ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕໍ່າສະຫະລັດ ອະນຸມັດ​ ຂໍ້ຕົກລົງກ່ຽວກັບເພດານໜີ້ສິນ


ປະທານສະພາຕໍ່າ ທ່ານ ເຄວິນ ແມັກຄາທີ, ຕາງໜ້າຈາກ ລັດຄາລີຟໍເນຍ, ຍ່າງໄປທີ່ຫ້ອງປະຊຸມສະພາ ຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ ວັນທີ 31 ພຶດສະພາ 2023. ໃນລະຫວ່າງທີ່ ສະພາຕໍ່າ ກ້າວໄປສູ່ການຮັບຮອງເອົາຮ່າງກົດໝາຍເພດານໜີ້ສິນ
ປະທານສະພາຕໍ່າ ທ່ານ ເຄວິນ ແມັກຄາທີ, ຕາງໜ້າຈາກ ລັດຄາລີຟໍເນຍ, ຍ່າງໄປທີ່ຫ້ອງປະຊຸມສະພາ ຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ ວັນທີ 31 ພຶດສະພາ 2023. ໃນລະຫວ່າງທີ່ ສະພາຕໍ່າ ກ້າວໄປສູ່ການຮັບຮອງເອົາຮ່າງກົດໝາຍເພດານໜີ້ສິນ

ຄວາມ​ພະຍາຍາມ​ໃນການຫຼີກ​ລ້ຽງການຜິດນັດຊໍາລະໜີ້ສິນຂອງ​ສະຫະລັດ​ ຍ້າຍໄປທີ່​ສະພາ​ສູງ ຫລັງ​ຈາກ​ສະພາຕໍ່າ ໄດ້ອະນຸມັດ​ມາດ​ຕະການ​ໃນ​ຕອນ​ແລງ​ວັນ​ພຸດ​ວານ​ນີ້ ​ເພື່ອ​ໂຈະ​ການ​ຈຳກັດ​ການ​ກູ້​ຢືມ​ເງິນ​ຂອງ​ປະ​ເທດ ​ແລະ​ຈຳກັດ​ລາຍ​ຈ່າຍ​ຂອງ​ລັດຖະບານ​ກາງບາງ​ຢ່າງ.

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ ຊັກ ຊູເມີ (Chuck Schumer) ແລະຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານ ມິຕຈ໌ ແມັກຄອນແນລ (Mitch McConnell) ກ່າວວ່າ ພວກທ່ານຫວັງວ່າ ຈະໄດ້​ໃຫ້ການອະນຸມັດຕໍ່ຮ່​າງກົດ ໝາຍໃນສະພາສູງໃນສອງສາມມື້ຂ້າງໜ້າ ແລະສົ່ງໃຫ້ປະທານາທິບໍດີ ໂຈ ໄບເດັນ ເພື່ອລົງລາຍເຊັນ.

ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ​ໄດ້​ເຕືອນ​ວ່າ​ຈະ​ໝົດ​ເງິນ​ທີ່​ຈະ​ຊໍາ​ລະ​ໜີ້​ສິນ​ຂອງ​ປະ​ເທດ​ໃນ​ວັນ​ຈັນ​ຈະ​ມານີ້ ຖ້າ​ຫາກ​ບໍ່​ມີການເພີ້ມ ຂີດ​ຈຳ​ກັດໜີ້ສິນ.

ມາດຕະການດັ່ງກ່າວ ໄດ້ຜ່ານສະພາຕ່ຳດ້ວຍຄະແນນສຽງ 314 ຕໍ່ 117 ເຖິງວ່າຈະມີການຄັດຄ້ານ ຈາກພັກຣີພັບບລີກັນ ທີ່ກ່າວວ່າ ມັນຍັງບໍ່ພຽງພໍ່ໃນການຫຼຸດລາຍຈ່າຍ ແລະຈາກພັກເດໂມແຄຣັດທີ່ກ່າວວ່າ ການຕັດລາຍຈ່າຍຫຼາຍເກີນໄປ.

ສະ​ມາ​ຊິກ​ສະ​ພາ​ ​ 71 ຄົນ ​ຈາກ​ພັກ​ຣີ​ພັບ​ບ​ລິ​ກັນ ​ສ່ວນ​ໃຫຍ່​ໄດ້​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ, ​ເຊັ່ນ​ດຽວ​ກັບ​ພັກ​ເດ​ໂມ​ແຄ​ຣັດ 46 ທ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG