ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາຕ່ຳ ສ​ຫລ ຈະ​ລົງຄະ​ແນນ​ສຽງເລືອກເອົາປະທານສະພາຄົນໃໝ່ ​ຫລັງຈາກການ​ລົງ​ສະ​ໝັກ 3 ຄັ້ງ ​ທີ່ບໍ່​​​ສຳ​ເລັດຜົນ ​ຂອງ​ທ່ານ​ແມັກ​ຄາ​ທີ


​ທ່ານ Kevin McCarthy, ຜູ້​ນຳ​ພັກ​ຣີ​ພັບ​ລິ​ກັນຢູ່​ໃນ​ສະ​ພາ​ຕ່ຳ ສ​ຫລ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຫລັງ​ຈາກກອງ​ປະ​ຊຸມ​ພັກ​ຣີ​ພັບ​ບິ​ກັນ ຢູ່​ຫໍ​ລັດ​ຖະ​ສະ​ພາ​ ໃນນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 3 ມັງ​ກອນ, 2023
​ທ່ານ Kevin McCarthy, ຜູ້​ນຳ​ພັກ​ຣີ​ພັບ​ລິ​ກັນຢູ່​ໃນ​ສະ​ພາ​ຕ່ຳ ສ​ຫລ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຫລັງ​ຈາກກອງ​ປະ​ຊຸມ​ພັກ​ຣີ​ພັບ​ບິ​ກັນ ຢູ່​ຫໍ​ລັດ​ຖະ​ສະ​ພາ​ ໃນນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 3 ມັງ​ກອນ, 2023

ສະມາຊິກສະພາຕ່ຳປະຊຸມກັນອີກເທື່ອນຶ່ງໃນວັນພຸດມື້ນີ້ເພື່ອ​ເລືອກປະທານສະພາຄົນໃໝ່, ນຶ່ງມື້ຫຼັງຈາກ​ການ​ສະ​ໝັກ​ເອົາ​ຕຳ​ແໜ່ງນັ້ນຂອງທ່ານເຄ​ບວິນ ແມັກ​ຄາ​ທີ (Kevin McCarthy) ຈາກພັກຣີພັບບລິກັນ ໄດ້ປະ​ເຊີນກັບການຄັດຄ້ານທີ່ບໍ່​ຄ່ອຍ​ຈະ​ມີ ຢູ່ໃນການລົງຄະແນນສຽງຫຼາຍຄັ້ງ ທີ່ເຫັນວ່າທ່ານຖືກຂັດຂວາງໂດຍສະມາຊິກທີ່​ມີ​ຫົວອະນຸລັກນິ​ຍົມເກືອບ​ໝົດ​ທຸກ​ຄົນ​ໃນພັກຂອງທ່ານເອງ.

ກອງ​ປະຊຸມ​ໃນ​ວັນ​ອັງຄານ​ວານ​ນີ້ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 100 ປີ ທີ່​ທັງ​ພັກຣີພັບ​ບລິ​ກັນ ​ແລະ​ພັກ​ເດ​ໂມ​ແຄຣັດ ບໍ່​ມີ​ໃຜ​ຊະນະໃນ​ການ​ເປັນ​ປະ​ທານ​ສະພາຕ່ຳ ​ຢູ່ໃນ​ການ​ລົງ​ຄະ​ແນນ​ສຽງ​ຮອບ​ທຳ​ອິດ​ເພື່ອໃຫ້​ໄດ້​ເປັນ​ຜູ້ນຳ​ຂອງ​ສະພາ​ທີ່​ມີ​ສະມາຊິກ 435 ຄົນນັ້ນ.

ທ່ານແມັກ​ຄາ​ທີ ​ບໍ່​ໄດ້​ຊະນະ​ໃນ​ການ​ລົງ​ຄະ​ແນນ​ສຽງ 3 ຮອບ ໂດຍ​ທີ່​ພັກຣີພັບ​ບລິ​ກັນ 20 ຄົນ ​ຄັດຄ້ານ​ທ່ານ​ ໃນ​ຮອບຫຼ້າ​ສຸດ. ໂດຍ​ທີ່​ມີ​ການ​ລົງ​ຄະ​ແນນ​ສຽງ​ຮອບ​ທີ​ສີ່ ມັນ ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງເທື່ອ​ວ່າ ​ຜູ້ຄັດ​ຄ້ານ​ທ່ານແມັກ​ຄາ​ທີ ຈະ​ປະ​ຖິ້ມ​ການ​ຄັດ​ຄ້ານ​ຂອງ​ເຂົາ​ເຈົ້າ​ຫຼື​ບໍ່ ຫລື​ວ່າ ຈະ​ມີ​ຜູ້​ສະ​ໝັກ​ເລືອກ​ຕັ້ງຄົນ​ໃໝ່​ປາ​ກົດ​ອອກ​ມາຫລືບໍ່.

ພັກຣີພັບບລີກັນຈະຄອບ​ຄອງ​ການ​ເປັນ​ພັກ​ທີ່​ມີສຽງສ່ວນຫຼາຍແບບມີ​ຄະ​ແນນ​ສູ​ສີ​ກັນຄື 222 ຕໍ່ 212 ບ່ອນ​ນັ່ງຢູ່ໃນສະພາຕ່ຳ ໂດຍມີຕໍາແໜ່ງຫວ່າງບ່ອນ​ນຶ່ງ ໃນປັດຈຸບັນ ຊຶ່ງຮຽກຮ້ອງໃຫ້ທ່ານແມັກ​ຄາ​ທີ, ທີ່​ເປັນສະມາຊິກສະພາ ຈາກລັດຄາລິຟໍເນຍມາ​ໄດ້ 16 ປີນັ້ນ ໄດ້ຮັບຄະແນນສຽງຢ່າງໜ້ອຍ 218 ສຽງ ເພື່ອຍາດເອົາການເປັນປະທານສະ​ພາ​ໄດ້. ພາຍ​ໃຕ້​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ສະຫະລັດແລ້ວ ທ່ານ​ຍັງ​ຈະ​ກາຍເປັນຄົນທີສອງຢູ່​ໃນ​ຖັນ​ແຖວຂອງ​ການສືບ​ທອດເປັນປະທານາທິບໍດີຂອງສະຫະລັດອີກ.

ແຕ່ມີສະມາຊິກພັກຣີພັບບລີກັນ 19 ຄົນ, ຊຶ່ງຫຼາຍຄົນໃນນັ້ນ ໃນຫຼາຍອາທິດຜ່ານມານີ້ ໄດ້ສະແດງທັດສະນະອອກມາວ່າ ທ່ານແມັກ​ຄາ​ທີບໍ່ມີຫົວອະນຸລັກນິຍົມພຽງພໍ ທີ່ຈະເປັນຜູ້ນຳພາພັກຣີພັບບລີກັນ, ໂດຍໄດ້ລົງຄະແນນສຽງ ເລືອກເອົາບັນດາສະມາ ຊິກສະພາພັກຣີພັບບລິກັນຄົນອື່ນ ຢູ່ໃນການລົງຄະແນນສຽງຮອບທຳອິດ ລວມ​ທັງສະມາຊິກສະພາຕ່ຳແອນ​ດີ ບິກ​ສ໌ (Andy Biggs) ຂອງລັດ​ອາ​ຣີ​ໂຊ​ນາ ແລະ ທ່ານ​ຈິມ ຈໍ​ແດນຂອງລັດ​ໂອ​ຮາຍ​ໂອ, ທີ່​ເປັນຜູ້ອອກ​ປາກ​ອອກ​ສຽງຢ່າງ​ແຮງສອງ​ຄົນ ​ຄັດ​ຄ້ານ​ປະທານາທິບໍດີ​ຈາກພັກ​ເດ​ໂມ​ແຄຣັດ, ທ່ານ​ໂຈ​ ໄບ​ເດັນ ​ນັ້ນ.

​ໃນ​ການ​ລົງ​ຄະ​ແນນ​ສຽງ​ຮອບ​ທີ 3, ສະມາຊິກ​ພັກຣີພັບ​ບລີ​ກັນ 20 ຄົນ​ໄດ້​ລົງ​ຄະ​ແນນ​ສຽງ​ໃຫ້ທ່ານ​ຈໍ​ແດນ, ​ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ແຕ່ງຕັ້ງໃຫ້ທ່ານແມັກ​ຄາ​ທີ ​ເປັນ​ຜູ້ທີ່​ທ່ານ​ເລືອກ ​ເປັນ​ຜູ້​ນຳພາ​ພັກຣີພັບ​ບລິ​ກັນທີ່​ມີ​ສຽງ​ສ່ວນ​ໃຫຍ່​ຢູ່ໃນ​ກອງ​ປະຊຸມ​ສະພາຕໍ່າ ຄັ້ງ​ໃໝ່ທີ່​ຈັດ​ຂຶ້ນສອງ​ປີໃດ​ເທື່ອນຶ່ງ ນັ້ນ​ແລ້ວ​ກໍ​ຕາມ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຈາກພັກເດໂມແຄຣັດ, ທ່ານຮາ​ຄີມ ແຈັ​ຟ​ຟ​ຣີສ໌ (Hakeem Jeffries) ຈາກລັດນິວຢອກ ໂດຍທີ່ມີສະມາຊິກພັກເດໂມແຄຣັດທັງໝົດ 212 ຄົນ ພາກັນລົງຄະແນນສຽງໃຫ້ທ່ານນັ້ນ ໄດ້ນໍາພາການລົງຄະແນນສຽງເລືອກ​ເອົາປະ​ທານ​ສະ​ພາ​ຕ່ຳ ເຖິງແມ່ນວ່າ ທ່ານບໍ່ມີໂອກາດທີ່ຈະຊະນະກໍ​ຕາມ ເພາະບໍ່ມີສະ​ມາ​ຊິກພັກ ຣີພັບບລິກັນຄົນ​ໃດ ມີແຜນທີ່ຈະລົງຄະແນນສຽງເອົາທ່ານ. ໃນການລົງຄະແນນສຽງ ຄັ້ງຫລ້າສຸດ, ສະມາຊິກພັກຣີພັບບລິກັນ 202 ຄົນໄດ້ລົງຄະແນນສຽງເອົາ​ທ່ານແມັກ​ຄາ​ທີ ຊຶ່ງຂາດ​ຢູ່ 16 ສຽງ ຈຶ່ງ​ຈະ​ໄດ້ 218 ສຽງທີ່ຕ້ອງການ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG