ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄະນະກຳມະການ ຮຽກຮ້ອງ ປ. ທຣຳ ໃຫ້ນຳ ເອົາຫຼັກຖານ ມາຢືນຢັນ ຂໍ້ກ່າວຫາຂອງທ່ານ


Lawmakers Demand Evidence of Trump's Wiretap Charge
please wait

No media source currently available

0:00 0:02:40 0:00

ບັນດາສະມາຊິກສະພາ ຮຽກຮ້ອງ ໃຫ້ທ່ານທຣຳ ນຳເອົາຫຼັກຖານ ມາຢືນຢັນ ຂໍ້ກ່າວຫາການລັກດັກຟັງໂທລະສັບຂອງທ່ານ.

ຄະນະກຳມະການສືບລັບຂອງສະພາຕ່ຳສະຫະລັດ ຮຽກຮ້ອງໃຫ້ປະທານາທິບໍດີ ດໍໂນລ
ທຣຳ ນຳເອົາຫລັກຖານອອກມາຢັ້ງຢືນ ພາຍໃນວັນຈັນມື້ນີ້ ສຳລັບການກ່າວອ້າງ ທີ່ບໍ່
ມີມູນຄວາມຈິງ ທີ່ວ່າໂທລະສັບທັງຫຼາຍຂອງທ່ານ ຢູ່ທີ່ຕຶກດາດຟ້າ Trump Tower
ໃນນະຄອນ ນິວຢອກ ຖືກລັກດັກຟັງ ໃນລະຫວ່າງການໂຄສະນາຫາສຽງ ເປັນປາທານາ
ທິບໍດີ ເມື່ອປີກາຍນີ້.

ປະທານຄະນະກຳມະການສືບລັບ ຂອງສະພາຕ່ຳ ທ່ານ Devin Nunes ສັງກັດພັກຣີພັບບລືກັນ, ຢືນຟັງຢູ່ເບື້ອງຊ້າຍ, ໃນຂະນະທີ່ສະມາຊິກຄະນະ ຈາກລັດ California ສັງກັດພັກເດໂມແຄຣັດ ທ່ານ Adam Schiff, ກຳລັງໂອລົມກັບບັນດານັກຂ່າວ ຢູ່ລັດຖະສະພາ ຫຼື Capitol Hill, ວັນທີ 2 ກຸມພາ 2017.
ປະທານຄະນະກຳມະການສືບລັບ ຂອງສະພາຕ່ຳ ທ່ານ Devin Nunes ສັງກັດພັກຣີພັບບລືກັນ, ຢືນຟັງຢູ່ເບື້ອງຊ້າຍ, ໃນຂະນະທີ່ສະມາຊິກຄະນະ ຈາກລັດ California ສັງກັດພັກເດໂມແຄຣັດ ທ່ານ Adam Schiff, ກຳລັງໂອລົມກັບບັນດານັກຂ່າວ ຢູ່ລັດຖະສະພາ ຫຼື Capitol Hill, ວັນທີ 2 ກຸມພາ 2017.

ເມື່ອສັບປະດາແລ້ວ ທ່ານປະທານາທິບໍດີ ໄດ້ຂຽນລົງ Twitter ວ່າອະດີດປະທານາ
ທິບໍດີ ບາຣັກ ໂອບາມາ ຈາກພັກເດໂມແຄຣັດ ໄດ້ສັ່ງໃຫ້ລັກດັກຟັງພວກໂທລະສັບ ຢູ່
ສຳນັກງານໃຫຍ່ຂອງທ່ານ ແຕ່ທ່ານທຣຳ ຈາກພັກຣີພັບບລີກັນ ບໍ່ໄດ້ສະເໜີໃຫ້ເຫັນ
ຫລັກຖານໃດໆ. ທ່ານປະທານາທິບໍດີ ໄດ້ຂຽນລົງ Twitter ວ່າ “ເປັນຕາໜ່າຍ. ຫາກໍ
ພົບວ່າ ໂອບາມາ ໄດ້ ‘ລັກດັກຟັງໂທລະສັບ’ ຢູ່ ຕຶກ Trump Tower ກ່ອນໜ້າການ
ໄດ້ຮັບໄຊຊະນະບໍ່ດົນ. ບໍ່ໄດ້ພົບເຫັນຫຍັງ. ອັນນີ້ເປັນການປຸກລະດົມເພື່ອຫາຄວາມ
ຜິດ ແບບການປຸກລະດົມຫາພວກຄອມມິວນິສໃນສະໄໝ ສະມາຊິກສະພາສູງທ່ານ
Joseph McCarthy ທີ່ເອີ້ນວ່າ McCarthyism ”
ພຸ້ນ.

ປະທານຄະນະກຳມະການນີ້ ຄືທ່ານ Devin Nunes ຈາກພັກຣີພັບບລີກັນ ແລະ
ທ່ານ Adam Schiff ຄະນະກຳມະການ ຈາກພັກເດໂມແຄຣັດ ໄດ້ສົ່ງໜັງສືເຖິງ ທ່ານ
ທຣຳ ຂໍຮ້ອງໃຫ້ສົ່ງຫລັກຖານເພື່ອຢັ້ງຢືນ ການກ່າວອ້າງຂອງທ່ານ.

ໂຄສົກຂອງທ່ານໂອບາມາ ໄດ້ກ່າວວ່າ ການກ່າວຫາຂອງທ່ານທຣຳ ນັ້ນ “ບໍ່ມີຄວາມ
ຈິງເລີຍ.”
ທ່ານທຣຳ ບໍ່ໄດ້ໃຫ້ຄຳເຫັນສຳລັບຂໍ້ກ່າວຫາລັກດັກຟັງ ນັບຕັ້ງແຕ່ໄດ້ຂຽນ
ລົງທາງ Twitter ເປັນຕົ້ນມາ.

ໃນວັນອາທິດວານນີ້ ສະມາຊິກສະພາສູງ ທ່ານ John McCain ຈາກລັດ Arizona
ໄດ້ບອກອົງການຂ່າວ CNN ວ່າ “ທ່ານປະທານາທິບໍດີ ມີນຶ່ງ ໃນສອງທາງເລືອກ:
ຖອນຄຳກ່າວຫາ ຫຼື ສະໜອງຂໍ້ມູນໃຫ້ແກ່ປະຊາຊົນຊາວອາເມຣິກັນ ທີ່ຄວນໄດ້ຮັບ.
ເພາະວ່າ ຖ້າຫາກຜູ້ທີ່ດຳລົງຕຳແໜ່ງກ່ອນໜ້ານີ້ ໄດ້ລະເມີດກົດໝາຍ, ປະທານາ
ທິບໍດີ ໂອບາມາ ໄດ້ລະເມີດກົດໝາຍ ພວກເຮົາກໍມີບັນຫາອັນຮ້າຍແຮງຢູ່ນະທີ່ນີ້
ຖ້າວ່າມັນແມ່ນແທ້.”

ປະທານຄະນະກຳມະການ ກອງທັບ ຂອງສະພາສູງ ທ່ານ John McCain ຈາກລັດ Arizona ສັງກັດພັກຣີພັບບລີກັນ ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ມີນາ 2017.
ປະທານຄະນະກຳມະການ ກອງທັບ ຂອງສະພາສູງ ທ່ານ John McCain ຈາກລັດ Arizona ສັງກັດພັກຣີພັບບລີກັນ ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ມີນາ 2017.

ທ່ານ McCain ໄດ້ກ່າວອີກວ່າ ທ່ານ “ບໍ່ມີເຫດຜົນ ທີ່ຈະເຊື່ອວ່າ ຂໍ້ກ່າວຫາທັງຫຼາຍ
ນັ້ນແມ່ນຄວາມຈິງ.”

ພາຍໃຕ້ກົດໝາຍຂອງສະຫະລັດ ປະທານາທິບໍດີ ບໍ່ສາມາດສັ່ງໃຫ້ລັກດັກຟັງໂທລະສັບ
ຂອງຜູ້ໃດຜູ້ນຶ່ງໄດ້. ທ່ານຈະຕ້ອງໄດ້ຮັບອະນຸຍາດໂດຍ ຜູ້ພິພາກສາລັດຖະບານກາງ
ທັງຍັງຈະຕ້ອງໄດ້ສະແດງເຫດຜົນອັນໜັກແໜ້ນຕໍ່ການສົງໄສ ທີ່ຈຳເປັນຄວນຕິດຕາມ
ຟັງໂທລະສັບຂອງພົນລະເມືອງຜູ້ໃດຜູ້ນຶ່ງ ເຊັ່ນວ່າ ຖ້າຜູ້ກ່ຽວຖືກສົງໄສວ່າ ກຳລັງກໍ່
ອາຊະຍາກຳ. ທຳນຽບຂາວ ໄດ້ກ່າວເມື່ອສັບປະດາແລ້ວນີ້ ວ່າ ທ່ານທຣຳ ແມ່ນບໍ່ໄດ້ຢູ່
ພາຍໃຕ້ການສືບສວນສອບສວນດ້ານອາຊະຍາກຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG