ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ 'ຫວັງ' ວ່າ ຈະມີການປ່ອຍໂຕປະກັນຄັ້ງໃໝ່ ທີ່ຖືກຄວບຄຸມໂຕໂດຍກຸ່ມຮາມາສຢູ່ໃນເຂດກາຊາ


ປະຊາຊົນ ເຂົ້າຮ່ວມຊຸມນຸມ 24 ຊົ່ວໂມງ ຮຽກຮ້ອງໃຫ້ປ່ອຍໂຕປະກັນທີ່ຖືກລັກພາໂຕໂດຍກຸ່ມຫົວຮຸນແຮງຮາມາສ ໃນແຫຼມກາຊາ, ໃນເມືອງເທລ ອາວີບ, ອິສຣ!ແອລ, ວັນທີ 14 ມັງກອນ 2024.
ປະຊາຊົນ ເຂົ້າຮ່ວມຊຸມນຸມ 24 ຊົ່ວໂມງ ຮຽກຮ້ອງໃຫ້ປ່ອຍໂຕປະກັນທີ່ຖືກລັກພາໂຕໂດຍກຸ່ມຫົວຮຸນແຮງຮາມາສ ໃນແຫຼມກາຊາ, ໃນເມືອງເທລ ອາວີບ, ອິສຣ!ແອລ, ວັນທີ 14 ມັງກອນ 2024.

ສະຫະລັດ ກ່າວໃນວັນອັງຄານວານນີ້ວ່າ “ມີຄວາມຫວັງຫຼາຍ” ທີ່ການເຈລະຈາຜ່ານກາຕ້າ ສາມາດນຳໄປສູ່ຂໍ້ຕົກລົງສະບັບໃໝ່ ທີ່ຈະປ່ອຍໂຕປະກັນທີ່ຖືກຄວບຄຸມໂດຍພວກຫົວຮຸນແຮງຮາມາສຢູ່ໃນແຫຼມກາຊາ ເພື່ອແລກປ່ຽນກັບການຢຸດຍິງ ໃນການສູ້ລົບລະຫວ່າງກຸ່ມຮາມາສ ແລະ ອິສຣາແອລ.

"ຂ້າພະເຈົ້າບໍ່ຢາກເວົ້າຫຍັງຢ່າງເປີດເຜີຍຫຼາຍ ໃນລະຫວ່າງທີ່ພວກເຮົາມີການເຈລະຈາເຫຼົ່ານີ້, ແຕ່ພວກເຮົາຫວັງຢ່າງຍິ່ງວ່າ ມັນຈະເກີດໝາກ, ແລະອອກຜົນໃນໄວໆນີ້," ອີງຕາມການກ່າວຂອງໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ ຕໍ່ບັນດານັກຂ່າວໃນລະຫວ່າງການຖະແຫຼງຂ່າວ ຢູ່ທໍານຽບຂາວ.

ໂຕປະກັນຫຼາຍກວ່າ 100 ຄົນຖືກປ່ອຍໂຕ ໃນລະຫວ່າງການຢຸດສູ້ລົບຊົ່ວຄາວໃນຊ່ວງເດືອນພະຈິກຜ່ານມາ, ແຕ່ເຊື່ອວ່າ 132 ຄົນຍັງຖືກກຸ່ມຮາມາສຄວບຄຸມໂຕຢູ່ໃນເຂດກາຊາ, ລວມທັງຮ່າງຂອງຜູ້ທີ່ເສຍຊີວິດ ຫຼື ຖືກສັງຫານ ຫຼາຍກວ່າ 20 ຄົນ.

ໃນ​ຂະນະ​ດຽວ​ກັນ, ສົງຄາມ​ຮຸນແຮງ ທີ່ແກ່ຍາວມາຫຼາຍກວ່າ 100 ​ມື້, ພ້ອມດ້ວຍລົດ​ຖັງ​ຂອງ​ອິສຣາ​ແອ​ລບຸກ​ໂຈມ​ຕີ​ຄືນ​ສູ່​ເຂດ​ພາກ​ເໜືອ​ຂອງກາຊາ​ໃນ​ວັນ​ອັງຄານ​ວານນີ້ ທີ່​ພວກ​ເຂົາ​ເຈົ້າ​ໄດ້​ປະຖິ້ມໄວ້​ເມື່ອ​ນຶ່ງ​ອາທິດ​ກ່ອນ. ການລະເບີດຂະໜາດໃຫຍ່ ທີ່ສາມາດເຫັນໄດ້ໃນພາກເໜືອຂອງເຂດກາຊາ ຈາກບໍລິເວນຊາຍແດນກັບ ອິສຣາແອລ.

ເດັກນ້ອຍຊາວປາແລັສໄຕນ໌ ລໍຖ້າອາຫານທີ່ປຸງແຕ່ງໂດຍເຮືອນຄົວການກຸສົນ ທ່າມກາງສະພາບການອາຫານທີ່ຂາດເຂີນໃນຂົງເຂດຣາຟາ ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 16 ມັງກອນ 2024.
ເດັກນ້ອຍຊາວປາແລັສໄຕນ໌ ລໍຖ້າອາຫານທີ່ປຸງແຕ່ງໂດຍເຮືອນຄົວການກຸສົນ ທ່າມກາງສະພາບການອາຫານທີ່ຂາດເຂີນໃນຂົງເຂດຣາຟາ ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 16 ມັງກອນ 2024.

ສຽງ​ປືນ​ດັງ​ຂຶ້ນ​ຂ້າມບໍລິເວນ​ຊາຍ​ແດນຂອງ ​ອິ​ສ​ຣາ​ແອລ ແລະ ກາ​ຊາ ​ໃນ​ຕອນ​ກາງ​ຄືນ, ເຊິ່ງກອງປ້ອງກັນທາງອາກາດ Iron Dome ຂອງອິສຣາແອລ ໄດ້ຍິງລູກຈະຫຼວດທີ່ຍິງໂດຍພວກຫົວຮຸນແຮງຂ້າມບໍລິເວນຊາຍແດນ, ອັນພິສູດໃຫ້ເຫັນວ່າ ພວກຫົວຮຸນແຮງ ຍັງຄົງຮັກສາຄວາມສາມາດ ໃນການຍິງຂອງຕົນໄດ້ ເຖິງແມ່ນວ່າອິສຣາແອລໄດ້ທຳລາຍດິນແດນແຄບໆຫຼາຍແຫ່ງ ຕາມແຄມທະເລເມດິເຕີເຣນຽນແລ້ວກໍຕາມ.

ອິສຣາແອລກ່າວວ່າ ກຳລັງຂອງຕົນໄດ້ສັງຫານພວກນັກລົບ ຂອງກຸ່ມຮາມາສຫລາຍສິບຄົນເມື່ອຕອນກາງຄືນແລ້ວນີ້ ໃນການປະທະກັນຢູ່ເມືອງ ເບດທ໌ ລາຮິຢາ (Beit Lahiya) ຢູ່ບໍລິເວນເໜືອສຸດຂອງແຫຼມກາຊາ, ໂດຍເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ເຂດ​ກາ​ຊາກ່າວ​ວ່າ ໃນ​ມື້​ສຸດ​ທ້າຍຂອງການ​ຖິ້ມລະເບີດຈາກ​ອິ​ສ​ຣາ​ແອ​ລ ໄດ້ເຮັດໃຫ້ປະຊາຊົນເສຍຊີວິດ 158 ຄົນ​ຢູ່​ຂົງ​ເຂດ​ປາ​ແລັ​ສ​ໄຕ​ນ໌ທີ່ຖືກປິດລ້ອມ, ເຮັດ​ໃຫ້​ຈຳ​ນວນ​ຜູ້​ເສຍ​ຊີ​ວິດໂດຍລວມ​ໃນ​ສົງ​ຄາມຄັ້ງ​ນີ້ ເພີ້ມຂຶ້ນ​ເປັນ 24,285 ຄົນ, ເຊິ່ງເປັນ​ຕົວ​ເລກ​ທີ່​ລວມ​ທັງ​ນັກ​ລົບຮາມາສ ແລະຈໍານວນຂອງ​ພົນ​ລະ​ເຮືອນ.

ອິສຣາແອລ ໄດ້ເປີດສົງຄາມເພື່ອກໍາຈັດກຸ່ມຮາມາສໃຫ້ໝົດສິ້ນໄປ ລຸນຫຼັງພວກຫົວຮຸນແຮງໄດ້ບຸກຂ້າມຮົ້ວບໍລິເວນຊາຍແດນເຂົ້າໄປໃນວັນທີ 7 ຕຸລາ ຜ່ານມາ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 1,200 ຄົນ ແລະຖືກຈັບເປັນໂຕປະກັນອີກ 240 ຄົນ, ອີງຕາມຈໍານວນໂຕເລກຂອງອິສຣາແອລ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG