ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເປັນເຈົ້າພາບ ຈັດການເຈລະຈາ ດ້ານການທະຫານ ກ່ຽວກັບຢູເຄຣນ ໃນເຢຍຣະມັນ


ລັດຖະມົນຕີການຕ່າງປະເທດ ແອນໂທນີ ບລິງເກັນ ແລະລັດຖະມົນຕີປ້ອງກັນປະເທດ ລອຍ ອອສຕິນ ໂອ້ລົມກັບບັນດານັກຂ່າວ ໃນວັນທີ 25 ເມສາ 2022, ໃນໂປແລນ ຫຼັງຈາກທີ່ໄດ້ເດີນທາງຢ້ຽມຢາມ ຢູເຄຣນ. ສະຫະລັດ ຈະເປັນເຈົ້າພາບຈັດການເຈລະຈາ ກ່ຽວກັບຢູເຄຣນ ໃນວັນທີ 26 ເມສາ, 2022.
ລັດຖະມົນຕີການຕ່າງປະເທດ ແອນໂທນີ ບລິງເກັນ ແລະລັດຖະມົນຕີປ້ອງກັນປະເທດ ລອຍ ອອສຕິນ ໂອ້ລົມກັບບັນດານັກຂ່າວ ໃນວັນທີ 25 ເມສາ 2022, ໃນໂປແລນ ຫຼັງຈາກທີ່ໄດ້ເດີນທາງຢ້ຽມຢາມ ຢູເຄຣນ. ສະຫະລັດ ຈະເປັນເຈົ້າພາບຈັດການເຈລະຈາ ກ່ຽວກັບຢູເຄຣນ ໃນວັນທີ 26 ເມສາ, 2022.

ສະຫະລັດ ກຳລັງເປັນເຈົ້າພາບຈັດກອງປະຊຸມກັບຫຼາຍສິບປະເທດສຳລັບການເຈລະຈາຢູ່ທີ່ເຢຍຣະມັນ ໃນວັນອັງຄານມື້ນີ້ ຊຶ່ງເພັ່ງເລັງໃສ່ເລື້ອງການສະໜອງອາວຸດແກ່ຢູເຄຣນ ຫຼັງຈາກທີ່ນັກການທູດຂັ້ນສູງແລະເຈົ້າໜ້າທີ່ປ້ອງກັນປະເທດຂອງສະຫະລັດ ໄດ້ເດີນທາງໄປນະຄອນຫຼວງກີຢິບ ເພື່ອໃຫ້ຄຳໝັ້ນສັນຍາທີ່ຈະ ຊ່ອຍເຫຼືອດ້ານການທະຫານ ແກ່ປະເທດດັ່ງກ່າວ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ລອຍ ອອສຕິນ ພວມຈັດກອງປະຊຸມເຈລະຈາ ໃນວັນອັງຄານມື້ນີ້ ຢູ່ຖານທັບອາກາດ ຣາມສໄຕນ໌ ໃນເຢຍຣະມັນ ເພື່ອປະສານງານການຊ່ອຍເຫຼືອດ້ານຄວາມໝັ້ນຄົງທີ່ເພີ້ມຂຶ້ນ ຈາກປະ ເທດຕາເວັນຕົກ ໃຫ້ແກ່ຢູເຄຣນ.

ນາຍພົນກອງທັບບົກສະຫະລັດ ມາກຄ໌ ມີລລີ ປະທານເສນາທິການຮ່ວມ ໄດ້ກ່າວຕໍ່ບັນດານັກຂ່າວ ທີ່ເດີນທາງໄປເຢຍຣະມັນ ພ້ອມກັບທ່ານ ໃນວັນຈັນວານນີ້ ວ່າ ຢູເຄຣນ ຕ້ອງການ “ການສະໜັບສະໜຸນຢ່າງຕໍ່ເນື່ອງ ເພື່ອຈະປະສົບຜົນສຳເລັດຢູ່ໃນສະໜາມລົບ. ແລະອັນນັ້ນແມ່ນຈຸດປະສົງຂອງກອງປະຊຸມນີ້.”

ເລຂາທິການໃຫຍ່ອົງການເນໂຕ້ ເຈັນ ສໂຕລເຕັນເບີກ ແລະລັດຖະມົນຕີປ້ອງກັນປະເທດຂອງຢູເຄຣນ ໂອເລັກຊີ ເຣສນີຄອບ ຄາດວ່າ ຈະເຂົ້າຮ່ວມກອງປະຊຸມດ້ວຍ.

ກອງປະຊຸມນີ້ ມີຂຶ້ນພາຍຫຼັງທີ່ທ່ານອອສຕິນ ແລະລັດຖະມົນຕີການຕ່າງປະເທດ ແອນໂທນີ ບລິງເກັນ ໄດ້ເດີນທາງໄປນະຄອນຫຼວງກີຢິບ ບ່ອນທີ່ພວກເພິ່ນໄດ້ ປະຕິຍານວ່າ ຈະໃຫ້ການຊ່ອຍເຫຼືອດ້ານການທະຫານແກ່ຢູເຄຣນຕື່ມອີກ ແລະສືບຕໍ່ປຸກລະດົມປະເທດອື່ນໆໃຫ້ປະກອບສ່ວນນຳ.

ທ່ານບລິງເກັນ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ໃນໂປແລນ ຫຼັງຈາກກັບຄືນມາຈາກນະຄອນກີຢິບ ວ່າ ໃນຂະນະທີ່ຣັດເຊຍ ພະຍາຍາມທີ່ຈະ “ຖະຫລົ່ມຢ່າງໂຫດຮ້າຍ” ພື້ນທີ່ຕ່າງໆຂອງຢູເຄຣນ “ຊາວຢູເຄຣນ ຢືນຢູ່ຢ່າງເຂັ້ມແຂງແລະພວກເຂົາເຮັດແນວນັ້ນໄດ້ ດ້ວຍການສະໜັບສະໜຸນທີ່ພວກເຮົາໄດ້ປະສານງານຈາກທົ່ວໂລກແທ້ໆເລີຍ.”

ທ່ານບລິງເກັນ ກ່າວຕື່ມວ່າ “ໃນແງ່ດ້ານເປົ້າໝາຍຂອງສົງຄາມຣັດເຊຍນັ້ນ ຣັດເຊຍ ໄດ້ລົ້ມແຫຼວຢູ່ແລ້ວ ແລະຢູເຄຣນ ໄດ້ປະສົບຜົນສຳເລັດແລ້ວ ຍ້ອນເປົ້າໝາຍຕົ້ນຕໍ ທີ່ປະທານາທິບໍດີ ປູຕິນ ໄດ້ນຳມາເຖິງຈຸດນີ້ ໃນຄຳເວົ້າຂອງທ່ານເອງ ແມ່ນເຕັມໄປດ້ວຍ ການທີ່​ຈະນຳເອົາຢູເຄຣນກັບຄືນ​ໄປສູ່ສະພາບເດີມໃນ ຣັດເຊຍ ເພື່ອທີ່ຈະລົບລ້າງອະທິປະໄຕ ແລະເອກະລາດຂອງປະເທດນີ້ ແລະອັນນັ້ນ ບໍ່ໄດ້ເກີດຂຶ້ນເລີຍ ແລະເປັນທີ່ຈະແຈ້ງວ່າ ຈະບໍ່ເກີດຂຶ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG