ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ກຳ​ມະ​ການ​ຕຸ​ລາ​ການ ເຕືອນ​ເຖິງ​ຜົນ​ກະ​ທົບ​ຮ້າຍ​ແຮງ ຂະ​ນະ​ທີ່ ປ. ທ​ຣຳ ສັ່ງໃຫ້​ອະ​ດີດ​ທີ່​ປຶກ​ສາ ​​ບໍ່​ໄປ​ໃຫ້​ການ


ປະ​ທານ ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ​ຂອງ​ສະ​ພາ​ຕ່ຳ ທ່ານ​ແຈ​ໂຣ ແນັດ​ເລີ​ຣ໌ ກ່າວ​ວ່າ ຄະ​ນະ​ກຳ​ມະ​ການແມ່ນ “ຕຽ​ມ​ການ​ທີ່​ຈະ​ໃຊ້​ທຸກໆ​ກົນ​ໄກ​ບັງ​ຄັບ​ທີ່​ຕົນ​ມີ​ຢູ່​ທັງ​ໝົດ” ຖ້າ​ອະ​ດີດ​ທີ່​ປຶກ​ສາທາງ​ດ້ານ​ກົດ​ໝາຍ ຂອງ ​ທຳ​ນຽບ​ຂາວ ທ່ານ ດອນ ແມັກ​ແກນ ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ ​ໃຫ້ໄປ​ປາ​ກົດ​ຕົວ​ ​ເພື່ອ​ໃຫ້​ການ​ໃນ​ວັນ​ອັງ​ຄານ​ມື້​ນີ້.

ໃນ​ຈົດ​ໝາຍ​ສະ​ບັບ​ນຶ່ງ ທີ່​ໄດ້​ນຳ​ອອກ​ເຜີຍ​ແຜ່ ໃນ​ແລງວັນ​ຈັນ​ວານ​ນີ້ ທ່ານແນັດ​ເລີ​ຣ໌ ໄດ້ຄັດ​ຄ້ານ ຕໍ່​ຄຳ​ສັ່ງ​ຈາກທຳ​ນຽບ​ຂາວ ໃນ​ການບອກ​ໃຫ້​ທ່ານ​ແມັກ​ແກນບໍ່​ ໄປ​ໃຫ້​ການ ແລະຄວາມ​ເຫັນ​ທາງ​ດ້ານ​ກົດ​ໝາຍ​ຂອງກະ​ຊວງ​ຍຸ​ຕິ​ທຳ​ ທີ່​ກ່າວ​ວ່າ ລັດ​ຖະ​ສະ​ພາ ບໍ່​ສາ​ມາດ​ທີ່​ຈະ​ບັງ​ຄັບ​ເພິ່ນ​ ໄປ​ປາ​ກົດ​ຕົວ​ໄດ້.

ທ່ານ​ແນັດ​ເລີ​ຣ໌ ຂຽນ​ວ່າ “​ຄະ​ນະ​ກຳ​ມະ​ການ​ ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ ທ່ານ​ສ່ຽງ​ຕໍ່ການໄດ້​ຮັບ​ຜົນ ​ທີ່​ຈະຕິ​ດຕາມ​ມາ​ຢ່າງຮ້າຍ​ແຮງ ຖ້າ​ຫາກ​ທ່ານບໍ່​ໄປ​ປາ​ກົດ​ຕົວ ໃນ​ມື້ອື່ນ​ນີ້.”

ທ່ານໄດ້​ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແມ່ນ​ຊອກ​ຫາ​ຊ່ອງ​ທາງ​ທີ່​ຈະ“ຂັດ​ຂວາງ ​ບໍ່​ໃຫ້ອະ​ດີດເຈົ້າ​ໜ້າ​ທີ່​ທ່ານນີ້​ ໄປ​ແຈ້ງ​ໃຫ້ຂະ​ແໜງ​ການຂອງ​ລັດຖະ​ ບານ​ທີ່​ມີ​ອຳ​ນາດ​ເທົ່າ​ທຽມ​ກັນກ່ຽວກັບການ​ກະ​ທຳ​ທີ່​ບໍ່​ຖືກ​ຕ້ອງຂອງ​ທ່ານ,” ແລະ​ວ່າຄຳສັ່ງຂອງ​ທາງ​ທຳ​ນຽບ​ຂາວ ​ບໍ່​ໄດ້​ອະ​ນຸ​ຍາດ​ໃຫ້​ທ່ານແມັກແກນຈາກ​ພາ​ລະ​ໜ້າ​ທີ່​ໃນ​ການໄປ​ໃຫ້​ການ​ຂອງ​ທ່ານ.

ຕໍ່​ມາ ທ່ານ​ແນັດ​ເລີ​ຣ໌ ຍັງບໍ່​ໃຫ້​ຄວາມ​ສຳ​ຄັນ ກ່ຽວ​ກັບ ​ຄວາ​ມ​ຄິດ​ເຫັນ​ຈາກ​ຫ້ອງ​ການ​ທີ່​ປຶກ​ສາທາງ​ດ້ານ​ກົດ​ໝາຍຂອງກະ​ຊວງ​ຍຸ​ຕິ​ທຳ ໃນ​ຖາ​ນະ​ທີ່ເປັນ “ບໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ ​ໃນ​ຄະ​ດີ​ທາງ​ກົດ​ໝາຍ​ທີ່​ມີ​ສ່ວນ​ກ່ຽວ​ກັບ” ກ່ອນ​ການ​ຕັດ​ສິນຂອງ​ສານ ໂດຍ​ປະ​ຕິ​ເສດຕໍ່​ການ​ໂຕ້​ແຍ້ງ​ທີ່​ນຳ​ສະ​ເໜີ​ໄ​ປນັ້ນ.

ທ່ານ​ໄດ້​ກ່າວ​ວ່າ ຄະ​ນະ​ກຳ​ມະ​ການ ຕ້ອງ​ການ​ທີ່​ຈະ​ສອບ​ຖາມ​ທ່ານ​ແມັກ​ແກນ ກ່ຽວ​ກັບ “ເວ​ລາທີ່​ປະ​ທາ​ນາ​ທິ​ບໍ​ດີ ເອົາ​ບາດ​ກ້າວ ຫຼື​ບໍ່ ກໍໄດ້​ສັ່ງໃຫ້​ທ່ານ ​ເອົາ​ບາດ​ກ້າວ ທີ່​ອາດ​ຈະ​ມີ​ຄວາມ​ຜິດ​ທາງ​ອາ​ຍາ ຊຶ່ງ​ຮວມ​ທັງ​ການຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ ກໍ​ເປັນ​ໄດ້.”

ທ່ານ​ວິ​ລ​ລຽມ ບັ​ຄ ​ທະ​ນາຍ​ຄວາມ​ຂອງທ່ານແມັກແກນ ເຖິງ​ຢ່າງ​ໃດກໍ​ຕາມ ໄດ້​ຢືນ​ຢັນ ໃນ​ແລງວັນ​ຈັນ​ວານ​ນີ້​ວ່າ ລູກ​ຄວາມ​ຂອງ​ທ່ານ ​ຈະບໍ່ໄປ​ປາ​ກົດ​ຕົວ ໃນ​ວັນ​ອັງ​ຄານ​ມື້​ນີ້ ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​.

“ທ່ານແມັກແກນ ຍັງ​ມີ​ພັນ​ທະໃນຖາ​ນະຕຳ​ແໜ່ງ​ແລະ​ການ​ໃຫ້​ກຽດ​ຕໍ່ຄຳ​ສັ່ງ​ຂອງ ປະ​ທາ​ນາ​ທິ​ບໍ​ດີ. ໃນ​ກໍ​ລະ​ນີ​ທີ່​ໄດ້ມີ​ການ​ຕົກ​ລົງ​ກັນລະ​ຫວ່າງ​ຄະ​ກຳ​ມະ​ການ ​ແລະ​ທາງ​ທຳ​ນຽບ​ຂາວນັ້ນ, ແນ​ນ່ອນ ທ່ານແມັກແກນ ຈະປະ​ຕິ​ບັດ​ຕາມ​,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ບັ​ຄ ​ທີ່ໄດ້​ກ່າວຢູ່ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ເຊີນ​ຊົມ: ການ​ຮຽກ​ຕົວ​ຂອງ ທ່ານ​ແມັກ​ແກນ

XS
SM
MD
LG