ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາຕ່ຳສະຫະລັດ ອະນຸມັດແຜນການບັນເທົາ ໄວຣັສໂຄໂຣນາ ມູນຄ່າ 1 ພັນ 900 ຕື້ໂດລາ


ປະທານສະພາຕ່ຳສະຫະລັດ ທ່ານນາງແນນຊີ ເພໂລຊີ (ພັກເດໂມແຄຣັດ ຈາກລັດຄາລີຟໍເນຍ) ຕີໄມ້ຄ້ອນ ກ່ອນໜ້າການຮັບຜ່ານຄັ້ງສຸດທ້າຍ ແຜນການບັນເທົາໄວຣັສໂຄໂຣນາ ມູນຄ່າ 1.9 ພັນຕື້ໂດລາ ຂອງປະທານາທິບໍດີ ໂຈ ໄບເດັນ.
ປະທານສະພາຕ່ຳສະຫະລັດ ທ່ານນາງແນນຊີ ເພໂລຊີ (ພັກເດໂມແຄຣັດ ຈາກລັດຄາລີຟໍເນຍ) ຕີໄມ້ຄ້ອນ ກ່ອນໜ້າການຮັບຜ່ານຄັ້ງສຸດທ້າຍ ແຜນການບັນເທົາໄວຣັສໂຄໂຣນາ ມູນຄ່າ 1.9 ພັນຕື້ໂດລາ ຂອງປະທານາທິບໍດີ ໂຈ ໄບເດັນ.

ບັນດາສະມາຊິກສະພາຕ່ຳສະຫະລັດ ໃນວັນພຸດວານນີ້ ໄດ້ຮັບຜ່ານແຜນການບັນເທົາໄວຣັສໂຄໂຣນາມູນຄ່າ 1 ພັນ 900 ຕື້ໂດລາສະຫະລັດ ຂອງປະທານາທິບໍດີໂຈ ໄບເດັນ ທີ່ແນໃສ່ເພື່ອສົ່ງເສີມດ້ານການເງິນຂອງບັນດາຄອບຄົວຊາວອາເມຣິກັນ ແລະທຸລະກິດທັງຫຼາຍ ຊຶ່ງເປັນໄຊຊະນະໃນດ້ານນິຕິບັນຍັດທີ່ສຳຄັນຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນ.

ຮ່າງກົດໝາຍດັ່ງກ່າວ ບັດນີ້ຈະສົ່ງໄປໃຫ້ປະທານາທິບໍດີ ໄບເດັນ ຜູ້ທີ່ຈະລົງນາມໃນຮ່າງກົດໝາຍນັ້ນ ເພື່ອໃຫ້ເປັນກົດໝາຍ ໃນວັນສຸກມື້ອື່ນນີ້ ອີງຕາມໂຄສົກຂອງທຳນຽບຂາວ ທ່ານນາງ ເຈັນ ຊາກີ.

ບໍ່ເທົ່າໃດນາທີກ່ອນໜ້າ ຄະແນນສຽງອອກມາ 220 ຕໍ່ 211 ສຽງ ໂດຍສ່ວນໃຫຍ່ແລ້ວ ຄະແນນສຽງນັ້ນ ແມ່ນເປັນໄປຕາມສາຍຂອງພັກ ຊຶ່ງປະທານສະພາຕ່ຳທ່ານນາງແນນຊີ ເພໂລຊີ ໄດ້ກ່າວວ່າ “ພວກເຮົາຈະລົງມືເຮັດວຽກໃນທັນທີ ເພື່ອສົ່ງມອບທຶນຊ່ອຍກະຕຸ້ນຊີວິດຈາກຮ່າງກົດໝາຍນີ້ ເມື່ອໃດທີ່ມັນໄດ້ຮັບຜ່ານແລະໄດ້ຖືກລົງນາມແລ້ວ, ໃນຂະນະທີ່ພວກເຮົາຮ່ວມກັບປະທານາທິບໍດີໄບເດັນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ການຊ່ອຍເຫຼືອກຳລັງຈະມາເຖິງ.”

ບັນສະມາຊິກສະພາສັງກັດພັກຣີພັບບລີກັນ ໄດ້ຄັດຄ້ານຕໍ່ແຜນການຊ່ວຍເຫຼືອນີ້ ໂດຍກ່າວວ່າ ມັນໃຫຍ່ເກີນໄປ ແລະບໍ່ໄດ້ແນເປົ້າໝາຍຢ່າງພຽງພໍ ໃສ່ພວກທີ່ຕ້ອງການຄວາມຊ່ວຍເຫຼືອທາງດ້ານເສດຖະກິດຫຼາຍທີ່ສຸດ. ຜູ້ນຳສຽງສ່ວນນ້ອຍໃນສະພາຕ່ຳ ທ່ານແຄວິນ ແມັກຄາທີ ​ໃນວັນອັງຄານຜ່ານມາ ເອີ້ນຮ່າງກົດໝາຍສະບັບນີ້ວ່າ “ແພງເກີນໄປ ເປື່ອຍເຫຍື່ອຍ ແລະຫົວເສລີ.”

ມາດຕະການດັ່ງກ່າວ ໄດ້ຜ່ານສະພາສູງ ຢ່າງຫວຸດຫວິດໃນມື້ວັນເສົາແລ້ວ ຫຼັງ ຈາກສະພາໄດ້ປ່ຽນແປງບາງເນື້ອໄນຂອງຮ່າງກົດໝາຍທີ່ໄດ້ມີການຮັບຮອງເອົາໂດຍສະພາຕ່ຳໄປແລ້ວນັ້ນ. ຮວມຢູ່ໃນການປ່ຽນແປງນັ້ນກໍມີການຍົກເລີກໃນການຂຶ້ນຄ່າຈ້າງຂັ້ນຕ່ຳສຸດຂອງລັດຖະບານກາງ.

ແຜນການຊ່ວຍເຫຼືອສະບັບນີ້ແມ່ນຮວມທັງ ເຊັກເງິນ 1,400 ໂດລາສຳລັບຊາວອາເມຣິກັນທັງໝົດ ຍົກເວັ້ນພວກທີ່ມີລາຍໄດ້ສູງຂອງປະເທດແລະ 3,000 ໂດລາ ຫຼື 3,600 ໂດລາ ສຳລັບພວກເດັກນ້ອຍ ຂຶ້ນຢູ່ກັບອາຍຸຂອງພວກເຂົາເຈົ້າ. ພວກຄົນງານທີ່ຕົກການຈະສືບຕໍ່ໄປຮັບເງິນຊ່ວຍເຫຼືອ 300 ໂດລາຕໍ່ອາທິດຈາກລັດຖະບານ ເພີ້ມໃສ່ການຊ່ວຍເຫຼືອທີ່ເຂົາເຈົ້າໄດ້ຮັບຈາກລັດທີ່ເຂົາເຈົ້າອາໄສຢູ່ ໄປຈົນຮອດຕົ້ນເດືອນກັນຍາ. ບັນດາລັດຖະບານຂອງລັດແລະເມືອງຕ່າງໆ ຈະໄດ້ຮັບເງິນ 350 ພັນລ້ານໂດລາ ເພື່ອຊ່ວຍພວກເຂົາເຈົ້າ ໃຫ້ຟື້ນໂຕຄືນຈາກໂຣກລະບາດໄວຣັສໂຄໂຣນາ.

ແຜນການຊ່ວຍເຫຼືຶອດັ່ງກ່າວ ຈະບໍ່ຄືກັນກັບການສົ່ງເງິນໂດຍກົງໄປໃຫ້ ໃນການບັນເທົາໄວຣັສໂຄໂຣນາປີກາຍ ຊຶ່ງໃນເທື່ອນີ້ ໃບເຊັກ ຈະບໍ່ມີລາຍເຊັນຂອງປະທານາທິບໍດີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG