ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ມອບລາງວັນ ຄວາມກ້າຫານ ແລະ​ຄວາມ​ເປັນ​ຜູ້​ນຳ ໃຫ້ແມ່ຍິງ 10 ຄົນ (ວີດີໂອ)


ສະຕີໝາຍເລກ 1 ສຫລ ທ່ານນາງ Michelle Obama ຖ່າຍຮູບ
ຮ່ວມກັບບັນດາແມ່ຍິງທີ່ໄດ້ຮັບລາງວັນ International Women of Courage Award ໃນກຸງວໍຊິງຕັນ (4 ມີນາ 2014)
ສະຕີໝາຍເລກ 1 ສຫລ ທ່ານນາງ Michelle Obama ຖ່າຍຮູບ ຮ່ວມກັບບັນດາແມ່ຍິງທີ່ໄດ້ຮັບລາງວັນ International Women of Courage Award ໃນກຸງວໍຊິງຕັນ (4 ມີນາ 2014)
ກະຊວງການ​ຕ່າງປະ​ເທດ​ສະຫະ​ລັດ ​ໄດ້​ມອບລາງວັນແມ່ຍິງ
ກ້າຫານນາໆຊາດຫຼື International Women of Courage
Award ປີ 2014 ໃຫ້ແກ່ ແມ່ຍິງ 10 ຄົນ ທີ່ມາຈາກ 10 ປະ
ເທດຕ່າງກັນ.

​ລາງວັນ​ປະ​ຈຳປີດັ່ງກ່າວ ແມ່ນໄດ້​ຮູ້ຮັບບັນດາ​ແມ່ຍິງ​ໃນ​ທົ່ວ
​ໂລກ ຜູ້​ຊຶ່ງ​ໄດ້ສະ​ແດງ​ອອກ​ເຖິງ “​ຄວາມ​ກ້າຫານແລະ​
ຄວາມ​ເປັນ​ຜູ້​ນໍາ ”
ທີ່ໃຫ້ການສະໜັບສະໜຸນຕໍ່​ສັນຕິພາບ
ຄວາມ​ທ່ຽງ​ທຳ ສິດທິ​ມະນຸດ ຄວາມ​ສະ​ເໝີ​ພາບ​ທາງເພດ ​
ແລະ​ການ​ສົ່ງ​ເສີມໃຫ້ອຳນາດ​ແກ່​ພວກ​ແມ່ຍິງ​.

ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະ​ລັດ ທ່ານ​ນາງ Heather Higginbottom
​ໄດ້​ ມອບ​ລາງວັນ​ເຫຼົ່າ​ນີ້ ​ໃນ​ພິທີ​ທີ່ຈັດຂຶ້ນໃນ​ວັນ​ອັງຄານ​ວານ​ນີ້ ​ຢູ່​ກະຊວງການ​ຕ່າງ
ປະ​ເທດ​ສະ ຫະ​ລັດ ພ້ອມ​ກັບ​ສະຕີໝ​າຍ​ເລກ​ນຶ່ງ ທ່ານ​ນາງ Mitchelle Obama
ທີ່​ກ່າວ​ວ່າ:“​ໃນ​ຂະນະ​ທີ່ ສະພາວະ​ຂອງ​ພວກ​ເຮົາ​ ອາດແຕກ​ຕ່າງ​ກັນ​ ​ແຕ່ການ
ແກ້​ໄຂ​ບັນຫາ​ໃນຫລາຍໆດ້ານ ທີ່​ພວກ​ເຮົາ​ປະ​ເຊີນ​ຢູ່​ນັ້ນ ​ແມ່ນ​ຄື​ກັນ. ​
ເພາະສະ​ນັ້ນ ​ໃນ​ເມື່ອ​ພວກ​ເຮົາ​ເຫັນບັນດາ​ແມ່ຍິງ​ເຫຼົ່າ​ນີ້ໄດ້​ພາກັນອອກປາກ​
ອອກສຽງ ​ແລະ​ຂະ​ຍັບຂັບ​ຫ
ຍາຍ​ ໃນ​ການ​ເອົາບາດກ້າວ​ຕ່າງໆ ​ເພື່ອ​ສົ່ງ​ເສີມ​
ແລະຊຸກຍູ້ໃຫ້​ຄົນ​ອື່ນ​ໆ​ເພື່ອໃຫ້​ປ່ຽນ​ແປງ​ນັ້ນ ພວກ​ເຮົາ​ຈຳເປັນ​ທີ່​ຈະ​ຕ້ອງຮັບຮູ້
ວ່າພວກ ເຮົາແຕ່ລະຄົນກໍມີ​ອຳນາດ​ແລະ​ໜ້າ​ທີ່​ຮັບ​ຜິດຊອບຄືກັນ.”


ພວກ​ທີ່​ໄດ້ຮັບລາງວັນໃນ​ຄັ້ງ​ນີ້​ແມ່​ນຮວມທັງ ນັກ​ການ​ເມືອງຈາກ Tajikistan ຄອບຄົວ
​ຂອງ ຜູ້​ທີ່​ປຸກລະດົມເລື່ອງ​ຄວາມ​ປອດ​ໄພຂອງຄອບຄົວ ຈາກ Saudi Arabia ນັກ​ຮ້ອງ
ແລະນັກ​ເຄື່ອນ​ໄຫວ ຈາກ ຢູ​ເຄຣນ ພະ​ສັງຄະ​ລາດ ສາສະໜາ Baptist ຈາກ Georgia,
ເຈົ້າໜ້າທີ່ຕຸ ລາການຈາກ Guatemala ທະນາຍຄວາມ​ເພື່ອ​ສິດທິ​ທະນຸ​ດ ຈາກ Zim-
babwe
, ​ແມ່ຍິງ​ຊາວ​ອິນ​ເດຍ ທີ່​ປຸກລະດົມຕໍ່ຕ້ານການ​ໂຈມ​ຕີ​ດ້ວຍ​ນ້ຳກົດ ທ່ານໝໍ​ຈາກ ອັຟກາ​ນີສຖານ ພ້ອມທັງ​ແມ່ຍິງ​ຈາກ Fiji ​ແລະ Mali ນຳ.

WOMEN COURAGE AWARD
please wait
Embed

No media source currently available

0:00 0:01:37 0:00
XS
SM
MD
LG