ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕໍ່າສະຫະລັດ ຜ່ານ​ຮ່າງ​ກົດໝາຍການ​ໃຊ້​ຈ່າຍ 460 ຕື້​ໂດ​ລາ ເພື່ອຫຼີກລ້ຽງເສັ້ນຕາຍ


ຜູ້​ມາ​ຢ້ຽມ​ຢາມ ​ຢືນ​ຢູ່​ທີ່​ຖານ​ ຂອງອານຸສາວະລີ ​ວໍ​ຊິງ​ຕັນ ໃນ​ຂະ​ນະ​ທີ່​ຫໍ​ລັດຖະສະພາ ປະກົດໃຫ້ເຫັນໄດ້​ແຕ່​ໄກໆ, ໃນ​ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ, ວັນ​ທີ 5 ມີ​ນາ 2024.
ຜູ້​ມາ​ຢ້ຽມ​ຢາມ ​ຢືນ​ຢູ່​ທີ່​ຖານ​ ຂອງອານຸສາວະລີ ​ວໍ​ຊິງ​ຕັນ ໃນ​ຂະ​ນະ​ທີ່​ຫໍ​ລັດຖະສະພາ ປະກົດໃຫ້ເຫັນໄດ້​ແຕ່​ໄກໆ, ໃນ​ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ, ວັນ​ທີ 5 ມີ​ນາ 2024.

ສະພາ​ຕ່ຳ​ໄດ້​ຮັບຜ່ານ​ຮ່າງ​ກົດໝາຍການ​ໃຊ້​ຈ່າຍ 460 ຕື້​ໂດ​ລາ​ ສະຫະລັດ​ ໃນ​ວັນ​ພຸດ​ວານ​ນີ້ ເຊິ່ງຈະຊ່ວຍສະໜອງ​ງົບປະມານ​ໃຫ້​ແກ່​ບັນດາ​ໜ່ວຍງານທີ່ສຳ ຄັນຂອງລັດຖະບານ​ກາງ ​ຕະຫຼອດ​ຊ່ວງໄລຍະ​ທີ່​ເຫຼືອ​ຂອງ​ປີ​ງົບປະມານ. ຄາດ​ວ່າ​ສະພາ​ສູງ​ຈະ​ນຳໃຊ້​ກົດໝາຍ​ດັ່ງກ່າວ​ກ່ອນ​ຂີດ​ເສັ້ນ​ຕາຍ​ການ​ປິດ​ລັດ​ຖະ​ບານ ໃນທ່ຽງຄືນຂອງ​ວັນ​ສຸກ​ນີ້, ອີງຕາມອົງການຂ່າວ ເອພີ.

ບັນດາສະມາຊິກສະພາກໍາລັງເຈລະຈາຊຸດທີສອງຂອງຮ່າງກົດໝາຍ 6 ສະບັບ ຊຶ່ງລວມມີການປ້ອງກັນປະເທດ ເພື່ອໃຫ້ໜ່ວຍງານຂອງລັດຖະບານກາງທັງ ໝົດ ໄດ້ຮັບເງິນທຶນສະໜັບສະໜູນຢ່າງເຕັມທີ່ ກ່ອນເສັ້ນຕາຍໃນວັນທີ 22 ມີນານີ້. ໃນທ້າຍ​ທີ່​ສຸດ, ການ​ໃຊ້​ຈ່າຍທັງໝົດ​ຕາມການພິ​ຈາ​ລະ​ນາຂອງສະ​ພາ​ສູງ​ຄາດ​ວ່າ​ຈະ​ຢູ່ທີ່​ປະ​ມານ 1.66 ພັນ​ຕື້​ໂດ​ລາ​ສໍາ​ລັບຕະຫຼອດ​ປີ​.

ສະມາຊິກສະພາຈາກພັກຣີພັບບລີກັນຈຳນວນຫຼາຍ ໄດ້ພາກັນຄັດຄ້ານແຜນ ການໃຊ້ຈ່າຍ, ເຮັດໃຫ້ປະທານສະພາຕ່ຳ ທ່ານ ໄມກ໌ ຈອນສັນ (Mike Johnson), ສະມາຊິກພັກຣີພັບບລີກັນ ຈາກ​ນະ​ຄອນ ລອສ ແອງເຈີລິສ, ຕ້ອງໃຊ້ຂະບວນການເລັ່ງລັດ ເພື່ອນຳເອົາຮ່າງກົດໝາຍດັ່ງກ່າວໄປລົງຄະແນນ ສຽງ. ຂະບວນການດັ່ງກ່າວຮຽກຮ້ອງໃຫ້ສອງສ່ວນສາມຂອງສະພາ ຕ້ອງລົງຄະ ແນນສຽງ ເພື່ອໃຫ້ມາດຕະການດັ່ງກ່າວຜ່ານ.

ສະພາ​ຕ່ຳ​ໄດ້​ຜ່ານ​ມາດ​ຕະການ​ດັ່ງກ່າວ​ດ້ວຍ​ຄະ​ແນນ​ 339 ຕໍ່ 85 ສຽງ.

ການ​ໃຊ້​ຈ່າຍ​ທີ່​ບໍ່ແມ່ນການ​ປ້ອງ​ກັນ​ປະ​ເທດ​ ໃນ​ຮ່າງກົດໝາຍ​ຂອງ​ປີ​ນີ້ ​ແມ່ນ​ຂ້ອນ​ຂ້າງ​ຄົງ​ຕົວ ເມື່ອ​ທຽບ​ໃສ່​ປີ​ກ່ອນ. ບັນດາ​ຜູ້​ສະໜັບສະໜູນ​ກ່າວ​ວ່າ ການ​ຮັກສາ​ການ​ໃຊ້​ຈ່າຍ​ດັ່ງກ່າວ​ໃຫ້​ຕ່ຳ​ກວ່າ​ອັດຕາ​ເງິນ​ເຟີ້​ນັ້ນ ​ແມ່ນ​ເປັນ​ການ​ຫຼຸດ​ຄ່າໃຊ້ຈ່າຍລົງ, ເຮັດ​ໃຫ້​ໜ່ວຍງານຕ່າງໆ ຕ້ອງ​ປະຢັດ​ມັດ​ທະ​ຍັດ​ຫລາຍ​ຂຶ້ນ ​ແລະ ​ໃຫ້ຄວາມສຳຄັນກັບກຳລັງພົນໃຫ້ເປັນບຸລິມະສິດສູງສຸດ. ທ່ານ ຈອນສັນ ໄດ້ອ້າງເຖິງການຕັດ 10 ເປີເຊັນ ຂອງໜ່ວຍງານປົກປ້ອງສິ່ງແວດລ້ອມ, ການຕັດ 7 ເປີເຊັນ ຂອງສໍານັກງານເຫຼົ້າ, ຢາສູບ, ອາວຸດປືນ ແລະວັດຖຸລະ ເບີດ ແລະການຕັດ 6 ເປີເຊັນຂອງໜ່ວຍງານ FBI.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG