ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະພາຕໍ່າ ສະຫະລັດ ອະນຸມັດ ຮ່າງກົດໝາຍ ການໃຊ້ຈ່າຍ ປ້ອງກັນປະເທດຂະໜາດໃຫຍ່ ມູນຄ່າ 768 ຕື້ໂດລາ


ຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ, 6 ຕຸລາ, 2021.
ຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ, 6 ຕຸລາ, 2021.

ບັນດາສະມາຊິກສະພາໃນສະພາຕໍ່າ ໄດ້ອະນຸມັດກົດໝາຍນິຕິບັນຍັດໃນຄືນວານອັງຄານວານນີ້ ທີ່ຈະສະໜອງເງິນ 768 ຕື້ໂດລາໃຫ້ກອງທັບຂອງປະເທດສຳລັບປີການເງິນ 2022.

ການຮັບຜ່ານຮ່າງກົດໝາຍດັ່ງກ່າວດ້ວຍຄະແນນສຽງ 363 ຕໍ່ 70​ ໄດ້ມີຂຶ້ນຫຼັງຈາກການໂຕ້ແຍ້ງທີ່ດຸເດືອດຢ່າງບໍ່ປົກກະຕິຫຼາຍອາທິດ ກ່ຽວກັບ ງົບປະມານການໃຊ້ຈ່າຍປ້ອງກັນປະເທດປະຈຳປີ ຍ້ອນຫຼາຍບັນຫາ. ຮ່າງກົດໝາຍສະບັບສຸດທ້າຍ, ເຊິ່ງຖືກຮ່າງຂຶ້ນໃນກອງປະຊຸມປິດລັບລະຫວ່າງບັນດາຜູ້ນຳຈາກທັງສະພາຕໍ່າ ແລ ສະພາສູງ ສະຫະລັດ, ລວມມີການສ້າງຄະນະກຳມາທິການອິດສະຫຼະ ເພື່ອສືບສວນສອບສວນສົງຄາມຍາວ 20 ປີຂອງ ສະຫະລັດ ໃນ ອັຟການິສຖນາ, ເງິນ 300 ລ້ານໂດລາໃນການຊ່ວຍເຫຼືອຕໍ່ກອງກຳລັງຕິດອາວຸດ ຢູເຄຣນ, ແລະ ຖະແຫຼງການສະໜັບສະໜູນສະບັບນຶ່ງສຳລັບການປ້ອງກັນເກາະ ໄຕ້ຫວັນ ທີ່ປົກຄອງຕົນເອງ, ເຊິ່ງ ຈີນ ໄດ້ປະຕິຍານວ່າຈະເຂົ້າຍຶດ, ແມ່ນກະທັ້ງດ້ວຍກຳລັງ. ເຂົາເຈົ້າຍັງຫ້າມກະຊວງປ້ອງກັນປະເທດບໍ່ໃຫ້ຊື້ສິ່ງຂອງໃດໆທີ່ຖືກຜະລິດໂດຍຊາວ ມຸສລິມ ວີເກີ ຜູ້ທີ່ຖືກກັກຂັງໃນພາກພື້ນ ຊິນຈຽງ ຂອງ ຈີນ.

ຮ່າງກົດໝາຍທີ່ວ່ານັ້ນຍັງຈະສ້າງໄອຍະການຜູ້ເຄາະຮ້າຍພິເສດໃໝ່ ແລະ ອິດສະຫຼະຂຶ້ນມາ ເພື່ອຮັບມືກັບການກ່າວຫາ ກ່ຽວກັບ ການຂົ່ມຂືນ, ທຳຮ້າຍທາງເພດ ແລະ ອາຊະຍະກຳທີ່ຮ້າຍແຮງອື່ນໆ, ປົດເຂົາເຈົ້າອອກຈາກອຳນາດຂອງຜູ້ບັນຊາການທະຫານທີ່ປົກກະຕິ.

ແຕ່ລາຍຊື່ອື່ນໆຫຼາຍຢ່າງແມ່ນໄດ້ຖືກປົດອອກຈາກຮ່າງກົດໝາຍນັ້ນກ່ອນການລົງຄະແນນສຽງຄັ້ງສຸດທ້າຍ, ລວມມີການຂໍອຸທອນມາດຕະການທີ່ຖືກຮັບຜ່ານໃນປີ 2002 ທີ່ອະນຸຍາດໃຫ້ໃຊ້ກຳລັງທະຫານຕໍ່ ອີຣັກ, ແລະ ມາດຕະການທີ່ຮຽກຮ້ອງໃຫ້ແມ່ຍິງລົງຖະບຽນສຳລັບລະບົບທີ່ເກນເອົາຄົນ ອາເມຣິກັນ ເຂົ້າກອງທັບໃນລະຫວ່າງຊ່ວງເວລາເກີດສົງຄາມ, ເຊິ່ງໄດ້ຖືກຄັດຄ້ານຢ່າງແຮງໂດຍພວກອະນຸລັກນິຍົມ ຜູ້ທີ່ຄັດຄ້ານການບັງຄັບແມ່ຍິງຕໍ່ສູ້ໃນສົງຄາມຂອງປະເທດ.

ຄ່າໃຊ້ຈ່າຍສຸດທ້າຍຂອງຮ່າງກົດໝາຍດັ່ງກ່າວແມ່ນ​24 ຕື້ໂດລາຫຼາຍກວ່າສິ່ງທີ່ປະທານາທິບໍດີ ໂຈ ໄບເດັນ ໄດ້ຂໍໃນການສະເໜີງົບປະມານເບື້ອງຕົ້ນ. ມາດຕະການດັ່ງກ່າວຕອນນີ້ຈະຖືກນຳຂຶ້ນໄປສະພາສູງ, ເຊິ່ງຄາດວ່າຈະໃຫ້ການອະນຸມັດຄັ້ງສຸດທ້າຍຂອງເຂົາເຈົ້າໃນເວລາໃດນຶ່ງຂອງອາທິດນີ້ ຫຼັງຈາກບັນດາສະມາຊິກສະພາຢູ່ທີ່ນັ້ນບໍ່ສາມາດທີ່ຈະຮັບຜ່ານສະບັບທີ່ເປັນຂອງເຂົາເຈົ້າເອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG