ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາຕໍ່າ ສະຫະລັດ ຟ້ອງຮ້ອງທ່ານ ທຣຳ ຖານຍຸແຍ່ ໃຫ້ເກີດການຈະລາຈົນ ທີ່ຮ້າຍແຮງ ຢູ່ຫໍລັດຖະສະພາ ສະຫະລັດ


ປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ທຸບໄມ້ຄ້ອນໃນການລົງຄະແນນສຽງຄັ້ງສຸດທ້າຍ ເພື່ອຟ້ອງຮ້ອງປະທານາທິບໍດີ ດໍໂນລ ທຣຳ, 13 ມັງກອນ, 2021. (AP Photo/J. Scott Applewhite)
ປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ທຸບໄມ້ຄ້ອນໃນການລົງຄະແນນສຽງຄັ້ງສຸດທ້າຍ ເພື່ອຟ້ອງຮ້ອງປະທານາທິບໍດີ ດໍໂນລ ທຣຳ, 13 ມັງກອນ, 2021. (AP Photo/J. Scott Applewhite)

ສະພາຕໍ່າ ສະຫະລັດ ໄດ້ຟ້ອງຮ້ອງປະທານາທິບໍດີ ທຣຳ ໃນວັນພຸດວານນີ້, ໂດຍປະກາດວ່າ ທ່ານໄດ້ຍຸແຍ່ໃຫ້ເກີດການຈະລາຈົນ ເມື່ອອາທິດທີ່ຜ່ານມາເວລາທີ່ທ່ານໄດ້ຂໍໃຫ້ພວກສະໜັບສະໜູນຂອງທ່ານຫຼາຍພັນຄົນເດີນຂະບວນໄປຫໍລັດຖະສະພາ ເພື່ອພະຍາຍາມຕ່າວປີ້ນການເລືອກຕັ້ງທີ່ທ່ານໄດ້ຜ່າຍແພ້, ເຮັດໃຫ້ການຊຸມນຸມປະທ້ວງກາຍເປັນການຈະລາຈົນທີ່ຮ້າຍແຮງ.

ສຽງສ່ວນຫຼາຍ 232 ຕໍ່ 197 ໄດ້ສະໜັບສະໜູນການຟ້ອງຮ້ອງ, ເຊິ່ງປະກອບມີການລົງຄະແນນສຽງຂອງບັນດາສະມາຊິກພັກເດໂມແຄຣັດ ແລະ ເຂົ້າຮ່ວມໂດຍເພື່ອນຮ່ວມພັກຣີພັບບລີກັນຂອງທ່ານ ທຣຳ 10 ຄົນ, ດ້ວຍການດຳລົງຕຳ ແໜ່ງ 1 ສະໄໝ 4 ສີ່ປີຂອງທ່ານ ທຣຳ ຍັງເຫຼືອອີກພຽງນຶ່ງອາທິດ.

ການລົງຄະແນນສຽງຂອງສະພາຕໍ່າໄດ້ໃຫ້ເຫດຜົນທີ່ໂດດເດັ່ນພຽງອັນດຽວຕໍ່ ທ່ານ ທຣຳ, ເຮັດໃຫ້ທ່ານເປັນປະທານາທິບໍດີຄົນທຳອິດໃນປະຫວັດສາດ 245 ປີຂອງປະເທດ ທີ່ຖືກຟ້ອງຮ້ອງສອງຄັ້ງ.

ທ່ານໄດ້ຖືກຕັດສິນບໍ່ມີຄວາມຜິດໂດຍສະພາສູງນຶ່ງປີທີ່ຜ່ານມາ ໃນກໍລະນີການຟ້ອງຮ້ອງຕ່າງ ຫາກ ແລະ ຕອນນີ້ຈະປະເຊີນກັບການດຳເນີນຄະດີຄັ້ງໃໝ່ ໃນຫຼາຍອາທິດຫຼັງຈາກຜູ້ຖືກເລືອກເປັນປະທານາທິບໍດີຄົນໃໝ່ທ່ານ ໂຈ ໄບເດັນ ໄດ້ສາບານໂຕເຂົ້າຮັບຕຳແໜ່ງ ໃນວັນພຸດໜ້າ. ຄະ ແນນສຽງສອງສ່ວນສາມໃນສະພາສູງທີ່ມີຄວາມແຕກແຍກກັນທາງການເມືອງນັ້ນ ແມ່ນມີຄວາມຈຳເປັນເພື່ອຕັດສິນໂທດຕໍ່ທ່ານ ທຣຳ. ຖ້າຖືກຕັດສິນມີຄວາມຜິດ, ການລົງຄະແນນສຽງສ່ວນຫຼາຍ ຈະຫ້າມທ່ານບໍ່ໃຫ້ກຳຕຳແໜ່ງລັດຖະບານກາງອີກຕໍ່ໄປ.

ບໍ່ດົນຫຼັງຈາກການລົງຄະແນນສຽງນັ້ນ, ຜູ້ນຳສຽງສ່ວນຫຼາຍທ່ານ ມິຈ໌ ແມັກຄອນແນລ ໄດ້ປະຕິ ເສດເຖິງຄວາມເປັນໄປໄດ້ທີ່ຈະດຳເນີນຄະດີໃນທັນທີອີກຄັ້ງນຶ່ງ.

ສະມາຊິກສະພາສູງສັງກັດພັກຣີພັບບລີກັນຈາກລັດ ເຄັນຕັກກີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ມັນບໍ່ມີໂອກາດທີ່ວ່າ ການດຳເນີນຄະດີທີ່ຍຸຕິທຳ ຫຼື ຈິງຈັງຈະສາມາດຖືກສະຫຼຸບກ່ອນຜູ້ຖືກເລືອກເປັນປະທານາທິບໍດີຄົນໃໝ່ ທ່ານ ໄບເດັນ ສາບານຕົວເຂົ້າຮັບຕຳແໜ່ງ ໃນອາທິດໜ້າ. ແມ່ນກະທັ້ງທີ່ການດຳ ເນີນການຂອງສະພາສູງຈະເລີ່ມຕົ້ນໃນອາທິດນີ້ ແລະ ເຄື່ອນໄຫວຢ່າງວ່ອງ ໄວ, ມັນກໍຈະບໍ່ມີການຕັດສິນຄັ້ງສຸດທ້າຍຈົນກວ່າຫຼັງຈາກທ່ານ ທຣຳ ໄດ້ອອກຈາກຕຳແໜ່ງ.

ຜູ້ນຳສຽງສ່ວນນ້ອຍສະພາສູງສັງກັດພັກເດໂມແຄຣັດ ທ່ານ ຈັກ ຊູເມີ, ຜູ້ທີ່ມີກຳນົດຈະກາຍເປັນຜູ້ນຳສຽງສ່ວນຫຼາຍເວລາທີ່ທ່ານ ໄບເດັນ ສາບານຕົວເຂົ້າຮັບຕຳແໜ່ງນັ້ນ, ໄດ້ກ່າວວ່າການດຳເນີນຄະດີສາມາດເລີ່ມຕົ້ນໃນອາທິດນີ້ ຫຼື ອາທິດໜ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG