ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສຫລ ຫວາດກົວ ຢ່າງຮ້າຍແຮງ ຕໍ່ການໂຈມຕີ ທາງອາກາດ ຂອງຊີເຣຍ ທີ່ເມືອງ Raqqa


ຄົນຍ່າງກາຍຊາກລົດ ທີ່ເສຍຫາຍ ຢູ່ນອກຫໍພິພິດທະພັນ ເມືອງ Raqqa ທີ່ຄວບຄຸມໂດຍກຸ່ມລັດອິສລາມ ວັນທີ 25 ພະຈິກ 2014.
ຄົນຍ່າງກາຍຊາກລົດ ທີ່ເສຍຫາຍ ຢູ່ນອກຫໍພິພິດທະພັນ ເມືອງ Raqqa ທີ່ຄວບຄຸມໂດຍກຸ່ມລັດອິສລາມ ວັນທີ 25 ພະຈິກ 2014.

ສະຫະລັດ ກ່າວ​ວ່າ ຕົນ​ມີ​ຄວາມ​ຫວາ​ດກົວ​ຢ່າງ​ຮ້າຍ​ແຮງ​ນຳ​
ຂ່າວ​ທີ່​ວ່າ ລັດຖະບານ​ຊີ​ເຣຍ​ໄດ້​ສັງຫານ​ພວກ​ພົນລະ​ເຮືອນ​
ຫຼາຍ​ສິບ​ຄົນ​ ໃນ​ລະຫວ່າງ​ການ​ໂຈມ​ຕີ​ທາງ​ອາກາດ​ໃສ່​ເມືອງ
Raqqa ທີ່ເປັນ​ເມືອງ​ທີ່ໝັ້ນແຫ່ງ​ສຳຄັນ​ຂອງ​ກຸ່ມ​ລັດ​ອິສລາມ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດຊີ​ເຣຍ ກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ
95 ຄົນ​ເສຍ​ຊີວິດ ຮວມທັງ​ພວກ​ພົນລະ​ເຮືອນ​ຢ່າງ​ໜ້ອຍ 52
ຄົນ​ໃນ​ການ​ໂຈມ​ຕີ​ໃນ​ວັນ​ອັງຄານ​ມື້ກ່ອນ​ນີ້ ​ໃສ່​ຂົງ​ເຂດ​ອຸດສາ
ຫະກຳ​ ແລະ​ຕະຫຼາດ​ແຫ່ງ​ນຶ່ງ​ທີ່​ຜູ້​ຄົນ​ນິຍົມ​ກັນ​ໄປ​ນັ້ນ.

​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ວັນ​ພະຫັດ​ມື້​ນີ້ ກະຊວງ​ການ
​ຕ່າງປະ​ເທດ ສະຫະລັດ​ໄດ້​ປະນາມ​ ໃນ​ອັນ​ທີ່​ຕົນ​ກ່າວ​ວ່າ“​ການລະ​ເມີດ​ສິດທິ​ມະນຸດ
​ແລະ​ການລະ​ເມີດ​ກົດໝາຍ​ນາໆ​ຊາດ ​ທີ່​ພວມດຳ​ເນີນ​ໄປ​ ຂອງ​ລັດຖະບານ​ດາ​
ມັສ​ກັສ”
.


ຖະແຫຼງການສະບັບນີ້ກ່າວຕື່ມວ່າການສືບຕໍ່ເຂັ່ນຂ້າພວກພົນລະເຮືອນຊີເຣຍຂອງລັດ
ຖະບານ ສະແດງໃຫ້ເຫັນວ່າ ລັດຖະບານບໍ່ໃຫ້ຄວາມສົນໃຈນຳຊີວິດຂອງມະນຸດ.

ຊີເຣຍໄດ້ທຳການສູ້ລົບຕັ້ງແຕ່ເດືອນມີນາປີ 2011 ເປັນຕົ້ນມາກັບກຸ່ມ ຕ່າງໆທີ່ຕໍ່ຕ້ານ
ການປົກຄອງຂອງປະທານາທິບໍດີ Bashar al-Assaໃນຂະນະທີ່ພວກນັກຕໍ່ສູ້ລັດອິສ
ລາມຍຶດເອົາດິນແດນ ໃນພາກຕາເວັນ ອອກຂອງຊີເຣຍ ເປັນສ່ວນນຶ່ງທີ່ກຸ່ມດັ່ງກ່າວ ປະ
ກາດວ່າ ເປັນລັດອິສ ລາມທີ່ຍາວຢຽດໄປຮອດອີຣັກ ປະເທດເພື່ອນບ້ານຂອງຊີເຣຍນັ້ນ.

ໃນຕົ້ນເດືອນນີ້ກຸ່ມລັດອິສລາມໄດ້ເປີດເຜີຍພາບວີດີໂອສະແດງໃຫ້ເຫັນພວກຫົວຮຸນແຮງ
ຕັດຫົວພວກຜູ້ຊາຍ 18 ຄົນ ທີ່ບັນລະຍາຍວ່າ ເປັນພວກທະຫານຊີເຣຍນັ້ນ.

ສະຫະລັດໄດ້ທຳການໂຈມຕີທາງອາກາດ ຫຼາຍຮ້ອຍຖ້ຽວ ຕໍ່ກຸ່ມລັດອິສລາມ ຢູ່ໃນທັງຊີ
ເຣຍແລະອີຣັກ. ບັນດາເຈົ້າໜ້າທີ່ສະຫະລັດກ່າວໃນວັນ ພະຫັດມື້ນີ້ວ່າ ພວກເຂົາເຈົ້າ
ຍົກຍ້າຍພວກເຮືອນບິນໃນຈຳນວນຫລາຍຂຶ້ນຈາກອັຟການິສຖານໄປສົມທົບໃນການ
ໂຈມຕີຕໍ່ຕ້ານກຸ່ມລັດອິສລາມ ນັ້ນ.

ບັນດາເຈົ້າໜ້າທີ່ກອງທັບອາກາດ ກ່າວວ່າ ເຮືອບິນລົບອາຍພົ່ນ ຮຸ່ນ A-10 ທີ່ເອີ້ນກັນ
ວ່າ Thunderbolts ຝູງນຶ່ງ ຫາກໍໄປຮອດຂົງເຂດ ດັ່ງກ່າວຫວ່າງໄວໆຜ່ານມານີ້ ຈາກ
ອັຟການິສຖານ. ເຮືອບິນ A-10 ທີ່ວ່ານີ້ ສາມາດບິນໃນລະດັບຕໍ່າ ໄດ້ ໃນຄວາມໄວທີ່
ຊ້າລົງຊຶ່ງອຳນວຍ ໂອກາດໃຫ້ພວກນັກບິນລະບຸເປົ້າໝາຍຕ່າງໆໄດ້ດີຂຶ້ນ.

ໜັງສືພິມ New York Times ລາຍງານໃຫ້ຮູ້ ໃນວັນພະຫັດມື້ນີ້ ເຊັ່ນກັນວ່າ ທາງລັດ
ຖະບານວໍຊິງຕັນວາງແຜນທີ່ຈະສົ່ງເຮືອບິນບໍ່ມີ ຄົນຂັບຕິດອາວຸດ ທີ່ເອີ້ນວ່າ Reapers ປະມານ 6 ລຳ ຈາກອັຟການິສຖານ ໄປສົມທົບໃນບໍ່ເທົ່າໃດອາທິດຕໍ່ໜ້ານີ້.

islamicstate27november14
please wait

No media source currently available

0:00 0:00:41 0:00

XS
SM
MD
LG