ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະຈັດກອງປະຊຸມ ລະດັບລັດຖະມົນຕີ ກ່ຽວ​ກັບ ​ຕາ​ເວັນ​ອອກກາງ ຢູ່​ນະ​ຄອນ ວໍຊໍ


ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ຖືກຕ້ອນຮັບໂດຍ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດຂອງບາຫ໌ເຣນ ທ່ານ ຄາລີດ ບິນ ອາເມັດ ອາລ-ຄາລີຟາ ຫຼັງຈາກເດີນທາງໄປຮອດ ສະໜາມບິນ ສາກົນ ນະຄອນຫຼວງ ມານາມາ ຂອງບາຫ໌ເຣນ, ວັນທີ 11 ມັງກອນ 2019.
ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ຖືກຕ້ອນຮັບໂດຍ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດຂອງບາຫ໌ເຣນ ທ່ານ ຄາລີດ ບິນ ອາເມັດ ອາລ-ຄາລີຟາ ຫຼັງຈາກເດີນທາງໄປຮອດ ສະໜາມບິນ ສາກົນ ນະຄອນຫຼວງ ມານາມາ ຂອງບາຫ໌ເຣນ, ວັນທີ 11 ມັງກອນ 2019.

ດ້ວຍການແນມເບິ່ງອີຣ່ານ ສະຫະລັດ ແລະໂປແລນ ຈະຮ່ວມກັນຈັດກອງປະຊຸມ
ລະດັບລັດຖະມົນຕີ ເພື່ອສົ່ງເສີມສັນຕິພາບແລະຄວາມໝັ້ນຄົງຢູ່ໃນຕາເວັນອອກກາງ.
ການໂຮມຊຸມ ນຸມຂອງນານາຊາດນີ້ ຈະຖືກຈັດຂຶ້ນ ຢູ່ໃນນະຄອນຫຼວງວໍຊໍ ໃນລະຫວ່າງ
ວັນທີ 13 ຫາ 14 ເດືອນກຸມພານີ້.

ໃນຖະແຫລງການຂອງກະຊວງການຕ່າງປະເທດສະຫະລັດໄດ້ກ່າວວ່າ “ບັນດາ
ລັດຖະມົນຕີ ຈະປຶກສາຫາລື ຫຼາກຫຼາຍບັນຫາທີ່ສຳຄັນໆ ລວມທັງລັດທິກໍ່ການຮ້າຍ
ແລະ ລັດທິຫົວຮຸນແຮງຈັດ ການພັດທະນາລູກສອນໄຟ ແລະ ການແຜ່ ຜາຍອາວຸດ
ດັ່ງ​ກ່າວ ການຄ້າທາງທະເລ ແລະ ຄວາມໝັ້ນຄົງ ແລະ ໄພຂົ່ມຂູ່ ທັງຫຼາຍ ຈາກກຸ່ມ
ຈັດຕັ້ງລູກ​ສະ​ໝຸນຕ່າງໆ ຢູ່ໃນທົ່ວຂົງເຂດນີ້.”

ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມ ພຽວ ໄດ້
ກ່າວຕໍ່ລາຍການໂທລະພາບ Fox News ວ່າ ການເຕົ້າໂຮມກັນ ຈະ “ເພັ່ງເລັງໃສ່
ເລື້ອງຄວາມທຸ່ນທ່ຽງ ແລະ ສັນຕິພາບ ຕະ​ຫຼອດ​ທັງ ເສລີພາບ ແລະ ຄວາມໝັ້ນຄົງ
ຂອງ​ພາກຕາເວັນອອກກາງ”
ລວມທັງ “ພາກສ່ວນທີ່ສຳ ຄັນ ຂອງການຄ້ຳປະກັນວ່າ
ອີຣ່ານ ຈະບໍ່ມີອິດທິພົນ ເຮັດໃຫ້ເກີດການບໍ່ທຸ່ນທ່ຽງ.”

ນັກການທູດລະດັບສູງສະຫະລັດທ່ານນີ້ ໄດ້ເດີນທາງໄປຮອດ ນະຄອນຫຼວງ ອາບູດາບີ
ຂອງສະຫະລັດ ອາຣັບ ເອເມີເຣັສ ເມື່ອຕອນແລງວັນສຸກວານນີ້ ຫຼັງຈາກໄດ້ໄປຢ້ຽມ
ຢາມ ນະຄອນຫຼວງ ມານາມາ ຂອງບາຫ໌ເຣນ ເປັນ​ເວ​ລາ ສັ້ນໆ.

ກ່ອນໜ້ານີ້ ທ່ານ ພອມພຽວ ໄດ້ພົບປະກັບ ກະສັດ ຮາມັດ ບິນ ອີຊາ ອາລ-ຄາລີຟາ
ຂອງບາຫ໌ເຣນ ອົງມົງກຸດຣາຊະກຸມມານ ຊາລມານ ບິນ ຮາມັດ ອີຊາ ອາລ-ຄາລີຟາ
ແລະ ລັດຖະມົນຕີກະຊວງການຕ່າງປະເທດ ຂອງບາຫ໌ເຣນ ເຊກ ຄາລີດ ບິນ ອາເມັດ
ອາລ-ຄາລີຟາ.

ສະຫະລັດ ໄດ້ຍົກຍ້ອງບາຫ໌ເຣນ ວ່າ ເປັນ “ຜູ້ສະໜັບສະໜຸນທີ່ໜຽວແໜ້ນ” ໃນການ
ຕ້ານຢັນ ຕໍ່ຄວາມພະຍາຍາມປອງຮ້າຍຂອງອີຣ່ານ ໂດຍໃຫ້ຂໍ້ສັງເກດ ເຖິງມາດຕະການ
ຕ່າງໆ ທີ່ບາຫ໌ເຣນ ໄດ້ປະຕິບັດ ທັງການສະກັດກັ້ນ ການຫຼີກລ່ຽງ ມາດຕະການລົງໂທດ
ຂອງອີຣ່ານ ແລະ ການຕໍ່ສູ້ຕ້ານ ກິດຈະການທາງທະເລ ທີ່ຜິດກົດໝາຍ.

ການເດີນທາງໄປຢ້ຽມຢາມບາຫ໌ເຣນ ຂອງທ່ານ ພອມພຽວນັ້ນ ແມ່ນເປັນບ່ອນ ຢຸດແວ່
ແຫ່ງທຳອິດ ໃນການຢ້ຽມຢາມ 6 ປະເທດ ຂອງສະພາການຮ່ວມມືເຂດອ່າວເປີເຊຍ
ຫຼືເອີ້ນຫຍໍ້ວ່າ GCC.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວໃນວັນສຸກວານນີ້ ວ່າ ສະພາ GCC
“ເປັນພາກສ່ວນທີ່ສຳຄັນດຽວ ໃນການສະກັດກັ້ນໄພຂົ່ມຂູ່ທີ່ຍິ່ງໃຫຍ່ທີ່ສຸດ ຕໍ່ສະຖຽນ
ລະພາບຂອງຂົງເຂດ ກໍຄື: ລະບອບການປົກຄອງຂອງອີ ຣ່ານ”
ກະຊວງນີ້ກ່າວຕື່ມວ່າ
ການຢ້ຽມຢາມບັນດາປະເທດໃນສະພາ GCC ຂອງນັກການທູດ ລະດັບສູງ ຂອງ
ສະຫະລັດ ນັ້ນ ແມ່ນແນໃສ່ເພື່ອສ້າງຕັ້ງການສະໜັບສະໜຸນ ໃນການປຸກລະດົມ ເພື່ອ
ກົດດັນຕໍ່ອີຣ່ານ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG