ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການ ຂອງສະພາຕ່ຳ ຂໍຮ້ອງ ໄປຍັງ ອົງການ IRS ໃຫ້ສົ່ງ ການແຈ້ງເສຍ ພາສີ ໄລຍະ 6 ປີ ຂອງ ປ. ທຣຳ


ທ່ານຣີເຈີດ ນີລ ສະມາຊິກສະພາຕ່ຳ ສັງກັດພັກເດໂມແຄຣັດ ຈາກລັດແມສສາຈູ​ແຊັດ, ຜູ້ທີ່ເປັນປະທານຄະນະກຳມະການ ພາສີຂອງສະພາຕ່ຳ, ກ່າວຖະແຫລງ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 24 ພຶດສະພາ 2017.
ທ່ານຣີເຈີດ ນີລ ສະມາຊິກສະພາຕ່ຳ ສັງກັດພັກເດໂມແຄຣັດ ຈາກລັດແມສສາຈູ​ແຊັດ, ຜູ້ທີ່ເປັນປະທານຄະນະກຳມະການ ພາສີຂອງສະພາຕ່ຳ, ກ່າວຖະແຫລງ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 24 ພຶດສະພາ 2017.

ຫົວໜ້າຄະນະກຳມະການພາສີ ຂອງສະພາຕ່ຳສະຫະລັດ ພວມຂໍຮ້ອງ ຢ່າງເປັນທາງ
ການ ໄປຍັງພະແນກພາສີແຫ່ງຊາດ ຫຼື IRS ໃຫ້ສົ່ງມອບການແຈ້ງເສຍພາສີ ໄລຍະ 6
ປີຜ່ານມາ ຂອງປະທານາທິບໍດີ ດໍໂນລ ທຣຳ.

ສະມາຊິກລັດຖະສະພາ ທ່ານຣີເຈີດ ນີລ ປະທານຄະນະກຳມະການດັ່ງກ່າວ ຜູ້ທີ່ກຳກັບ
ໃນເລື້ອງນະໂຍບາຍ ວ່າດ້ວຍພາສີ ໃນຂະນະທີ່ພັກເດໂມແຄຣັດ ກຳລັງຫາທາງທີ່ຈະ
ກວດເບິ່ງ ອານາຈັກທຸລະກິດ ທີ່ສະຫລັບຊັບຊ້ອນຂອງທ່ານທຣຳ.

ທ່ານທຣຳ ແມ່ນເປັນປະທານາທິບໍດີ ຫຼື ຜູ້ສະໝັກເປັນປະທານາທິບໍດີ ພຽງຄົນດຽວ ໃນ
ຮອບຫຼາຍກວ່າ 40 ປີ ​ທີ່ໄດ້ປະຕິເສດ​ບໍ່​ຍອມເປີດເຜີຍ ການແຈ້ງພາສີ ຂອງທ່ານ ຕໍ່
ສາທາລະນະ.

“ມັນສຳຄັນຍິ່ງ ທີ່ຈະເຮັດໃຫ້ແນ່ໃຈໄດ້ວ່າ ມີຄວາມຮັບຜິດຊອບຕໍ່ລັດຖະບານ ຂອງ
ພວກເຮົາ ແລະໂດຍບັນດາເຈົ້າໜ້າທີ່ລັດ ທີ່ໄດ້ຖືກເລືອກມາ”
ນັ້ນແມ່ນຄຳເວົ້າ
ຂອງທ່ານນີລ ທີ່ໄດ້ກ່າວໄປໃນວັນພຸດວານນີ້. ທ່ານກ່າວເພີ້ມອີກວ່າ “ເພື່ອຮັກສາ ຄວາມເຊື່ອໝັ້ນ ໃນລະບົບປະຊາທິປະໄຕ ຂອງພວກເຮົາ ປະຊາຊົນອາເມຣິກັນ
ຕ້ອງໄດ້ມີຄວາມໝັ້ນໃຈວ່າ ລັດຖະບານຂອງພວກເຂົາເຈົ້າ ປະຕິບັດງານຢ່າງຖືກ
ຕ້ອງ ຕາມເຈຕະນາລົມຂອງກົດໝາຍ.”

ທ່ານທຣຳ ໄດ້ກ່າວວ່າ ທ່ານບໍ່ສາມາດທີ່ຈະເປີດເຜີຍ ການແຈ້ງພາສີຂອງທ່ານ ຈາກ
ປີ 2013 ຫາ 2018 ຍ້ອນສາເຫດ ທີ່ທ່ານກ່າວວ່າ ທ່ານຢູ່ພາຍໃຕ້ການກວດກາຢູ່.

ທ່ານທຣຳ ໄດ້ກ່າວໃນວັນພຸດວານນີ້ ວ່າ “ຂ້າພະເຈົ້າ ຢູ່ພາຍໃຕ້ການກວດກາມາໄດ້
ຫຼາຍປີແລ້ວ ເພາະວ່າ ຈຳນວນລາຍຮັບ ແມ່ນໃຫຍ່ຫຼາຍ ແລະຂ້າພະເຈົ້າ ຄິດວ່າ ໃນເວລາເຈົ້າມີຊື່ສຽງ ເຈົ້າກໍຈະຖືກກວດກາ.”

ແຕ່ທ່ານນີລ ບໍ່ໄດ້ຂໍຮ້ອງເອົາການແຈ້ງພາສີ ຈາກທ່ານທຣຳ. ທ່ານກຳລັງຮ້ອງຂໍ ໄປຍັງ
ອົງ​ການ IRS ແລະບໍ່ມີກົດໝາຍໃດໆ ທີ່ຫ້າມບໍ່ໃຫ້​ອົງ​ການ IRS ເປີດເຜີຍການແຈ້ງ
ພາສີຂອງບຸກຄົນໃດກໍຕາມ ຖ້າຫາກພວກເຂົາເຈົ້າ ຖືກກວດກາ.

ທ່ານນີລ ໄດ້ກ່າວວ່າ ທ່ານແນ່ໃຈວ່າ ຄະນະກຳມະການພາສີ ແມ່ນຢູ່ພາຍໃນ “ສິດ
ອຳນາດ ໃນດ້ານການບໍລິຫານ ໃນດ້ານກົດໝາຍ ແລະໃນດ້ານການກວດສອບ”

ຂອງຕົນ ເພື່ອກວດເບິ່ງການແຈ້ງພາສີສ່ວນຕົວ ແລະທຸລະກິດຂອງທ່ານທຣຳ.

“ອົງ​ການ IRS ນັ້ນ ມີນະໂຍບາຍໃນການກວດກາການແຈ້ງພາສີຂອງ ປະທານາ-
ທິບໍດີ ແລະຮອງປະທານາທິບໍດີ ຜູ້ທີ່ດຳລົງຕຳແໜ່ງ ທຸກໆຄົນ. ຫາກແຕ່ວ່າ ບໍ່ຮູ້ຈັກ
ຫຍັງເລີຍ ກ່ຽວກັບປະສິດທິພາບຂອງໂຄງການນະໂຍບາຍນີ້”
ນັ້ນແມ່ນຄຳເວົ້າຂອງ
ທ່ານນີລ ແລະທ່ານໄດ້ກ່າວຕື່ມວ່າ ຊາວອາເມຣິກັນທັງຫຼາຍ ມີສິດທີ່ຈະໄດ້ຮັບຮູ້ ຖ້າ
ນະໂຍບາຍດັ່ງກ່າວ ຖືກປະຕິບັດ ແລະວ່າ ການກວດກາດຳເນີນໄປຢ່າງຄົບຖ້ວນ ແລະ
ເໝາະສົມແລ້ວຫຼືບໍ່.

ທ່ານນີລ ໄດ້ປະຕິເສດວ່າ ບໍ່ແມ່ນເລື້ອງການເມືອງໃດໆເລີຍ ທີ່ທ່ານເຮັດເຊັ່ນນັ້ນ ທີ່ກ່ຽວ
ຂ້ອງກັບການຂໍການແຈ້ງເສຍພາສີ. ແຕ່ພັກຣີພັບບລີກັນ ກ່າວວ່າ ມັນເປັນພາກສ່ວນນຶ່ງ
ຂອງການຫາເລື້ອງຈັບຜິດທ່ານທຣຳ ທີ່ມີຢູ່ຢ່າງຕໍ່ເນື່ອງ ແລະ ກໍໄດ້ກຳນົດແນວທາງ ທີ່
ອັນຕະລາຍແບບບໍ່ເຄີຍມີມາກ່ອນ.

ການຮ້ອງຂໍຂອງທ່ານນີລນັ້ນ ເປັນໄປໄດ້ສູງວ່າ ຈະຖືກທ້າທາຍ ຢູ່ໃນສານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG