ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສ​ຫລ ໃຫ້ກຽດ ແກ່ພວກທີ່ເສຍຊີວິດ ໃນປາງສົງຄາມ ຕ່າງໆ ໃນວັນ Memorial Day (ສະ​ໄລ​ດ໌)


ທ່ານ Jimmy Bishop, Jr. ໄວ 87 ປີ, ນັກລົບເກົ່າ ຕັ້ງແຕ່ປາງສົງຄາມໂລກຄັ້ງທີສອງ 87, ຈາກເມືອງ Old Bridge,ລັດ New Jersey ສະແດງປະຕິກິລິຍາ ເວລາລາວເບິ່ງ
ລາຍຊື່ພວກນັກລົບ ທີ່ເສຍຊີວິດໄປ ທີ່ອະນຸສາວະລີນັກ​ລົບ​ເກົ່າຫວຽດນາມ ວັນທີ 25 ພຶດສະພາ, 2014.
ທ່ານ Jimmy Bishop, Jr. ໄວ 87 ປີ, ນັກລົບເກົ່າ ຕັ້ງແຕ່ປາງສົງຄາມໂລກຄັ້ງທີສອງ 87, ຈາກເມືອງ Old Bridge,ລັດ New Jersey ສະແດງປະຕິກິລິຍາ ເວລາລາວເບິ່ງ ລາຍຊື່ພວກນັກລົບ ທີ່ເສຍຊີວິດໄປ ທີ່ອະນຸສາວະລີນັກ​ລົບ​ເກົ່າຫວຽດນາມ ວັນທີ 25 ພຶດສະພາ, 2014.
ສະຫະລັດ​ກຳລັງ​ໃຫ້​ກຽດ​ແກ່​ພວກ​ທີ່​ເສຍ​ຊີວິດ​ໃນ​ການ​ຮັບ​ໃຊ້
​ໃນ​ກອງທັບ​ດ້ວຍ​ວັນພັກປະຈຳ​ປີເພື່ອ​ລະ​ລຶກ​ເຖິງ​ດວງ​ວິນ​ຍານ​
ພວກ​ທະຫານ​ໃນ​ສົງຄາມ​ປາງ​ຕ່າງໆໃນ​ມື້​ນີ້.

ວັນ​ລະ​ລຶກ​ໃນ​ວັນ​ຈັນ​ມື້​ນີ້ ມີຮວມທັງການ​ເດີນ​ສວນສະໜາມ ​
ແລະ​ກິດຈະກຳ​ອື່ນໆ​ໃນ​ຫົວ​ເມືອງ​ນ້ອຍ​ແລະ​ໃຫຍ່​ໃນ​ທົ່ວ​ປະ
​ເທດ.

ທີ່​ປ່າຊ້າ Arlington National Cemetery ຊຶ່ງ​ຕັ້ງ​ຢູ່​ນອກ
​ນະຄອນຫລວງວໍ​ຊິງ​ຕັນ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ
ມີ​ໝາຍ​ກຳນົດຈະເຂົ້າ​ຮ່ວມ​ພິທີ​ວາງ​ພວງມາລາ​ແລະ​ກ່າວ
ຄຳປາ​ໄສ​ຕໍ່​ປະ​ເທດຊາດ.

ກ່ອນ​ວັນພັກ​ມື້​ນີ້ ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ຄຳປາ​ໄສ​ຕໍ່​ພວກ​ທະຫານ​ໃນ​ວັນ​ອາທິດ​
ວານ​ນີ້​ທີ່​ອັຟກາ​ນິສຖານ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຜົນ​ກຳ​ໄລ​ຂອງ​ພວກ​ທະຫານ​ຢູ່​ທີ່
​ນັ້ນ ​ແມ່ນ​”ໄດ້ເສຍສະຫລະ​ຢ່າງ​ໜັກ.” ຊຶ່ງ​ທ່ານ​ໂອ​ບາ​ມາ​ກ່າວ​ວ່າ:

“ທີ່​ຖານ​ທັບ​ແຫ່ງ​ຕ່າງໆ​ຢູ່​ທີ່​ນີ້ ​ໃນ​ອັຟກາ​ນິສຖານ ​ແລະ​ໃນ​ຫົວ​ເມືອງ​ຕ່າງໆ​
ໃນ​ທົ່ວ​ສະຫະລັດ ພວກ​ເຮົາ​ຈະ​ຢຸດ​ພັກ ​ແລະ​ຈະ​ກ່າວ​ສັນລະ​ເສິນ​ຕໍ່​ພວກ​ທີ່​
ໄດ້​ສະລະ​ຊີບ​ເພື່ອອິດ​ສະລະພາບ​ຂອງ​ພວກ​ເຮົາ ​ແລະ​ໃນ​ນັ້ນ​ແມ່ນ​ຮວມ
ທັງ​ຜູ້​ຮັກ​ຊາດ​ອະ​ເມຣິກັນຈຳນວນ​ເກືອບ 2200 ຄົນ​ທີ່​ເສຍ​ສະລະ​ໃນ​ທີ່​
ສຸດ ​ດ້ວຍການ​ອຸທິດ​ໂຕ​ຢ່າງ​ເຕັມ​ອັດຕາ ຢູ່​ທີ່​ອັຟກາ​ນິສຖານ​ນີ້​ເອງ. ຂ້າພະ​
ເຈົ້າ​ຮູ້ຈັກວ່າ​ພວກ​ທ່ານ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ສົງຄາມ​ເຫຼົ່າ​ນັ້ນ. ຂ້າພະ​ເຈົ້າ​ຮູ້ຈັກ​
ວ່າ​ພວກ​ເຈົ້າຫຼາຍ​ຄົນ​ໄດ້​ມີ​ຄວາມ​ຊົງ​ຈຳ​ຕ່າງໆ​ຢູ່​ໃນ​ອົກ​ໃນ​ໃຈ​ຂອງ​ພວກ​
ເຈົ້າ ກ່ຽວ​ກັບ​ພວກ​ເພື່ອນ​ຝູງ​ທີ່​ໄດ້​ເສຍ​ຊີວິດ​ໄປ​. ພວກ​ເຮົາ​ຈະ​ໃຫ້​ກຽດ​
ແກ່​ພວກ​ເຂົາ​ເຈົ້າ​ທຸກໆ​ຄົນ ບໍ່​ພຽງ​ແຕ່​ມື້​ອື່ນ​ເທົ່າ​ນັ້ນ ​ແຕ່​ຈະ​ໃຫ້​ກຽດ​ແກ່​
ເຂົາ​ເຈົ້າ​ຕະຫຼອດ​ໄປ
.
XS
SM
MD
LG