ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະ​ກຳມະການ ​ສືບ​ລັບ​ ສະພາ​ຕໍ່າ ສຫລ ຊັ່ງຊາ ການສືບສວນ ໃນອະນາຄົດ


ປະທານຄະນະ​ກຳມະການ​ສືບ​ລັບ ​ສະພາ​ຕໍ່າ ທ່ານ Devin Nunes ສະມາຊິກພັກຣີພັບບລີກັນ ຈາກລັດ California.
ປະທານຄະນະ​ກຳມະການ​ສືບ​ລັບ ​ສະພາ​ຕໍ່າ ທ່ານ Devin Nunes ສະມາຊິກພັກຣີພັບບລີກັນ ຈາກລັດ California.

ຄະນະ​ກຳມະການ​ສືບ​ລັບ​ສະພາ​ຕໍ່າ ໄດ້​ປະຊຸມ​ປິດ​ລັບ​ໃນວັນ​ພະຫັດ​ວານ​ນີ້ ນຶ່ງ​ມື້​ຫລັງ
​ຈາກ​ການ​ສືບສວນຂອງ​ຄະນະ​ກຳມະການ ​ກ່ຽວ​ກັບ​ການ​ກ່າວ​ຫາວ່າ​ມີ​ການ​ລັກ​ຟັງ​ໂທ
ລະສັບ ທີ່ພົວພັນ​ກັບ​ປະທານາທິບໍດີ Donald Trump ​ແລ​ະຜູ້ທີ່​ກຳ​ຕຳ​ແໜ່​ງກ່ອນ​ທ່ານ
ຄື​ອະ​ດີດ​ປະທານາທິບໍດີ Barack Obama ​ໄດ້ເຮັດ​ໃຫ້​ເກີດຄວາມ​ສັບສົນ.

ສະມາຊິກ​ສະພາ​ຕໍ່າ​ພັກຣີພັບ​ບລິ​ກັນ ທ່ານ Devin Nunes ປະທານ​ຄະນະ​ກຳມະການ
​ໄດ້ກ່າວ​ປ້ອງ​ກັນການ​ເປີດ​ເຜີຍ​ຂອງ​ທ່ານ​ໃນ​ວັນ​ພຸດ​ທີ່​ຜ່ານ​ມານັ້ນວ່າ ການ​ລັກ​ຟັງ​ການ
​ສົນທະນາ ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ຂອງ​ພວກ​ນັກສືບ​ຕ່າງປະ​ເທດ ທີ່ໂອ້​ລົມ​ກັບພວກ
​ເຈົ້າ​ໜ້າ​ທີ່ຂອງທ່ານ Trump ​ຫລັງ​ຈາກ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ພະຈິກທີ່ນຳໄປສູ່ “ການ​
ເກັບ​ກໍາໂດຍ​ບັງ​ເອີນ” ​ໃນການໃຫ້ຄວາມ​ເຫັນຕ່າງໆ​ໂດຍ​ບັນດາ​ຜູ່​ຊ່ວຍທ່ານ Trump ​
ແລະ​ອາດ​ເປັນ​ໄປ​ໄດ້ຮວມທັງໂຕ​ຂອງ​ທ່ານ Trump ​ເອງດ້ວຍ.

ທ່ານ Nunes ​ໄດ້​ກ່າວ​ຕໍ່​ພວກນັກ​ຂ່າວ ​ແລະ​ປະທານາທິບໍດີ​ກ່ຽວ​ກັບ​ເອກ​ກະ ສາ​ນ​ເຫຼົ່າ
ນີ້ ​ໂດຍ​ບໍ່​ໄດ້​ປຶກສາ​ຫາລື​ໃດໆ​ກັບສະມາຊິກ ​21 ຄົນຂອງ​ຄະນະ​ກຳ ມະການດັ່ງກ່າວ.

ກ່ອນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄະນະ​ກຳມະການນັ້ນ ທ່ານ Nunes ກ່າວ​ວ່າ​ການ​ເປີດ​ເຜີຍ​
ຂອງ​ທ່ານ ​ແລະ​ລາຍ​ງານ​ທີ່​ຕິດຕາມ​ມາ ທີ່​ທ່ານ​ໄດ້​ແຈ້ງ​ໃຫ້​ປະທານ​າ ທິບໍດີ Trump
ຊາບ ທີ່​ທຳນຽບຂາວ​ນັ້ນແມ່ນ “ການ​ຕັດສິນ​ໃຈ​ຂອງ​ທ່ານ​ເອງ.” ທ່ານ​ກ່າວ​ເຖິງ ການ​
ພົບປະ​ກັບ​ປະທານາທິບໍດີ Trump ວ່າ “ຂ້າພະ​ເຈົ້າ​ໄດ້​ໄປ​ທີ່​ນັ້ນ​ດ້ວຍ​ການ​ເຊີນ​
ຕົນ​ເອງ.”

ຫົວໜ້າຫ້ອງການສັນຕິບານກາງ ທ່ານ James Comey ລາຍງານຢູ່ລັດຖະສະພາສະຫະລັດ.
ຫົວໜ້າຫ້ອງການສັນຕິບານກາງ ທ່ານ James Comey ລາຍງານຢູ່ລັດຖະສະພາສະຫະລັດ.


ໂຄສົກ​ທຳນຽບຂາວ​ທ່ານ Sean Spicer ​ໃນ​ວັນ​ພະຫັດ​ວານ​ນີ້​ໄດ້ກ່າວ​ປ້ອງ​ກັນ ປະ
ທານ​ຄະນະ​ກຳມະການຂອງ​ສະພາ​ຕ່ຳທີ່ມາລາ​ຍງານ​ຕໍ່​ປະທານາທິບໍດີ ​ໂດຍບໍ່​ໄດ້​
ແຈ້ງ​ໃຫ້​ບັນດາ​ສະ​ມາ​ຊິກ​ຄົນ​ອື່ນໆ​ ຂອງ​ຄະນະ​ກຳມະການຊາບ​ນຳ ຊຶ່ງ​ເປັນ​ການ​
ເຄື່ອນ​ໄຫວ ​ທີ່​ເຮັດ​ໃຫ້ພັກ​ເດ​ໂມ​ແຄຣັດ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ ​ໂກດ​ແຄ້ນ.

ທ່ານ Spicer ກ່າວ​ວ່າ ທ່ານ Nunes ຕ້ອງການ​ເຮັດ​ໃຫ້ “​ເປັນ​ທີ່​ແຈ້​ງຂາ​ວ” ວ່າ ສິ່ງ
​ທີ່​ໄດ້​ຍິນ​ ຈາກ​ການ​ລັກ​ຟັງ​ການ​ສົນທະນາ​ ໂດຍ​ລັດຖະບານ​ສະຫະລັດ ນັ້ນ “ບໍ່​ມີ​ຫຍັງ
​ກ່ຽວຂ້ອງ​ກັບຣັດ​ເຊຍ” ​ແລະ “ທ່ານມີ​ຄວາມຮັບຜິດຊອບ​ທີ່​ເຮັດ ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ປະທານາທິບໍດີ​ໄດ້​ຮູ້​ວ່າ ທ່ານ​ໄດ້​ຄົ້ນ​ພົບ​ຫຍັ​ງ.”

Schiff Discusses Need for Independent Commission
please wait

No media source currently available

0:00 0:01:13 0:00

ຫລັງ​ຈາກ​ການ​ປະຊຸມຂອງ​ຄະນະ​ກຳມະການ​ ໃນ​ວັນ​ພະຫັດ​ວານ​ນີ້​ແລ້ວ ສະມາຊິກ
​ຂອງຄະນະ​ກຳມະການ ທີ່​ສັງກັດພັກ​ເດ​ໂມ​ແຄຣັດ​ຄົນ​ນຶ່ງ ທ່ານ​ນາງ Jackie Speier
ກ່າວ​ວ່າ ທ່ານ Nunes ​ໄດ້​ຂໍ​ຂະ​ມາ​ໂທດ ກ່ຽວ​ກັບການ​ເປີດ​ເຜີຍ​ຂໍ້ມູນ ​ຕາມ​ລຳພັງ
​ຂອງ​ທ່ານ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

wiretap
please wait
Embed

No media source currently available

0:00 0:02:33 0:00

XS
SM
MD
LG