ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາຕໍ່າ ສະຫະລັດ ສົ່ງມາດຕາການຟ້ອງຮ້ອງ ເຖິງ ສະພາສູງ


ບັນດາຜູ້ຈັດການການຟ້ອງຮ້ອງ ສະພາຕໍ່າພັກເດໂມແຄຣັດ ຢືນ ຫຼັງຈາກການມອບສົ່ງມາດຕາການຟ້ອງຮ້ອງໃຫ້ສະພາສູງ ທີ່ກ່າວຫາການຍຸແຍການຈະລາຈົນຕໍ່ອະດີດປະທານາທິບໍດີ ດໍໂນລ ທຣຳ, ນະຄອນຫຼວງ ວໍຊິງຕັນ. 25 ມັງກອນ, 2021.
ບັນດາຜູ້ຈັດການການຟ້ອງຮ້ອງ ສະພາຕໍ່າພັກເດໂມແຄຣັດ ຢືນ ຫຼັງຈາກການມອບສົ່ງມາດຕາການຟ້ອງຮ້ອງໃຫ້ສະພາສູງ ທີ່ກ່າວຫາການຍຸແຍການຈະລາຈົນຕໍ່ອະດີດປະທານາທິບໍດີ ດໍໂນລ ທຣຳ, ນະຄອນຫຼວງ ວໍຊິງຕັນ. 25 ມັງກອນ, 2021.

ບັນດາສະມາຊິກສະພາ ສະຫະລັດ ຈະສາບານຕົວເປັນຜູ້ພິພາກສາ ແລະ ຄະນະຕຸລາການໃນຄະ ດີຟ້ອງຮ້ອງ ອະດີດປະທານາທິບໍດີ ດໍໂນລ ທຣຳ ໃນວັນອັງຄານມື້ນີ້.

ຄະດີດັ່ງກ່າວ ຈະບໍ່ເລີ່ມຂຶ້ນຈົນກວ່າຈະຮອດອາທິດຂອງວັນທີ 8 ກຸມພາ, ຫຼັງຈາກບັນດາຜູ້ນຳພັກເດໂມແຄຣັດ ແລະ ຣີພັບບລີກັນ ໄດ້ຕົກລົງກັນທີ່ຈະເລື່ອນ ເວລາໜ້ອຍນຶ່ງ ເພື່ອໃຫ້ທັງບັນດາສະ ມາຊິກສະພາ ຜູ້ທີ່ຈະປະຕິບັດໜ້າທີ່ເປັນໄອຍະການ ແລະ ທີມຝ່າຍຈຳເລີຍຂອງທ່ານ ທຣຳ ມີເວ ລາກະກຽມ. ການເພີ່ມເວລາຍັງຈະອະນຸຍາດໃຫ້ສະພາສູງມີໂອກາດທີ່ຈະຮັບຮອງເອົາຜູ້ຖືກສະເໜີຊື່ໃນຄະນະລັດຖະບານຂອງປະທານາທິບໍດີ ໂຈ ໄບເດັນ ເພີ່ມເຕີມ.

ສະມາຊິກສະພາຜູ້ທີ່ຈະເຮັດໜ້າທີ່ເປັນໄອຍະການຄະດີໄດ້ເຮັດພິທີຍ່າງເປັນທາງການໄປສະພາສູງ ໃນຕອນແລງຂອງວັນຈັນວານນີ້ ເພື່ອສົ່ງມາດຕາຂອງການຟ້ອງຮ້ອງທີ່ກ່າວຫາທ່ານ ທຣຳ ກ່ຽວ ກັບ ການຍຸແຍ່ການຈະລາຈົນທີ່ເຊື່ອມໂຍງກັບການບຸກເຂົ້າໄປຫໍລັດຖະສະພາ ສະຫະລັດ ໂດຍພວກຈະລາຈົນທີ່ສະໜັບສະໜູນທ່ານໃນຕົ້ນເດືອນນີ້. ການໂຈມຕີດັ່ງກ່າວໄດ້ເຮັດໃຫ້ບັນດາສະ ມາຊິກສະ ພາຟ້າວໜີຫາຄວາມປອດໄພ ແລະ ໄດ້ສົ່ງຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ.

ຜູ້ຈັດການນຳໜ້າຂອງສະພາຕໍ່າ ທ່ານ ເຈມີ ຣາສກິນ ຈາກລັດແມຣີແລນ ໄດ້ອ່ານຂໍ້ກ່າວຫາຕ່າງໆທີ່ເວົ້າວ່າ ທ່ານ ທຣຳ “ໄດ້ສ້າງອັນຕະລາຍອັນໃຫຍ່ຫຼວງຕໍ່ຄວາມປອດໄພຂອງ ສະຫະລັດ ແລະ ສະຖາບັນລັດຖະບານຂອງເຂົາເຈົ້າ.”

ທ່ານ ທຣຳ ໄດ້ຈ້າງທະນາຍຄວາມດ້ານຈັນຍາບັນ ແລະ ການເລືອກຕັ້ງ ທ່ານ ບັດຈ໌ ບາວເວີສ໌ (Butch Bowers) ເພື່ອນຳໜ້າການໃຫ້ການຂອງທ່ານ ພ້ອມກັບທ່ານນາງ ເດບໍຣາ ບາເບຍ (Deborah barbier), ອະດີດໄອຍະການລັດຖະບານກາງ ຜູ້ທີ່ເຮັດວຽກເປັນໄອຍະການຈຳເລີຍ ທີ່ມີຄວາມຊຳນານ ກ່ຽວກັບ ອາຊະຍາກຳຂອງຄົນຊັ້ນສູງ.

ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານ ແພັດທຣິກ ເລຮີ, ຜູ້ທີ່ມີບົດບາດໃນພິທີສ່ວນ ໃຫຍ່ເປັນປະທານສະພາສູງຊົ່ວຄາວໄດ້ກ່າວໃນວັນຈັນວານນີ້ວ່າ ທ່ານຈະເປັນປະທານການດຳ ເນີນຄະດີຟ້ອງຮ້ອງ. ລັດຖະທຳມະນູນ ສະຫະລັດ ຮຽກຮ້ອງໃຫ້ຫົວໜ້າຜູ້ພິພາກສາຂອງສານສູງ ສຸດ ເປັນປະທານການໃຫ້ການຟ້ອງຮ້ອງສຳລັບປະທານາທິບໍດີ, ແຕ່ຍ້ອນທ່ານ ທຣຳ ບໍ່ໄດ້ຢູ່ໃນຕຳແໜ່ງອີກຕໍ່ໄປ, ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ຜູ້ພິພາກສາສູງສຸດ ທ່ານ ຈອນ ໂຣເບີດສ໌ ຈະບໍ່ເປັນປະທານ.

ທ່ານ ເລຮີ, ອາຍຸ 80 ປີ, ໄດ້ຖືກເລືອກເປັນສະມາຊິກສະພາສູງຄັ້ງທຳອິດໃນປີ 1974, ເຮັດໃຫ້ທ່ານເປັນສະມາຊິກທີ່ຮັບໃຊ້ໜ້າທີ່ດົນທີ່ສຸດ. ທ່ານໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ລັດຖະສະພາວ່າ ບົດບາດຂອງທ່ານຈະເປັນ “ການຮັບປະກັນວ່າ ຂັ້ນຕອນຕ່າງໆແມ່ນໄດ້ຖືກປະຕິບັດຕາມ” ແລະ ໄດ້ກ່າວວ່າ ປະສົບການໃນສະພາສູງຫຼາຍປີຂອງທ່ານຈະຊ່ວຍພິຈາລະນາທ່ານວ່າເປັນຄົນທີ່ບໍ່ລຳອຽງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG