ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສະ​ພາ​ຕ່ຳ​ ສ​ຫລ ໃຫ້​ການ​ອະ​ນຸ​ມັດ ການ​ຊ່ວຍ​ເຫຼືອ 40 ພັນ​ລ້ານ​ໂດ​ລາ ເພື່ອສະ​ໜັບ​ສະ​ໜ​ຸນ​ຢູ​ເຄ​ຣນ ໃນ​ການ​ຕ້ານ​ຢັນ​ ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ


ຄຸນ​ແມ່ ​ອອກ​ໂທ​ດັອກ ເອັບ​ໂດ​ເກຍ (Evdokia) ເບິ່ງ​ຂຸມ​ລູກ​ປືນ​ໃຫຍ່ ​ທີ່​ຍິງ​ໂຈມ​ຕີ​ໂດຍ​ຣັດ​ເຊຍ ​ໃກ້ໆ​ເມືອງ​ສະ​ໂລ​ວີ​ຢານ ໃນ​ເຂດ​ໂດ​ແນັດ ເມື່ອວ​ວັນ​ທີ 10 ພຶດ​ສະ​ພາ 2022 ຊຶ່ງ​ເປັນ​ມື້​ດຽວ​ກັນ ກັບ​ທີ່​ສະ​ພາ​ສະ​ຫະ​ລັດ ໃຫ້​ການ​ອະ​ນຸ​ມັດ ການ​ຊ່ວຍ​ເຫຼືອແກ່​ຢູ​ເຄ​ຣນ ກວ່າ 40 ລ້ານ​ໂດ​ລາ.
ຄຸນ​ແມ່ ​ອອກ​ໂທ​ດັອກ ເອັບ​ໂດ​ເກຍ (Evdokia) ເບິ່ງ​ຂຸມ​ລູກ​ປືນ​ໃຫຍ່ ​ທີ່​ຍິງ​ໂຈມ​ຕີ​ໂດຍ​ຣັດ​ເຊຍ ​ໃກ້ໆ​ເມືອງ​ສະ​ໂລ​ວີ​ຢານ ໃນ​ເຂດ​ໂດ​ແນັດ ເມື່ອວ​ວັນ​ທີ 10 ພຶດ​ສະ​ພາ 2022 ຊຶ່ງ​ເປັນ​ມື້​ດຽວ​ກັນ ກັບ​ທີ່​ສະ​ພາ​ສະ​ຫະ​ລັດ ໃຫ້​ການ​ອະ​ນຸ​ມັດ ການ​ຊ່ວຍ​ເຫຼືອແກ່​ຢູ​ເຄ​ຣນ ກວ່າ 40 ລ້ານ​ໂດ​ລາ.

ສະ​ພາ​ຕ່ຳ​ສະ​ຫະ​ລັດໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ຢູ​ເຄ​ຣນ​ຫຼາຍກວ່າ 40 ພັນ​ໂດ​ລາ ໃນ​ແລງວັນ​ອັງ​ຄານ​ວານນີ້ ຂະ​ນະ​ທີ່​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ​ພວມ​ເລັ່ງ​ລັດ​ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ໄປ​ໃຫ້ ແລະ​ເສີມ​ຄວາມ​ເຂັ້ມ​ແຂ​ງ​ໃຫ້​ແກ່​ລັດ​ຖະ​ບານ​ກີ​ຢິບ ໃນ​ຂະ​ນະ​ທີ່​ຢູ​ເຄ​ຣນ ​ພວມ​ຮັບ​ມື​ກັບ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ.

ສະ​ພາ​ຕ່ຳ ​ໄດ້​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ການ​ໃຊ້​ຈ່າຍ​ສຳ​ລັບ​ຢູ​ເຄ​ຣນ ດ້ວຍ​ຄະ​ແນນ 368 ຕໍ່ 57 ສຽງ ໂດຍ​ການ​ລົງ​ຄະ​ແນນ ‘ບໍ່​ເຫັນ​ພ້ອມ’ ແມ່ນ​ມາ​ຈາກ ​ພັກ​ຣີ​ພັບ​ບ​ລີ​ກັນ. ມາດ​ຕະ​ການ​ດັ່ງ​ກ່າວ​ ເວ​ລານີ້​ ແມ່ນຖືກ​ສົ່ງ​ໄປ​ສະ​ພາ​ສູງ ຊຶ່ງ​ຄາດ​ວ່າ ຈະ​ມີ​ການ​ລົງ​ຄະ​ແນນ​ສຽງ​ຢ່າງ​ໄວ​ວາ.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ​ໄດ້​ຮ້ອງ​ຂໍ​ໃຫ້​ລັດ​ຖະ​ສະ​ພາໃຫ້​ການ​ອະ​ນຸ​ມັດ​ເງິນ​ຊ່ວຍ​ເຫຼືອ​ເພີ້ມ​ຕື່ມ​ຈຳ​ນວນ 33 ພັນ​ລ້ານ​ໂດ​ລາໃຫ້​ແກ່​ຢູ​ເຄ​ຣນ ເມື່ອ​ສອງ​ອາ​ທິດ​ກ່ອນ ແຕ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ​ໄດ້​ຕັດ​ສິນ​ໃຈ​ເພີ້ມເງິນ​ຊ່ວຍ​ເຫຼືອ​ທາງ​ດ້ານ​ທ​ະ​ຫານ​ແລະ​ມະ​ນຸ​ດ​ສະ​ທຳສຳ​ລັບ​ຢູ​ເຄ​ຣນ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ໂຣ​ຊາ ດີ​ລໍ​ໂຣ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຊຶ່ງ​ເປັນ​ປະ​ທານ​ກຳ​ມະ​ການ​ຈັດ​ສັນ​ງົບ​ປະ​ມານ ກ່າວ​ໃນ​ຂະ​ນະ​ທີ່​ທ່ານ​ນາງ​ ຮຽກ​ຮ້ອງ​ຂໍ​ການ​ສະ​ໜັບ​ສະ​ໜຸນ ສຳ​ລັບ​ແຜນ​ການ​ໃຊ້​ຈ່າຍ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ “ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ຈະ​ປົກ​ປ້ອງ​ປະ​ຊາ​ທິ​ປະ​ໄຕ ຄວາມ​ໝັ້ນ​ຄົງ ໃນ​ຂະ​ນະ​ທີ່ ສຳ​ຄັນ​ສຸດ ແມ່ນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ຢູ​ເຄ​ຣນ.”

ທ່ານ​ໄບ​ເດັນ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາ​ທຳ​ການ​ເຄື່ອນ​ໄຫວ​ຢ່າງວ່ອງ​ໄວ​ເພື່ອ

ທ່ານ​ຈະ​ໄດ້​ລົງ​ນາມ​ໃຫ້​ກາຍ​ເປັນ​ກົດ​ໝາຍ​ກ່ອນ​ທີ່​ແຜນ​ການ​ໃຊ້​ຈ່າຍ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ສະ​ບັບ​ປັດ​ຈຸ​ບັນ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຢູ​ເຄ​ຣນ​ ໝົດ​ອາ​ຍຸ​ລົງ​ໃນ​ທ້າຍ​ເດືອນ​ພຶ​ດ​ສະ​ພານີ້.

ສະ​ມາ​ຊິກ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ຈຳ​ນວນ​ນຶ່ງ​ໄດ້​ຄັດ​ຄ້​ານ​ຕໍ່​ຮ່າງ​ກົດ​ໝາຍໂດຍ​ຕ້ອງ
ຕິ​ສະ​ມາ​ຊິກ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ວ່າ ດຳ​ເນີນ​ການ​ໄວ​ເກີນ​ໄປ​ໂພດ ເພື່ອ​ຈັດ​ສົ່ງ​ເງິນ​ພາ​ສີ​ຂອງ​ຊາວ​ອາ​ເມ​ຣິ​ກັນ​ໄປ​ຕ່າງ​ປະ​ເທດ. ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຂອງ​ທ່ານ​ໄບ​ເດັນ ຄວບ​ຄຸມລັດ​ຖະສະ​ພາ ​ດ້ວຍ​ຄະ​ແນນ​ສຽງ ​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ
ແຕ່​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ຈະ​ຕ້ອງ​ການ​ຄະ​ແນນ​ສຽງ​ສະ​ໜັບ​ສະ​ໜຸນ​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ຈຶ່ງ​ຈະ​ຜ່ານ​ສະ​ມາ​ສູງ​ໄດ້.

ທ່ານ​ນາງ​ອົກ​ຊາ​ນາ ມາ​ກາ​ໂຣ​ວາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຢູ​ເຄ​ຣນ​ປະ​ຈຳ​ສະ​ຫະ​ລັດ ໄດ້​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ ​ທັງ​ຈາກສະ​ມາ​ຊິກ​ສະ​ພາ​ສູງ ​ພັກ​ເດ​ໂມ​ແຄ​ຣັດ ແລະ​ຣີ​ພັບ​ບ​ລີ​ກັນ ໃນ​ງານ​ຮັບ​ປະ​ທານ​ອາ​ຫານ​ທ່ຽງ​ຮ່ວມ​ກັນ​ຂອງ​ພວກ​ທ່ານ​ໃນວັນ​ອັງ​ຄານວ​ານນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG