ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຮັບເອົາ ນັກສຶກສາຕ່າງປະເທດ ເກືອບ 900,000 ຄົນ ຫລາຍທີ່ສຸດ ໃນໂລກ


US Hosts Record 866,000 Foreign Students
please wait

No media source currently available

0:00 0:02:56 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ນັກ​ສຶກສາ​ຕ່າງປະ​ເທດ​ ເກືອ​ບ 900,000 ຄົນ​ ກຳລັງ​ພາກັນ
​ຮຽນຢູ່​ຕາມມະຫາວິທະຍາ​ໄລຕ່າງໆ​ຂອງອາ​ເມຣິກັນ ຫລາຍ
ແບບ​ທີ່​ບໍ່ເຄີຍ​ມີ​ມາກ່ອນ. ປະມານ​ເຄິ່ງນຶ່ງຂອງ​ຈຳ​ນວນນີ້​ແມ່ນ​
ມາຈາກເອ​ເຊຍ ສ່ວນ​ໃຫຍ່ແລ້ວ​ແມ່ນຈີນ. ສະຫະລັດເປັນ​ເຈົ້າ
ພາບ​ຕ້ອນ​ຮັບ​ພວກນັກ​ສຶກສາ​ຕ່າງປະ​ເທດ ຫຼາຍ​ກວ່າ​ປະ​ເທດ
​ອື່ນ​ໃດ​ໃນ​ໂລກ ​ແລະ​ຈຳນວນ​ນັກ​ສຶກສາ​ຕ່າງປະ​ເທດ ກຳລັງ​
ເພີ້​ມຂື້ນ​ຢ່າງ​ສະໝຳ່ສະ​ເໝີ. Zlatica Hoke ມີລາຍ​ງານ​ກ່ຽວ
​ກັບ​ທາ​ອຽງດັ່ງກ່າວ ​ຊຶ່ງ ກິ່ງ​ສະຫວັນ ຈະ​ນຳເອົາ​ລາຍ​ລະ​ອຽດ
ມາສະ​ເໜີ​ທ່ານ.

ລາຍ​ງານ​ໃໝ່​ສະ​ບັບນຶ່ງ​ຈາກ ສະ​ຖາ​ບັນ​ການ​ສຶກສາ​ນາໆ​ຊາດ
ກ່າວ​ວ່າ ​ໃນ​ສົກການ​ສຶກ​ສາປີ 2013-2014 ນີ້ ​ມີນັກ​ສຶກສາ
​ຕ່າງປະເ​ທດຫລາຍ​ກວ່າ 886,000 ຄົນ​ ໄ​ດ້ຈົດ​ທະບຽນເຂົ້າ
​ຮຽນ ​ຢູ່​ໃນສະ​ຖາ​ບັນ​ກາ​ນສຶກສາ​ຊັ້ນ​ສູງ​ຂອງສະຫະລັດ​ ​ເພີ້​ມ
ຂື້ນ​ 8 ​ເປີ​ເຊັນ​ປີ​ກາຍນີ້. ປັດ​ຈຸ​ບັນ​ນີ້ ມີ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ຫລາຍເຖິງ​ສ​ອງ​ເທົ່າ​ຢູ່​ໃນ​ສະຫະລັດ ລື່ນ​ເມື່ອນຶ່ງ​ທົດສັດຕະວັດ​ກ່ອນ. ທ່າ​ອ​ຽງ​ໃນການ​ເພີ້​ມຂື້ນ​ດັ່ງກ່າວ ​ສ່ວນ​ໃຫ​ຍ່​
ແລ້ວ​ແມ່ນ​ເປັນ​ພວກນັກສຶກສາ​ຂັ້ນ​ປະ​ລິນ​ຍາ​ ຈາກ​ປະ​ເທດ​ຈີນ.

Eric Xu ​ແມ່ນນັກ​ສຶກສາ​ຈາກ​ປະ​ເທດ​ຈີນ ທີ່​ຮຽນ​ຢູ່​ມະຫາວິທະຍາ​ໄລ Columbia ​ໃນ​ນະຄອນ​ນິວຢອກ ກ່າວ​ວ່າ:

“ຢູ່​ໃນສະຫະລັດ ​ເຂົາ​ເຈົ້າ​ເນັ້ນ​ໜັກ​ໃສ່່ ການ​ສົນ​ທະນາ ​ຢູ່​ໃນ​ຫ້ອງ​ຮຽນ ແລະ​ແນວ​
ຄິດ ​ຕະ​ຫລອດ​ທັງຄວາ​ມສາມາດ ໃນ​ການໂຕ້​ວາທີ ກັບ​ຄົນ​ອື່ນໆ ​ເຊັນ​ວ່າກັບ ສາ​ສະ​ດາ​ຈານ ​ຫລື​ອາ​ຈານ​ສອນ ​ແລະ​ນັ້ນແມ່ນ​ບັນ ຍາກາດ​ທີ່ ຂ້ອຍ​ຢາກ​ມີ​ປະສົບ​ການ.”

​ໃນ​ຂະນະ​ທີ່ການ​ຈົດ​ທະ​ບຽນເຂົ້າ​ຮຽນ​ຂອງນັກ​ສຶກສາ​ຈີນ ​ຍັງ​ສືບ​ຕໍ່​ເພີ້​ມ ຈຳ​ນວນຂື້ນ​ຢູ່ນັ້ນ
​ໃນສົກ​ປີ​ການ​ສຶກສາ ​ທີ່​ຜ່ານ​ມາ​ນີ້ ກໍໄດ້​ເຫັນ​ນັກ​ສຶກ ສາ​ທີ່​ມາຈາກ​ປະ​ເທດ Kuwait,
Brazil, Saudi Arabia ​ແລະ​ແມ່ນ​ກະທັງອີຣ່ານເພີ້ມ​ຂຶ້ນ​ໃນ​ຈຳ​ນວນ​ທີ່​ສຳ​ຄັນ​ເຊັ່ນ​ດຽວ​
ກັນ. ຫລາຍ​ກວ່າ​ສີ່​ເປີ​ເຊັນ​ຂອງ ບັນດາ​ນັກ​ສຶກສາ​ ໃນສະ​ຖາ​ບັນ​ຊັ້ນ​ສູງ​ຂອງສະຫະລັດ
​ແມ່ນ​ ເປັນນັກ​ສຶກສາ​ຕ່າ​ງປະ​ເທດ. ບັນ​ດາ​ນັກ​ຊ່ຽວ​ຊານ​ ດ້ານ​ການສຶກສາກ່າວວ່າ ການມີ​
ໜ້າຂອງ​ພວກ​ນັກ​ສຶກສາ​ຕ່າງປະ​ເທດ ​ຢູ່​ໃນມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງໆ​ຂອງ ສະຫະລັດ ນັ້ນ
ແມ່ນ​ເປັນ​ຜົນດີ ​ແລະມີວິ​ທະ​ຍາ​ໄລ ​ແລະ​ມະຫາ​ວິ​ທະ​ຍາ​ໄລ ປະມານ 4,000 ​ແຫ່ງ ສາມາດ​
ຮັບເອົາ​ພວກ​ນັກ​ສຶກ​ສາ ຕ່າງ​ປະ​ເທດ​ ໄດ້​ຫລາຍກວ່າ​ນັ້ນອີກ.

ທ່ານນາງ Rajika Bhandari ຮອງ​ປະ​ທານສະ​ຖາ​ບັນ​ການ​ສຶກສາ​ນາໆ​ຊາດກ່າວ​ວ່າ:

“ພວກ​ເຮົາ​ຮູ້​ວ່າ ບັນດາ​ນັກ​ສຶກສາ​ຕ່າງປະ​ເທດ ແມ່ນ​ປະ​ກອບ​ສ່ວນ​ທີ່ ​ສຳຄັນ​ຢູ່​ໃນ​
ຫ້ອງ​ຮຽນ​ຂອງສະຫະລັດ​ແລະ​ວິ​ທະ​ຍາ​ເຂດຕ່າງໆ ​ໂດຍ​ຜ່ານ​ທັດ​ສະ​ນະ​ວິ​ໄສ​ຕໍ່​ໂລກ
​ຂອງ​ເຂົາ​ເຈົ້າ ​ແລະໂດຍການ​ສະ​ໜອງ​ການສຳ​ຜັດ​ກັບ​ນາໆ​ຊາດ ​ໃຫ້ແກ່​ບັນດາ​ນັກ
ສຶກສາ​
ອາ​ເມຣິກັນ ຜູ້​ທີ່ອາດ​ຈະບໍ່​ມີ​ໂ​ອກາດ​ໄດ້ໄປ​ສຶກສາ​ຢູ່​ນອກ​ປະ​ເທດ.”

ການ​ຈົດ​ທະບຽນ​ເຂົ້າ​ຮຽນ​ຂອງ​ບັນດາ​ນັກ​ສຶກສາ​ຕ່າງປະ​ເທດ ຍັງ​ເປັນ​ການ​ເພີ້​ມພູນ​ໃຫ້​ແກ່
ເສດຖະກິດ​ຂອງ​ສະຫະລັດ​ນຳ​ດ້ວຍ.

ທ່ານນາງ Evan Ryan ​ລັດຖະມົນຕີ​ຊ່ອຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຮັບ​ຜິດ​ຊອບ​ໃນ​ດ້ານການ​ສຶກສາ​ ກ່າວ​ວ່າ:

“ປີ​ນີ້ ​ມີ 27 ພັນ​ລ້ານໂດ​ລາ ​ໄດ້​ປະ​ກອບສ່ວນ​ເຂົ້າ​ໃນເສດຖະກິດຂອງ ພວກ​ເຮົາ​
​ທັງ​ໃນ​ລະ​ດັບ​ທ້ອງ​ຖິ່ນ ລະ​ດັບລັດ​ ​ແລະ​ລະດັບ​ຊາດ ​ໂດຍ​ຜ່ານ​ການ​ຈ່າຍ​ຄ່າ​ຮຽນ
ທີ່​ພັກ​ພາ​ອາ​ໄສ ​ແລະ​ຄ່າ​ໃຊ້​ຈ່າຍ​ອື່ນໆ.”

ກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ ​ແລະ​ກະຊວງ​ສຶກສາ ຍັງ​ສົ່ງ​ເສີມໃຫ້ພວກ​ນັກ​ສຶກ​ສາ
ອາ​ເມ​ຣິ​ກັນ ໄປ​ຮຽນ​ຢູ່​ຕ່າງປະ​ເທດນຳ​ດ້ວຍ.

ລັດຖະມົນຕີ​ຊ່ອຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຮັບ​ຜິດ​ຊອບ​ໃນ​ດ້ານການ​ສຶກສາ
ທ່ານນາງ Evan Ryan ກ່າວ​ຕື່ມວ່າ:

“ພວກ​ເຮົາ​ເຊື່ອ​ວ່າ ການ​ສຶກສາ​ຢູ່​ຕ່າງປະ​ເທດ ສາມາດ​ເພີ້​ມການ​ແຂ່ງ ຂັນ​ຂອງ
ຊາວອາ​ເມຣິກັນ ​ໂດຍ​ຊ່ວຍ​ໃຫ້ນັກ​ສຶກສາສະຫະລັດ ມີ​ຄວາມ​ຊຳນິຊຳນານ​ດ້ານ
​ພາສາ ພ້ອມ​ດ້ວຍທັດ​ສະ​ນະ​ວິ​ໄສ​ຕໍ່ຂົງ​ເຂດ ​ແລະ​ຕໍ່ໂລກ ທີ່​ມີ​ຄວາ​ມຈຳ​ເປັນ ​
ເພື່ອ​ຈະ​ປະ​ສົບ​ຜົນ​ສຳ​ເລັດໄ​ດ້ໃນສັດຕະວັດ​ທີ 21.”

​ນັກ​ສຶກສາ ສະຫະລັດ ປະມານ 290,000 ​ຄົນ ​ໄປ​ສຶກສາ​ຢູ່​ຕ່າງປະ​ເທດ​ໃນ​ສົກ​ປີ 2012-
2013 ​ເພຶ່ອ​ເອົາຄະ​ແນນ ຈາກ​ສະ​ຖາ​ບັນການ​ສຶກສາ​ຕ່າງໆ​ຢູ່ໃນຢູ​ໂຣບ ​ໂດຍ​ສະ​ເພາະ
​ແລ້ວ​ແມ່ນ​ຢູ່​ທີ່ປະ​ເທດ​ອັງກິດ ທີ່​ຍັງ​ສືບ​ຕໍ່​ເປັນ​ປາຍ​ທາງອັນ​ດັບ​ນຶ່ງຂອງບັນດາ​ນັກ​ສຶກສາ
ອາ​ເມຣິກັນ ​ແຕ່​ລາຍງານ “​ເປີດປະຕູ​ກວ້າງ” ​ສະ​ບັບ​ຫລ້າ​ສຸດ ​ສະ​ແດງ​ໃຫ້​ເຫັນ​ວ່າ ປັດ​ຈຸ
​ບັນນີ້ ​ມີນັກ​ສຶກສາ​ຫຼາຍ​ຂື້ນ​ ທີ່​ເລືອກ​ໄປ​ຮຽນ​ຢູ່​ໃນບັນດາ​ປະ​ເທດ ອາ​ເມ​ຣິ​ກາ​ລາ​ຕິ​ນ
​ແລະ​ຈີນ.

ທ່ານ​ນາງ Christine Farrugia ຈາກ​ສະ​ຖາ​ບັນ​ການ​ສຶກສາ​ນາໆ​ຊາດ​ກ່າວ​ຊີ້​ແຈງວ່າ:

“ປັດຈຸ​ບັນ​ນີິ້ ຈີນ ເປັນ​ປະ​ເທດເຈົ້າພາບອັນດັບ​ຫ້າ ສຳ​ຫລັບພວກນັກ​ສຶກສາຈາກ
ສະຫະລັດ ​ໂດຍ​ໃຫ້​ການຕ້ອນຮັບພວກ​ນັກ​ສຶກສາ​ອາ​ເມ​ຣິ ກັນ​ທັງ​ໝົດ ລາຍ​ກວ່າ 14,000 ຄົນ.”

​ໃນ​ຂະນະ​ທີ່ ບັນດາ​ໂຮງຮຽນໃນ​ສະຫະລັດ ຍັງ​ສືບ​ຕໍ່ດຶງດູດເອົາບັນດາ​ຊາວ​ໜຸ່ມຈາກ​ທົ່ວ​
ໂລກນັ້ນ ການແລກປ່ຽນ​ນັກ​ສຶກສາລະຫວ່າງ​ປະ​ເທດ​ ຕ່າງໆ ກໍ​ພວມ​ເພີ້​ມຂຶ້ນ​ເລື້​ອຍໆ.

XS
SM
MD
LG