ ແນຊີ ເພໂລຊີ ໄດ້ ເຕືອນເຖິງອັນຕະລາຍທີ່ຈະຕິດຕາມມາ ຖ້າບໍ່ມີການດຳເນີນການຢ່າງວ່ອງໄວໂດຍລັດຖະສະພາ.

ທ່ານນາງ ເພໂລຊີ ສັງກັດພັກເດໂມແຄຣັດ ໄດ້ກ່າວຢູ່ໃນຖະແຫຼງການວ່າ “ພວກເຮົາຕ້ອງແກ້ໄຂຂີດຈຳກັດໜີ້ສິນ ເພື່ອກຳຈັດການຕົກລົງຂອງເງິນຫຼາຍພັນຕື້ໂດຍລາທີ່ບໍ່ຈຳເປັນ ແລະ ຫາຍະນະຂອງຍອດຜະລິດຕະພັນລວມພາຍໃນ ແລະ ການຕັດອັດຕາໜ່ວຍກິດຂອງພວກເຮົາລົງຢ່າງຫຼວງຫຼາຍ.”

ແຕ່ວ່າບັນດາສະມາຊິກພັກຣີພັບບລິກກັນ ໄດ້ຄັດຄ້ານຕໍ່ການດຳເນີນການໃດໆ, ໂດຍຮູ້ວ່າພັກເດໂມແຄຣັດ ມີເຈຕະນາທີ່ຈະແບກຫາບພາລະດ້ວຍຕົນເອງ ພາຍໃຕ້ຂໍ້ຕົກລົງທີ່ຖືກເຈລະຈາຢ່າງເປັນສ່ວນຕົວໂດຍທັງສອງພັກກການເມືອງນັ້ນ. ທ່ານ ເຄີວິນ ເບຣດີ (Kervin Brady) ສະມາຊິກສະພາຕໍ່າສັງກັດພັກຣີພັບບລີກັນ ໄດ້ກ່າວວ່າ “ຫ້າມທຳຄວາມຜິດພາດ. ຂີດຈຳກັດໜີ້ສິນນີ້ແມ່ນໄດ້ຖືກຍົກຂຶ້ນເພື່ອຈ່າຍເງິນຫຼາຍພັນຕື້ໂດລາສຳລັບການໃຊ້ຈ່າຍທີ່ສິ້ນເປືອງຂອງພວກສັງຄົມນິຍົມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG